ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກຮຽນ ເຂດເອເຊຍ ນໍາໜ້າໂລກ ທາງດ້ານ ການສຶກສາ


ພວກນັກຮຽນ ຢູ່ໃນຫ້ອງຮຽນ Pengying ຊານເມຶອງຂອງ ກຸງປັກກິ່ງ
ພວກນັກຮຽນ ຢູ່ໃນຫ້ອງຮຽນ Pengying ຊານເມຶອງຂອງ ກຸງປັກກິ່ງ
ພວກ​ນັກ​ຮຽນ​ ຢູ່ທີ່​ນະຄອນ Shanghai ​ຊຶ່ງເມືອງ​ໃຫຍ່ທີ່​ສຸດຂອງ
​ຈີນນັ້ນ ​ເປັນ​ນັກຮຽນ​ທີ່​ດີ​ເລີດ​ຢູ່​ໃນ​ໂລກ ​ອິງ​ຕາມ​ການ​ສອບ​ເສັງ
​ກ່ຽວ​ກັບ​ການສຶກສາ​ຂອງ​ໂລກ ເມື່ອ​ໄວໆ​ມານີ້ໃນ​ຂະນະ​ທີ່​ນັກຮຽນ
​ໃນສະຫະລັດ ຍັງ​ສືບ​ຕໍ່ ບໍ່​ໄດ້​ຕິດ​ອັນ​ດັບ​ທີ່​ນຳ​ໜ້າ.

ຜົນ​ການ​ຊັ່ງ​ຊາ​ຂອງ​ໂຄງການນັກຮຽນ​ນາໆ​ຊາດຫຼື PISA ປີ 2012
​ທີ່​ນຳ​ອອກ ເຜີຍແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່ານະ
ຄອນ Shanghai ​ນໍາ​ໜ້າ​60 ກວ່າປະ​ເທດ ​ທາງ​ດ້ານ​ຄະນິດສາດ
ດ້ານ​ການອ່ານ ​ແລະ​ວິທະຍາສາດ.

ອົງການ​ໃຫ້​ຄວາມ​ຮ່ວມມືດ້ານ​ເສດຖະກິດ​ແລະ​ພັດທະນາໄດ້ເປັນ
​ຜູ້​ທຳ​ການ​ສອບ ​ເສັງ ພວກນັກ​ຮຽນທີ່​ມີອາຍຸລະຫວ່າງ 15 ຫາ 16
ປີ ​ໃນທຸກໆ​ສາມ​ປີ.

ຢູ່​ໃນ​ການ​ສໍາ​ຫລວດ​ຫລ້າ​ສຸດ​ນີ້ ບັນດາເສດຖະກິດ ໃນ​ເຂ​ດເອ​ເຊຍ​ຕາ​ເວັນ​ອອກ ແມ່ນຕິດອັນ​ດັບ​ສູງ​ສຸດ ​ໂດຍ​ຄວ້າ​ເອົາ 7 ຕຳ​ແໜ່​ງ ​ຂອງ​ຈໍານວນ 10 ຕຳ​ແໜ່​ງ​ທີ່​ໄດ້​ຮັບຄະແນນດີ​ເດັ່ນ​ທັງ​ສາມຂະ​ແໜງມາ​ຄອບ​ຄອງ.

ບັນດາ​ເຍົາວະ​ຊົນສະຫະລັດ ຕິດ​ອັນ​ດັບ​ທີ 36 ຂອງ​ຈຳນວນທັງ​ໝົດ ຊຶ່ງ​ໄດ້​ຮັບ​ຄະ​ແນນ​ທີ່ຕໍ່າ​ກວ່າ​ຄະ​ແນນສະ​ເຫລ່ຍຂອງ​ນາ​ໆ​ຊາດ ​ໃນດ້ານຄະນິດສາດ ​ແລະ​ຢູ່​ໃນ​ລະດັບ​ປານ​ກາງໃນ ການ​ອ່ານ ​ແລະ​ວິທະຍາສາດ.

ນັກຮຽນຫລາຍ​ກວ່າ​ເຄິ່ງລ້ານ ຈາກ 65 ປະ​ເທດ ​ແລະ​ລະບົບ​ໂຮງຮຽນ ທີ່​ຕາງ ໜ້າໃຫ້​ແກ່ 80 ​ກວ່າເປີ​ເຊັນຂອງ​ເສດຖະກິດ​ໂລກພາກັນ​ເຂົ້າ​ຮ່ວມ​ການ​ສອບ​ເສັງໃນລະດູ​ໃບ​ໄມ້​ຫລົ່ນ
​ປີ 2012.
XS
SM
MD
LG