ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກ້ອງໂທລະທັດ ​ອະວະກາດອັນໃໝ່ ເກັບກຳ ຮູບ​ພາບ ຈັກກະວານ ໄດ້ຊັດ​ເຈນຂຶ້ນ​ຫຼາຍ


ໃນ​ຂະນະ​ທີ່ພວກນັກວິສະວະກອນ ຂອງ​ອົງການ​ NASA ​ພວມຈະເສັດ ສິ້ນວາລະສຸດ ທ້າຍ ຂອງການປະກອບກ້ອງໂທຣະທັດອະ​ວະ​ກາດໃໝ່​ James Webb ​ທີ່​ມີ​ກຳນົດ​ວ່າ ຈະນຳ ອອກຕິດຕັ້ງ​ໃນ​ປີ 2018 ນີ້ ສະມາຄົມ​ນາໆຊາດທີ່​ນຳພາ​ໂດຍ​ສະຫະລັດ ກໍ​ແມ່ນ​ໄດ້​ວາງ​ພື້ນຖານ​ແລະກໍ່​ສ້າງ​ພາກສ່ວນຕ່າງໆ ຂອງກ້ອງໂທຣະທັດດັ່ງກ່າວໃສ່ເທິງໜ້າດິນ ແລ້ວ ຊຶ່ງ​ເປັນອັນທີ່​ໃຫຍ່​ກວ່າ​ອັນ​ອື່ນ​ໃດ ນັກ​ຂ່າວ VOA George Putic ມີ​ລາຍ​ງານ ຊຶ່ງວັນນະ​ສອນ ສະ​ເໜີ​ລາຍ​ລະອຽດເລື້ອງນີ້ໃນອັນດັບຕໍ່ໄປ.

​ກະຈົກ​ຂອງກ້ອງໂທລະທັດ​ອະວະກາດ Hubble Space ​ທີ່ໄດ້ເຮັດໃຫ້ເຮົາມອງ​ເຂົ້າໄປ ເຫັນສ່ວນເລິກຂອງອະວະກາດມີຂະໜາດແຕ່ພຽງ 4.5 ​ແມັດ ມົນທົນ ​ເທົ່າ​ນັ້ນ.

​ສ່ວນກະຈົກຕົ້ນຕໍຂອງກ້ອງໂທລະທັດ​ອາ​ວະ​ກາດ​ James Webb ຈະມີ ຄວາມກວ້າງ​ 25 ​ແມັດ ມົນທົນ ​ເພາະສະ​ນັ້ນ ພວກ​ນັກດາຣາສາດ ຈຶ່ງຄາດ​ຫວັງ​ວ່າ ຈະໄດ້​ເຫັນຜົນ​ຂອງຮູບ​ພາບ​ທີ່​ຊັດ​ເຈນ ​ແຈ່ມ​ແຈ້ງ​ຂຶ້ນເປັນ​ຫຼາຍ​ເທົ່າ.

​ແຕ່​ວ່າ ກະຈົກທັງ​ສອງແຜ່ນນັ້ນແມ່ນ​ຈະກາຍເປັນສິ່ງທີ່ນ້ອຍໄປ ເມື່ອສົມທຽບ ໃສ່ກັບກ້ອງ ໂທລະທັດຂະໜາດຍັກ Giant Magellan Telescope ທີ່​ກຳລັງ ສ້າງ​ຂຶ້ນ ​ໃນ​ທະ​ເລ ຊາຍ Atacama ​ໃນປະ​ເທດ Chile ຊຶ່ງ​ຈະ​ມີ​ລັດສະໝີ​ ກວ້າງກວມເອົາ​ເຖິງປະມານ 368 ​ແມັດ ມົນທົນນັ້ນ.

ທ່ານ Patrick McCarthy ຜູ້ອຳນວຍການ​ຂອງ ບໍລິສັດ ກ້ອງໂທລະທັດ Magellan ກ່າວ​ວ່າ ໃນການ​ສັງເກດເບິ່ງ​ຫຼາຍໆ​ພາກສ່ວນທີ່ມອງເຫັນໄດ້​ນັ້ນເຮົາຈະເຫັນວ່າ ກ້ອງ ໂທລະທັດ ໃໝ່​ສອງຢ່າງນີ້ຈະເປັນປະກອບຂອງກັນ.

ທ່ານ McCarthy ກ່າວ​ວ່າ “ຂ້າພະ​ເຈົ້າ ຄິດ​ວ່າ ເວລາກ້ອງທັງ​ສອງໜ່ວຍນີ້ ເຮັດ​ວຽກ​ຮ່ວມ​ກັນ ມັນ​ຈະ​ໃຫ້​ຮູບ​ພາບ​ທີ່​ສົມບູນ​ແບບ​ທີ່​ສຸດ ບ່ໍວ່າ​ພວກ​ເຮົາ​ຈະເບິ່ງດາວນົບພະ ເຄາະ ຫຼື ດາວໜ່ວຍຢູ່​ໃກ້ອ້ອມຮອບໂຕເຮົາກໍຕາມ ​ເບິ່ງເຂົ້າໄປ ໃນໃຈ ກາງຂອງ​ຈັກ ກະວານທີ່ເອີ້ນ ວ່າ black holes ຫຼື​ ເບິ່ງຍ້ອນກັບຄືນ​ໄປ​ຫາ​ຈັກກະ​ວານ ກ່ອນ​ໜ້າ​ນີ້ ທີ່ເອີ້ນ​ວ່າ First Light ໃນຕອນ​ທີ່​ພວກ​ເຮົາ​ເຫັນໝູ່ດວງດາວ ຈຸ​ທຳ​ອິດ​ໃນຈັກກະວານ​.”

ເພື່ອເອົາມັນ​ແຍກ​ອອກຈາກ​ການ​ສັ່ນ​ສະ​ເທືອ​ນ ກ້ອງໂທລະທັດທີ່ໜັກ ​1 ພັນ 200 ​ໂຕນນີ້ ​ທີ່​ຈະ​ຕັ້ງ​ຢູ່​ຖານ​ທີ່​ມີ​ນ້ຳມັນ​ໃນ​ລະບົບ​ທີ່ລອຍໄດ້​ຕາມ​ລຳ​ພັງ ປາດ​ສະ​ຈາ​ກການ​ກະທົບ​ໃດ​ໆ. ກ້ອງຖ່າຍຈຳນວນນັບບໍ່ຖ້ວນແບບຕ່າງໆກັນ ຈະບັນທຶກຮູບ​ພາບ​ແລະຈຳແນກແສງສີ ຊອກຫາວັດຖຸ​ທີ່​ເລິກແລບ​ນ້ອຍ​ທີ່ສຸດ​ເປັນອະນຸພາບ ຊຶ່ງ​ແສງສີດັ່ງກ່າວແມ່ນ ຈະມາຈາກ ທີ່ຫ່າງ ໄກນັບເປັນພັນໆລ້ານກິໂລແມັດ.

ທ່ານ McCarthy ກ່າວ​ວ່າ “ໜ່ວຍ​ວັດ​ແທກຄວາມ​ເຂັ້ມ​ຂອງ​ແສງ ຫຼື Photons ຈະ​ເກັບ​ກຳ​ເຂົ້າ​ມາໃນ​ທຸກໆ 15-20 ນາທີ ຊຶ່ງ​ມັນ​ຈະ​ໃຊ້​ເວລາ​ໃນ​ການຖ່າຍ​ພາບແສງສີ​ທີ່​ວ່າ​ນັ້ນ. ​ໃນ​ກໍລະນີ​ຂອງ​ພວກ​ເຮົາ​ນີ້ ພວກ​ເຮົາ​ຄິດ​ວ່າ ຈະສາມາດເກັບ​ໄດ້ ນາທີນຶ່ງ 2-3 Photons ​ແຕ່​ວ່າ​ເຈົ້າ​ຕ້ອງການຫຼາຍໆຮ້ອຍ ​ Photons ເພື່ອຈະໃຫ້​ໄດ້ຮັບ​ສັນ ຍານ​ທີ່​ດີ ​ເພາະສະ​ນັ້ນ ​ເຮົາຈຶ່ງຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ ​ໃຈ​ເຢັນໆ.”

ທ່ານ McCarthy ກ່າວ​ວ່າ ຍ້ອນ​ຄວາມ​ອ່ອນ​ໄຫວ​ຂອງກ້ອງ​ໂທລະທັດ ​ເຮົາຈຶ່ງສາມາດ​ເກັບ​ກຳ​ເອົາ​ແສງທຽນ​ເຄັກ​ວັນ​ເກີດທີ່ຢູ່​ເທິງ​ດວງ​ເດືອນໄດ້ ບໍ່ມີ​ຜູ້​ໃດ​ຄາດຝັນ​ໄດ້​.

ທ່ານ McCarthy ກ່າວ​ວ່າ “ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື ການ​ຄົ້ນ​ພົບທີ່ບໍ່​ຄາດ​ຄິດ. ​ສິ່ງ​ຊຶ່ງ​ນັ້ນ ​ແມ່ນ​ເລື້ອງ​ລາວ​ຕ່າງໆ​ເລື້ອຍໆຂອງ​ດາຣາສາດ. ໃນການສ້າງ​ຄວາມ​ສາມາດ​ແນວໃໝ່ ຂຶ້ນມາ ​ພວກ​ໜຸ່ມ​ນ້ອຍ​ແມ່ນຈະພາກັນຄົ້ນພົບສິ່ງ​ໃໝ່ໆ ທີ່​ບໍ່​ມີ​ຜູ້​ໃດ​ຄາດ​ຝັນ​ມາ​ກ່ອນ ຫຼື​ບໍ່
ກໍ​ແມ່ນ​ວ່າ​ພວກ​ເຂົາ​ນັ້ນ​ຈະ​ພິສູດ​ໃຫ້​ເຫັນ​ວ່າ​ພວກ​ຜູ້ໃຫຍ່​ໄດ້​ພາດ​ພັ້ງ​ໄປ​.”

​ໂຄງການ​ຮ່ວມ ທີ່​ເປັນ​ເງິນ​ມະຫາສານ 1 ​ພັນ​ລ້ານ​ໂດ​ລ່າ​ລະຫວ່າງ​ສະຫະລັດ ອອສ​ເຕຣ​ເລຍ ບຣາຊີ​ລ ​ເກົາຫຼີ​ໃຕ້ ​ແລະ Chile ນີ້ ຈະ​ເປີດ​ໃຫ້ຊົມກັນ​ໄດ້ໃນ​ຮອບ​ປະ​ຖົມ​ມະ​ເລີກ​ໃນ​ປີ 2022 ​ແລະ​ຈະ​ປະກອບ​ກິດຈະການຢ່າງ​ຄົບ​ຖ້ວນ​ໃນ​ປີ 2026.

XS
SM
MD
LG