ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫລາດຮຸ້ນເອເຊຍ ຊື້ຂາຍກັນ ຢູ່ໃນຂົງເຂດ ທີ່ເປັນໄປໃນແງ່ບວກ ມື້ນີ້


ຊາຍຄົນນຶ່ງໃສ່ຜ້າປິດປາກ ຍ່າງຜ່ານກະດານຂ່າວ ກ່ຽວກັບ ດັດຊະນີຮຸ້ນ Nikkei 225 ຂອງຍີ່ປຸ່ນ ຢູ່ບໍລິສັດຂາຍຮຸ້ນ ໃນນະຄອນໂຕກຽວ (ວັນທີ 11 ພຶດສະພາ, 2020)
ຊາຍຄົນນຶ່ງໃສ່ຜ້າປິດປາກ ຍ່າງຜ່ານກະດານຂ່າວ ກ່ຽວກັບ ດັດຊະນີຮຸ້ນ Nikkei 225 ຂອງຍີ່ປຸ່ນ ຢູ່ບໍລິສັດຂາຍຮຸ້ນ ໃນນະຄອນໂຕກຽວ (ວັນທີ 11 ພຶດສະພາ, 2020)

ຕະຫລາດຮຸ້ນເອເຊຍກໍາລັງມີລາຄາສູງຂຶ້ນ ເມື່ອມີຫລາຍປະເທດກໍາລັງຜ່ອນຜັນ ຂໍ້ຈໍາກັດຕ່າງໆ ທີ່ວາງອອກ ໃນຕອນເລີ້ມມີການລະບາດຂອງໄວຣັສໂຄໂຣນາ ໃໝ່ໆ ທີ່ເຮັດໃຫ້ເກືອບໝົດທຸການເຄື່ອນໄຫວທາງເສດຖະກິດຢຸດສະງັກລົງນັ້ນ.

ດັດຊະນີຮຸ້ນນິກເກ ທີ່ເປັນເກນມາດຕະຖານຂອງຍີ່ປຸ່ນ ເພີ້ມຂຶ້ນ 1.4 ເປີເຊັນໃນການຊື້ຂາຍຕອນຄ້າຍແລງຂອງວັນຈັນມື້ນີ້ ຂະນະທີ່ດັດຊະນີຮາງເຊັງ ຢູ່ ຮົງກົງໄດ້ພຸ້ງຕົວສູງຂຶ້ນ 1.9 ເປີເຊັນ. ດັດຊະນີ S&P/ASX ຂອງອອສເຕຣ ເລຍ ໄດ້ເພີ້ມຂຶ້ນ 1.6 ເປີເຊັນ ແລະດັດຊະນີຊຽງໄຮ ແມ່ນສູງຂຶ້ນ 0.1 ເປີ ເຊັນ. ດັດຊະນີໂຄສປີ (KOSPI) ຂອງເກົາຫລີໃຕ້ ແມ່ນບໍ່ມີການເໜັງຕີງ ແຕ່ຢ່າງໃດ ກ່ອນຈະປິດການຊື້ຂາຍໃນມື້ນີ້.

ໃນການເຄື່ອນໄຫວຊື້ຂາຍອັນອື່ນນັ້ນ, ລາຄານໍ້າມັນດິບຂອງ West Texas Intermediate ຊຶ່ງເປັນເກນມາດຕະຖານຂອງສະຫະລັດ ແມ່ນ 24.44 ໂດລາຕໍ່ຖັງ ຊຶ່ງຫລຸດລົງ 1.2 ເປີເຊັນ ໃນຂະນະທີ່ນໍ້າມັນດິບເບຣັນ, ຊຶ່ງເປັນ ເກນມາດຕະຖານສາກົນແມ່ນ 30.60 ໂດລາຕໍ່ຖັງ, ຫລຸດລົງ 1.1 ເປີເຊັນ.

ດັດຊະນີຫລັກທັງ 3 ຂອງສະຫະລັດແມ່ນຢູ່ໃນຂົງເຂດທີ່ມີລັກະນະບວກ ຢູ່ໃນ ການຊື້ຂາຍໃນອະນາຄົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Asian markets are on the rise as more and more nations gradually ease restrictions imposed at the start of the coronavirus epidemic that ground nearly all economic activity to a halt.

Japan’s benchmark Nikkei index was up 1.4 in late Monday afternoon trading, while the Hang Seng in Hong Kong surged 1.9% higher. Australia’s S&P/ASX was up 1.6% and Shanghai was 0.1% higher. Seoul’s KOSPI index was flat ahead of the closing bell.

In other trading activity, the price of West Texas Intermediate crude, the U.S. benchmark, was at $24.44 per barrel, down 1.2%, while Brent crude, the international benchmark, was at $30.60 per barrel, down 1.1%

All three major U.S. indexes are in positive territory in futures trading.

XS
SM
MD
LG