ຫຼັງຈາກຢູ່ເທິງວົງໂຄຈອນເປັນເວລາ 340 ມື້ແລ້ວ ນັກບິນອະ
ວະກາດອາເມຣິກັນທ່ານ Scott Kelly ແລະນັກເຫາະຈັກກະ
ວານຣັດເຊຍ ທ່ານ Mikhail Kornienko ກໍໄດ້ກັບຄືນສູ່ໂລກ
ດ້ວຍຄວາມປອດໄພ.
ຍານອະວະກາດ Soyuz ຂອງຣັດເຊຍ ໄດ້ນຳເອົາທ່ານ Kelly
ແລະ ທ່ານ Kornienko ພ້ອມທັງນັກເຫາະຈັກກະວານຣັດເຊຍ
ຄົນທີສອງທ່ານ Sergey Volkov ໄດ້ລົງຈອດດ້ວຍຄວາມລາບ
ລື່ນທີ່ທົ່ງກວ້າງໃນກາຊັກສະຖານໃນຕອນເຊົ້າວັນພຸດມື້ນີ້ 3 ຊົ່ວ
ໂມງລຸນຫລັງທີ່ໄດ້ແຍກໂຕອອກຈາກສະຖານີອະວະກາດນາໆ
ຊາດ. ທ່ານ Volkov ໄດ້ກັບຄືນມາຍັງໂລກຫລັງຈາກໄດ້ໃຊ້ເວ
ລາຢ່າງນ້ອຍ 6 ເດືອນຢູ່ເທິງສະຖານີອະວະກາດນາໆຊາດ ຊຶ່ງເປັນໄລຍະເວລາປົກກະຕິ
ທີ່ນັກບິນອະວະກາດປະຕິບັດງານຢູ່ເທິງສະຖານີອະວະກາດນາໆຊາດ.
ທ່ານ Kelly ເວລານີ້ແມ່ນນັກບິນອະວະກາດສະຫະລັດ ທີ່ຢູ່ເທິງອະວະກາດຕິດຕໍ່ກັນດົນ
ເປັນປະຫວັດກາດ ໃນຂະນະທີ່ທ່ານ ແລະທ່ານ Kornienko ໂຄຈອນອ້ອມໂລກ 5,440
ເທື່ອ ຢູ່ເທິງສະຖານີອະວະກາດນາໆຊາດຄືກວມເອົາໄລຍະທາງ 144 ລ້ານໄມແລະເຫັນ
ຕາເວັນຂຶ້ນ ແລະຕາເວັນຕົກ ຢູ່ເທິງວົງໂຄຈອນ 10,880 ເທື່ອ.
ການປະຕິບັດງານຂອງນັກບິນອະວະກາດທັງສອງແມ່ນເພື່ອວັດແທກເບິ່ງຜົນກະທົບກ່ຽວ
ກັບການເປັນຢູ່ທ່າມກາງສະພາບແວດລ້ອມທີ່ມີແຮງດຶງດູດໜ້ອຍເປັນເວລາດົນນານ ທີ່ມີ
ຕໍ່ຮ່າງກາຍແລະຈິດໃຈ ດ້ວຍຈຸດປະສົງທີ່ແນໃສ່ເພື່ອວາງແຜນໃນອະນາຄົດກ່ຽວກັບການ
ປະຕິບັດງານເປັນເວລາຫຼາຍໆປີ ທີ່ຈຳເປັນຈະຕ້ອງນຳເອົານັກບິນອະວະກາດ ໄປສູ່ດາວ
ພະອັງຄານແລະດວງດາວອື່ນໆໃນລະບົບສຸລິຍະຈັກກະວານ.
ທ່ານໝໍຣັດເຊຍຄົນນຶ່ງ ຍັງສືບຕໍ່ເປັນຜູ້ກຳສະຖິຕິ ຢູ່ເທິງອະວະກາດດົນນານທີ່ສຸດເປັນເວ
ລາ 438 ມື້ ທີ່ທ່ານໄດ້ເຮັດໄວ້ໃນກາງຊຸມປີ 1990.