ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢູ່ທີ່ ສປຊ ກຸ່ມຕາລີບານ ພວມຖືກກົດດັນ ໃຫ້ຕ່າວປີ້ນ ຂໍ້ຈຳກັດຕ່າງໆ ຕໍ່ສິດທິແມ່ຍິງ


ແຟ້ມພາບ - ທ່ານເຟີຣິຕ ຮົກສ໌ຮາ (Ferit Hoxha), ຜູ້ແທນຖາວອນປະຈຳອົງການສະຫະປະຊາຊາດ ຈາກປະເທດອາລບາເນຍ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ວັນທີ 21 ມິຖຸນາ 2022, ຢູ່ທີ່ສຳນັກງານໃຫຍ່ ຂອງ ສປຊ.
ແຟ້ມພາບ - ທ່ານເຟີຣິຕ ຮົກສ໌ຮາ (Ferit Hoxha), ຜູ້ແທນຖາວອນປະຈຳອົງການສະຫະປະຊາຊາດ ຈາກປະເທດອາລບາເນຍ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ວັນທີ 21 ມິຖຸນາ 2022, ຢູ່ທີ່ສຳນັກງານໃຫຍ່ ຂອງ ສປຊ.

ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ປະຊາຊົນຊາວອັຟການິສຖານ ໃນວັນພະຫັດວານນີ້ ພາຍຫຼັງຈາກຖືກກະທົບໂດຍແຜ່ນດິນໄຫວທີ່ຮ້າຍແຮງ ແຕ່ໃນຂະນະດຽວກັນ​ກໍ​ຍັງສືບຕໍ່ກົດດັນອຳນາດການປົກຄອງຂອງກຸ່ມຕາລີບານ ໃຫ້ຕ່າວປີ້ນຂໍ້ຈຳກັດຕ່າງໆຕໍ່ພວກແມ່ຍິງ ແລະເຮັດໃຫ້ປະເທດມີສະຖຽນລະພາບ.

ເອກອັກຄະລັດຖະທູດຂອງອາລບາເນຍ ທ່ານເຟີຣິຕ ຮົກສ໌ຮາ (Ferit Hoxha) ໄດ້ກ່າວຕໍ່ບັນດານັກຂ່າວໃນນາມຂອງບັນດາສະມາຊິກສະພາເກົ້າຄົນ ຈາກທັງໝົດ 15 ຄົນ ວ່າ “ພວກເຮົາຮຽກຮ້ອງຕໍ່ກຸ່ມຕາລີບານ ໃຫ້ຕ່າວປີ້ນນະໂຍບາຍຕ່າງໆໃນທັນທີ ແລະການປະຕິບັດ ຊຶ່ງໃນປັດຈຸບັນນີ້ ກຳລັງຈຳກັດສິດທິມະນຸດ ແລະເສລີພາບຂັ້ນພື້ນຖານຂອງພວກແມ່ຍິງ ແລະເດັກຍິງຊາວອັຟການິສຖານ ແລະໃນ​ຂະ​ນະດຽວ​ກັນ ​ກໍສືບຕໍ່ເຮັດໃຫ້ບັນຫາດ້ານມະນຸດສະທຳ, ເສດຖະກິດ ແລະສິດທິມະນຸດ ແລະວິກິດການດ້ານສັງຄົມ ຮ້າຍແຮງຂຶ້ນຕື່ມ ແລະບ່ອນທຳລາຍເປົ້າໝາຍຂອງສັນຕິພາບ ແລະສະຖຽນລະພາບທີ່ຍືນຍົງ ໃນອັຟການິສຖານ.”

ໃນວັນທີ 23 ມີນາ ອຳນາດການປົກຄອງຂອງຕາລີບານ ໄດ້ສືບຕໍ່ປະກາດການປິດໂຮງຮຽນຊັ້ນມັດທະຍົມສຳລັບພວກເດັກຍິງທັງຫຼາຍ. ອົງການສະຫະປະຊາຊາດ ກ່າວວ່າ ເດັກນ້ອຍຜູ້ຍິງປະມານ 1 ລ້ານ 1 ແສນຄົນ ໄດ້ຮັບຜົນກະທົບຈາກການປະກາດດັ່ງກ່າວ.

ຫົວໜ້າດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ທ່ານມາຣຕິນ ກຣີຟຟິດສ໌ (Martin Griffiths) ໄດ້ກ່າວເນັ້ນຢ້ຳຕໍ່ບັນດາສະມາຊິກສະພາ ວ່າ “ບໍ່ມີປະເທດໃດຢູ່ໃນໂລກ ແມ່ນມີລັດຖະບານ ທີ່ຫ້າມເດັກນ້ອຍຜູ້ຍິງບໍ່ໃຫ້ເຂົ້າໂຮງຮຽນມັດທະຍົມ.”

ດຳລັດຕ່າງໆຍັງມີຂໍ້ຈຳກັດໃນການເຄື່ອນຍ້າຍໄປມາຂອງພວກແມ່ຍິງ ຖ້າຫາກບໍ່ມີຜູ້ຊາຍທີ່ເປັນຍາດໄປນຳ ແລະຫາທາງກຳນົດອາຊີບທີ່ພວກເຂົາເຈົ້າອາດຈະເຮັດໄດ້. ໃນວັນທີ 7 ພຶດສະພາ ກຸ່ມຕາລີບານ ໄດ້ສັ່ງການໃຫ້ພວກແມ່ຍິງໝົດທຸກຄົນ ຄຸມຫົວແລະໜ້າຂອງເຂົາເຈົ້າ ເວລາຢູ່ໃນສາທາລະນະ ແລະໄດ້ຮຽກ ຮ້ອງໃຫ້ພວກເຂົາຢູ່ໃນເຮືອນ.

“ຖ້າກຸ່ມຕາລີບານ ຕ້ອງການມີສາຍສຳພັນທີ່ປົກກະຕິກັບປະຊາຄົມນານາຊາດ ຕ້ອງຕ່າວປີ້ນບາດກ້າວຕ່າງໆ ທີ່ຕົນໄດ້ເອົາ ເພື່ອຍົກເວັ້ນພວກແມ່ຍິງຈາກສັງຄົມ ການເມືອງ ແລະຊີວິດທາງດ້ານເສດຖະກິດ ໃນທັນທີ” ນັ້ນແມ່ຄຳເວົ້າຂອງຮັກສາການທີ່ປຶກສາດ້ານການເມືອງຂອງສະຫະລັດ ທ່ານນາງທຣີນາ ຊາຮາ ທີ່ໄດ້ກ່າວ.

ບໍ່ມີປະເທດໃດ ໄດ້ຮັບຮູ້ອຳນາດການປົກຄອງຂອງກຸ່ມຕາລີບານ ຜູ້ທີ່ໄດ້ເຂົ້າຢຶດອຳນາດ ໃນເດືອນສິງຫາປີກາຍນີ້ ຂະນະທີ່ກອງກຳລັງຂອງສະຫະລັດ ແລະເນໂຕ ໄດ້ຖອນໂຕອອກຈາກປະເທດນີ້.

ໃນຂະນະທີ່ສະພາບການດ້ານສິດທິມະນຸດ ໄດ້ຊຸດໂຊມລົງ ສະພາການດ້ານຄວາມໝັ້ນຄົງ ກໍກາຍເປັນສິງທີ່ບໍ່ສາມາດຄາດການໄດ້. ໃນຂັ້ນຕົ້ນ ການສິ້ນສຸດຂອງບັນຫາຂັດແຍ້ງຫຼັງຈາກກຸ່ມຕາລີບານໄດ້ເຂົ້າກຳອຳນາດ ກໍເຮັດໃຫ້ການເສຍຊີວິດຂອງພົນລະເຮືອນຫລຸດລົງ ແຕ່ຄວາມຮຸນແຮງກັບເພີ້ມຂຶ້ນອີກເທື່ອນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG