ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຜູ້ມີສິດປ່ອນບັດ ອາເມຣິກັນ ເຊື້ອສາຍເອເຊຍ ເປັນຫ່ວງນຳ ເລື່ອງຕ່າງໆ ພາຍໃນ ສຫລ


Asian-American Voters Share Domestic, Asian Concerns
please wait

No media source currently available

0:00 0:02:29 0:00

ປະຊາກອນ ສະຫະລັດ ທັງໝົດ ປະກອບມີ ຊາວອາເມຣິກັນ ເຊື້ອສາຍເອເຊຍ ໃນ ຈຳນວນ ສະເລຍ 6 ເປີເຊັນ ໂດຍສ່ວນໃຫຍ່ ແມ່ນປຸ້ມລຸມກັນຢູ່ໃນລັດ California. ພວກເຂົາເຈົ້າ ເປັນກຸ່ມທີ່ແຕກຕ່າງກັນ ຊຶ່ງມີຄວາມເປັນຫ່ວງນຳກັນ ກ່ຽວກັບເລື່ອງ ຄົນເຂົ້າເມືອງ, ເສດຖະກິດ ແລະ ນະໂຍບາຍ ຂອງສະຫະລັດ ຕໍ່ປະເທດບ້ານເກີດ ຂອງພວກເຂົາເຈົ້າ. ການເລືອກຕັ້ງປະທານາທິບໍດີ ທີ່ຈະມີຂຶ້ນອີກບໍ່ດົນ ແມ່ນຈະອອກ ມາໃນຮູບແບບໃດ ນັ້ນ ທ່ານ Mike O'Sullivan ນັກຂ່າວຂອງວີໂອເອ ໄດ້ເດີນທາງ ໄປຍັງ ນະຄອນ San Francisco ຂອງລັດ California ເພື່ອຊອກຫາຄຳຕອບ ສຳລັບຄຳຖາມດັ່ງກ່າວຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ປະເພນີຂອງຊາວເອເຊຍ ແມ່ນເປັນສິ່ງທີ່ມີຊີວິດຊີວາ ຢູ່ໃນນະຄອນ San Francisco ບ່ອນທີ່ພວກຜູ້ເຖົ້າຜູ້ແກ່ຊາວອົບພະຍົບ ຍັງຮັກສາໄວ້ ມູນເຊື້ອຂອງພວກເພິ່ນ ແລະ ພວກຊາວໜຸ່ມ ທີ່ໃຫຍ່ໂຕຂຶ້ນມາ ທ່າມກາງສອງວັດທະນະທຳ.

ທ່ານນາງ Fiona Ma ເຈົ້າໜ້າທີ່ຜູ້ໄດ້ຮັບການເລືອກຕັ້ງ ຂອງລັດ California ກ່າວວ່າ “ຄວາມກັງວົນ ກໍແມ່ນວ່າ ພວກເຮົາຈະໄດ້ຮັບການຕ້ອນຮັບບໍ່, ພວກເຮົາຈະເຫັນ ວ່າ ມີຄຸນຄ່າບໍ່, ພວກເຮົາຈະນຳເຂົ້າເປັນກຸ່ມດຽວກັນບໍ່ ແລະ ພວກເຮົາຈະເປັນສ່ວນນຶ່ງ ຂອງຜືນແຜ່ນຜ້າວັດທະນະທຳ ຂອງອາເມຣິກາບໍ່.”

ຊາວອາເມຣິກັນ ເຊື້ອສາຍເກົາຫຼີ ຈະພາກັນສະເຫຼີມສະຫຼອງ ທັງສອງມູນເຊື້ອຂອງ ພວກເຂົາເຈົ້າ.

ສ່ວນຢູ່ໃນເຂດໄຊງ່ອນນ້ອຍ ຫຼື Little Saigon ຂອງນະຄອນ San Francisco ພວກເຂົາເຈົ້າມັກຈະພາກັນເປັນຫ່ວງ ກ່ຽວກັບ ການມີບົດບາດຫຼາຍຂຶ້ນຂອງຈີນ ກັບເລື່ອງຄວາມກັງວົນປະຈຳວັນ ຢູ່ໃນ ປະຊາຄົມເອເຊຍ ຫຼື Asiamix.

ທ່ານ Philip Nguyen ຢູ່ທີ່ ສູນປະຊາຄົມ ເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ “ທ່ານຈະຫາວຽກເຮັດງານທຳ ຈັ່ງໃດ ຕໍ່ຈາກນັ້ນ ຈະກຸ້ມຕົນເອງໄດ້ແນວໃດ ແລະ ຈະສ້າງຄອບຄົວວິທີໃດ.”

ໃນຂະນະທີ່ພວກມີສິດອອກສຽງ ຊັ່ງຊາເບິ່ງວ່າ ຈະເລືອກຜູ້ສະໝັກເປັນປະທານາ ທິບໍດີ ຜູ້ໃດ ນັ້ນ ບັນຫາເສດຖະກິດ ຈະເປັນນ້ຳໜັກແຮງທ່ວງ ເພື່ອການຕັດສິນໃຈ.

ຄ່າເຊົ່າເຮືອນ ກຳລັງສູງຂຶ້ນຫຼາຍ ຢູ່ທີ່ນີ້ ຍ້ອນວ່າ ເສດຖະກິດ ກຳລັງຂະຫຍາຍຕົວ ຢ່າງໃຫຍ່.

ຊາວອາເມຣິກັນ ເຊື້ອສາຍຟີລິບປິນ ແນມເບິ່ງປະເທດບ້ານເກີດຂອງພວກເຂົາເຈົ້າ ດ້ວຍຕາເບື້ອງໜຶ່ງ ແລະ ຕາອີກເບື້ອງໜຶ່ງ ແມ່ນເບິ່ງສະພາບການ ໃນປະເທດໃໝ່ ຂອງພວກເຂົາເຈົ້າ.

ທ່ານນາງ Angelica Cabande ຜູ້ກຳກັບນຳຊຸມຊົນ ອາເມຣິກັນເຊື້ອສາຍຟີລິບປິນ ກ່າວວ່າ “ພວກເຮົາກຳລັງເຫັນ ນະຄອນ San Francisco, Seattle, New York, ທົ່ວທຸກຫົນແຫ່ງ ຄ່າເຊົ່າເຮືອນ ແມ່ນສູງຂຶ້ນ ແລະ ສູງຂຶ້ນໄປເລື້ອຍໆ ແຕ່ລາຍໄດ້ ຂອງພວກເຮົາ ບໍ່ໄດ້ຂຶ້ນເລີຍ.”

ພວກອົບພະຍົບ ຈາກມຽນມາ ແມ່ນກຳລັງຮຽນເອົາທັກສະດ້ານພາສາ ໃນຂະນະທີ່ ພວກເຂົາເຈົ້າກຽມພ້ອມ ທີ່ຈະເສັງເອົາສັນຊາດ.

ຊາວອາເມຣິກັນ ເຊື້ອສາຍເອເຊຍ ຈະພາກັນອຽງໄປທາງພັກເດໂມແຄຣັດ ແລະ ຫຼາຍ ຄົນຢູ່ນະຄອນ San Francisco ກ່າວວ່າ ປະສົບປະການດ້ານການເມືອງ ເປັນໃຈກາງ ຂອງບັນຫາ.

ທ່ານ Kyaw Hoe (pronounce Jaw Ho) ອົບພະຍົບຊາວມຽນມາ ກ່າວວ່າ “ຂ້າພະ ເຈົ້າ ຍິນດີທີ່ຈະລົງຄະແນນສຽງເລືອກເອົາ ທ່ານນາງ Clinton. ຂ້າພະເຈົ້າ ບໍ່ຢາກ ລົງຄະແນນສຽງໃຫ້ທ່ານ Trump. ເຫດຜົນທີ່ຂ້າພະເຈົ້າ ຢາກປ່ອນບັດເອົາທ່ານນາງ Clinton ກໍແມ່ນວ່າ ທ່ານນາງ ເຄີຍໄດ້ເປັນສະຕີໝາຍເລກໜຶ່ງ. ທ່ານນາງເປັນອະດີດ ລັດຖະມົນຕີການຕ່າງປະເທດ. ທ່ານນາງມີປະສົບປະການ. ສ່ວນທ່ານ Donald Trump ເປັນນາຍທຶນ. ທ່ານເປັນຄົນອວດເກັ່ງ.”

ເຈົ້າໜ້າທີ່ຊຸມຊົນ ທ່ານໜຶ່ງ ໃນເຂດ Little Saigon ກ່າວວ່າ ການເລືອກເອົາຜູ້ສະໝັກ ແມ່ນຍາກລຳບາກ ສຳລັບ ຊາວອົບພະຍົບທີ່ມາໃໝ່.

ທ່ານ Tony Nguyen ເວົ້າວ່າ “ພວກເຂົາເຈົ້າອ່ານໜັງສືພິມ ຂອງຫວຽດນາມ, ພວກ ເຂົາເຈົ້າ ເບິ່ງຂ່າວຂອງຫວຽດນາມ ແຕ່ພວກເຂົາເຈົ້າ ບໍ່ສາມາດເຂົ້າໃຈສະພາບການ ລວມເລີຍ.”

ຊາວອາເມຣິກັນເຊື້ອສາຍເອເຊຍ ແມ່ນມີສ່ວນຮ່ວມ ຢ່າງຫ້າວຫັນ ໃນລັດຖະບານ ທ້ອງຖິ່ນ ແລະ ໄດ້ຊຸກຍູ້ໃຫ້ເລືອກເອົາຈຸດຢືນໃດໜຶ່ງ ໃນການເລືອກຕັ້ງປະທານາທິບໍດີ.

ທ່ານນາງ Mary Roque ຊາວອາເມຣິກັນ ເຊື້ອສາຍຟີລິບປິນ ກ່າວວ່າ “ແມ່ນ, ແທ້ຈິງແລ້ວ ຂ້າພະເຈົ້າ ໄດ້ລົງທະບຽນ ພວກເພື່ອນໆ ຂອງຂ້າພະເຈົ້າເອງ ເພື່ອ ໃຫ້ເຂົາເຈົ້າໄດ້ໄປປ່ອນບັດລົງຄະແນນສຽງ.”

ເຊັ່ນດຽວກັນກັບ ຊາວອາເມຣິກັນ ຄົນອື່ນໆ ບັນດາຜູ້ມີສິດປ່ອນບັດ ຊາວເອເຊຍ ຢູ່ໃນນະຄອນ San Francisco ແມ່ນກຳລັງຊັ່ງຊາເບິ່ງວ່າ ພວກເຂົາເຈົ້າ ຈະເລືອກເອົາຜູ້ໃດ.

Asian Americans make up 6 percent of the U.S. population, with large concentrations in states like California. They are a diverse group that shares concerns about immigration, the economy and U.S. policy toward their native countries. How might that play out in the upcoming presidential election? Mike O'Sullivan went to San Francisco to try to find out.

Asian traditions are alive in San Francisco, where older immigrants maintain their heritage and younger people live between two cultures.

((FIONA MA, CALIFORNIA ELECTED OFFICIAL))
"The concern is that we will be welcome, that we will be valued, that we will assimilate, and that we will be part of the fabric of the American culture."

Korean Americans celebrate their dual heritage.

In San Francisco's Little Saigon, worries about China's growing role in Asiamix with everyday concerns.

((PHILIP NGUYEN, SOUTHEASTASIAN COMMUNITY CENTER))
"(How) you can find a job, then how to be self-sufficient, and to start your family."

As voters weigh their presidential choices, economic issues weigh heavily.

Rents are soaring here because of a booming economy.

Philippine Americans keep one eye on their home country and the other on the conditions in their adopted country.

((ANGELICA CABANDE, PHILIPPINE AMERICAN COMMUNITY ORGANIZER))
"We're seeing San Francisco, Seattle, New York, everywhere the rent is going up and up, but our income is not."

Immigrants from Myanmar, or Burma, are learning language skills as they prepare for citizenship.

Asian Americans lean Democratic, and many in San Francisco say political experience is the central issue.

((KYAW HOE, MYANMAR IMMIGRANT (SPEAKING BURMESE)))
"I am willing to vote for Clinton. I don't want to vote for Trump. The reason I want to vote for Clinton is she used to be first lady. She's former secretary of state. She has experience. Donald Trump is a capitalist. He is arrogant."

The choice is hard for new immigrants, says a community worker in Little Saigon.

((TONY NGUYEN, SOUTHEASTASIAN COMMUNITY CENTER))
"They read the Vietnamese newspaper, they're watching the Vietnamese news, but they really cannot understand overall what's going on."

Asian Americans are active in local government and are urged to take a stand in the presidential election.

((MARY ROQUE, PHILPPINE AMERICAN))
"Yeah, I've actually been registering my own friends to vote."

Like other Americans,Asianvoters in San Francisco are weighing their choices.

XS
SM
MD
LG