ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະຍາດແມງໄມ້ເອເຊຍ ຂົ່ມຂູ່ ຕໍ່ສວນໝາກກ້ຽງ ລັດຟລໍຣິດາ (ວີດີໂອ/ລາຍງານພາສາອັງກິດຊ້າໆ)


Asian Bacteria Threatens Florida Orange Trees
please wait

No media source currently available

0:00 0:02:29 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ອຸດສາຫະກຳ​ປະ​ເພດ​ໝາກກ້ຽງ​ໝາກ​ນາວຂອງ​ລັດ​ຟລໍຣິດາ
ກຳລັງ​ປະ​ເຊີນ​ກັບ​ໄພ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງ​ ຈາກ​ເຊື້ອແບັກ​ທີ​ເຣຍ
ທີ່​ມາກັບ​ແມງ​ໄມ້ຈາກ​ເອ​ເຊຍ ທີ່​ເອີ້ນ​ວ່າ ຊີ​ລິດ (psyllid). ​ການ
​ແຜ່​ລະບາດ​ຂອງເຊື້ອແບັກ​ທີ​ເຣຍ​ດັ່ງກ່າວ ​ເນ້ນ​ໜັກໃຫ້​ເຫັນ​ໄພ​
ອັນຕະລາຍໃນ​ການ​ນຳ​ເອົາ​ພືດ​ພັນ​ຫລື​ແມງ​ໄມ້​ຈາກຕ່າງ​ປະ​ເທດ ​
ເຂົ້າ​ມາຍັງ​ດິນ​ອາ​ເມ​ຣິ​ກາ. ສິງ​ຈະ​ນຳ​ເອົາ​ລາຍງານ​ເລື້ອງນີ້
ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ George Putic ມາສະ​ເໜີ​ທ່ານ​.

ເຈົ້າ​ຂອງ​ສວນ​ໝາກກ້ຽງ​ແລະ​ໝາກ​ນາວ​ໃ​ນ​ລັດ​ຟລໍຣິດາ ​ພາກັນ​ຈູດ​ເຜົາ​ຕົ້ນ​ໝາກ​ໄມ້​ຂອງ​ເຂົາ​ເຈົ້າ​ຖິ້ມ ຍ້ອນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ແມງ​ໄມ້​ຊະນິດ​ນຶ່ງ ທີ່​ມີ​ຈຸດ​ສີ​ນ້ຳຕານ​ ເອີ້ນ​ວ່າ​ໂຕ ຊີ​ລິດ (psyllid) ທີ່​ເປັນ​ແມງ​ໄມ້​ຈາກ​ເອ​ເຊຍ ​ແລະເປັນ​ໂຕນຳ​ເຊື້ອ​ພະຍາດ ​ທີ່​ຊາວ​ຈີນ​ເອີ້ນ​ວ່າ “ພະຍາດ​ມັງກອນ​ສີ​ເຫຼືອງ.” ແຕ່ພວກເຈົ້າ​ຂອງ​ສວນ​ໃນ​ລັດ​ຟລໍຣິດາ ​ເອີ້ນ​ວ່າ “ພະຍາດສີຂຽວ”.

​ເວລາ​ແມງ​ໄມ້​ເຫຼົ່າ​ນີ້ ມາ​ກິນ​ໃບ​ໝາກກ້ຽງ​ໝາກ​ນາວ ​ມັນ​ຈະແຜ່​ເຊື້​ອ​ແບັກ​ທີ​ເຣຍ ທີ່​ໄປ​ອຸດ
ຕັນ​ລະ​ບົບນ້ຳ​ຫລໍ່ລ້ຽງຕົ້ນ​ໄມ້ ​ແລະ​ເຮັດ​ໃຫ້​ມັນ​ຄ່ອຍໆ​ຕາຍ​ໄປ. ໝາກ​ກ້ຽງທີ່​ເກີດ​ຈາກ​ຕົ້ນ
​ທີ່​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວ ​ຈະເປັນ​ໜ່ວຍ​ນ້ອຍໆແລະ​ຫລົ່ນ​ລົງ ​ແລ້ວ​ໃນ​ທີ່​ສຸດ​ ​ຕົ້ນ​ໝາກ
ກ້ຽງນັ້ນ​ກໍ​ຈະຕາຍ​ໄປ.

ຍັງບໍ່​ມີ​ປະ​ເທດ​ໃດ​ທີ່​ປູກ​ຕົ້ນ​ໄມ້​ປະ​ເພດ​ໝາກກ້ຽງໝາກ​ນາວ​ໄດ້ພັດທະນາວິທີ​ແກ້​ໄຂບັນ
ຫານີ້.

​ເຈົ້າ​ຂອງ​ສວນ​ໝາກກ້ຽງ Ellis Hunt ມີ​ຄວາມ​ເຫຼືອ​ອົກ​ເຫຼືອ​ໃຈ​ຫລາຍ ກ່ຽວກັບ​ເລື້ອງ​ນີ້

Ellis Hunt ​ເວົ້າວ່າ ເວລາ​​ເຈົ້າ​ໃຊ້​ຈ່າຍ​ເງິນ​ເພື່ອ​ປູກ​ຕົ້ນ​ໄມ້​ໃຫ້​ໃຫຍ່ ​ແລະ​ເວລາ
ມັນ​ໃຫຍ່
ໃກ້ຊິ​ໄດ້ເກັບ​ກ່ຽວ​ໄດ້​ແລ້ວ ໝາກ​ໄມ້ກັບຫລົ່ນ​ລົງ​ດິນ. ອັນ​ນີ້ ມັນ​ແມ່ນ...​
ແມ່ນ​ຄວາມ
ຫາຍະນະ​ແທ້ໆ. ມັນ​ເຮັດ​ໃຫ້​ຂ້ອຍ​ອົກ​ຫັກ.”

​ສິ່ງ​ນຶ່ງ​ອີກ​ທີ່​ເຮັດ​ໃຫ້ບັນຫາ​ຮ້າຍ​ແຮງ​ໄປ​ກວ່າ​ນີ້ ກໍ​ຄືອຸດ​ສາ​ຫະກຳ​ປູກ​ຕົ້ນ​ໄມ້​ປະ​ເພດ​ໝາກ
ກ້ຽງ​ໝາກ​ນາວ ​ມູນ​ຄ່າ 9 ຕື້​ດອລ​ລ່າ ຂອງ​ສະຫະລັດ ຊຶ່ງ​ເປັນອຸດສາຫະກຳ​ໃຫຍ່​ອັນດັບ
ສອງຂອງ​ໂລກ​ ຮອງ​ຈາກ Brazil ​ເທົ່າ​ນັ້ນ ກຳລັງ​ປະ​ເຊີນ​ກັບ​ການແຂ່ງຂັນ​ຈາກ​ຕ່າງປະ
ເທດເພີ່ມ​ຂຶ້ນ​ນັບ​ມື້ ແລະ​ຍອດຂາຍ​ທີ່ຫລຸດ​ລົງຢ່າງ​ຕໍ່​ເນື່ອງ ຍ້ອນ​ຄວາມ​ບໍ່​ມັກ​ກິນ​ນ້ຳຕານ​ແລະອາຫານ​ປະ​ເພດ​ແປ້ງ ​ຫລາຍ​ຂຶ້ນ​ເລື້ອຍໆ ຂອງ​ຜູ້ບໍລິ​ໂພ​ກຢູ່​ໃນ​ສະຫະລັດ​.

ອຸດສາຫະກຳ​ປູກ​ໝາກ​ກ້ຽງ ທີ່​ວ່າ​ຈ້າງ​ຄົນງານ 75 ພັນ​ຄົນ ​ແມ່ນ​ອາ​ໄສ​ການ​ຊອກ​ຫາ​ທາງ​ ​ປາບເຊື້ອ​ພະຍາດ​ຈາກ​ໂຕ ຊີ​ລິດ ​ນັ້ນ.

ທີ່​ສູນ​ກາງ​ຄົ້ນຄວ້າແລະ​ສຶກສາກ່ຽວ​ກັບໝາກກ້ຽງ​ແລະ​ໝາກ​ນາວ ຂອງມະຫາວິທະຍາ​ໄລ
ລັດ​ຟລໍຣິດາ ​ນັກ​ພຶກສາສາດ​ແລະ​ຊ່ຽວຊານ​ດ້ານ​ແມງໄມ້ທີ່​ດີ​ທີ່​ສຸດ​ຂອງໂລກ ຈຳນວນ​ນຶ່ງ ກຳລັງ​ພະຍາຍາມ​ຊ່ອຍພວກ​ຕົ້ນ​ໄມ້​ທີ່​ຍັງ​ເຫລືອຢູ່​ນັ້ນ​ໄວ້ ພ້ອມທັງປູກ​ຕົ້ນໃໝ່ ທີ່​ຕ້ານທານ​ຕໍ່​ເຊື້ອ​ແບັກ​ທີ​ເຣຍນີ້​ ​ແລະ​ເຮັດ​ໃຫ້​ແມງ​ຊີ​ລິດ ​ບໍ່​ສາມາດແຜ່​ເຊື້ອ​ພະຍາດ​ອອກ​ໄປ​ໄດ້.

ທ່ານນາງ Kirsten Pelz-Stelinski ນັກ​ຊ່ຽວຊານ​ດ້ານ​ແມງ​ໄມ້ ກ່າວ​ວ່າ ບັນຫາ​ນີ້​ເຮັດໃຫ້ທ່ານ​ນາງ​ນອນ​ບໍ່​ຫລັບ ​ໃນ​ຍາມ​ກາງ​ຄືນ.

ທ່ານ​ນາງ Pelz-Stelinski ​ເວົ້າ​ວ່າ “ມັນ​ເປັນ​ເລື້ອງ​ນຶ່ງ​ທີ່​ຂ້ອຍ​ຄິດ​ເຖິງ​ທຸກ​ມື້​ທຸກ​ວັນ. ຂ້ອຍຄິດ​ກ່ຽວ​ກັບ​ເລື້ອງ​ນີ້​ໃນຍາມກາງຄືນ ເວລາທີ່​ຂ້ອຍ​ຄວນ​ຈະ​ນອນ​. ມັນ​ເປັນ​ບັນ
ຫາ​ໃຫຍ່​ຫລາຍ ​ແລະ​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ເຄື່ອງມື​ໃຫ້​ໄດ້​ຫລາຍ​ທີ່​ສຸດເທົ່າ​
ທີ່​ຈະ​ຫາ​ໄດ້ ​ເພື່ອ​ແກ້​ໄຂມັນ.”

ທ່ານ​ນາງ Pelz-Stelinski ກ່າວ​ອີກວ່າ ມັນ​ອາດ​ຈະ​ໃຊ້​ເວລາ​ດົນ​ເຖິງ 5 ປີ​ກໍໄດ້ ກ່ວາ​ຈະ
ພົບ​ເຫັນ​ຊ່ອງ​ທາງທີ່​ຈະ​ສາມາດ​ເຮັດ​ໃຫ້​ໂຕ psyllid ປອດ​ຈາກເຊື້ອ​ແບັກ​ທີ​ເຣຍ ທີ່ເປັນ​ອັນຕະລາຍ​ນັ້ນ.

​ໃນ​ລະຫວ່າງ​ນີ້ ບັນດາ​ນັກ​ພຶກສາສາດ​ກຳລັງ​ທົດ​ລອງ ວິທີ​ຕອນ​ງ່າ ຫຼື​ກິ່ງ​ຂອງ​ພວກຕົ້ນ​ໄມ້​
ທີ່​ຖືກ​ໂຕ​ຊີ​ລິດ​ກິ​ນນັ້ນ ເພື່ອເປັນ​ຊ່ອງ​ທາງ​ນຶ່ງໃນ​ການຮັກສາ​ມັນໃຫ້​ມີ​ຊີວິດ​ຕໍ່​ໄປ ຂະນະ​ທີ່​ພວກເຈົ້າ​ຂອງ​ສວນໝາ​ກກ້ຽງ ພະຍາຍາມ​ຄວບ​ຄຸມພະ​ຍາດ ​ໂດຍ​ການ​ສີດ​ຢາປ້ອງ​ກັນ​ໃສ່
ຕົ້ນ​ໄມ້ ​ແລະໃສ່​ອາຫານ​ບຳລຸງ​ລ້ຽງ ອັນ​ເປັນຄ່າ​ໃຊ້​ຈ່າຍ​ເພີ້​ມຂຶ້ນ​ ທີ່​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ ຫລຸດ​ນ້ອຍ​ຖອຍ​ລົງ​ຕໍ່​ໄປອີກ.

ຟັງລາຍງານເລື້ອງນີ້ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

Florida’s citrus industry is facing serious threats from an Asian insect. The insect can be a carrier of bacteria that attack citrus trees. The spread of the bacteria shows the danger of bringing non-native organisms to American soil.

Florida’s citrus growers are world famous for their production of oranges, lemons, limes and other citrus fruit. But now they are burning orange trees damaged by a brown insect called psyllid. The insect comes from Asia and carries what the Chinese call the “yellow dragon disease”.

Bacteria from the insects block the capillary system inside the trees. Slowly, the trees choke to death. The fruit from the diseased trees is small. It falls off the tree, and the tree eventually dies.

No citrus-growing countries have developed a cure. Farmer Ellis Hunt is very worried. In his words, “when you spend the money to raise it, and get it almost there, and it turns loose and hits the ground, that’s …a disaster. That’s heartbreaking”.

Florida’s $9-billion citrus growing industry is second only to Brazil. It is fighting foreign competition and a drop in sales in the United States. Sales are decreasing because Americans are avoiding sugar and carbohydrates for health reasons. The citrus industry’s 75,000 jobs depend on finding a cure to the disease.

Scientists are working to save the existing trees. They include some of the world’s best botanists, or plant experts, and entomologists – scientists specializing in insects. These scientists are also trying to grow new trees that can resist the bacterium and make it impossible for insects to transport the disease.

Entomologist Kirsten Pelz-Stelinski said the problem is keeping her awake at night. She said, “It’s something I think about every day. I think about it at night when I’m supposed to be sleeping. It’s a huge problem, and we need to come up with as many as tools as we can”.

Ms. Pelz-Stelinski said it may take as long as five years to find a way to make the psyllid bug free of the dangerous bacteria.

For now, botanists are experimenting with grafting to keep the existing trees alive. Grafting is a technique that connects a part of one tree to another tree; the two parts grow together to become a single tree. Citrus farmers are also working to control the disease by spraying the trees and feeding them with nutrients.

This story is based on a report by George Putic, adapted for Learning English by Adam Brock and edited by George Grow. James Tedder narrated the report.

______________________________________________________________

Words in the News

bacteria - n. living things that are one cell and can be seen only through a microscope; some cause disease.

capillary - n. resembling a hair especially in slender elongated form.

choke - n. to make (someone) unable to breathe in a normal way

heartbreaking - n. causing intense sorrow or distress.

carbohydrates - n. any one of various substances found in certain foods (such as bread, rice, and potatoes) that provide your body with heat and energy and are made of carbon, hydrogen, and oxygen.

Now it's your turn to use these Words in the News. In the comment section, write a sentence using one of these words and we will provide feedback on your use of vocabulary and grammar.

XS
SM
MD
LG