ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສິບສາມຄົນ ເສຍຊີວິດ ໃນເຫດວາງລະເບີດ ຢູ່ຕະຫລາດ ໃນອິຣັກ


ມີ​ຜູ້​ເສຍ​ຊີ​ວິດ 13 ຄົນ ​ຈາກການວາງລະເບີດ ສະລະຊີບ ໃນກຸງ​​ແບກ​ແດດ
ມີ​ຜູ້​ເສຍ​ຊີ​ວິດ 13 ຄົນ ​ຈາກການວາງລະເບີດ ສະລະຊີບ ໃນກຸງ​​ແບກ​ແດດ
ລະ​ເບີດທີ່ຫ້າງ​ໃ​ສ່ລົດສອງ​ຄັນ ​ແລະ​ຜູ້​ໂຈມຕີ​ສະລະ​ຊີບຄົນ​ນຶ່ງ
​ໄດ້​ສັງຫານ​ຢ່າງໜ້ອຍ 13 ຄົນ​ ໃນອີຣັກ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ລະ​ເບີດ​ໄດ້ແຕກຂື້ນ​ໃນ​ວັນ​ຈັນ​ມື້​ນີ້
ຢູ່​ຕະຫລາດ​ແຫ່ງ​ນຶ່ງ ​ໃນເມືອງ Jadida al-Shat ​ທີ່​ມີຊາວ
Shi’ite ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່ ປະມານ 40 ກິ​ໂລ​ແມດ
ທາງ​ທິດເໜືອ​ຂອງ ນະຄອນຫລວງ Bagdhdad.

ການ​ໂຈມຕີ​ເກີດ​ຂື້ນ ​ນຶ່ງ​ມື້​ຫລັງ​ຈາກການໂຈມ​ຕີສະລະ​ຊີບດ້ວຍ​ລະ​ເບີດ​ລົດ​ ຢູ່​ໃນ​ເມືອງ​ຫລວງ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກຢ່າງ​ໜ້ອຍ 18 ຄົນ ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ເກີດ​ຢູ່ຄຸ້ມ​ Kadhimiyah ຂອງ​ຊາວ Shi’ite ໃນແບກ​ແດດ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຮັບ​ຜິດ​ຊອບ ສໍາລັບ​ການ​ໂຈມ​ຕີ​ຄັ້ງ​ຫລ້າ​ສຸດນີ້.

ຄວາມ​ຮຸນ​ແຮງໃນ​ອີຣັກ ​ໄດ້​ເພີ້​ມຂື້ນ​ໃນ​ບໍ່​ເທົ່າ​ໃດອາທິດ​ທີ່​ຜ່ານ​ມາ ​ພາ​ໃຫ້​ມີຄວາມ​ເປັນ​ຫ່ວງ​ຕໍ່​ການ​ກັບ​ຄືນ​ມາ​ຂອງ​ການໂຈມ​ຕີກັນ​ລະຫວ່າງ​ກຸ່ມ​ສາສະໜາ. ພວກ​ເຈົ້າ​ໜ້າ​ທີ່​ ໄດ້ຖິ້ມໂທດ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ເມື່ອ​ມໍ່ໆ​ມາ​ນີ້ ​ໃສ່ພວກ​ກະບົດ ​ຊາວ Sunni ອິສລາມ ​ຫົວຮຸນແຮງ.
XS
SM
MD
LG