ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຕໍ່ຄົນເອເຊຍໃນ ສຫລ ໄດ້ເພີ່ມຂຶ້ນ 150 ເປີເຊັນ ໃນໄຕມາດທຳອິດ ຂອງປີ 2021


ສະມາຊິກສະພາຕໍາ Grace Meng (ກາງ) ແລະຜູ້ນໍາສຽງສ່ວນຫລາຍໃນສະພາສູງ, ທ່ານ Chuck Schumer ຢູ່ກອງປະຊຸມຖະແຫລງຂ່າວເລື້ອງຮ່າງກົດໝາຍຕ້ານການກໍ່ອາຊະຍາກໍາເກີດຈາກຄວາມກຽດຊັງຄົນເອເຊຍ,ໃນນະຄອນນິວຢອກ, ວັນທີ 19 ເມສາ 2021
ສະມາຊິກສະພາຕໍາ Grace Meng (ກາງ) ແລະຜູ້ນໍາສຽງສ່ວນຫລາຍໃນສະພາສູງ, ທ່ານ Chuck Schumer ຢູ່ກອງປະຊຸມຖະແຫລງຂ່າວເລື້ອງຮ່າງກົດໝາຍຕ້ານການກໍ່ອາຊະຍາກໍາເກີດຈາກຄວາມກຽດຊັງຄົນເອເຊຍ,ໃນນະຄອນນິວຢອກ, ວັນທີ 19 ເມສາ 2021

ການໂຈມຕີຕໍ່ຄົນເຊື້ອສາຍເອເຊຍໃນ 16 ເມືອງໃຫຍ່ທີ່ສຸດຂອງອາເມຣິກາໄດ້ເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ ເຖິງ 150 ເປີເຊັນ ໃນໄຕມາດທຳອິດຂອງປີ 2021 ເຊິ່ງໄດ້ສືບຕໍ່ການເພີ່ມຂຶ້ນ ທີ່ເກີດມາຈາກການລະບາດຂອງໄວຣັສໂຄໂຣນາ, ອີງຕາມຂໍ້ມູນຂອງຕໍາຫລວດທີ່ສະແດງໃຫ້ເຫັນ.

ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງເຫດການນີ້ ແມ່ນເກີດຂຶ້ນຢູ່ໃນຕົວເມືອງໃຫຍ່ໆ ຂອງສະຫະລັດ ໃນປີກາຍນີ້ ແລະເກີດຂຶ້ນໃນຂະນະທີ່ລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ເອົາບາດກ້າວສະກັດກັ້ນຄວາມຮຸນແຮງ ທີ່ພວກນັກເຄື່ອນໄຫວກ່າວວ່າ ສ່ວນນຶ່ງໄດ້ເພີ້ມຂຶ້ນຍ້ອນຖ້ອຍຄໍາ ທີ່ກໍ່ໃຫ້ເກີດຄວາມກຽດ ຊັງຫລາຍຂຶ້ນ ຂອງອະດີດປະທານາທິບໍດີ ດໍໂນລ ທຣໍາ ກ່ຽວກັບຕົ້ນກຳເນີດຂອງໄວຣັສມາຈາກຈີນ. ສະມາຊິກສະພາຕໍ່າຂອງສະຫະລັດ ກຳລັງພິຈາລະນາຮ່າງກົດໝາຍ ທີ່ໄດ້ຮັບການຮັບຮອງເອົາໂດຍສະພາສູງໃນອາທິດແລ້ວນີ້ ເຊິ່ງຈະສ້າງຕຳແໜ່ງໃໝ່ຂຶ້ນ ໃນກະຊວງຍຸຕິທຳ ທີ່ອຸທິດໃຫ້ແກ່ການແກ້ໄຂບັນຫານີ້.

ຂໍ້ມູນຂອງຕຳຫຼວດທີ່ ລວບລວມໂດຍສູນການສຶກສາດ້ານຄວາມກຽດຊັງ ແລະຫົວຮຸນແຮງຈັດ ທີ່ມະຫາວິທະຍາໄລຂອງລັດຄາລິຟໍເນຍ, ເມືອງແຊນ ເບີນາດິໂອ (San Bernardino) ແລະ ສະໜອງໃຫ້ວີໂອເອ, ສະແດງໃຫ້ເຫັນວ່າ ກົມຕຳຫຼວດໄດ້ສືບສວນພົບວ່າ ມີການໂຈມຕີທັງໝົດ 90 ຄັ້ງ ຕໍ່ຊາວອາເມ ຣິກັນເຊື້ອສາຍເອເຊຍໃນ 16 ຕົວເມືອງທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດ ໃນໄຕມາດທຳອິດຂອງປີນີ້ ເຊິ່ງເພີ່ມຂຶ້ນຈາກ 36 ຄັ້ງ ໃນໄຕມາດທຳອິດຂອງປີ 2020.

16 ຕົວເມືອງ ທີ່ໄດ້ຮັບການສຶກສາຄົ້ນຄວ້າ ໂດຍສູນກາງດັ່ງກ່າວ ທີ່ປະກອບມີ ນິວຢອກ, ລອສແອນເຈີແລັສທີ່ເປັນສອງເມືອງທີ່ມີປະຊາກອນຫຼາຍທີ່ສຸດ, ກວມ ເອົາປະມານ 8 ເປີເຊັນຂອງພົນລະເມືອງສະຫະລັດ. ໃນຂໍ້ມູນດ້ານການກໍ່ອາຊະຍາກຳຍ້ອນຄວາມກຽດຊັງຄັ້ງຫຼ້າສຸດ ຂອງອົງການສັນຕິບານກາງ ຫລື FBI ຂອງສະຫະລັດ ໂດຍລວມແລ້ວ 16 ເມືອງດຽວກັນນີ້ ກວາມເອົາການກໍ່ອາຊະຍາກຳຍ້ອນຄວາມກຽດຊັງ ຫຼາຍກວ່າ 21 ເປີເຊັນ ຂອງການອາຊະຍາກຳ ທີ່ ເກີດຈາກຄວາມກຽດຊັງທັງໝົດ ໃນປີ 2019.

ທ່ານໄບຣອັນ ເລວິນ (Brian Levin), ຜູ້ອໍານວຍການສູນການສຶກສາ ດ້ານ ຄວາມກຽດຊັງ ແລະຫົວຮຸນແຮງຈັດກ່າວວ່າ "ຂໍ້ມູນເບື້ອງຕົ້ນເຫຼົ່ານີ້ສະແດງໃຫ້ເຫັນວ່າໃນຕົວເມືອງໃຫຍ່ໆເຫຼົ່ານັ້ນ ທີ່ມີປະຫວັດການເກັບກຳລາຍງານຕໍ່ຕ້ານຄົນເອເຊຍທີ່ຍາວທີ່ສຸດ ແມ່ນມີການຍົກລະດັບໃຫ້ສູງຂຶ້ນ ຫລືມີການກໍ່ອາຊະຍາກຳຍ້ອນຄວາມກຽດຊັງເພີ້ມຂຶ້ນໂດຍໄດ້ຂະຫຍາຍອອກຫລາຍໃນປີ 2021". "ພວກເຮົາມີການກໍ່ອາຊະຍາກຳທີ່ເກີດຈາກຄວາມກຽດຊັງໃນໄຕມາດທຳອິດຂອງປີ 2021 ໃນຕົວເມືອງເຫຼົ່ານີ້ ຫຼາຍກ່ວາໃນປີ 2019 ກ່ອນມີການລະບາດຂອງ ພະຍາດໂດຍທັງໝົດຢູ່ແລ້ວ ແລະໃນບາງບ່ອນກໍແມ່ນຫລາຍກວ່າໃນປີ 2020."

ນະຄອນນິວຢອກ, ເຊິ່ງມີຈຳນວນພົນລະເມືອງອາເມຣິກັນເຊື້ອສາຍເອເຊຍສູງທີ່ສຸດໃນປະເທດ, ກວາມເອົາເກືອບຮອດເຄິ່ງນຶ່ງຂອງຈໍານວນເຫດການທີ່ເກີດຂຶ້ນ ໃນປີ 2021, ຊຶ່ງໄດ້ລາຍງານວ່າມີການກໍ່ອາຊະຍາກໍາຍ້ອນຄວາມກຽດຊັງ 42 ຄັ້ງ ໃນໄຕມາດທຳອິດຂອງປີນີ້ - ເຊິ່ງເພີ່ມຂຶ້ນ 223 ເປີເຊັນ ຈາກ 13 ຄັ້ງ ໃນໄຕມາດທຳອິດຂອງປີກາຍນີ້. ການໂຈມຕີຕໍ່ຊາວເອເຊຍທີ່ອາໄສຢູ່ໃນນິວຢອກໄດ້ສືບຕໍ່ມາຮອດເດືອນເມສາ ໂດຍທີ່ມີອີກ 24 ເຫດການ ທີ່ຖືກລາຍງານໃນສາມອາທິດທຳອິດຂອງເດືອນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG