ລະເບີດທີ່ແຕກຂຶ້ນ 3 ຄັ້ງ ໃນນະຄອນຫຼວງໄນໂຣບີຂອງ
ເຄັນຢາ ໄດ້ສັງຫານ ຢ່າງນ້ອຍ 6 ຄົນ ແລະບາດເຈັບຊາວກວ່າ
ຄົນ ໃນການໂຈມຕີທີ່ມີການປະສານງານກັນນັ້ນ.
ເຫດລະເບີດທັງ 3 ໄດ້ແຕກຂຶ້ນໃນແລງວັນຈັນວານນີ້
ໃນຄຸ້ມທີ່ມີຊາວໂຊມາເລຍອາໄສ ຢູ່ເປັນສ່ວນໃຫຍ່.
ທ່ານ Benson Kibue ຫົວໜ້າຕຳຫຼວດຂອງນະຄອນ
ໄນໂຣບີ ໄດ້ກ່າວວ່າ ມີຢ່າງນ້ອຍ 25 ຄົນໄດ້ຮັບບາດເຈັບ.
ມີຮ້ານອາຫານ 2 ຮ້ານ ແລະຂ້າງນອກຂອງສຸກສາລາແຫ່ງນຶ່ງສຳລັບພວກແມ່ຍິງ ແມ່ນ ໄດ້ຖືກລະເບີດເສຍຫາຍ.
ກຸ່ມຫົວຮຸນແຮງ al-Shabab ຂອງໂຊມາເລຍ ໄດ້ຂົ່ມຂູ່ມາເປັນເວລາດົນນານແລ້ວ
ທີ່ຈະໂຈມຕີເຄັນຢາ ນອກຈາກວ່າ ເຄັນຢາຈະຖອນກອງກຳລັງທະຫານຂອງຕົນ
ອອກຈາກພາກ ໃຕ້ຂອງໂຊມາເລຍ.
ກຸ່ມ Al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີສູນການຄ້າ Westgate Mall ໃນນະຄອນໄນໂຣບີ ເມື່ອເດືອນກັນຍາແລ້ວນີ້ ທີ່ຍັງຜົນໃຫ້ມີ
ຢ່າງນ້ອຍ 67 ຄົນ ເສຍຊີວິດນັ້ນ.