ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າແຂວງ ແຂວງອັດຕະປື ຄົນໃໝ່ ເນັ້ນໜັກວ່າ ຈະລົງໂທດ ຜູ້ພົວພັນລັກລອບ ຄ້າຂາຍໄມ້ເຖື່ອນ


ການຕັດໄມ້ເຖື່ອນຢູ່ແຂວງອັດຕະປື.
ການຕັດໄມ້ເຖື່ອນຢູ່ແຂວງອັດຕະປື.

ເຈົ້າ​ແຂວງ ​ແຂວງ​ອັດ​ຕະປືຄົນ​ໃໝ່ ຢືນຢັນ​ວ່າ ຈະ​ດຳ​ເນີນ​ຄະດີ​ເພື່ອ​ລົງ​ໂທດ ຕາມ​ກົດ
ໝາຍ ຕໍ່​ພະນັກງານ​ລັດຖະບານ​ທຸກ​ຄົນ ທີ່​ກ່ຽວ​ຂ້ອງ​ກັບ​ການ​ລັກລອບ ຂົນ​ສົ່ງ​ໄມ້​ທ່ອນ
​ຈາກ​ແຂວງ​ອັດ​ຕະປື ​ໄປ​ຍັງ​ຊາຍ​ແດນ​ຫວຽດນາມ ຊື່​ງຊົງລິດ​ໂພນ​ເງິນ ນັກຂ່າວ ວີ​ໂອ​ເອ
ມີ​ລາຍງານ​ຈາກ​ບາງກອກ.

ທ່ານ​ເລັກ ​ໄຊ​ຍະ​ພອນ ​ເຈົ້າ​ແຂວງ ​ແຂວງ​ອັດ​ຕະປືຄົນ​ໃໝ່ ຊຶ່ງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​
ແທນ​ຕຳ​ແໜ່​ງຂອງ ທ່ານ​ນາມ ວິ​ຍະ​ເກດ ​ເຈົ້າແຂວງ​ຄົນ​ເກົ່າ ນັບ​ຕັ້ງ​ແຕ່ວັນ​ທີ 21 ພະ
ຈິກ ປີ 2017 ​ເປັນ​ຕົ້ນ​ມາໄດ້​ຖະ​ແຫລ​ງຢືນຢັນເປັນ​ຄັ້ງ​ທຳ​ອິດວ່າ ທ່ານ​ຈະດຳ​ເນີນຄະດີ
​ເພື່ອ​ລົງ​ໂທດ​ຕາມ​ກົດໝາຍ​ຕໍ່​ພະນັກງານ​ລັດຖະບານ​ທຸກ​ຄົນ ທີ່​ມີ​ສ່ວນ​ໃນ​ການ​ກໍລະນີ​
ລົດ​ບັນທຸກສິນຄ້າ​ຈຳນວນ 27 ຄັນ ທີ່​ພະຍາຍາມ​ລັກລອບ​ຂົນ​ສົ່ງ​ໄມ້ທ່ອນ ຈາກ​ແຂວງ
​ອັດ​ຕະປື​ໄປຍັງ​ຊາຍ​ແດນ​ຫວຽດນາມ ທີ່​ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດຖະບານ​ລາວ​ສາ
ມາດຈັບ​ກຸມ​ໄດ້ໃນ​ເດືອນ​ພຶດສະພາ ທີ່​ຜ່າ​ມມາ ​ເຖິງ​ແມ່ນວ່າ​ທາ​ງການ​ລາວ​ຈະ​ໄດ້​ຂາຍ
​ໄມ້​ທ່ອນ​ທີ່​ຍຶດ​ໄດ້​ດັ່ງກ່າວ​ໄປ​ທັງ​ໝົດ​ແລ້ວ​ກໍ​ຕາມ ​ແຕ່ວ່າພິຍານ​ຫລັກ​ຖານ​ຕ່າງໆ​ນັ້ນຍັງ
​ຢູ່​ຄົບ​ຖ້ວນ ຈຶ່ງ​ບໍ່​ເປັນ​ບັນຫາ​ສຳລັບການ​ເອົາ​ຜິດ​ກັບ​ພະນັກງານ​ລັດ ທີ່​ກ່ຽວ​ຂ້ອງ​ໃນ​ເຫດ
ການ​ແຕ່​ຢ່າງໃດດັ່ງ​ທີ່ີທ່ານ​ເລັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ.

“ສຳລັບລົດໄມ້ 27 ຄັນ​ນີ້ ຄວາມ​ຄືບ​ໜ້າ​ຄື​ວ່າ​ປັດຈຸບັນ​ນີ້ ນຶ່ງພວ​ກເຮົາກະ​ໄດ້​ປະມູນ​
ຂາຍ​ໄມ້​ທີ່​ເປັນ​ຂອງກາງ​ແລ້ວ ​ແລະ​ບັນຫາ​ສອງ​ເລື່ອງພະນັກ​ງານທີ່​ກ່ຽວ​ຂ້ອງ ພວກ​
ຂ້າພະ​ເຈົ້າ​ກະ​ໄດ້​ໃຫ້​ເຂົາ​ປຽບການ​ນຳ​ໃຊ້​ມາດ​ຕະການ ລະ​ແມ່ນ​ພວກ​ເຈົາຈະ​ປະຕິ
ບັດ​ຕາມ​ກົດໝາຍ ​ແຕ່​ວ່າ​ຊິ​ເປັນ​ໄປ​ແນວ​ໃດ​ຫັ້ນກະ​ຂໍ​ໃຫ້​ເປັນ​ຂອດການ​ພິຈາລະ​ນະ​
ນາ ​ແຕ່​ວ່າ​ສຳຄັນ​ຫັ້ນ​ມີ​ແຕ່​ວ່າ​ອຳນາດ​ການ​ປົກຄອງ​ແຂວງ ກໍ​ຖືກ​ຄະນະ​ສະ​ເພາະ​ກິດ
ຈະ​ດຳ​ເນີນ​ຕາມ​ກົດໝາຍ ບໍ່​ໃຫ້​ກັງ​ວົນ​ວ່າ​ແຂວງ​ສີ​ໄປ​ຊີ​ນໍາ​ໂດຍ​ທີ່​ວ່າ​ບໍ່​ໄປ​ຕາມ​
ກົດໝາຍ.”

ທັ້ງນີ້​ລັດຖະບານ​ທຸກ 27 ຄັນ​ທີ່​ລັກລອບ​ຂົນ​ສົ່ງ​ໄມ້​ໂດຍ​ຜິດ​ກົດໝາຍ​ດັ່ງກ່າວ​ເປັນ​ລົດ​ບັນ
ທຸກ​ສິນຄ້າ​ຂອງ 5 ບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ ຊຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ດຳ​ເນີນ​ທຸລະ​ກິດ​ການ
​ຄ້າ​ຂາ​ອອກ ​ຂາ​ເຂົ້າ​ມາ​ນານ​ແລ້ວ​ຂຈຶ່ງ​ເຊື່ອ​ວ່າ​ມີ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ເຂົ້າ​ໄປ​ກ່ຽວ​
ຂ້ອງ​ດ້ວຍ ​ໂດຍ​ທີ່ທ່າ​ນນາມ ວິ​ຍະ​ເກດ ກໍ​ໄດ້​ຖ​ະ​ແຫລ​ງຢືນຢັນ​ໃນ​ຂະນະ​ທີ່​ຍັງ​ເປັນ​ເຈົ້າ
​ແຂວງ ອັດ​ຕະປື​ວ່າບັນຫາ​ນີ້​ແມ່ນ​ບັນຫາ​ທີ່​ຊໍາ​ເຮື້ອ​ມາ​ໄດ້​ຫລາຍປີ​ແລ້ວ ​ໂ​ດຍສຳລັບ​ພາກ​
ທຸລະ​ກິດ​ກໍ​ຖືກ​ການ​ອຳນວຍ​ໂອກາດ ​ເພື່ອ​ໃຫ້​ໄດ້​ກຳ​ໄລ​ຢ່າງ​ຫລວງຫລາຍ ສ່ວນ​ພາກ​ລັດ
​ນັ້ນ​ກໍ​ລົ້ມ​ແຫລວ​ໃນ​ການ​ຄຸ້ມ​ຄອງ ​ແລະ​ກາຍ​ເປັນ​ພະຍາດ​ຊໍາ​ເຮື້ອ​ພາຍ​ໃນ​ອົງ​ການ​ຂອງ​ລັດຖະບານ​ເອງ ຫາກ​ແຕ່​ວ່າ​ທ່ານ​ນາມ​ກໍ​ບໍ່​ມີ​ໂອກາດ​ທີ່​ຈະ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້ ​ເພາະ
​ຖືກ​ຍ້າຍ​ຈາກ​ເຈົ້າ​ແຂວງໆ​ອັດ​ຕະປື ​ໄປ​ຮັບ​ຕຳແໜ່​ງ​ໃໝ່​ຢູ່​ທີ່​ສະພາ​ວິທະຍາສາດ​ສັງຄົມ
​ແຫ່ງຊາດ ນັບ​ແຕ່​ວັນ​ທີ 21 ພະຈິກ​ເປັນ​ຕົ້ນ​ມາ.

ທາງ​ດ້ານ​ທ່ານ​ຄຳ​ລຸຍ ຍາດຕິ​ວົງ ຫົວໜ້າ​ແຜນ​ກະສິກຳປ່າ​ໄມ້ ​ແຂວງ​ສະຫວັນ​ນະ​ເຂດ
ຍອມຮັບ​ວ່າ​ຍັງ​ຄົງ​ມີ​ການ​ລັກ​ລອບຕັດ​ໄມ້​ຢູ່​ໃນ​ເຂດ​ຊາຍ​ແດນ​ລາວ ​ແລ້ວກະ​ລັກລອບຂົນ
ສົ່ງ​ໄປ​ຍັງ​ຫວຽດນາມ ​ເກີດ​ຂຶ້ນ​ຢູ່​ເລື້ອຍ​ມາ ​ໂດຍ​ເຖິງ​ແມ່ນ​ວ່າ​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ຂອງນາຍົກລັດຖະມົນ​ຕີ ເລກທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງປະ
​ເທດ​ຢ່າງ​ເດັດຂາດ ນັບ​ຈາກ​ເດືອນ​ພຶດສະພາ 2016 ​ເປັນ​ຕົ້ນ​ມາແລ້ວກໍ​ຕາມ ​ແຕ່​ກໍ​ລັງ​ບໍ່​
ສາມາດ​ສະ​ກັດ​ກັ້ນ​ໄດ້​ຢ່າງ​ສິ້ນ​ເຊີງ ​ເພາະ​ຂາດ​ປະສິດທິພາບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂອງ​
ການ​ກາດສ່ວນ​ທີ່​ກ່ຽວຂ້ອງ.

ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ແຂວງ​ຄຳ​ມ່ວນ ທີ່​ອຳນາດ​ການ​ປົກຄອງ​ແຂວງ​ກໍ​ໄດ້​ສັ່ງ​ປິດ​ໂຮງງານ
​ປຸງ​ແຕ່ງ​ໄມ້ເຖິງ 281 ​ແຫ່ງທີ່​ດຳ​ເນີນ​ທຸລະ​ກິດ​ໂດຍ​ຜິດ​ກົດໝາຍ ສ່ວນ​ການ​ກວດກາ​ເພື່ອ​
ສະກັດ​ກັ້ນ ​ແລະ​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ໃນ​ແຂວງ​ຄຳມ່ວນ​ໃນ​ສ່ວງ 5 ປີ​ທີ່​ຜ່ານ​ມາ​ຊຶ່ງ
​ໄດ້​ທຳ​ການ​ກວດກາ 15 ​ເປົ້າ​ໝາຍ​ທີ່​ຖືກ​ຮ້ອງ​ຮຽນ​ຫລາຍ​ທີ່​ສຸດ​ນັ້ນ​ພົບ​ວ່າການ​ສໍ້​ລາດ​ບັງ​
ຫລວງ​ເຮັດ​ໃຫ້​ລັດ​ເສຍ​ຫາຍ​ກວ່າ 197 ລ້ານ​ທັງ​ຍັງ​ກວດ​ພົບ​ກາ​ນລັກ​ລອບ​ຄ້າ​ໄມ້​ຜິດ​ກົດ
ໝາຍ​ໃນ​ປະລິມານເກີນ​ກວ່າ 4.7 ລ້ານ​ແມັດ​ກ້ອນ​ທີ່​ລັກລອບຂົນ​ສົ່ງ​ໄປ​ຍັງ​ຫວຽດນາມ
​ອີີກ​ດ້ວຍ

ທາງ​ດ້ານ Global Witness ອົງກາ​ນອະນຸ​ລັດ​ຮັກສາ​ສິ່ງ​ແວດ​ລ້ອມ ຊາດ​ສາກົນ ລາຍ​
ງານ​ວ່າ ບັນດາ​ບໍລິສັດ​ຄ້າ​ໄມ້​ຂອງ​ຫວຽດນາມ​ເປັນກການ​ທຸລະ​ກິດ​ທີ່​ຮັບ​ຊື້​ໄມ້​ທີ່​ລັກລອບ
ຂົນ​ສົ່ງ​ອອກ​ຈາ​ລາວ​ໄປ​ໃນ​ຫວຽດນາມ​ຫລາຍ​ທີ່​ສຸດ ຊຶ່ງ​ເຮັດ​ໃຫ້​ລະບົບ​ການ​ບໍລິສັດ​ຄ້າ​
ໄມ້​ຂອງ​ຫວຽດນາມ​ກາຍເປັນ​ຜູ້​ສົ່ງ​ອອກ​ສິນຄ້າ​ປະ​ເພດ​ໄມ້​ແປ​ຮູບ (furniture) ​ໄປ​ຂາຍ
​ໃນ​ຕະຫລາດ​ຕ່າງປະ​ເທດ​ເປັນອັນ​ດັບ​ທີ 1 ຂອງ​ໂລກ​ໃນ​ປັດຈຸບັນນີ້.

XS
SM
MD
LG