ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍເອເຊຍ ໃນສະຫະລັດ ພູມໃຈ ໃນເອກກະລັກຂອງຕົນ (ວີດິໂອ ລາວ/ອັງກິດ)


ຊາວໜຸ່ມ ອາເມຣິກັນ ເຊື້ອສາຍເອເຊຍ ລຸ້ນ Boba
ຊາວໜຸ່ມ ອາເມຣິກັນ ເຊື້ອສາຍເອເຊຍ ລຸ້ນ Boba
ບັນດາຊາວອາເມຣິກັນເຊື້ອສາຍເອເຊຍ ທີ່ກໍາລັງເຕີບໃຫຍ່ຢູ່ໃນ
ສະຫະລັດ ໂດຍສະເພາະໃນເຂດພາກໃຕ້ລັດແຄລິຟໍເນຍ ແມ່ນ
ກໍາລັງມີປະສົບປະການ ທີ່ແຕກຕ່າງໄປຈາກ ເພື່ອນຊາວເອເຊຍ
ລຸ້ນດຽວກັນ ເມື່ອ 20 ຫາ 30 ປີ ກ່ອນ. ຄື​ເຂົາ​ເຈົ້າມີຄວາມຮູ້ສຶກ ພາກພູມໃຈຫລາຍຂຶ້ນໄປນັບມື້ ​ໃນ​ຄວາມ​ເປັນຊາວອາເມຣິກັນ
ເຊື້ອສາຍເອເຊຍ ແລະມີວັດທະນະທໍາທີ່ມີເອກກະລັກພິເສດ ​ທີ່
ເຮັດ​ເປັນ​ຄົນທັນ​ສະ​ໄໝ​ ທີ່ເປັນຊາວເອເຊຍຢູ່ໃນສະຫະລັດ.
Elizabeth Lee ຜູ້ສື່ຂ່າວວີໂອເອ ລາຍງານຈາກເຂດຊານ
ເມືອງ ທີ່ມີຊາວເອເຊຍອາໄສຢູ່ເປັນສ່ວນໃຫຍ່ ຢູ່ທາງກໍ້າຕາ
ເວັນອອກຂອງນະຄອນ Los Angeles ລັດແຄລິຟໍເນຍນັ້ນ
ຊຶ່ງທອງປານມີລາຍ​ລະອຽດ ມາສະເໜີທ່ານ.


ເບິ່ງວີດິໂອ ພາສາລາວ:


ທຸກໆແລງ ຄືຫຼັງຈາກເກົ້າໂມງ ພວກນັກຮຽນມະຫາວິທະຍາໄລ ແລະພວກມືອາຊີບທັງຫຼາຍ
ຕ່າງກໍມາອັ່ງອໍກັນຢູ່ຮ້ານກິນດື່ມ Factory Tea Bar ແຕ່ ບາແຫ່ງນີ້ບໍ່ເສີບເຫຼົ້າຢາປາແປ້ງ
ມີແຕ່ເສີບນໍ້າຊາຫວານເທົ່ານັ້ນ ປົກກະຕິແລ້ວຈະເສີບກັບນໍ້າກ້ອນ ນົມສົດ ແລະກ້ອນສາຄູ
ສັ່ງມາຈາກ ໄຕ້ຫວັນ ທີ່ເອີ້ນວ່າ boba.

Tiffany Porter ຊາວອະເມຣິກັນເຊື້ອສາຍຈີນ ທີ່ເກີດຢູ່ໃນສະຫະລັດ ​ເປັນ​ຜູ້​ນຶ່ງ​ທີ່​ມາ​ຮ້ານ​ນີ້​ ເກືອບ​ທຸກ​ແລງ.

ນາງ Tiffany ເວົ້າວ່າ: “ຮ້ານ​ເສີ​ບຊາ boba ຖືວ່າເປັນເອກກະລັກຂອງຊາວເອເຊຍ
ແລະສະນັ້ນ ຖ້າເຮົາຢາກເພີດເພີນແບບຊາວເອເຊຍແລ້ວ ເຮົາ
ກໍ​ໄປແວ່ຮ້ານ boba
ລ້ວເຮົາກໍຈະຮູ້ສຶກຄື​ກັນ​ກັຍຢູ່ບ້ານເກີດ ທີ່ມີຊາວເອເຊຍອື່ນໆ ມາກໜ້າຫຼາຍຕາ.”

Tiffany Porter ເປັນສ່ວນນຶ່ງຂອງສິ່ງ ທີ່ນັກສັງຄົມວິທະຍາ Oliver Wang ເອີ້ນວ່າ ຄົນລຸ້ນ boba.

ທ່ານ ຫວັງ ເວົ້າວ່າ: “ຖ້າຈະເວົ້າເນາະ ຂ້າພະເຈົ້າຄິດວ່າ ພວກຄົນລຸ້ນ boba ນີ້
ແມ່ນ​ກວມ​ເອົາຕັ້ງ​ແຕ່
ພວກໄວລຸ້ນໃນຍຸກນີ້ ຍ້ອນຄືນໄປຮອດ ບາງທີ ຄົນນຍຸກ
ລຸ້ນຂ້າພະເຈົ້າ
ພຸ້ນ​ແຫລະ. ດຽວນີ້ ຂ້າພະເຈົ້າກໍມີອາຍຸໄດ້ສີ່ສິບປີປາຍແລ້ວ.
ສະນັ້ນ ມັນກໍກວມເອົາ
20 ປີຜ່ານມາ ຫຼື ປະມານນັ້ນ.”

ທ່ານຫວັງເວົ້າອີກວ່າ ໃນໄລຍະ 20 ຫາ 30 ປີຜ່ານມາ ຄວາມໝາຍຂອງການເປັນຊາວ
ເອເຊຍໃນເຂດພາກໃຕ້ລັດແຄລິຟໍເນຍ ໄດ້ປ່ຽນແປງ ໄປແລ້ວ. ທ່ານຫວັງກ່າວຕື່ມວ່າ
ຊ່ວງເວລາທີ່ທ່ານເຕີບໃຫຍ່ຂຶ້ນມານັ້ນ ຊາວອາເມຣິກັນເຊື້ອສາຍເອເຊຍທັງຫຼາຍພາກັນ
​ຮູ້ສຶກ​ຄື​ກັນ​ກັບວ່າ ​ເຂົາ​ເຈົ້າ​ບໍ່​ມີ​ຕົວ​ຕົນ ​ເພາະວ່າ​ບໍ່ມີ​ໃຜ​ໃຫ້​ຄວາມ​ສໍາຄັນ.

ທ່ານຫວັງເວົ້າຕໍ່ໄປວ່າ: “ໃນດ້ານການສຶກສາແລ້ວ ພວກເຮົາກໍຮຽນໄດ້ດີສົມຄວນ
ແຕ່
ພວກ​ເຮົາກໍບໍ່​ໄດ້ຕິດ​ອັນ​ດັບສູງສຸດຂອງໂຮງຮຽນ ຫຼືພາຍໃນປະຊາຄົມຄຸ້ມໃດ
ຄຸ້ມນຶ່ງ ແລະຂ້າພະເຈົ້າຄິດວ່າ
ມັນມີການປ່ຽນແປງໄປຢ່າງໃຫຍ່ຫຼວງໃນດ້ານນີ້
ໃນຮອບ 20 ຫາ 30 ປີ ຜ່ານມາ.”


ທ່ານຫວັງເວົ້າວ່າ ພວກຄົນລຸ້ນນີ້ເຕີບໃຫຍ່ຂຶ້ນມາ ຈະເຫັນໜ້າຂອງຊາວເອເຊຍຢູ່ຕາມ
ລາຍການທີວີຫຼາຍຂຶ້ນ ທັງໃນລະດັບທ້ອງຖິ່ນ ຫຼືຜ່ານດາວທຽມ

ທ່ານເວົ້າອີກວ່າ ບໍ່​ມີໃຜ​ເບິ່ງ​ພວກເຂົາເຈົ້າວ່າ ມີລັກສະນະຕາຍຕົວແບບດຽວ​ກັນ​ໝົດຕໍ່ໄປ
ອີກແລ້ວ ແລະບັດນີ້ ພວກເຂົາເຈົ້າ​ເອງ​ກໍຈະເຫັນຊາວເອເຊຍອື່ນໆ ວາງ​ຕົວ​ເປັນ​ຄົນນໍາ
ສະໄໝ ເຊັ່ນໃນວີດີໂອເພງໆ​ນີ້ ທີ່ຊື່ Boba Life” ທີ່ຮ້ອງແລະສະແດງໂດຍຄະນະຕະຫຼົກ
​ຊື່ The Fung Brothers ຫລື ​ອ້າ​ຍນ້ອງ​ນາມສະກຸນ ຟັງ.

David Fung ເວົ້າວ່າ: “ຂ້ອຍຮູ້ວ່າ boba ​ແມ່ນມີຢູ່ທຸກຫົນແຫ່ງໃນໄຕ້ຫວັນ
ມີ​ແຜ່ຫຼາຍກວ່າຢູ່ໜີ້​ອີກ ແຕ່ພວກເຂົາເຈົ້າກໍບໍ່​ມີວັດທະນະທໍາ​ໂບບາ ແບບທີ່
ພວກເຮົາມີຢູ່
ໜີ້.”

ວັດທະນະທໍາ boba ຢູ່ໃນເຂດພາກໃຕ້ລັດແຄລິຟໍເນຍ ໄດ້ຖືກຍອມຮັບໂດຍປະຊາຊົນ
ທີ່ມາຈາກທົ່ວຂົງເຂດເອເຊຍ ໂຮມທັງ ນາງ Lina Yaori ຊາວອະເມຣິກັນເຊື້ອສາຍອິນ
ໂດເນເຊຍ ທີ່ມັກ​ໄປສັງສັນມ່ວນຊື່ນຢູ່ທີ່ຮ້ານ boba.

ນາງ ຢາວຣີ ເວົ້າວ່າ: “ພວກເຮົາມັກມາພັກຜ່ອນຢ່ອນໃຈ ມັກມາໂອ້ລົມກັນ ແລະ
ກໍມ່ວນຊື່ນ ແລະກິນດື່ມນໍາກັນ.


ຊັດຊະວັດ ຫຣຽນເຂັມນິຢົມ ອາດມາຈາກໄທ ແຕ່ລາວຮູ້ດີວ່າຊາ boba ນີ້ໄດ້ຮັບ​ຄວາມ
ນິຍົມຢ່າງກວ້າງຂວາງ ລາວຈຶ່ງເປີດຮ້ານ Factory Tea Bar ນີ້ຂຶ້ນມາ ຊຶ່ງທຸລະກິດ
ກໍາລັງເຕີບໂຕດີ.

ຊັດຊະວັດ ເວົ້າວ່າ: “ໂບບາໄດ້ກາຍເປັນຊີວິດຈິດໃຈໄປແລ້ວ ມັນກາຍເປັນ
ຊີວິດນຶ່ງຂອງ​ເຂົາ​ເຈົ້າ ຄືສ່ວນນຶ່ງຂອງຊີວິດຂອງພວກເຂົາເຈົ້າ.”

ແລະວິຖີຊີວິດແບບນີ້​ຂອງຊາວອາເມຣິກັນເຊື້ອສາຍເອເຊຍ ກໍກໍາລັງຂະຫຍາຍກວ້າງ ອອກໄປທົ່ວສະຫະລັດ.

David Fung ເວົ້າວ່າ: “ຢູ່ຕາມມະຫາວິທະຍາໄລທຸກໆແຫ່ງ ຈະມີຊາວເອເຊຍ
ຊາວຈີນ ຊາວໄຕ້ຫວັນຫຼາຍພໍສົມຄວນ
​ແລະ​ກໍຈະຕ້ອງມີ ຮ້ານໂບບາຢູ່ທີ່ນັ້ນ
ບໍ່ວ່າມັນຈະ
​ເປັນ​ຮ້ານ​ນ້ອຍ​ສໍ່າໃດກໍ​ຕາມ ​ແລະ​ຊາວ​ເອ​ເຊຍ​ທຸກ​ຄົນ​ກໍ​ຮູ້.”

ຮ້ານໂບບາ ໄດ້ກາຍເປັນສັນຍາລັກຢ່າງນຶ່ງຂອງການປ່ຽນແປງດ້ານວັດທະນະທໍາໃນ ກຸ່ມ
ຊາວໜຸ່ມເອເຊຍ ທີ່​ຖືກ​ລ້ຽງ​ຂຶ້ນ​ມາ​ເປັນ​ຄົນອາເມຣິກັນ ຊຶ່ງພວກເຂົາເຈົ້າຍັງພົວພັນ​ກັບ​ຮາກ
​ເຫງົ້າ​ຂອງເຊື້ອ​ສາຍເຜົ່າ​ພັນ​ຂອງພວກເຂົາເຈົ້າຢູ່ ແຕ່ຂະນະດຽວກັນກໍຍັງພູມໃຈໃນຄວາມ
ເປັນຊາວອາເມຣິກັນເຊື້ອສາຍເອເຊຍ ທີ່ມີເອກກະລັກພິເສດນັ້ນ.

ວີດິໂອ ພາສາອັງກິດ:

XS
SM
MD
LG