ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສອງອ້າຍນ້ອງ Fung ຊ່ວຍປຸກລະດົມ ໃຫ້ຄົນເອເຊຍ ໄປປ່ອນບັດ (ວິດີໂອ)


ຊາວ​ອະ​ເມຣິກັນ​ເຊື້ອ​ສາຍ​ເອ​ເຊຍ ​ເປັນ​ຊົນ​ກຸ່ມ​ນ້ອຍ​ທີ່​ມີ​ຈໍານວນ​
ເຕີບ​ໂຕ​ໄວ ທີ່​ສຸດ​ໃນ​ສະຫະລັດ. ​ແຕ່​ໃນ​ປະ​ວັດ​ສາດ​ຜ່ານ​ມາ​ນັ້ນ
ການ​ໂຄສະ​ນາ​ຫາ​ສຽງ ​ທາງການ​ເມືອງ​ໂດຍ​ສ່ວນ​ໃນ​ຢູ່​ໃນ​ສະຫະ
ລັດ ​ແມ່ນ​ບໍ່​ໄດ້​ໃຫ້ຄວາມສົນ​ໃຈແກ່ຊົນ​ກຸ່ມ​ນ້ອຍດັ່ງກ່າວ​ນີ້​ຫຼາຍ​
ປານ​ໃດ. ​ໃນ​ຂະນະ​ທີ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກໍາລັງ​ຄືບຄານ​
ໃກ້​ເຂົ້າມາ​ ໃນ​ບໍ່​ເທົ່າໃນ​ອາທິດ​ຕໍ່ໜ້າ​ນີ້ ສອງ​ອ້າຍ​ນ້ອງເຊື້ອ​ສາຍ
ຫວຽດນາມ ກໍາລັງ​ພະຍາຍາມ​ນໍາໃຊ້​ການສະ​ແດງ​ຕະຫຼົກ​ເພື່ອ
​ຮຽກຮ້ອງ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​
ໃນ​ກຸ່ມ​ຊົນຊາວ​ໜຸ່ມ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ.

David ​ແລະ Andrew Fung ສອງອ້າຍນ້ອງ ​ເປັນ​ນັກ​ຮ້ອງ​ເພງ
ແຣ໊ບ ​ແລະ​ຕົວ​ຕະຫຼົກ. ວິ​ດີ​ໂອ​ທີ່ສອງ​ອ້າຍ​ນ້ອງນາ​ສະກຸນ​ຟັ້ງ ນໍາ​ອອກປ່ອຍ​ທາງຢູທູບ​ ກ່ຽວ​ກັບ​ຄຸ້ມ ນຶ່ງ​ຂອງ​ເມືອງລອສ​ແອ​ນຈີ​ເ​ເລ​ສ ທີ່​ມີ​ຄົນ​ເອ​ເຊຍ​ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່ນັ້ນ ​ໄດ້​ຮັບ​ຄວາມ​ສົນໃຈຈາກ​ຄົນ​ເບິ່ງ​ເປັນ​ຈໍານວນ​ຫລວງຫລາຍ ທີ່​ບອກ​ໃຫ້​ເບິ່ງ​ກັນ​ຕໍ່ໆ​ໄປ. ພວກ​ເຂົາ​ເຈົ້າ​ເອີ້ນ​ຄຸ້ມ​ນັ້ນ​ວ່າ ຄຸ້ມ 626 ຕາມ​ໝາຍ​ເລກ​ລະຫັດ​ໂທລະສັບ​ຂອງ​ເຂດ​ຄຸ້ມ​ດັ່ງກ່າວ.

ເດ​ວິດ ​ຟັ້ງ ​ເວົ້າ​ວ່າ: “ຂ້ອຍ​ຄິດ​ວ່າ ພວກ​ເຮົາ​ເຫັນ​ປະຊາ​ຄົມ​ນີ້ ເປັນ​ປະຊາ​ຄົມ​ທີ່
ຕ້ອງການ​ໜ້າ​ຕາ. ພວກ​ເຂົາ​ເຈົ້າຕ້ອງການຜູ້​ນໍາ​ ຢ່າງ​ໜ້ອຍ​ກໍໃນ​ແງ່​ຂອງຊາວ​
ໜຸ່ມ. ພວກ​ເຮົາ​ຄິດວ່າ ພວກ​ເຮົາ​ສາມາດ​ເຮັດໃຫ້​ຄຸ້ມ​ນີ້​ມີ​ໂສມໜ້າ​ ຂຶ້ນ​ມາ​ໄດ້ ​
ແລະກໍ​ເຮັດ​ໃນລັກສະນະ ​ທີ່​ເປັນ​ທາງ​ບວກ​ແທ້ໆ.”


ນອກ​ນີ້​ແລ້ວ ສອງອ້າຍນ້ອງ ​Fung ຍັງ​ຖື​ວ່າເຂົາ​ເຈົ້າ​ເປັນ​ນັກ​ເຄື່ອນ​ໄຫວເພື່ອ​ປະຊາ​ຄົມ​ນໍາ​ດ້ວຍ. ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຢູ່ໃນ​ຮູບ​ເງົາ ວິ​ດີ​ໂອ​ທີ່​ເອົາລົງທາງ​ເວັບ​ໄຊ້ ​ເພື່ອ​ຊຸກຍູ້ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ ໃຫ້​ພາກັນອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ.

ສູນ​ກາງກົດໝາຍສໍາລັບ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍປາຊິ​ຟິກ ເປັນ​ຜູ້​ໃຫ້​ທຶນ​ເຮັດ​ຮູບ​ເງົາ​ວີ​ດີ​ໂອດັ່ງກ່າວ. ນາງ Tanzila Ahmed ຜູ້​ຈັດການ​ຝ່າຍ​ພົວພັນ​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ອົງການ​ດັ່ງກ່າວ​ນີ້ ​ເວົ້າ​ວ່າ ​ເປົ້າໝາຍ​ຂອງ​ອົງການ ​ກໍ​ຄື​ພວກ​ຊາວ​ໜຸ່ມຢູ່ຄຸ້ມ 626.

ນາງ​ Tanzila ອາ​ເມັດ ​ເວົ້າ​ວ່າ: “​ໂດຍ​ທົ່ວ​ໄປ​ແລ້ວ ພວກ​ຊາວ​ໜຸ່ມ​ບໍ່​ຄ່ອຍ​ຈະ​ອອກ​
ໄປ​ປ່ອນ​ບັດ ​ແລະ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ທົ່ວ​ໄປ​ກໍ​ບໍ່​ຄ່ອຍພາກັນ​ໄປ​
ປ່ອນ​ບັດ
. ສະ​ນັ້ນ​ ມັນກໍ​ເລີຍເຮັດ​ໃຫ້​ຊາວ​ໜຸ່ມອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ ບໍ່​ພາກັນອອກ​ໄປ​ເລືອກ​ຕັ້ງ.”

​ແຕ່ຕົກ​ມາ​ໃນ​ປີ 2008, ກໍປາກົດ​ວ່າ​ ຊາວ​ໜຸ່ມ​ທັງ​ໝົດ ​ແມ່ນ​ແຕ່​ຊາວໜຸ່ມ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ​ກໍພາກັນ​ອອກ​ມາ​ປ່ອນ​ບັດ​ໃນ​ຈໍານວນ​ທີ່​ໜ້າ​ປະຫຼາດ​ໃຈ. Morley Winograd ​ແລະ Mike Hais ກ່າວ​ວ່າ ຊາວ​ໜຸ່ມ​ເປັນ​ຜູ້ຕັດສິນ​ຊີ້​ຂາດ​ຜົນ​ການ​ເລືອກຕັ້ງ​ໃນ​ປີ​ນັ້ນ. ທັງ​ສອງ​ທ່ານ​ທີ່ກ່າວ​ຊື່ມາ​ນີ້ ໄດ້​ຮ່ວມ​ກັນຂຽນ​ປື້​ມສອງ​ຫົວ ກ່ຽວ​ກັບ​ພວກມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ ທີ່​ເກີດ​ໃນ​ລະຫວ່າງ​ປີ 1982 ຫາ 2003 ທີ່​ເອີ້ນ​ກັນວ່າ ພວກລຸ້ນ
ຂຶ້ນ​ສະຫັດ​ສະ​ຫວັດ ຊຶ່ງ​ Mike Hais ອະທິບາຍ​ຕໍ່​ໄປ​ວ່າ:

ທ່ານ ​ເຮ​ສ ​ເວົ້າ​ວ່າ: “ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ພວກ​ຄົນ​ລຸ້ນຂຶ້ນ​ສະຫັດ
ສະຫວັດ​ໃໝ່​ນີ້
ຈະ​ສໍາຄັນ​ຫຼາຍ​ໃນ​ປີ 2012 ​ເທົ່າ​ໆ​ກັບ​ໃນ​ປີ 2008 ​ເຖິງ​
ແມ່ນ​ຈໍ​ານວນ​
ສ່ວນ​ຮ້ອຍ​ຂອງຜູ້ປ່ອນ​ບັດ​ ຈະ​ບໍ່​ເທົ່າ​ກັບ​ຜ່ານ​ມາ​ກໍ​ຕາມ.”

ສ່ວນ​ທ່ານ Winograd ກໍ​ກ່າວ​ວ່າ ທ່າ​ອຽງແມ່ນ​ກໍາລັງ​ປ່ຽນ​ແປງໄປ​ຢ່າງ​ຊ້າໆ ຢູ່​ພາຍ​ໃນ​ປະຊາ​ຄົມ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ.

ທ່ານ Winograd ​ເວົ້າ​ວ່າ: “ປະຊາ​ຄົມ​ອະ​ເມຣິກັນ​ເຊື້ອສາຍ​ຈີນ ຫາ​ກໍຮູ້ສຶກ​
ໃໝ່​ໆ ໃນ​ພະລັງ​ທາງການ​ເມືອງຂອງ​ພວກ​ຕົນ ​ແລະ​ກໍ​ພາກັນ​ອອກ​ໄປ​ປ່ອນ​
ບັດ​ໃນຈໍານວນຫຼາຍຂຶ້ນ ແລະ​ໃນ​ຈໍາ​ນວນ​ທີ່​ຄ້າຍຄືກັນ​ຫຼາຍ​ຂຶ້ນ​ ກັບພາກ
ສ່ວນອື່ນ​ໆ​ຂອງປະຊາ​ຄົມ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ.”


​ນາງ Tanzila Ahmed ກ່າວ​ວ່າ ແຕ່ກໍ​ຍັງ​ມີ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ຜູ້​ທີ່​ມີສິດເລືອກ​ຕັ້ງ​ແຕ່​ບໍ່​ໄປ​ປ່ອນ​ບັດ​ນັ້ນ ​ຫຼາຍ​ຢູ່ ຊຶ່ງ​ນາງ​ຖິ້ມ​ໂທດ​ໃສ່​ໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ​ພວກພັກ​ການ​ເມືອງ​ໃຫຍ່ ທີ່​ບໍ່ສຸມ​ຄວາ​ມພະຍາ ຍາມໃສ່ການເອື້ອມ​ມື​ໄປ​ຫາ​ພວກ​ຊົນ​ກຸ່ມນ້ອຍ​ເຫລົ່າ​ນີ້ ​ເພາະມັນ​ເປັນ​ວຽກ​ໜັກ​ຂຶ້ນ.

ນາງ ອາເມັດ ກ່າວ​ວ່າ: “ເວົ້າໃນແງ່​ຂອງ​ຄວາມຕ້ອງການເອກ​ກະສາ​ນທີ່ ​
ເປັນ​ສອງ​ພາສາ​ເນາະ ມັນ​ມີ​ຫຼາຍ​ພາສາ​ແຕກ​ຕ່າງ​ກັນ​ຢູ່​ໃນ​ປະຊາ​ຄົມ​ຂອງ
ພວກເຮົາ​ ແຕ່​ວ່າ​ແທ້ໆ​ແລ້ວ ໜ່ວຍໂຄສະນາ​ຫາ​ສຽງ​ຂອງ​ພັກການ​ເມືອງ​
ໃຫຍ່ ບໍ່​ຢາກ​ສຸມຄວາມ​ພະຍາຍາມໃສ່ການປຸກ​ລະດົມປະຊາ​ຄົມ​ຂອງ​
ພວກ​ເຮົາ.”


​ແຕ່​ແທນ​ທີ່​ຈະເຮັດ​ເຊ່ນ​ນັ້ນ ພວກ​ໜ່ວຍໂຄສະ​ຫາ​ສຽງກັບສຸມຄວາມເພ່ງ​ເລັງ​ຂອງ​ຕົນ​ໄປ
​ໃສ່​ໃນ​ກຸ່ມ​ຊົນ​ຊາວ Hispanics ​ແລະ​ຊາວ​ອະ​ເມຣິກັນເຊື້ອສາຍ​ອາ​ຟຣິກາ ຫຼາຍ​ກວ່າ ຊຶ່ງ ເປັນສອງ​ກຸ່ມທີ່ໃຫຍ່​ທີ່​ສຸດ​ໃນ​ພວກຊົນກຸ່ມ​ນ້ອຍ​ທີ່ມີ​ສິດເລືອກ​ຕັ້ງ​. ​ເວລາ​ນີ້ ສູນ​ກາງກົດ
ໝາຍສໍາລັບ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ ເອ​ເຊຍປາຊິ​ຟິກ​ ກໍາລັງ​ພະຍາຍາມສະໜອງ​ຄວາມ​ຕ້ອງການ​ອັນ​ນັ້ນ ​ໂດຍ​ການ​ຍື່ນ​ມື​ໄປ​ຫາ​ພວກຊົນ​ກຸ່ມ​ນ້ອຍ​ເຊື້ອສາຍ​ເອ​ເຊຍ​ປາຊີ​ຟິກນັ້ນ ​ເຊ່ນພິມ​ປື້ມ​ໂທລະສັບ​ທີ່​ມີ 11 ພາສາ ພ້ອມ​ທັງ​ວີ​ດີ​ໂອ​ຊັກ​ຊວນ ທີ່​ເຮັດກັບສອງ ອ້າຍນ້ອງ Fung. ພວກ​ຊ່ຽວຊານ​ການ​ເມືອງ ກ່າວ​ວ່າ ​ເຄືອ​ຂ່າວ​ອິນ​ເທີ​ເນັດ ​ແລະຕາໜ່າງ​ສັງຄົມ ອາດ​ເປັນ​ເຄຶ່ອງມືທີ່​ມີ​ປະ​ສິດທິຜົນ​ສູງ​ທີ່​ສຸດສໍ​າ ລັບ​ເຂົ້າຫາ​ເຂົ້າ​ເຖິງ​ ພວກລຸ້ນຂຶ້ນ​ສະຫັດ​ສະຫ​ວັດ ຜູ້​ທີ່​ບາດ​ແລ້ວ​ກໍອາດ​ຈະ​ຊ່ວຍ​ຊຸກຍູ້​ໃຫ້​ພວກ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ ໄປ​ປ່ອນ​ບັດ
​ເລື​ອກຕັ້ງນໍາ.
XS
SM
MD
LG