ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Assad ກ່າວວ່າ ການຢຸດຍິງ ໃນຊີເຣຍ ເປັນ “ຄວາມ​ຫວັງ ​ທີ່​ຍັງມົວ​ຢູ່.”


ທຸງຊີເຣຍ ກຳລັງປິວສະບັດ ໃນຂະນະທີ່ລົດຄັນໜຶ່ງ ກຳລັງຜ່ານ ຂ້າມ ຂົວຢ່າງຊ້າໆ.
ທຸງຊີເຣຍ ກຳລັງປິວສະບັດ ໃນຂະນະທີ່ລົດຄັນໜຶ່ງ ກຳລັງຜ່ານ ຂ້າມ ຂົວຢ່າງຊ້າໆ.

ປະທານາທິບໍດີ​ຊິ​ເຣຍ ທ່ານ Bashar al-Assad ກ່າວ​ໃນ​ວັນ​
ອັງຄານ​ວານ​ນີ້ ວ່າ ການ​ຍຸດຕິ​ເປັນ​ປໍ​ລະ​ປັກຢູ່​ໃນ​ສົງ​ຄາມ ທີ່​ດຳ​
ເນີນ​ມາ​ເປັນ​ເວລາຫ້າ​ປີ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ ນັ້ນເປັນ​
“ຄວາມ​ຫວັງ​ທີ່​ຍັງມົວໆ​ຢູ່.”

ໃນ​ການ​ໃຫ້​ສຳພາດ​ແກ່ໂທລະພາບ​ເຢຣະ​ມັນ ທ່ານ Assad
ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ຈະ​ປະຕິບັດ​ງານ​ໃນ​ພາກ​ສ່ວນ​
ຂອງ​ຕົນ ​ເພື່ອ​ຈະ​ເຮັດ​ໃຫ້ການ​ຢຸດ​ຍິງ​ໄດ້ຜົນ.

ລັດຖະມົນຕີ​ຕ່າງປະເທດສະຫະລັດ ທ່ານ John Kerry ຮ້ອງ
​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້​ວ່າ “​ເປັນຊ່ວງ​ເວລາ​ທີ່​ສຳຄັນ” ​ໃນ​ການ​
ສ້າງ​ແຮງ​ຊຸກຍູ້​ໄປ​ສູ່​ເປົ້າ​ໝາຍ​ຂອງ​ການຫລຸດຜ່ອນຄວາມເຄັ່ງ​ຕຶງໃນບັນຫາຂັດແຍ້ງໃນ
ຊີເຣຍ.

ທ່ານ​ໄດ້​ກ່າວ​ຕໍ່່​ບັນດາ​ນັກ​ຂ່າວ​ໃນ​ຕອນ​ແລງວັນ​ຈັນ ທີ່​ນະ​ຄອນ​ຫລວງ ວໍຊິ​ງຕັນ ​ໃນ​ຂະ
ນະ​ທີ່​ຊີເຣຍ ພວມ​ກ້າວ​ເຂົ້າສູ່​ມື້​ທີສີ່ພາຍ​ໃຕ້​ການ​ຍຸດຕິ​ຄວາມ​ເປັນ​ປໍ​ລະ​ປັກ ທີ່​ຮວມທັງ
​ພວກ​ນັກ​ລົບ​ສະໜັບສະໜູນ​ລັດຖະບານ ​ແລະ​ກຳລັງຝ່າຍຕໍ່ຕ້ານ ​ແຕ່​ບໍ່​ແມ່ນພວກ​ຫົວ​
ຮຸນ​ແຮງລັດ​ອິສລາມ ຫລື​ພວກກັບ Jabhat al-Nusra ທີ່​ເປັນ ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່
ການ​ຮ້າຍ al-Qadar​.

ທ່ານ Kerry ​ໄດ້ກ່າວ​ວ່າ ທ່ານ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊ​ຍ ທ່ານ Sergei
Lavrov
​ ເຫັນ​ພ້ອມ​ນຳ​ກັນ​ທີ່​ວ່າ ​ໄດ້​ມີ​ການລະ​ເມີດ​ຈຳນວນ​ນຶ່ງ​ເກີດ​ຂຶ້ນ ນັບ​ຕັ້ງ​ແຕ່ການ
ຢຸດ​ຍິງ​ເລີ້ມ ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແຕ່​ວ່າ​ພວກ​ທ່ານບໍ່​ຕ້ອງການຍົກ​ເອົາ​ຂຶ້ນມາ​ເວົ້າ
ຢ່າງ​ເປັນ​ການ​ເປີດ​ເຜີຍ. ​ແຕ່​ແທນ​ທີ່ພວກ​ທ່ານຈະ​ກາງ​ຕໍ່​ຄະນະ​ກຳມະການທີ່​ນຳພາ​ໂດຍ
ປະ​ເທດ​ທັງ​ສອງ​ ທີ່​ຈະ​ທຳ​ການ​ສືບສວນ​ສອບ​ສວນ ​ໃນ​ທຸກໆກໍລະນີ​ທີ່​ໄດ້ຖືກລາຍ​ງານ
ກ່ຽວ​ກັບ​ການລະ​ເມີດ​ ​ແລະ​ສົ່ງ​ເສີມ​ໃຫ້​ມີ​ການປະຕິບັດ​ຕາມ​ດ້ວຍ​ການ​ຢຸດ​ຍິງ.

XS
SM
MD
LG