ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້ສະເໜີ ຂອງ ປ. ທຣຳ ທີ່ຈະສົ່ງ ນັກບິນ ອະວະກາດ ກັບຄືນໄປ ດວງຈັນ ຈະໃຊ້ເວລາ

ໃນພາບນີ້ ຈາກໂທລະພາບຂອງອົງການນາຊາ, ນັກບິນອະວະກາດ ມາຣກ ແວນເດີ ໄຮ (Mark Vande Hei) ແລະ ແຣນດີ ແຣບສນິກ (Randy Bresnik), ຢູ່ລຸ່ມ, ເຮັດວຽກຢູ່ນອກສະຖານີ ອະວະກາດ ສາກົນ, ວັນທີ 5 ຕຸລາ 2017.
ໃນພາບນີ້ ຈາກໂທລະພາບຂອງອົງການນາຊາ, ນັກບິນອະວະກາດ ມາຣກ ແວນເດີ ໄຮ (Mark Vande Hei) ແລະ ແຣນດີ ແຣບສນິກ (Randy Bresnik), ຢູ່ລຸ່ມ, ເຮັດວຽກຢູ່ນອກສະຖານີ ອະວະກາດ ສາກົນ, ວັນທີ 5 ຕຸລາ 2017.

ບັນດານັກບິນອະວະກາດ ຂອງອາເມຣິກາ ຢູ່ເທິງ ສະຖານີອະວະກາດສາກົນ ຫຼື ISS
ໄດ້ກ່າວຕໍ່ວີໂອເອ ເມື່ອວັນພຸດວານນີ້ ເຖິງຄວາມຕື່ນເຕັ້ນຂອງພວກເຂົາເຈົ້າ ກ່ຽວກັບ
ການປະກາດເມື່ອບໍ່ດົນມານີ້ ກ່ຽວກັບແຜນການ ທີ່ຈະຟື້ນຟູ ພາລະກິດໃນການສົ່ງນັກບິນ
ອະວະກາດ ໄປໂຄຈອນອ້ອມດວງຈັນນັ້ນ ແມ່ນ ປົກຄຸມໄປດ້ວຍຄວາມສົງໄສຂອງພວກ
ເຂົາເຈົ້າ ກ່ຽວກັບ ຄວາມເປັນໄປໄດ້ ໃນດ້ານການຈັດຫາສິ່ງຕ່າງໆ ທີ່ຈະເຮັດໃຫ້
ພາລະກິດນີ້ ສຳເລັດພາຍໃນ ໄລຍະເວລາ 6 ປີ.

“ການກັບຄືນໄປຍັງດວງຈັນ ແມ່ນໂຄງການທີ່ໃຫຍ່ກວ່າທີ່ຫຼາຍຄົນຄາດຄິດໄວ້” ນັ້ນ
ແມ່ນຄຳເວົ້າຂອງ ນັກບິນວິສະວະກອນ Expedition 54 ທ່ານ ສກອຕ ທິນໂກ ຜູ້ທີ່ໄດ້
ໄປຮ່ວມສົມທົບກັບນັກອະວະກາດຂອງ ອົງການອະວະກາດແຫ່ງຊາດ ສະຫະລັດ ຫຼື
NASA ທ່ານ ມາຣກ ແວນເດີ ໄຮ ຢູ່ທີ່ສະຖານີອະວະກາດ ສາກົນ ໃນວັນທີ 19 ເດືອນ
ທັນວາ ຜ່ານມານີ້.

ບັນດາສະມາຊິກ ຂອງສະຖານີອະວະກາດສາກົນ ຫຼື International Space Station (ISS) ພາລະກິດ 54/55, ໂດຍມີ ນັກເຫາະຈັກກະວານ ຂອງ Roscosmos ທ່ານ ແອນຕັນ ສກາເປລີຣອບວ໌ (Anton Shkaplerov), ກາງ, ນັກບິນອະວະການດ ຂອງອົງການ ນາຊາ (NASA) ທ່ານ ສກອດ ທິນໂກ (Scott Tingle), ຂວາ, ແລະ ທ່ານ ໂນຣີຊີເກ ຄານາອິ (Norishige Kanai) ຂອງອົງການຄົ້ນຄ້ວາ ອະວະກາດ ຂອງຍີ່ປຸ່ນ, ຊ້າຍ ໃນລະຫວ່າງ ພິທີການສົ່ງອອກ

ເມື່ອທ້າຍເດືອນແລ້ວນີ້ ທ່ານເດວິດ ຄຣິງ ຫົວໜ້າສະຖາບັນດວງຈັນແລະດວງດາວ ຂອງສະມາຄົມການຄົ້ນຄວ້າ ກ່ຽວກັບອະວະກາດ ຂອງມະຫາວິທະຍາໄລຕ່າງໆ ໄດ້
ກ່າວວ່າ ການສົ່ງຈະຫລວດ ທີ່ບໍ່ມີຄົນຂັບ ຄັ້ງທຳອິດ ໃນໂຄງການ ເພື່ອກັບຄືນໄປຍັງ
ດວງຈັນ ສາມາດມີຂຶ້ນ ພາຍໃນເວລານຶ່ງປີກວ່າໆ.

ທ່ານຄຣິງ ຜູ້ທີີ່ໄດ້ມີໜ້າ ຢູ່ທີ່ພິທີລົງນາມຂອງທ່ານທຣຳ ໃນດຳລັດກ່ຽວກັບນະໂຍບາຍ
ໃໝ່ເລື່ອງດວງຈັນ ເຊິ່ງໄດ້ມີຂຶ້ນ ກົງວັນຄົບຮອບ 45 ປີກ່ອນ ຫຼັງຈາກທີ່ ຈະຫຼວດ
ອາໂປໂລ 17 ໄດ້ລົງຈອດຢູ່ເທິງດວງຈັນ ເປັນຄັ້ງສຸດທ້າຍ ໃນວັນທີ 13 ທັນວາ ປີ
1973 ດັ່ງທີ່ທ່ານໄດ້ກ່າວວ່າ ພາລະກິດການເດີນທາງໄປຍັງດວງຈັນ ໂດຍບໍ່ມີນັກບິນ
ອະວະກາດ ອາດຈະມີຂຶ້ນ ພາຍໃນປີ 2019.

ທ່ານຄຣິງ ໄດ້ບອກວີໂອເອ ວ່າ “ອັນນັ້ນ ຈະມີການສົ່ງຍານ Orion ທີ່ສາມາດ​ມີຄົນ
ຂັບແລະຈະບິນໂຄຈອນອ້ອມດວງຈັນໂດຍປາດສະຈາກນັກບິນອະວະກາດ. ຕໍ່ຈາກ
ນັ້ນ ໃນປີ 2023 ຍານອະວະກາດ ຈະຖືກສົ່ງຂຶ້ນອີກເທື່ອນຶ່ງ ໃນຄັ້ງນີ້ ຈະມີນັກບິນ
ອະວະກາດ ຜູ້ທີ່ຈະບິນໂຄຈອນອ້ອມດວງຈັນ ແລະຈະກັບຄືນມາ. ຫຼັງຈາກອັນນັ້ນ
ເປັນທີ່ສຳເລັດແລ້ວ ພວກເຮົາສາມາດຈຶ່ງຈະສົ່ງນັກບິນອະວະ ກາດຂຶ້ນໄປປະຈຳຢູ່
ລະຫວ່າງໂລກເຮົາແລະດວງຈັນ.”

ໃນເດືອນກັນຍາປີນີ້ ຣັດເຊຍ ແລະສະຫະລັດ ໄດ້ຕົກລົງທີ່ຈະຮ່ວມມືກັນ ໃນໂຄງການ
ພາຍໃຕ້ ການນຳພາ ຂອງອົງການນາຊາ ທີ່ຈະສ້າງສະຖານີດວງຈັນ ແຫ່ງທຳອິດ ໃນ
ຖານະ ທີ່ເປັນສ່ວນນຶ່ງຂອງການປະຕິບັດງານໄລຍະຍາວ ທີ່ຈະສົ່ງມະນຸດ ໄປຍັງດາວ
ພະອັງຄານ. ປະເທດທັງສອງຕ່າງກໍກ່າວວ່າ ສະຖານີອະວະກາດດວງຈັນ ທີ່ມີມະນຸດ
ປະຈຳການດັ່ງກ່າວ ອາດຈະຖືກສົ່ງຂຶ້ນໄປໂຄຈອນອ້ອມດວງຈັນ ພາຍໃນປີ 2024
ເວລາໂຄງການສະຖານະອະວະກາດສາກົນໝົດອາຍຸລົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG