ສະຫະລັດຍັງຄົງມີຄວາມໝັ້ນໝາຍທີ່ຈະຂະຫຍາຍພື້ນທີ່ສໍາລັບການມີສ່ວນຮ່ວມລະຫວ່າງປະເທດຂອງໄຕ້ຫວັນ, ນັ້ນຄືຄຳເວົ້າຂອງນັກການທູດອະວຸໂສຂອງສະຫະລັດຄົນນຶ່ງກ່າວໃນງານພົບປະກັບລັດຖະມົນຕີການຕ່າງປະເທດຂອງໄຕ້ຫວັນ ເຊິ່ງລວມມີ ທ່ານຮອງເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດເຂົ້າຮ່ວມດ້ວຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.
ຈີນເຊິ່ງອ້າງວ່າໄຕ້ຫວັນເປັນດິນແດນຂອງຕົນນັ້ນ, ຂັດຂວາງບໍ່ໃຫ້ປະເທດເກາະແຫ່ງນີ້ມີສ່ວນຮ່ວມໃນອົງການລະດັບໂລກເຊັ່ນ ອົງການສະຫະປະຊາຊາດ,ໂດຍກ່າວວ່າ ໄຕ້ຫວັນແມ່ນແຂວງນຶ່ງຂອງຈີນ ບໍ່ມີສິດທີ່ຈະເປັນປະເທດໄດ້.
ໃນການກ່າວຄໍາປາໄສ ຕໍ່ກອງປະຊຸມທາງອອນລາຍ ກ່ຽວກັບເປົ້າໝາຍການພັດທະນາທີ່ຍືນຍົງຂອງອົງການສະຫະປະຊາຊາດໃນມື້ວັນພຸດວານນີ້, ທ່ານເຈເຣມີ ຄອນຟອທ (Jeremy Cornforth), ຮອງຜູ້ອໍານວຍການ ຊຶ່ງທີ່ຈິງກໍຄືສະຖານເອກອັກຄະລັດຖະທູດສະຫະລັດ ປະຈໍາສະຖາບັນອາເມຣິກັນ ໃນໄຕ້ຫວັນ ຫຼື AIT ກ່າວວ່າ ໄຕ້ຫວັນ ຊຶ່ງມີຄວາມສາມາດທາງດ້ານເທັກໂນໂລຈີຢ່າງສູງນັ້ນ ແມ່ນມີຄວາມໝັ້ນໝາຍທີ່ຈະນຳໃຊ້ເທັກໂລໂລຈີ “ເພື່ອປະໂຫຍດສ່ວນລວມ.”
ທ່ານຄອນຟອທ ໄດ້ຕັ້ງຂໍ້ສັງເກດວ່າ ໄຕ້ຫວັນໄດ້ຖືກກີດກັນບໍ່ໃຫ້ມີສ່ວນຮ່ວມຢູ່ພາກສ່ວນທີ່ມີຄວາມໝາຍສໍາຄັນ ເຊິ່ງລວມເຖິງການປະຊຸມຂອງອົງການອະນາໄມໂລກ, ແຕ່ທ່ານກ່າວວ່າ ຢູ່ໃນທີ່ປະຊຸມດັ່ງກ່າວໄດ້ເນັ້ນເຖິງວິທີທາງຂອງໄຕ້ຫວັນ ໃນການນໍາໃຊ້ເທັກໂນໂລຈີຂອງຕົນຢ່າງກ້າຫານ ເພື່ອຊ່ວຍເຫຼືອປະຊາຄົມນານາຊາດ ແກ້ໄຂບັນຫາຕ່າງໆຮ່ວມກັນແນວໃດ.
“ສະຫະລັດຍັງຄົງມີຄວາມມຸ້ງໝັ້ນທີ່ຈະຂະຫຍາຍພື້ນທີ່ລະຫວ່າງປະເທດສໍາລັບໄຕ້ຫວັນ,” ທ່ານກ່າວຢູ່ໃນການສະແດງຄວາມຄິດເຫັນທີ່ນໍາອອກເຜີຍແຜ່ໂດຍສະຖາບັນ AIT ໃນມື້ວັນພະຫັດນີ້.
ສະຖາບັນ AIT ກ່າວວ່າ ຮອງເອກອັກຄະລັດຖະທູດສະຫະລັດ ປະຈໍາອົງການສະຫະປະຊາຊາດທ່ານເຈັຟຟຣີ ເພຣສະກັອດທ໌ (Jeffrey Prescott) ໄດ້ກ່າວປິດພິທີ, ຢ່າງໃດກໍ່ຕາມ ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆ ໃນການປິດປະຊຸມດັ່ງກ່າວນັ້ນ.
ວໍຊິງຕັນ ບໍ່ໄດ້ມີການພົວພັນທາງການທູດຢ່າງເປັນທາງການກັບໄຕ້ຫວັນ, ແຕ່ເປັນຜູ້ສະໜັບສະໜຸນທີ່ເຂັ້ມແຂງທາງດ້ານນານາຊາດ ແລະປະນາມການກົດດັນຂອງຈີນ ທີ່ມີຕໍ່ປະເທດເກາະແຫ່ງນີ້.
ລັດຖະມົນຕີກະຊວງການຕ່າງປະເທດຂອງໄຕ້ຫວັນທ່ານໂຈເຊັຟ ວູ (Joseph Wu) ກ່າວຢູ່ໃນກອງປະຊຸມດຽວກັນວ່າ ໄຕ້ຫວັນເປັນສະມາຊິກ “ທີ່ຂາດບໍ່ໄດ້ເລີຍ” ຂອງປະຊາຄົມນານາຊາດ.