ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທັກ​ໂນ​ໂລ​ຈີ​ ຊ່ວຍ​ຄົນ​ເຮັດ​ໃຫ້​ຜູ້​ທີ່ປາກບໍ່​ອອກສຽງ ສາ​ມາດ​ປາກ​ເວົ້າໄດ້ ໂດຍ​ມີ​ສຽງ​ຄ້າຍ​ຄື​ສຽງ​ໂຕ​ເອງ ຫລາຍ​ຂຶ້ນ


LogOn: Assistive Technology Gives Voice to Those Unable to Speak
please wait

No media source currently available

0:00 0:02:00 0:00

ເບິ່ງວີ​ດິ​ໂອ ກ່ຽວ​ກັບເທັກ​ໂນ​ໂລ​ຈີ​ຊ່ວຍ​ຄົນ​ເຮັດ​ໃຫ້​ຜູ້​ທີ່​ປາກບໍ່​ອອກ ສາ​ມາດ​ປາກ​ເວົ້າໄດ້ ໂດຍ​ມີ​ສຽງ​ຄ້າຍ​ຄື​ສຽງ​ໂຕ​ເອງ ​ຫລາຍ​ຂຶ້ນ

ສຽງຂອງທ່ານແມ່ນມີເອກະລັກສະເພາະຂອງທ່ານ, ແຕ່ວ່າ ຈະມີເກີດຫຍັງຂຶ້ນ ຖ້າຫາກທ່ານເສຍມັນໄປ? ມັນເປັນຄວາມຈິງສໍາລັບບາງຄົນ, ແລະໃນຂະນະທີ່ເທັກໂນໂລຈີ ການອ່ານຂໍ້ຄວາມທີ່ຂຽນໃຫ້ເປັນສຽງເວົ້າ ອະນຸຍາດໃຫ້ຜູ້ທີ່ປາກບໍ່ອອກສຽງ ສະແດງຄວາມຮູ້ສຶກຂອງຕົນເອງອອກມາໄດ້ ແຕ່ຜົນໄດ້ຮັບອາດຈະເປັນສຽງຄ້າຍຄືກັນຫຸ່ນຍົນ​. ແຕ່ເທັກໂນໂລຈີໃຫມ່ ໃນປັດຈຸບັນເຮັດໃຫ້ຜູ້ໃຊ້ ສາ ມາດມີສຽງຄືກັນກັບສຽງຂອງຕົວເອງຫຼາຍຂຶ້ນ. Tina Trinh ມີລາຍງານເລື້ອງ ນີ້ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າວແບ​ຣດ​ດີ ເຮັບ​ເວັນ (Bradley Heaven) ໂດຍທີ່​ໃຊ້​ເຄື່ອງ​ເທັກ​ໂນ​ໂລ​ຈີ​ຊ່ວຍ​ໃນ​ການປາກ​ເວົ້າ​ທີ່ມີ​ຄວາມ​ກະ​ຕື​ລື​ລົ້ນ ຫລື ຢາກບອກວ່າ:
"ມັນຫນ້າປະທັບໃຈຫລາຍ, ຂ້ອຍມັກມັນຫລາຍ​ທີ່​ສຸດ."

ເມື່ອ​ທ້າວແບ​ຣດ​ດີ ເຮັບ​ເວັນ (Bradley Heaven) ເວົ້າມັນມີສຽງຄືດັ່ງນີ້:
"ເອີ້​ ກະຄ້າຍໆ ຈັ່ງ​ຊັ້ນ​ຫລະ, ຮາຮາ​ຮາ."

ທ້າວເຮັບ​ເວັນ ​ເປັນ​ອຳ​ມະ​ພາດ​ທາງ​ສະ​ຫມອງ​ ​ແລະ​ເປັນບໍ່​ສາ​ມາດ​ປາກ​ໄດ້​. ລາວໃຊ້ອຸປະກອນທີ່ຕິດຕາມສາຍຕາ ເພື່ອສື່ສານຄວາມຄິດເຫັນຂອງລາວ ອອກ​ມາ. ແຕ່ໄລ​ຍະຜ່ານ​ມາຈົນ​ຮອດ​ໄລ​ຍະບໍ່ດົນມານີ້, ສຽງທາງດິຈິຕອລ ທີ່ເວົ້າອອກ​ມາສໍາລັບລາວ ແມ່ນ​ມີ​ສຽງ ... ຂ້ອນ​ຂ້າງ​ແບບດິຈິຕອລ ຫລື​ຫຸ່ນ​ຍົນ​ຫລາຍ.

ແຕ່ບໍລິສັດທີ່ຊື່ວ່າ ອາ​ແຄບ​ເພ​ລາ ກ​ຣຸບ (Acapela Group) ໄດ້ຄິດ​ຄົ້ນຫາວິ ທີທີ່ຈະເຮັດໃຫ້ສຽງຂອງລາວປ່ຽນຈາກການ​ເປັນ​ຄື​ຫຸ່ນ​ຍົນ​ເວົ້າແບບນີ້: "ມັນຄັກ ແລະມີເອກະລັກຂອງ​ຕົນແທ້ໆ."

​ໃຫ້ກາຍ​ມາ​ເປັນ​ສຽງ​ຄື​ທຳ​ມະ​ຊາດ​ແບບນີ້: "ມັນຄັກ​ແທ້ໆ."

ບໍລິສັດທີ່​ຕັ້ງຢູ່ໃນປະເທດແບ​ລຈ້ຽມທີ່​ວ່າ ໄດ້​ປະ​ດິດສຽງດິຈິຕອລໃຫ້ເໝາະແຕ່​ລະບຸກຄົນເປັນ​ການ​ສະ​ເພາະ ສໍາລັບຜູ້ທີ່ປະສົບບັນຫາໃນການປາກເວົ້າ ຫຼື ປາກບໍ່ໄດ້ເລີຍ.

ສໍາລັບຜູ້ທີ່ໄດ້ຮັບຜົນກະທົບແລ້ວ ມັນເປັນວິທີການ​ທີ່​ມີ​ລັກ​ສະ​ນະຄ້າຍ​ຄືມະນຸດ ຫຼາຍຂຶ້ນເມື່ອ​ປາກ​ເວົ້າ ສະແດງຄວາມ​ຄິດອອກມາ."
ທ່ານ​ແຣມ​ມີ ຄາ​ດີກ (Remy Cadic) ເປັນ​ຫົວ​ໜ້າຜູ້​ບໍ​ລິ​ຫານ​ ຫລື CEO ຂອງກຸ່ມ ອາ​ແຄບ​ເພ​ລາ. ທ່ານ​ກ່າວ​ວ່າ:
“ຈຸດ​ສຳຄັນໃນ​ທີ່​ນີ້ ກໍ​ຄືການ​ບົ່ງ​ບອກ​ຕົວ​ຕົນ​ຂອງ​ບຸກຄົນ. ພວກ​ເຮົາຢາກ​ຊ່ວຍ​ໃຫ້​ຄົນ​ມີ​ເອ​ກະ​ລັກຂອງ​ຕົນ​ເອງ ຢູ່​ໃນ​ຊີ​ວິດ​ປະ​ຈໍາ​ວັນ.”

ເທັກ​ໂນ​ໂລ​ຈີທີ່​ຊື່​ວ່າ "ສຽງຂອງຂ້ອຍເອງ" ຫລື “My Own Voice” ຂອງກຸ່ມ Acapela ເປັນ​ເທັກ​ໂນ​ໂລ​ຈີ​ທີ່ໃຫ້ບໍລິການດ້ານທະນາຄານສຽງ ທີ່ອະນຸຍາດໃຫ້ ລູກຄ້າສາມາດເອົາ​ສຽງ​ໄປໄວ້ "ທະນາຄານ" ຫຼື ເກັບບັນທຶກສຽງຂອງເຂົາເຈົ້າ ໄວ້ໃຊ້ໃນອະນາຄົດ.

ຜູ້​ໃຊ້​ພາ​ກັນບັນ​ທຶກສຽງ​ຂອງ​ຕົນ​ເອງໄວ້ ໂດຍ​ການ​ອ່ານ 50 ປະ​ໂຫຍກ​ທີ່​ແຕກ​ຕ່າງ​ກັນ​ ຫຼື​ບໍ່ສະ​ນັ້ນ ຖ້າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ປາກເວົ້າ​ໄດ້ ກໍ​ຕ້ອງ​ຊອກຫາຫມູ່​ເພື່ອນ ​ຫຼື​ ສະ​ມາ​ຊິກ​ໃນ​ຄອບ​ຄົວຂອງ​ເຂົາ​ເຈົ້າ ໃຫ້​ເວົ້າ​ເປັນ​ສຽງເຂົາ​ເຈົ້າແທນ​. ເທັກ​ໂນ​ໂລ​ຈີ​ທີ່​ວ່ານີ້ ​ໄດ້​ນໍາ​ໃຊ້ຊຸດ​ຄຳ​ສັ່ງໃນ​ຄອມ​ພິວ​ເຕີ ​ແລະ​ປັນຍາ​ປະ​ດິດ…

ອີກເທື່ອນຶ່ງ, ທ່ານຄາ​ດີກ CEO ຂອງກຸ່ມ Acapela ກ່າວ​ອີກວ່າ: "... ສະນັ້ນຫລະ ໂດຍພຽງແຕ່ອີງໃສ່ 50 ປະໂຫຍກ, ຫຼັງຈາກນັ້ນ ພວກເຮົາ ກໍສາມາດສ້າງສຽງສັງເຄາະໃຫມ່ຂຶ້ນ​ມາ​ໄດ້."

ສຽງສັງເຄາະທີ່ເປັນຜົນອອກ​ມາ ແມ່ນມີເອ​ກະ​ລັກຂອງ​ສ່ວນບຸກຄົນຫຼາຍຂຶ້ນ ແລະ ສາມາດໃຊ້ກັບອຸປະກອນຊ່ວຍເຫຼືອຕ່າງໆໄດ້.

ທ່ານ​ດາ​ນຽ​ລ ອັອກ ຄອນ​ເນີ (Daniel O'Connor), ເປັນຜູ້ຊ່ວຍ, ເປັນເພື່ອນ ແລະຄູ່ຮ່ວມຂອງທ້າວ​ເຮັບ​ເວັນ ໄດ້ບັນທຶກສຽງຂອງທ່ານເພື່ອໃຫ້ທ້າວ​ເຮັບ​ເວັນໃຊ້. ທ່ານເວົ້າວ່າຂັ້ນ​ຕອນແມ່ນງ່າຍດາຍ.

ທ່ານ ກ່າວ​ວ່າ: "ສິ່ງທໍາອິດທີ່ທ້າວ​ແບ​ຣດເວົ້າກັບຂ້ອຍກໍແມ່ນ, 'ເຮີຍ, ສັ່ງກາເຟມາ​ກິນ​ຈັກ​ໜ້ອຍ​ດີບໍ່' ແລະ 'ບໍ່​ຕ້ອງ​ຫ່ວງ, ຂ້ອຍ​ຈະ​ເປັນຜູ້​ຈ່າຍເອງ​.' ແລະລາວໃຊ້ສຽງຂອງ ຂ້ອຍເພື່ອເວົ້າຄຳ​ເຫລົ່ານັ້ນ."

​ພວກ​ນັກຊ່ຽວຊານກ່າວວ່າ ການນໍາໃຊ້ເທັກໂນໂລຈີນີ້ ອາດຈະມີຄວາມຫມາຍ ຄວາມ​ສຳ​ຄັນຫລາຍ ສໍາລັບຜູ້ຊົມໃຊ້.

ທ່ານ​ຈອນ ຄອ​ສ​ແທ​ລ​ໂລ (John Costello) ເປັນແພດບຳ​ບັດທາງດ້ານການ ປາກເວົ້າຢູ່ໂຮງຫມໍເດັກ ຂອງ​ເມືອງບອ​ສ​ຕັນ ແລະໄດ້ໃຊ້ເທັກ​ໂນ​ໂລ​ຈີ “My Own Voice” ກັບ​ຄົນ​ເຈັບ​ຂອງ​ທ່ານ.

ທ່າ​ນບອກວ່າ: "ມີບຸກຄົນທີ່ມີສຽງປາກເວົ້າເລີ້ມປ່ຽນໄປ, ແລະໂດຍການຍອມຮັບ​ດ້ວຍ​ຕົວເອງ, ມັນອາດຈະບໍ່ແມ່ນວິທີທີ່ພວກເຂົາເຈົ້າເຄີຍອອກສຽງມາ, ແຕ່ ສໍາລັບພວກເຂົາເຈົ້າແລ້ວ ມັນແມ່ນເປັນ​ການບົ່ງບອກຄວາມ​ເປັນ​ຕົວ​ຕົນ​ຂອງ​ພວກ​ເຂົາ​ເຈົ້າ."

ທະນາຄານສຽງ ແມ່ນ​ເພື່ອເສີມສ້າງຄວາມຮູ້ສຶກໃນ​ການ​ເປັນຕົວຕົນ​ຂອງ​ຄົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:
Your voice is uniquely yours, but what would happen if you lost it? It’s a reality for some, and while text-to-speech technologies have allowed the voiceless to express themselves, the results can sound robotic. But new technologies are now enabling users to sound more like themselves.

Bradley Heaven, Assistive Technology Enthusiast.
It’s amazing, I love it.”

When Bradley Heaven talks, it sounds like this,

“Kind of, ha ha.”

Heaven has cerebral palsy and is nonverbal. He uses an eye-tracking device to communicate his thoughts. But until recently, the digital voice that spoke for him sounded pretty … digital.

But a company called Acapela Group has come up with a way to turn his voice from this

“It’s really cool and unique.”

into this,

“It’s really cool.”

The Belgium-based company creates personalized digital voices for those experiencing speech impairment or voice loss.

For those affected, it’s a more human way to express themselves.”

Remy Cadic, Acapela Group CEO: “The key point here is the identity of the person. We want to help the person to be himself or herself in daily life.”

Acapela Group’s “My Own Voice” is a voice-banking service that allows a customer to “bank” or save their voice for future use.

Users record themselves reading 50 different sentences or, if they can’t speak, enlist a friend or family member to be their voice. The technology uses algorithms and artificial intelligence …

Remy Cadic, Acapela Group CEO: “...So that just based on 50 sentences, then we can create a new synthetic voice.”

The resulting synthetic voice is more personalized and can be used with various assistive devices.

Daniel O’Connor, Heaven’s aide, friend and business partner, recorded his voice for Heaven to use. He says the process was easy.

Daniel O’Connor, Assistive Technology Enthusiast: “The first thing Brad said to me is, ‘Hey, let’s order some coffee' and 'Don’t worry, it’s my treat.’ And he used my voice to say that.”

Experts say using this technology could be meaningful for users.

John Costello is a speech language pathologist at Boston Children’s Hospital and has used My Own Voice with patients.

John Costello, Speech Language Pathologist: “There are individuals whose speech is beginning to change, and by their own admission, it may not be the way they used to sound, but to them, it is who they are.”

Banking a voice to strengthen one's sense of identity.

XS
SM
MD
LG