ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 80 ຄົນ ເສຍຊີວິດ ໃນການໂຈມຕີດ້ວຍໂດຣນ ໃສ່ພິທີສຳເລັດການສຶກສາ ຂອງທະຫານຊີເຣຍ


ຮູບພາບຈາກ ກະຊວງປ້ອງກັນພົນລະເຮືອນຊີເຣຍ White Helmets ທີ່ເຫັນພວກພະນັກງານປະຕິບັດງານຢູ່ບ່ອນເກີດເຫດ ທາງພາກເໜືອຊອງເມຶອງ Jisr al-Shoughour ປະເທດຊີເຣຍ ວັນທີ 5 ຕຸລາ 2023
ຮູບພາບຈາກ ກະຊວງປ້ອງກັນພົນລະເຮືອນຊີເຣຍ White Helmets ທີ່ເຫັນພວກພະນັກງານປະຕິບັດງານຢູ່ບ່ອນເກີດເຫດ ທາງພາກເໜືອຊອງເມຶອງ Jisr al-Shoughour ປະເທດຊີເຣຍ ວັນທີ 5 ຕຸລາ 2023

ພວກເຈົ້າໜ້າທີ່ຊີເຣຍກ່າວວ່າ ຢ່າງໜ້ອຍ 80 ຄົນ ໄດ້ເສຍຊີວິດ ໃນວັນພະຫັດວານນີ້ ເວລາໂດຣນລຳນຶ່ງໂຈມຕີພິທີສຳເລັດການສຶກສາຂອງ​ພວກ​ທະຫານ ຢູ່ໃນເມືອງໂຮມ.

ອົງການຂ່າວເອພີ ໃຫ້ຂໍ້ສັງເກດກະຊວງສາທາລະນະສຸກຂອງຊີເຣຍ ລາຍງານວ່າຢ່າງໜ້ອຍ 240 ຄົນ ໄດ້ຮັບບາດເຈັບໃນການໂຈມຕີ. ບໍ່ເປັນທີ່ຈະແຈ້ງວ່າໃຜເປັນຜູ້ຮັບຜິດຊອບ ຕໍ່ການນອງເລືອດດັ່ງ​ກ່າວ.

ທະຫານໄດ້ຢືນຢັນວ່າ ໂດຣນຕິດລະເບີດໄດ້ແນເປົ້າໝາຍ ໃສ່ພິທີສຳເລັດການສຶກສາໃນຂະນະທີ່ໃກ້ຈະເສັດສິ້ນ. ພວກເຈົ້າໜ້າທີ່ທະຫານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບການເສຍຊີວິດ ຍົກເວັ້ນແຕ່ກ່າວວ່າ ພວກແມ່ຍິງ ແລະເດັກນ້ອຍພາກັນ ຢູ່ໃນບັນດາສະພາບການທີ່ຮ້າຍແຮງ.

ລັດຖະບານຂອງຊີເຣຍໄດ້ຮຽກຮ້ອງໃຫ້ໄວ້ອາໄລເປັນເວລາສາມວັນ ຊຶ່ງຈະເລີ້ມໃນວັນສຸກມື້ນີ້​ແກ່​ພວກ​ທີ່​ເສຍ​ຊີ​ວິດ.

ທະຫານໄດ້ຖີ້ມໂທດໃສ່ພວກຫົວແຮງຈັດ “ທີ່ໜູນຫລັງໂດຍກຳລັງສາກົນ​ທີ່​ຮູ້​ກັນ​ດີ” ໃນການໂຈມຕີ ​ໂດຍປາດສະຈາກການບອກຢ່າງສະເພາະເຈົາະຈົງ ແລະໄດ້ໃຫ້ຄຳໝັ້ນສັນຍາວ່າ “ຕົນຈະຕອບໂຕ້ດ້ວຍກຳລັງຢ່າງເຕັມທີ່ ແລະແ​ນ່ນອນຕໍ່ບັນດາອົງການພວກກໍ່ການຮ້າຍ ບໍ່ວ່າເຂົາເຈົ້າຢູ່ໃສ.”

ຫລັງຈາກການໂຈມຕີ ລັດຖະບານໄດ້ຖີ້ມລະເບີດໃສ່ເມືອງອີລິບ ຊຶ່ງ​ເປັນທີ່ໝັ້ນ​ຂອງພວກກະບົດທາງພາກຕາເວັນຕົກສຽງເໜືອຂອງ​ຊີເຣຍ. ມີການເສຍຊີວິດຫລາຍປານໃດຈາກການຖີ້ມລະເບີດຢູ່ທີ່ນັ້ນ ບໍ່ເປັນທີ່ຊາບໄດ້.

ໃນຕອນເຊົ້າວັນພະຫັດວານນີ້ ລັດຖະບານໄດ້ຍິງຖະຫລົ່ມ​ໃສ່ໝູ່ບ້ານນຶ່ງຢູ່ໃນເຂດ​ດັ່ງ​ກ່າວ ຖືກເຮືອນຂອງຄອບຄົວນຶ່ງ ແລະເຮັດ​ໃຫ້ແມ່ຍິງຜູ້ເຖົ້າຄົນນຶ່ງ ແລະລູກນ້ອຍຂອງລາວ ສີ່ຄົນ​ເສຍ​ຊີ​ວິດ ພ້ອມດ້ວຍບັນດາພະນັກງານຊ່ວຍ ເຫລືອ ອີງຕາມອົງ​ການ White Helmets ທີ່ເປັນອົງການອາສາສະໝັກປ້ອງກັນພົນລະເຮືອນ ທີ່ເຮັດວຽກຢູ່ພາກຕາເວັນຕົກສຽງເໜືອຂອງປະເທດຊີເຣຍ.

​ອົງ​ການ White Helmets ກ່າວວ່າ ພົນລະເຮືອນອີກເກົ້າຄົນ ຍັງໄດ້ຮັບບາດເຈັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG