ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ອອງ ຊານ ຊູ​ຈີ ຖືກ​ເລືອກ​​ໃຫ້​ເປັນ ​ຫົວໜ້າສະພາ​ບໍລິຫານຂອງພັກ NLD (ວີ​ດິ​ໂອ)


ທ່ານນາງ ອອງຊານ ຊູຈີ ຖະແຫຼງຕໍ່ກອງປະຊຸມຫລວງ ຂອງພັກ NLD ຂອງທ່ານນາງ
ທ່ານນາງ ອອງຊານ ຊູຈີ ຖະແຫຼງຕໍ່ກອງປະຊຸມຫລວງ ຂອງພັກ NLD ຂອງທ່ານນາງ
ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ມຽນມາ ​ໄດ້​ຖືກ​ເລືອກ​ຕັ້ງ​ໃຫ້ ​ເປັນ​ຫົວໜ້າ ສະພາ​ບໍລິຫານທີ່​ຕັ້ງ​ຂຶ້ນ​ມາ​ໃໝ່ ​ຂອງ​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຢູ່​ໃນ​ກອງ​ປະຊຸມ​ຫລວງ​ເທື່ອ​ທໍາ​ອິດ​ຂອງ​ພັກ.

ຄະນະ​ຜູ້​ແທນພັກ​ຫຼາຍຮ້ອຍ​ຄົນ​ຈາກ​ທົ່ວ​ມຽນມາ ​ໄດ້​ລົງ​ຄະ​ແນນ​ສຽງຄັດ​ເລືອກຢ່າງ​ເປັນ​ເອກ​ກະສັນ ໃນ​ວັນ​ອາທິດ​ມື້​ນີ້ ​ໃຫ້​ອະດີດ​ນັກ​ໂທດ​ການ​ເມືອງ​ ທ່ານ​ນາງ​ອອງ ຊານ ຊູ​ຈີ ເປັນ​ປະທານ​ຄະນະ​ກໍາມະ​ການ​ກາງ​ທີ່​ ມີ​ສະມາຊິກ 120 ຄົນ ຂອງພັກ​ຂອງ​ທ່ານ​ນາງ. ກອງ​ປະຊຸມຫລວງເປັນ​ເວລາ 3 ວັນ ທີ່​ໄດ້​ເລີ້ມ​ມາ​ແຕ່​ວັນ​ສຸກນັ້ນ ​ແມ່ນ​ເປັນ​ເທື່ອ​ທໍາ​ອິດ​ໃນ​ ປະຫວັດ​ສາດ 25 ປີ ຂອງພັກ​ສັນນິບາດ​ແຫ່ງຊາດ​ເພື່ອ​ປະຊາທິປະ​ໄຕ ຫລື NLD.

​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ໄດ້​ຮັບ​ລາງວັນ​ໂນ
ເບ​ລ ຂະ​ແໜງ​ສັນຕິ ພາບ ​ໄດ້​ຮຽກຮ້ອງ​ໃຫ້ຄະນະ​ຜູ້​ແທນ​ພັກ ​
ເລືອກ​ເອົາ​ຜູ້​ນໍາ​ໃໝ່ ​ທີ່​ມີ​ຄວາມແທດ​ເໝາະ ກັບ​ຍຸກສະ​ໄໝ​ນີ້.

ບັນດາ​ນັກວິ​ເຄາະເວົ້າ​ວ່າ ພັກ NLD ​ໄດ້ມີ​ຄວາມ​ແຕກແຫງກັນ ຍ້ອນ​ກຸ່ມ​ນັກ​ການ​ເມືອງອາວຸ​ໂສ ທີ່​ມີ​ອາຍຸ 80 – 90 ປີ ​ແລະ​ມີ​ສຸຂະ​ພາບບໍ່​ດີ​ ຜູ້​ທີ່​ບໍ່ຄິດ​ຢາກ
ຫລີກ​ທາງ​ໃຫ້​ພວກ​ຄົນ​ລຸ້ນ​ໃໝ່​ ຂຶ້ນເປັນ​ຜູ້​ນໍາ. ສະມາຊິກອາວຸ​ໂສ ​ສີ່​ຄົນ ຖືກຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ກອງ​ປະຊຸມຫລວງ ຫລັງ​ຈາກ​ຖືກ​ກ່າວ​ຫາ​ວ່າ​ ພະຍາຍາມຊັກ​ຈູງ​ການ​ລົງ​ຄະ​ແນນ​ສຽງ.

ພັກ NLD ກໍາລັງຊັບຊ້ອນ​ກັນ​ໃໝ່ ​ເພື່ອ​ຕຽມ​ການສໍາລັບ​ການ​ເລືອກ​ຕັ້ງ​ທົ່ວປະ​ເທດ ໃນ​ປີ 2015 ໜ້າ​ນີ້.

ບັນດາ​ນັກວິ​ເຄາະ​ຕັ້ງຄໍາ​ຖາມ​ວ່າ ພັກ NLD ​ແມ່ນ​ພ້ອມ​ແລ້ວຫຼືບໍ່ ​ທີ່ຈະ​ບໍລິຫານປະ​ເທດ​ທີ່​ທຸກ​ຈົນ​ແຫ່ງ​ນີ້​ ບ່ອນ​ທີ່ລະບົບການ​ເສດຖະກິດ ການ​ສຶກສາ ​ແລະ​ສຸ​ຂະ​ພາບ​ຖືກປະ ປ່ອຍ ​ໃຫ້​ຊຸດ​ໂຊມ​ເສຍ​ຫາຍ ​ໂດຍອະດີດ​ລັດຖະບານ​ທະຫານ ຜະ​ເດັດ​ການ​ແລະສໍ້​ລັດ​ບັງຫຼວງນັ້ນ.

XS
SM
MD
LG