ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທັດສະນະຄະຕິຂອງຊາວເອເຊຍ ກ່ຽວກັບ ສະຫະລັດ ດີຂຶ້ນຢ່າງຫຼວງຫຼາຍ ໃນຂະນະທີ່ຈີນຫຼຸດລົງ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ມະຫາວິທະຍາໄລກະສິກຳ ແລະ ເທັກນິກ ຄາໂຣໄລນາເໜືອ, ເມືອງ ກຣີນສໂບໂຣ, ລັດ ຄາໂຣໄລນາເໜືອ, 14 ເມສາ, 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ມະຫາວິທະຍາໄລກະສິກຳ ແລະ ເທັກນິກ ຄາໂຣໄລນາເໜືອ, ເມືອງ ກຣີນສໂບໂຣ, ລັດ ຄາໂຣໄລນາເໜືອ, 14 ເມສາ, 2022.

ຄວາມເຫັນດີເຫັນພ້ອມ ກ່ຽວກັບ ການນຳພາຂອງສະຫະລັດຢູ່ໃນໂລກ ໄດ້ເພີ່ມຂຶ້ນໃນທົ່ວທະວີບເອເຊຍໃນ ປີ 2021, ດ້ວຍການເພີ່ມຂຶ້ນທີ່ຫຼາຍທີ່ສຸດແມ່ນຢູ່ໃນປະເທດ ລາວ, ເກົາຫຼີໃຕ້ ແລະ ຫວຽດນາມ, ອີງຕາມ ການສຳຫຼວດຂອງບໍລິສັດ ກາລລັບ (Gallup).

ຄວາມເຫັນພ້ອມໃນລະດັບປານກາງໃນທົ່ວ 33 ປະເທດ ທີ່ຖືກສຳຫຼວດຄວາມຄິດເຫັນແມ່ນຢືນຢູ່ 41 ເປີເຊັນປີກາຍນີ້, ເຊິ່ງເພີ່ມຂຶ້ນ 10 ເປີເຊັນຫຼາຍກວ່າປີທີ່ຜ່ານມາ, ອີງຕາມການລາຍງານຂອງບໍລິສັດ Gallup. ຄວາມເຫັນພ້ອມກ່ຽວ ກັບ ການນຳພາຂອງຈີນ ໄດ້ຫຼຸດລົງ 1 ຫາ 27 ເປີເຊັນ ໃນໄລຍະດຽວກັນ.

ຜູ້ຕອບຄຳຖາມທັງຫຼາຍຍັງຖືກຖາມ ກ່ຽວກັບທັດສະນະຄະຕິຂອງເຂົາເຈົ້າ ກ່ຽວກັບການນຳພາໃນ ເຢຍຣະມັນ, ເຊິ່ງສູງທີ່ສຸດໃນການສຳຫຼວດຄວາມຄິດເຫັນທີ່ 43 ເປີເຊັນ, ແລະ ຣັດເຊຍ, ເຊິ່ງຢືນຢູ່ທີ່ 33 ເປີເຊັນ. ການສຳຫຼວດແມ່ນໄດ້ດຳເນີນການ ກ່ອນການບຸກລຸກຢູເຄຣນຂອງຣັດເຊຍ.

ການຄົ້ນພົບຕ່າງໆຈະເປັນຂ່າວທີ່ໜ້າຍິນດີ ສຳລັບລັດຖະບານປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ, ຜູ້ທີ່ມີແຜນຈະຈັດກອງປະຊຸມສຸດຍອດທີ່ມີເດີມພັນສູງກັບບັນດາຜູ້ນຳຂອງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ໃນເດືອນໜ້າ.

ຄວາມເຫັນພ້ອມ 41 ເປີເຊັນ ສຳລັບການນຳພາຂອງສະຫະລັດ ແມ່ນສູງກວ່າຈຸດໃດໆໃນລະຫວ່າງລັດ ຖະບານຂອງອະດີດປະທານາທິບໍດີດໍໂນລ ທຣຳ, ອີງຕາມການກ່າວຂອງບໍລິສັດ Gallup, ແຕ່ຍັງຕໍ່າ ກວ່າລະດັບ 45 ເປີເຊັນ ທີ່ຖືກບັນທຶກ ໃນການສຳຫຼວດຄວາມຄິດເຫັນເມື່ອປີ 2013.

ບໍລິສັດ Gallup ໄດ້ກ່າວວ່າ “ສັງເກດໄດ້ວ່າ, ອັດຕາຄວາມເຫັນພ້ອມ ສຳລັບ ສະຫະລັດ ແມ່ນອີງໃສ່ຂໍ້ມູນ ສ່ວນ ໃຫຍ່ທີ່ຖືກເກັບ ໃນລະຫວ່າງ ຫຼື ຫຼັງຈາກການຖອນກອງກຳລັງສະຫະລັດອອກຈາກອັຟການິສຖານ ໃນເດືອນສິງຫາ 2021.” ເຖິງແມ່ນການຖອນກຳລັງດັ່ງກ່າວໄດ້ສ້າງຄວາມວຸ້ນວາຍກໍ່ຕາມ, ອັດຕາມຄວາມ ທໍ້ແທ້ 14 ເປີເຊັນໃນປະເທດນັ້ນແມ່ນບໍ່ໄດ້ຮ້າຍແຮງກວ່າປີ 2019.

ມີພຽງປະເທດດຽວໃນເອເຊຍ ທີ່ມີທັດສະນະຄະຕິ ໃຫ້ການສະໜັບສະໜູນການນຳພາຂອງສະຫະລັດ ໜ້ອຍກວ່າໝູ່ແມ່ນ ອີຣ່ານ, ເຊິ່ງຕົວເລກແມ່ນຢູ່ທີ່ 7 ເປີ ເຊັນ. ຄວາມເຫັນພ້ອມລະດັບຕໍ່າ ຍັງໄດ້ຖືກພົບ ເຫັນໃນປະເທດ ເທີກີ ຢູ່ທີ່ 22 ເປີເຊັນ ແລະ ປາກິສຖານ 23 ເປີເຊັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG