ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂົງເຂດເອເຊຍ ສະແດງ ຄວາມຍິນດີນໍາ ຜົນການເລືອກຕັ້ງ ສະຫະລັດ (ວີດິໂອ)


ທ່ານ ບາຣັກ ໂອບາມາ ຂະນະກ່າວຄໍາປາໄສ ຮັບເອົາໄຊຊະນະການ ເລືອກຕັ້ງປະທານາທິບໍດີ
ທ່ານ ບາຣັກ ໂອບາມາ ຂະນະກ່າວຄໍາປາໄສ ຮັບເອົາໄຊຊະນະການ ເລືອກຕັ້ງປະທານາທິບໍດີ

ທົ່ວຂົງເຂດເອເຊຍ ໄດ້ພາກັນສະແດງຄວາມຍິນດີ ນໍາໄຊຊະນະ​ໃນ​ການ​ຖືກ​ເລືອກ​ຕັ້ງ ​ເປັນປະທານາທິບໍດີ ອີກສະໄໝນຶ່ງ ຂອງທ່ານ ບາຣັກ ໂອບາມາ.

ທັນ​ທີທີ່​ຜົນ​ການ​ເລືອກ​ຕັ້ງ​ໃນ​ສະຫະ​ລັດ​ປາກົດ​ອອກ​ມາ ໃນ​ເຊົ້າ
​ວັນ​ພຸດອາທິດ​ແລ້ວ​ນີ້ ບັນ ດາປະເທດຕ່າງໆ​ໃນທົ່ວຂົງເຂດ
ເອເຊຍກໍ​ໄດ້ພາກັນສະແດງ ຄວາມຍິນດີນໍາໄຊຊະນະ​ໃນ​ການ
​ຖືກ​ເລືອກ​ຕັ້ງ​ເປັນປະທານາທິບໍດີ ອີກສະໄໝນຶ່ງຂອງທ່ານ
ບາຣັກ ໂອບາມາ ແລະຫຼາຍໆປະເທດ ໄດ້ຕອບຮັບຜົນການ
ເລືອກຕັ້ງ ໂດຍການສະ​ແດງຄວາມມຸ້ງມາດ ປາດຖະໜາຢາກ
​ຈະປັບປຸງສາຍສໍາພັນ​ກັບສະຫະລັດໃຫ້ດີຂຶ້ນ. ແຕ່ດັ່ງທີ່
William Ide ຜູ້ສື່ຂ່າວວີໂອເອລາຍງານຈາກປັກກິ່ງນັ້ນ ກໍ
ແມ່ນວ່າ ມີຄວາມສໍາພັນອັນນຶ່ງໃນຂົງເຂດ ທີ່ຫຼາຍປະເທດ
ຮູ້ສຶກວ່າ ເປັນກຸນແຈສໍາລັບທ່ານໂອບາມາ ເພື່ອເຮັດໃຫ້ຖືກ
ຕ້ອງໃນລະຫວ່າງການດໍາລົງຕໍາແໜ່ງສະໄໝທີ່ສອງຂອງທ່ານ ​ແລະນັ້ນກໍຄືຄວາມສໍາພັນຂອງ ສະຫະລັດກັບຈີນ.

ຈາກການຕອບຮັບໃນເບື້ອງຕົ້ນຢ່າງ​ເປັນທາງການຂອງຈີນ ຕໍ່
ຜົນການເລືອກຕັ້ງນັ້ນ ເປັນທີ່ແຈ້ງຂາວວ່າ ຈີນຢາກ​ໃຫ້ຄວາມສໍາພັນຂອງສອງປະເທດ ມີ​ການປັບປຸງໃຫ້ດີຂຶ້ນ ແລະຈີນຮູ້ດີວ່າ ຜົນກະທົບຂອງຄວາມ ສໍາພັນນັ້ນ ມັນກວ້າງໃຫຍ່​ສໍ່າໃດ.

ທ່ານ ຮົງເລ ໂຄສົກກະຊວງຕ່າງປະເທດຈີນກ່າວວ່າ ຈີນແມ່ນເຕັມໃຈ ທີ່ຈະປະຕິບັດງານ ກັບສະຫະລັດ ມອງ​ໄປ​ຍັງອະນາຄົດຂ້າງ​ໜ້າ ແລະກໍສືບຕໍ່ຜັກດັນ​ໃຫ້ຄວາມຮ່ວມມືກ້າວ​ໄກ​ໄປ​ໜ້າ ເພື່ອຮັບໃຊ້ປະຊາຊົນຂອງທັງສອງປະເທດ ແລະຂອງໂລກ ໃຫ້ດີຂຶ້ນກວ່າເກົ່າ.

ໃນຂະນະທີ່ອິດທິພົນຈີນເຕີບໃຫຍ່ຂະຫຍາຍໂຕອອກ​ໄປຢູ່ໃນຂົງເຂດເອເຊຍ ຈີນກໍເພີ່ມ ທະວີ​ການຖືສິດອ້າງເອົາເຂດນໍ້າແດນດິນຂອງຕົນ ຫລາຍ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ຈີນ​ມີ​ຂໍ້​ຂັດ​ແຍ້​ງ ບາດໝາງ​ກັນ​ ກັບປະເທດເພື່ອນບ້ານຂອງຕົນ ແລະສະຫະລັດນັ້ນນໍາ ​ໃນ​ບາງ​ຄັ້ງຄາວ.

ໃນຂະນະດຽວກັນ ສະຫະລັດກໍໄດ້ປ່ຽນ​ມາ​ດໍາ​ເນີນນະໂຍບາຍໃໝ່ ໃນຂົງເຂດເອເຊຍ ເມື່ອ ຕົ້ນປີນີ້ ທີ່ພະຍາຍາມສຸມຄວາມສົນໃຈຄືນໃໝ່ໃສ່ຂົງເຂດເອເຊຍ. ນະ​ໂຍບາຍນີ້ ເອີ້ນວ່າ “ໝຸນ​ໄປ​ຫາເອເຊຍ” ຊຶ່ງຫຼາຍໆປະເທດຢູ່ໃນຂົງເຂດ ກໍ​ໄດ້​ສະ​ແດງຄວາມຍິນດີ ນໍາການຫັນປ່ຽນຂອງສະຫະລັດ ດັ່ງກ່າວນີ້.

ທ່ານ ທິຕິນັນ ພົງສຸດທິຣັກ ​ເປັນຜູ້ອໍານວຍການສະຖາບັນຄວາມໝັ້ນຄົງ ແລະການສຶກສາ ນານາຊາດ ແຫ່ງມະຫາວິທະຍາໄລ ຈຸລາລົງກອນ. ທ່ານ ທິຕິນັນ ກ່າວວ່າ:

“ລັດຖະບານຂອງປະທານາທິບໍດີໂອບາມາ ແມ່ນໄດ້ປະຕິບັດຕໍ່ຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ​ໃນ​ຖານະເປັນຂົງເຂດນຶ່ງດຽວ ບໍ່ແມ່ນ​ເປັນສູນກາງຂອງ​ຫລາຍໆ​ປະ​ເທດທີ່​ແຕກ​ຕ່າງ​ກັນ ຕາມທີ່​ຖືກັນ​ເປັນ​ປະ​ເພນີ​ມາ ຢູ່​ໃນນະໂຍບາຍ ຕ່າງປະເທດສະຫະລັດນັ້ນ ແຕ່ຖືວ່າເປັນຂົງເຂດນຶ່ງດຽວ ທີ່​ບັດ​ນີ້​ ກ້າວໜ້າ​ທັນ​ສະ​ໄໝ​ຫລາຍ ແລະທ່ານໂອບາມາ ກໍກໍາລັງ​ເສີມ​ສ້າງ​ຕໍ່​ ຈາກ​ທ່າ​ທີ​ດັ່ງກ່າວ​ນີ້ ​ແລະ ໃນຂະນະດຽວກັນ ນະໂຍບາຍ​ທີ່​ວ່າ​ນີ້ ກໍ​ມີ​ເປົ້າ​ໝາຍເພື່ອສ້າງຄວາມສົມດຸນທາງ ອໍານາດກັບຈີນນໍາ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້:


ສ່ວນຍີ່ປຸ່ນ ທີ່ພົບ​ວ່າຕົນເອງຖືກ​ດຶງ​ເຂົ້າ​ໄປ​ພົວພັນ​ໃນ​ການ​ຜິດ​ຖຽງ​ກັນ​ກັບ​ຈີນ ຫຼາຍຂຶ້ນນັບ ມື້ ເມື່ອບໍ່ເທົ່າໃດເດືອນຜ່ານມາ ກ່ຽວກັບໝູ່ເກາະຢູ່ໃນຂົງເຂດທະເລຈີນຕາເວັນອອກ ນັ້ນ ກໍ
ໄດ້ສະແດງຄວາມຍິນດີກັບການເລືອກຕັ້ງສະໄໝທີ່ສອງຂອງປະທານາທິບໍດີໂອບາມາ ແລະຄວາມພະຍາຍາມ ຂອງທ່ານທີ່ຈະເນັ້ນໜັກໃສ່ຂົງເຂດເອເຊຍຫຼາຍເພີ່ມຂຶ້ນນັ້ນ.

ທ່ານ Osamu Fujimura, ຫົວໜ້າຫ້ອງການລັດຖະບານຍີ່ປຸ່ນ ກ່າວວ່າ:

“ໃນຂະນະ​ທີ່ສະພາບແວດລ້ອມດ້ານຄວາມໝັ້ນ ຄົງຢູ່ໃນຂົງເຂດເອເຊຍຕາເວັນ ອອກ ກໍາລັງຮ້າຍແຮງລົງໄປເລື້ອຍໆນັ້ນ ຄວາມສໍາຄັນຂອງຄວາມເປັນ​ພັນທະ​ມິດ​ກັນ ລະຫວ່າງຍີ່ປຸ່ນ-ສະຫະລັດ ກໍກໍາລັງເພີ່ມທະວີຂຶ້ນນັບມື້. "

ທ່ານ ຟູຈິມູຣະ ກ່າວຕໍ່​ໄປວ່າ:
"ຍີ່ປຸ່ນຫວັງວ່າ ປະທານາທິບໍດີໂອບາມາຈະສືບຕໍ່ພັດທະນາຄວາມເປັນພັນທະ ມິດ ດັ່ງກ່າວນີ້ໃຫ້ດີຂຶ້ນ.”

ສ່ວນເກົາຫຼີໃຕ້ ກໍໄດ້ສະແດງຄວາມຍິນດີກັບການເລືອກຕັ້ງສະໄໝທີ່ສອງ ຂອງທ່ານໂອ ບາມາ​ເຊ່ນ​ກັນ. ໂຄສົກລັດຖະບານເກົາຫຼີໃຕ້ກ່າວວ່າ ປະທາ ນາທິບໍດີ ລີ ມຽງບັກ ກໍໄດ້ ສົ່ງສານສະແດງຄວາມຍິນດີ ​ແລະຊົມເຊີຍ ຄວາມສໍາພັນອັນດີກັບສະຫະລັດວ່າ ມີຄວາມ ສະໜໍ່າສະເໝີຫຼາຍຂຶ້ນໄປເລື້ອຍໆ ພາຍໃຕ້ລັດຖະບານຂອງທ່ານໂອບາມາ.

ທີ່ມຽນມາ ບ່ອນທີ່ສະຫະລັດໄດ້​ເພິ່ມທະວີຄວາມສໍາພັນດ້ານການຄ້າ ແລະການເມືອງຂຶ້ນ ຫຼັງຈາກການປະຕິຮູບຕ່າງໆດ້ານການເມືອງຂອງປະເທດດັ່ງກ່າວ ຊຶ່ງເຈົ້າໜ້າທີ່ມຽນມາ ກ່າວວ່າ ໄຊຊະນະຂອງທ່ານໂອບາມາຄັ້ງນີ້ ໝາຍເຖິງວ່າ ພວກເຂົາເຈົ້າຈະສາມາດ ສືບ ສານຕໍ່ຈາກຄວາມສໍາພັນ ທີ່ໄດ້ສ້າງມານັ້ນຕໍ່ໄປ ແທນທີ່ຈະເລີ່ມຕົ້ນໃໝ່ ກັບລັດຖະບານ ໃໝ່ພາຍໃຕ້ ທ່ານມິດ ຣອມນີ ນັ້ນ.

ຊໍ ຫເຕ, ຜູ້ອໍານວຍການຫ້ອງການປະທານາທິບໍດີ ທຽນ ເຊນ ກ່າວວ່າ ທ່ານເຊື່ອວ່າ ຄວາມສໍາພັນຂອງທັງສອງປະເທດ ສາມາດ​ມີ​ຄວາມເຂັ້ມແຂງຂຶ້ນໄປກວ່າເກົ່າ​ໄດ້. ທ່ານກ່າວອີກວ່າ ນະໂຍ ບາຍຕ່າງປະເທດຂອງທ່ານໂອບາມາກ່ຽວກັບມຽນມານັ້ນ ແມ່ນ​ໄດ້​ຮັບ​ການສະໜັບສະໜຸນ ຈາກທັງສະພາຕໍ່າແລະສະພາສູງຂອງສະຫະລັດ.

ຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງປັກກິ່ງ ຄົນຈີນສ່ວນຫຼາຍແມ່ນດີອົກ ດີໃຈ ທີ່​ໄດ້​ຍິນ​ວ່າທ່ານໂອບາມາໄດ້ຮັບເລືອກຕັ້ງສະໄໝທີ່ສອງອີກ ແຕ່ກໍ ​ເປັນ​ທີ່ແຈ້ງຂາວຄື​ກັນ​ວ່າ ບາງຄົນຍັງມີຄວາມຮູ້ສຶກວ່າ ທັງສອງປະເທດຍັງ ມີ​ຄວາມ​ຈໍາ​ເປັນ ທີ່ຕ້ອງຈະປັບປຸງຄວາມ ສໍາພັນໃຫ້ດີຂຶ້ນຢູ່.

ນາຍ ກວນ ພໍ່ຄ້າອາຍຸ 28 ປີ ກ່າວວ່າ ຕົນສະໜັບສະໜຸນທ່ານໂອບາມາ. ນາຍກວນເວົ້າວ່າ
ເຖິງແມ່ນວ່າຕົນບໍ່ໄດ້ຮູ້ສຶກວ່າ ມີບັນຫາໃຫຍ່ຫລວງໃດໆ ລະຫວ່າງຈີນ ແລະສະຫະລັດ ກໍ​ຕາມ ແຕ່ກໍມີບັນຫາຫຼໍ່ແຫຼມຢູ່ ເຊັ່ນເລື້ອງ ເກາະ Diaoyu ຊຶ່ງທັງ​ສອງ​ຝ່າຍ ມີຄວາມຄິດ ເຫັນແຕກຕ່າງກັນຢູ່ນັ້ນ. ນາຍກວນເວົ້າຕື່ມວ່າ ນອກນີ້ແລ້ວ ກໍ​ອາດ​ຈະມີບັນຫາ​ບາງ​ຢ່າງ​ກ່ຽວກັບ​ເລື້ອງການຄ້າ ເຊັ່ນຕົວຢ່າງວ່າ ​ເບິ່ງ​ຄື​ວ່າ ສະຫະລັດອາດ​ຈະ​ເຂົ້າແຊກ ແຊງກັບ ເລື້ອງນີ້ຫຼາຍເກີນໄປ.

ຊາວເມືອງປັກກິ່ງຄົນອື່ນໆ ຮູ້ສຶກວ່າ ທັງສອງປະເທດອາດກໍາລັງ​ມີ​ບັນຫາເລື້ອງ​ຄວາມແຕກ​ຕ່າງ​ທາງດ້ານວັທະນະທໍາ ຈົນ​ເຮັດ​ໃຫ້ທັງສອງປະເທດ ບໍ່ເຂົ້າໃຈກັນດີປານໃດ. ແຕ່ ພວກເຂົາເຈົ້າກໍກ່າວວ່າ ການທີ່ທ່ານໂອບາມາ ໄດ້ຖືກເລືອກຕັ້ງອີກສະໄໝນຶ່ງ​ນັ້ນ ແມ່ນ ຈະອໍານວຍ​ໃຫ້ທັງສອງປະເທດ ມີ​ເວລາຫຼາຍຂຶ້ນ ເພື່ອປັບປຸງຄວາມສໍາພັນລະຫວ່າງກັນ ໃຫ້ດີຂຶ້ນ.
XS
SM
MD
LG