ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຢູ່ທີ່ກອງປະຊຸມ ນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ, ບັນດາຜູ້ເຂົ້າຮ່ວມ ກ່າວວ່າ 'ແຮງມີຫຼາຍເທົ່າໃດ ຍິ່ງເປັນການດີ ຕໍ່ແຜນການຂອງຄູ່ແຂ່ງ ສະຫະລັດ-ອິນເດຍ'


ເພື່ອສະເຫຼີມສະຫຼອງວັນ​ຄົບ​ຮອບ​10 ປີ​ຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ, ປັກກິ່ງ ຈະເປັນເຈົ້າພາບຈັດການປະຊຸມສາກົນຢູ່ນະຄອນຫຼວງປັກກິ່ງໃນເດືອນໜ້ານີ້. ກ່ອນໜ້າງານນັ້ນ ຮົງກົງ ໄດ້ຈັດກອງປະຊຸມສຸດຍອດນຶ່ງແລວທາງນຶ່ງເສັ້ນທາງ. ນັກຂ່າວຊິນດີ ສຸຍ (Cindy Sui) ຖາມຜູ້ເຂົ້າຮ່ວມວ່າ ພວກເຂົາເຈົ້າຄິດແນວໃດ ກ່ຽວກັບຂໍ້ລິເລີ້ມພື້ນຖານໂຄງລ່າງ​ໃໝ່ທີ່ເປັນ​ຄູ່​ແຂ່ງ​ເພື່ອເຊື່ອມຕໍ່ກັບອິນເດຍ, ​ພາກຕາເວັນອອກກາງແລະຢູໂຣບ.

ມີຫຼາຍກວ່າ 70 ປະເທດທີ່ເປັນໂຕແທນເຂົ້າຮ່ວມກອງປະຊຸມຢູ່ ຮົງກົງ ໃນຄັ້ງນີ້. ນັບຕັ້ງແຕ່ເຈົ້າໜ້າທີ່ລັດຖະບານ ໄປຈົນຮອດນາ​ຍພາສາ, ພວກເຂົາເຈົ້າຈໍານວນຫຼາຍມາທີ່ນີ້ ເພື່ອຊອກຫາການລົງທຶນສໍາລັບໂຄງການພື້ນຖານໂຄງລ່າງ ອັນເປັນສ່ວນນຶ່ງຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ ເຊິ່ງມີເປົ້າໝາຍສໍາຄັນຫຼັກ ເພື່ອເຊື່ອມຕໍ່ປະເທດຕ່າງໆຜ່ານທາງການຄ້າ.

ໃນຂະນະທີ່ຜູ້ເຂົ້າຮ່ວມກອງປະຊຸມກ່າວວ່າ ພວກເຂົາເຈົ້າມຸ້ງໝັ້ນ ຕໍ່ໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຫຼື BRI, ພວກເຂົາເຈົ້າຍັງໄດ້ເປີດກວ້າງ ຕໍ່ການ ດໍາເນີນງານາ​ຂອງລິເລີ້ມທີ່​ເປັນ​ຄູ່ແຂ່ງ ​ເພື່ອເຊື່ອມຕໍ່ກັບອິນເດຍ, ​ພາກຕາເວັນອອກກາງ ແລະ ຢູໂຣບ.

ໃນນັ້ນລວມມີ ທ່ານເຮັນຣີ ເອັນດູກາ ອະວູຣີກູ (Henry Nduka Awuregu), ຜູ້ເຂົ້າຮ່ວມກອງປະຊຸມຈາກປະເທດ ໄນຈີເຣຍ, ​ເຊິ່ງທ່ານກ່າວວ່າ:

“ຂ້າພະເຈົ້າຄິດວ່າ ແຮງມີຫຼາຍປານໃດ​ຍິ່ງ​ເປັນ​ການ​ດີ, ​ໃຫ້​ມັນ​ມີ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້.”

ທ່ານຄາເລດ ໂມຮາເມັດ ອາລຈາສຊິມ (Khaled Mohamed Aljassim), ຈາກສະຫະລັດອາຣັບເອເມີເຣັສ ບໍ່ຄິດວ່າ ບັນດາປະເທດຕ່າງເຫຼົ່ານັ້ນ ຈໍາເປັນຕ້ອງເລືອກລະຫວ່າງຂໍ້ລິເລີ້ມ. ທ່ານກ່າວວ່າ:

“ພວກເຮົາເປີດກວ້າງສໍາລັບທຸກໆປະເທດ, ພວກເຮົາບໍ່ໄດ້ເລືອກ.”

ຜູ້ເຂົ້າຮ່ວມການປະຊຸມບາງຄົນ ຈາກບັນດາປະເທດທີ່ໄດ້ເຂົ້າຮ່ວມໂຄງການ BRI ກ່າວວ່າ ການມີການແຂ່ງຂັນຈາກ IMEC ອາດໝາຍເຖິງຂໍ້ຕົກລົງທີ່ດີ ກວ່າສໍາລັບປະເທດຕ່າງໆໃນຕະຫຼອດໄລຍະເສັ້ນທາງ.

ທ່ານອາເທີ ແຊນເດີສັນ (Arthurs Zandersons) ຈາກທ່າກໍາປັ່ນ ຣິກາ ກ່າວວ່າ ຕົວຢ່າງຄື ປະເທດນ້ອຍໆ ລັດເວຍ ໃນຂົງເຂດທະເລບາລຕິກ, ກໍາລັງຊອກຫາການລົງທຶນ ເພື່ອຊ່ວຍໃຫ້ພວກເຂົາເຈົ້າຈ່າຍຄ່າໃຊ້ຈ່າຍທີ່ຫຼວງຫຼາຍ ໃນການຍົກລະດັບສະຖານທີ່ຕ່າງໆຂອງພວກເຂົາເຈົ້າ ເພື່ອຮັບມືກັບການຂົນສົ່ງຕູ້ຄອນເທັນເນີ້ທີ່ມີຈໍານວນຫຼາຍກວ່າເກົ່າ, ແຕ່ພວກເຂົາເຈົ້າບໍ່ຕ້ອງການສູນເສຍການຄວບຄຸມເໜືອພື້ນຖານໂຄງລ່າງທີ່ສໍາຄັນດັ່ງກ່າວນີ້. ຈົນເຖິງຂະນະນີ້ ພວກເຂົາເຈົ້າຍັງບໍ່ທັນມີໂຄງການ BRI ເທື່ອ, ສ່ວນນຶ່ງ ກໍຍ້ອນຂໍ້ຈໍາກັດກ່ຽວກັບຄວາມຕ້ອງການສໍາລັບນັກລົງທຶນ, ເຊິ່ງລວມມີ ການສ້າງວຽກເຮັດງານທໍາຢູ່ໃນທ້ອງຖິ່ນຫຼາຍຂຶ້ນ.

ທ່ານອາເທີ ແຊນເດີຊັນ, ຜູ້ເຂົ້າຮ່ວມປະຊຸມຈາກລັດເວຍ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ມັນວິເສດຫຼາຍ. ຂ້າພະເຈົ້າຄິດວ່າ ແຮງມີການລົງທຶນຫຼາຍ, ແຮງດີຂຶ້ນ, ໂດຍສະເພາະແລ້ວ ສໍາລັບພວກເຮົາເອງ. ເມື່ອມອງຈາກທຸລະກິດທີ່ຄາດຫວັງໄວ້, ແນ່ນອນ ມີເງິນທຶນຫຼາຍຂຶ້ນ ແລະຍັງມີບາງການແຂ່ງຂັນ, ດ້ວຍເຫດໃດຈຶ່ງຈະປະຕິເສດ?”

ຈົນເຖິງປັດຈຸບັນນີ້, ເງິນລົງທຶນປະມານ 1 ພັນຕື້ໂດລາ ໄດ້ຖືກຖອກເຂົ້າໃສ່ໂຄງການຮ່ວມມື ຫຼາຍກວ່າ 3,000 ໂຄງການ ທີ່ດໍາເນີນງານໂດຍ ຈີນ ກັບຫຼາຍກວ່າ 150 ປະເທດ ແລະຫຼາຍກວ່າ 30 ອົງການສາກົນ ຢູ່ໃນທົ່ວໂລກ.

ຜູ້ເຂົ້າຮ່ວມບາງຄົນຈາກບັນດາປະເທດ BRI ກ່າວວ່າ ພວກເຂົາເຈົ້າອາດຈະໃຊ້ເວລາສໍາລັບໂຄງ​ການ IMEC ເພື່ອຕັ້ງຫຼັກ ແລະດໍາເນີນການຕໍ່ໄປ.

ທ່ານ ມູຮໍາມາດ ອໍາຈາດ ອະມາດ (Muhammad Amjad Ahmad), ຮອງກົງສຸນໃຫຍ່ຂອງປາກິສຖານ ກ່າວວ່າ:

“ແທ້ຈິງແລ້ວ ມັນໄປທາງໃດ? ມັນໄວເກີນໄປທີ່ຈະເວົ້າບາງຢ່າງກ່ຽວກັບສິ່ງນັ້ນ...ຖ້າມັນເປັນຮູບເປັນຮ່າງຂຶ້ນມາ, ມັນຈະໃຊ້ເວລາດົນ, ດົນສົມຄວນ, ບາງທີຫຼາຍທົດສະວັດ, ຄືດັ່ງ BRI, ມັນບໍ່ແມ່ນເລື້ອງຂອງຫຼາຍມື້ ຫຼືຫຼາຍປີ, ມັນແມ່ນເລື້ອງຂອງຫຼາຍທົດສະວັດ. ໂຄງການລິເລີ້ມ BRI ຂອງຈີນ, ແມ່ນລົງມືປະຕິ ບັດແລ້ວ, ພວກເຂົາເພີ້ມການລົງທຶນເປັນຈໍານວນຫຼາຍເຂົ້າໃນໂຄງການດັ່ງກ່າວນັ້ນ, ຫຼາຍພູມິພາກ ໄດ້ເຊື່ອມຕໍ່ກັນເຂົ້າ.”

ຜູ້ເຂົ້າຮ່ວມປະຊຸມຄົນອື່ນໆກ່າວວ່າ ມັນອາດຈະຊ້າໄປແລ້ວໜ້ອຍນຶ່ງ ສໍາລັບ ໂຄງ​ການ IMEC ເພື່ອດໍາເນີນການນະເວລານີ້, ແລະອາດຈະບໍ່ມີຜົນກະທົບຫຍັງຫຼາຍຕໍ່ແຜນການຂອງ ຈີນ.

ທ່ານຊາມູເອລ ຫຼາຍ (Samuel Lai), ປະທານສະຫະພັນນຶ່ງແລວທາງນຶ່ງເສັ້ນທາງສາກົນຂອງ ຮົງກົງ ກ່າວວ່າ:

“ໂຄງການນຶ່ງແລວທາງ ນຶ່ງເສັ້ນທາງຂອງຈີນ ໄດ້ດໍາເນີນການມາເປັນເວລາ 10 ປີແລ້ວ ແລະປະສົບຄວາມສໍາເລັດຫຼາຍ.”

ການແຂ່ງຂັນ ອາດໝາຍຄວາມວ່າ ຈີນ ອາດຈະຕ້ອງດໍາເນີນງານຫຼາຍກວ່ານີ້ ເພື່ອແກ້​ໄຂ​ການ​ຕ້ອງ​ຕິໃນບາງປະເທດຕາເວັນຕົກ ແລະບັນດາກຸ່ມ​ປົກ​ປ້ອງ​ສິ່ງ ແວດລ້ອມ ເຊິ່ງບາງໂຄງການຂອງພວກເຂົາ ໄດ້ເຮັດໃຫ້ປະເທດຜູ້ຮັບນັ້ນ ມີໜີ້ສິນຈໍານວນຫຼາຍເກີນ​ໄປ ແລະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ສິ່ງແວດລ້ອມ.

To mark the 10-year anniversary of China’s Belt and Road Initiative, Beijing will host an international forum in Beijing next month. Ahead of that event, Hong Kong held a Belt and Road Summit. Reporter Cindy Sui asked participants what they think of a new competing infrastructure initiative to connect India, the Middle East and Europe.]]

More than 70 countries are represented at this conference in Hong Kong. From government officials to entrepreneurs...many of them are here to seek investments for infrastructure projects as a part of China’s Belt and Road Initiative which primarily aims to connect countries through trade.

While these participants say they are committed to the BRI, they are also open to working with a competing initiative that connects India, the Middle East and Europe.

That includes Henry Nduka Awuregu from Nigeria.

Henry Nduka Awuregu, Attendee from Nigeria

“I think the more the merrier, as many as can be possible.”

Khaled Mohamed Aljassim from the United Arab Emirates doesn’t think countries will have to choose between the initiatives.
Khaled Mohamed Aljassim, Attendee from United Arab Emirates

“We’re open for any country; we don’t choose.”

Some participants from countries that have joined the BRI say having competition from IMEC could mean better deals for the nations along the routes.

The Riga Port Authority’s Arturs Zandersons says the small Baltic country of Latvia, for example, is seeking investments to help it pay for the massive costs of upgrading its facilities to handle bigger and more cargo container ships, but it doesn’t want to lose control over such key infrastructure. So far it hasn’t had a BRI project yet, partly because of its strict requirements for investors, including creation of more local jobs.

Arturs Zandersons, Attendee from Latvia

"I think it's great. I think the more investment, the better, specifically for us. As looking from the business perspective, of course the more available funds and also some competition, why not?"

So far, nearly $1 trillion in investments have been poured into more than 3,000 cooperation projects launched by China with more than 150 countries and over 30 international organizations around the world.

Some participants from BRI countries say it will take some time for the IMEC to get off the ground and it may be playing catch up.

Muhammad Amjad Ahmad, Pakistan’s Deputy Consul General

“Where it actually goes, it’s too early to say something about that. … If it materializes, it’s going to take a long, long [time], even decades. Like the BRI, it’s not a matter of days or years; it’s a matter of decades. The Chinese initiative, the BRI, is on the ground, they have added a lot, investments have been made, regions have been connected.”

Other attendees say it may be a little late for the IMEC to be launching now, and it would not have much impact on China's plan.

Samuel Lai, HK International One Belt One Road Federation

"China's Belt and Road has been going on for 10 years and there have been a lot of achievements, so the challenge shouldn't be great.

Competition may mean China will have to do more to address criticism among some Western nations and environmental groups that some of its projects have left recipient countries with heavy debt and led to damage to the environment.

XS
SM
MD
LG