ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຮ້າຍ ຍິງໂຈມຕີ ໃສ່ຕຳຫຼວດ ແລະ ສະຖານກົງສຸນ ສະຫະລັດ ໃນປະເທດ ເທີກີ


ບັນດາຕຳຫຼວດ ເທີກີ ແລ່ນເພື່ອຫາທີ່ຄຸ້ມກັນ ໃນລະຫວ່າງ ການຍິງປະທະກັນຢູ່ໃກ້ກັບ ສະຖານທີ່ລະເບີດແຕກ ໃນຄືນທີ່ຜ່ານມາ ທີ່ສະຖານີຕຳຫຼວດ ໃນໝູ່ບ້ານ Sultanbeyli ນະຄອນ ອິສຕັງບູລ 10 ສິງຫາ 2015.
ບັນດາຕຳຫຼວດ ເທີກີ ແລ່ນເພື່ອຫາທີ່ຄຸ້ມກັນ ໃນລະຫວ່າງ ການຍິງປະທະກັນຢູ່ໃກ້ກັບ ສະຖານທີ່ລະເບີດແຕກ ໃນຄືນທີ່ຜ່ານມາ ທີ່ສະຖານີຕຳຫຼວດ ໃນໝູ່ບ້ານ Sultanbeyli ນະຄອນ ອິສຕັງບູລ 10 ສິງຫາ 2015.

ການ​ໂຈມ​ຕີ​ແນ​ໃສ່​ຕຳຫຼວດ ​ແລະ ທະຫານ​ຫຼາຍ​ຄັ້ງ​ໃນ​ວັນ​ຈັນ​ມື້​ນີ້​ໃນ​ປະ​ເທດ ​ເທີ​ກີ, ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ເສ​ຍຊີວິດ, ​ໃນ​ຂະນະ​ທີ່ການ​ຍິງຕື່ມ​ອີກແມ່ນໄດ້ໂຈມ​ຕີ​ສະຖານ​ກົງສຸນ ສະຫະລັດ ​ໃນ​ເມືອງ​ທີ່ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ.

ບໍ່​ມີ​ໃຜ​ໄດ້​ຮັບ​ບາດເຈັບ ເວລາສອງ​ຄົນ​ໄດ້​ຍິງ​ຖະຫຼົ່ມເຂົ້າ​ໃສ່​ ສະຖານ​ກົງສຸນ​ໃນ​ນະຄອນ ອິສຕັງ​ບູລ. ພວກ​ໂຈມ​ຕີດັ່ງກ່າວ​ສາມາດ​ຫຼົບໜີ​ອອກ​ຈາກ​ ຈຸດ​ເກີດ​ເຫດໄດ້ຫຼັງ​ຈາກ​ຕຳຫຼວດ​ໄດ້​ຍິງ​ໂຕ້​ຕອບ, ​ແຕ່ໃນ​ເວລາຕໍ່​ມາ​ໜຶ່ງຄົນ​ໃນ​ຈຳນວນຜູ້ໂຈມ​ຕີ​ເຊິ່ງ​ເປັນ​ແມ່ຍິງ ​ໄດ້​ຖື​ກຄວບ​ຄຸມ​ໂຕ​ໄວ້ໂດຍ​ຕຳຫຼວດ.

ຫຼາຍ​ຊົ່ວໂມງ​ກ່ອນ​ໜ້າ​ນັ້ນ​ໃນ​ຈຸດ​ອື່ນໆ​ຂອງ ນະຄອນ ອິສຕັງ​ບູລ, ​ລະເບີດ​ລູກ​ໜຶ່ງ​ໄດ້​ແຕກ​ຢູ່​ນອກ​ສະຖານີຕຳຫຼວດ ​ເຮັດ​ໃຫ້​ມີ 10 ຄົນ​ບາດເຈັບ​ລວມທັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ 3 ຄົນ. ອົງການ​ຂ່າວ​ລັດຖະບານ Anadolu ​ໄດ້​ອ້າງ​ຄຳ​ເວົ້າຂອງ​ຕຳຫຼວດ ອິສຕັງ​ບູລ ວ່າການໂຈມ​ຕີ​ນັ້ນ​ແມ່ນ “ການ​ກໍ່​ການ​ຮ້າຍ.”

​ໃນສະຖານ​ທີ່​ດຽວ​ກັນ, ​ໃນ​ເວລາ​ຕໍ່​ມາອີກ ​ຕຳຫຼວດໄດ້​ມີສ່ວນ​ໃນ​ການ​ຍິງ​ປະທ​ະກັນ​ກັບ​ພວກໂຈມ​ຕີ​ສອງ​ຄົນ ​ແລະ ​ໄດ້​ຂ້າ​ພວກ​ເຂົາ​ທັງ​ສອງ.

​ໃນ​ຂະນະ​ດຽວ​ກັນ, ທາງ​ພາກໃຕ້​ຂອງ ​ເທີ​ກີ, ລະ​ເບີດ​ຂ້າງ​ຖະໜົນ​ໄດ້ແຕກ​ຂຶ້ນ​ໃນ​ແຂວງ Sirnak ​ໃນ​ວັນ​ຈັນ​ມື້​ນີ້, ເຮັດໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ 4 ຄົນ​ເສຍຊີວິດ.

ຢູ່​ບ່ອນ​ອື່ນ​ຂອງ​ແຂວງ Sirnak, ຕັ້ງ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ​ ​ເທີ​ກີ ກັບ ຊີ​ເຣຍ ​ແລະ ອິຣັກ, ພວກ​ຫົວ​ຮຸນ​ແຮງ​ຊາວ ​ເຄີ​ດ ​ໄດ້​ຂ້າ​ທະຫານ​ຄົນ​ໜຶ່ງ​ຫຼັງ​ຈາ​ກພວກ​ເຂົາ​ໄດ້​ຍິງ​ໃສ່​ເຮືອບິນ​
ເຮລິ​ຄັອບ​ເຕີ​ທະຫານ​ ທີ່​ນຳ​ສົ່ງ​ທະຫາ​ນຫຼາຍ​ຄົນໄປ.

Turkey Violence 1st update
please wait

No media source currently available

0:00 0:01:33 0:00

XS
SM
MD
LG