ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ ອອງ ຊານ ຊູ ຈີ ຂໍຂະມາໂທດ ທີ່ບໍ່ໄດ້ສະເໜີຊື່ຕົນເອງ ເປັນ ປະທານາທິບໍດີ ມຽນມາ


Myanmar Suu Kyi
please wait
Embed

No media source currently available

0:00 0:00:38 0:00

ພັກ​ສັນນິບາດແຫ່ງ​ຊາດ ​ເພື່ອ​ປະຊາທິປະໄຕ ຫລື NLD ຂອງ
ມຽນມາ ທີ່​ໄດ້ຮັບ​ໄຊ​ຊະນະ​ຢ່າງຢ່າງຖ້​ວມລົ້ນ​ ​ໃນ​ການ​ເລືອກ​
ຕັ້ງ​ສະພາ​ແຫ່ງ​ຊາດ ​ເມື່ອ​ເດືອນ​ພະຈິກປີ​ກາຍ ​ໄດ້​ຕັດສິນ​ໃຈ
​ໃນ​ວັນ​ພະຫັດ​ອາທິດ​ແລ້ວນີ້​ວ່າ ຈະ​ບໍ່​ສະ​ເໜີ​ຊື່ ທ່ານ​ນາງ
Aung San Suu Kyi ຜູ້ນຳຂອງ​ພັກ ​ໄປ​ໃຫ້​ສະພາ​ພິຈາລະ
ນາ ເພື່ອ​ເປັນປະທານາທິບໍດີ ຫຼື​ຮອງ​ປະທານາທິບໍດີ. ຢູ່​ໃນ​ຂໍ້
​ໜຶ່ງ​ຂອງ​ລັດຖະທຳ​ມະນູນ​ ທີ່ຂຽນ​ໂດຍ​ພວກທະຫານ ​ໄດ້​ກີດ
​ກັ້ນ​ທ່ານ​ນາງ​ ບໍ່​ໃຫ້ເຂົ້າ​ຮັບ​ຕຳແໜ່​ງສູງ​ສຸດດັ່ງ ກ່າວຂອງ​ປະ
​ເທດ ​ເພາະວ່າ ພວກ​ລູກ​ຊາຍ​ຂອງ​ທ່ານ​ນາງ ​ເປັນ​ຄົນ ສັນ
ຊາດຕ່າງປະ​ເທດ. ນັກ​ຂ່າວວີ​ໂອ​ເອ Steve Herman ມີ
ລາຍ​ງານ​ຈາກສະພາ​ມຽນມາ ທີ່​ນະຄອນຫລວງ Naypyitaw
ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ມັນ​ເປັນວັນ​ທີ່​ຫວານຊື່ນ​ ​ແລະ​ຂົມ​ຂື່ນ​ພ້ອມໆ​ກັນ​ສຳລັບບັນດາ​ສະມາຊິກ​ສະພາ ​ພັກສັນ
ນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ ຫລື NLD ​ໃນ​ຂະນະ​ທີ່​ເຂົາ​ເຈົ້າບໍ່​ສາມາດ​ຕື່ມຊື່
ທ່ານ​ນາງ Aung San Suu Kyi ​ເຂົ້າໃສ່​ບັນຊີ ຜູ້ທີ່ຈະ​ຖືກ​ເລືອກ​ເປັນປະທານາທິບໍດີ
ມຽນມາຄົນ​ຕໍ່​ໄປ.

ທ່ານ Nay Myo Thet ສະມາຊິກ​ສະພາ ພັກ NLD ກ່າວ​ວ່າ “ຂ້າ ພະ​ເຈົ້າ​ເສຍໃຈ
ຫລາຍ ທ່ານ​ນາງ​ເປັນ​ປະທານາທິບໍດີທີ່​ເໝາະ​ສົມທີ່​ສຸດ. ​ແຕ່ ຫວັງ​ວ່າ​ວັນ​ໜຶ່ງ
ທ່ານ​ນາງ​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິບໍດີ.”

ຜູ້​ສະມັກ​ຄົນ​ສຳຄັນ ຂອງ​ພັກ NLD ທີ່​ຈະ​ເປັນ​ປະທານາທິບໍດີມຽນມາ ​ແມ່ນທ່ານ Htin
Kyaw ຊຶ່ງ​ໄດ້​ຮັບ​ການ​ສຶກສາ​ຈາກມະຫາວິທະຍາ​ໄລ Oxford ທີ່ບໍ່​ໄດ້​ຖືກ​ຮັບເລືອກແຕ່​
ເປັນ​ບຸກຄົນທີ່ຜູ້ນຳ​ພັກ​ໄວ້​ເນື້ອ​ເຊຶ່ອ​ໃຈ.

ບັນດາ​ສະມາຊິກ​ສະພາ ພັກ NLD ຈະ​ຖືກແນະນຳ ​ໃຫ້​ປ່ອນ​ບັດ​ເອົາ ທ່ານ ​ເພາະສະ​ນັ້ນ
ຈຶ່ງ​ເປັນ​ທີ່​ແນ່ນອນ​ວ່າ ທ່ານ​ຈະ​ໄດ້​ເປັນ​ປະທານາທິ ບໍດີ​ຄົນ​ຕໍ່​ໄປ ພ້ອມ​ທັງໄດ້​ຮັບ​ສົມ​ຍາ
​ນາມວ່າ ເປັນ​ຫຸ່ນ ​ຂອງທ່ານ​ນາງ Aung San Suu Kyi ຜູ້​ທີ່​ໄດ້​ກ່າວ​ວ່າ ທ່ານ​ນາງ​ຈະ​ຢູ່່
​ເໜືອ​ປະທານາທິບໍດີ.


ທ່ານ​ນາງ Zin Mar Aung ສະມາຊິກ​ສ​ະພາອີກ​ຄົນ​ນຶ່ງ ​ຂອງ​ພັກ NLD ກ່າ​ວວ່າ “ປະ
​ເທດ​ຄື​ດັ່ງມຽນມາ ທີ່ຕົກຢູ່ສະຖານະ​ການແບບນີ້ ຂ້າພະ​ເຈົ້າ​ຄິດ​ວ່່າ ມັນ​ມີ​ຄວາມ​ຈຳ​
ເປັນ ​ເພາະວ່າ ​ແມ່ນ​ແຕ່​ລັດຖະທໍາ​ມະນູນ​ຂອງພວກ​ເຮົາ​ກໍບໍ່ແມ່ນລັດ​ຖະທຳ​ມະນູນ
​ທີ່​ເປັນ​ປະຊາທິປະ​ໄຕ. ພາຍ​ໃຕ້​ສະຖານະ​ການດັ່ງກ່າວ ​ການ​ເຄື່ອນ​ໄຫວ​ໄປ​ໜ້າຈະ​
ເປັນການດີ​ທີ່ສຸດ.”

ທ່ານ​ Moe Shwe ສະມາຊິກ​ສະພາ ພັກ NDL ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ທ່ານ​ນາງ
​ສາມາດ​ບໍລິຫານ​ປະ​ເທດ​ໄດ້ຈາກ​ໜ້າ​ທີ່​ການ​ໃດໆ​ກໍ​ຕາມ​ທີ່​ທ່ານ​ນາງ​ກຳຢູ່.”

ທ່ານ​ນາງ Aung San Suu Kyi ບໍ່​ໄດ້​ຢູ່​ໃນ​ສະພາ​ຕໍ່າ ​ຂະນະ​ທີ່​ມີ​ການສະ​ເໜີ​ຊື່. ​ແຕ່​
ທ່ານ​ນາງ​ໄດ້​ອອກ​ຈົດ​ໝາຍ​ທີ່​ທ່ານ​ນາງ​ໄດ້​ລົງ​ນາມ ສະ​ບັບໜຶ່ງ ​ຜ່ານ​ທາງຕາໜ່າງ​ສື່
​ສັງຄົມ ຂໍ​ຂະ​ມາ​ໂທດ ​ຕໍ່ບັນດາ​ຜູ້​ສະ ໜັບສະໜູນ​ທ່ານນາງ ທີ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຜິດ​
ຫວັງ ​ໂດຍຂໍ​ຮ້ອງ​ໃຫ້​ພວກເຂົາ​ເຈົ້າ​ຮັບ​ເອົາ​ສະພາບ​ການໂຕ​ຈິງ ​ແລະ​ກ່າວ​ວ່າ ທ່ານ​
ນາງ​ຈະ​ສະຫງວນ​ທ່າ​ທີ ຊຶ່ງມີ​ການ​ຕີຄວາ​ມໝາຍວ່່າ ​ເປັນ​ການຂໍ​ຮ້ອງ ​ໃຫ້ມີ​ຄວາມ
ອົດທົນ ​ແລະ​ມີ​ການ​ໃຫ້​ຄຳ​ປະຕິຍານວ່າ ທ່ານ​ນາງ ​ໃນມື້​ໃດ​ມື້​ໜຶ່ງ​ຈະໄດ້ເປັນປະ
ທານ​ນາ​ທິບໍດີຢ່າງ​ແນ່ນອນ​
.”

Myanmar Presidency
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG