ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ຢູນີແຊັຟ ມອງເຫັນ ການລະບາດ ຂອງເຊື້ອ HIV ໃນກຸ່ມໄວລຸ້ນ


Victoria Beckham ໃຫ້ຖະແຫຼງການ ໃນກອງປະຊຸມ ຂອງ ອົງການສະຫະປະຊາຊາດ ກ່ຽວກັບເລື້ອງໂຣກ HIV/AIDS
Victoria Beckham ໃຫ້ຖະແຫຼງການ ໃນກອງປະຊຸມ ຂອງ ອົງການສະຫະປະຊາຊາດ ກ່ຽວກັບເລື້ອງໂຣກ HIV/AIDS

ດ້ວຍການເກັບກຳຂໍ້ມູນຈາກການວິໄຈ ຄົ້ນຄວ້າ ມາໄດ້ 2 ປີ
ນັ້ນລາຍ​ງານຂອງອົງການກອງທຶນເດັກນ້ອຍ​ຫຼື UNICEF
ກ່າວວ່າການຕິດຕໍ່ໂຣກ HIV ໃນກຸ່ມໄວລຸ້ນ ໄດ້ເຕືອນເຖິງ
ໂຣກລະບາດແນວໃໝ່.

ທ່ານ Wing-Sie Cheng ທີ່ປຶກສາຂອງອົງການ UNICEໃນຂົງເຂດກ່ຽວກັບເລື້ອງໂຣກ HIV ແລະ AIDS ກ່າວວ່າ ສາເຫດຂອງຄວາມເປັນຫ່ວງເປັນໄຍ ແມ່ນນອນຢູ່ໃນການເສຍ
ຊີວິດ ເພີ້ມຂຶ້ນ 120 ເປີເຊັນ ໃນກຸ່ມໄວລຸ້ນ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ.

ທ່ານນາງ Wing-Sie Cheng ກ່າວວ່າ: “ເອເຊຍປາຊີຟິກ ກຳລັງປະເຊີນກັບໂຣກລະ
ບາດທີ່ປິດບັງ ເຊັ່ນ
HIV ໃນກຸ່ມໄວຮຸ້ນ ແລະມັນປິດບັງ ກໍເພາະວ່າ ການຕວດສອບບໍ່ສາ
ມາດ ຈະນຳເອົາບັນດາໄວລຸ້ນ ໂດຍສະເພາະພວກທີ່ມີອາຍຸຕ່ຳກວ່າ 18 ປີຍ້ອນລະບຽບ
ການທີ່ຈະຕ້ອງໄດ້ຮັບການຍິນຍອມແລະອະນຸຍາດ ຈາກຜູ້ປົກຄອງເສຍກ່ອນ.”

ລາຍ​ງານ​ຍັງ​ໄດ້​ກ່າວ​ວ່າ ​ໃນຂະນະທີ່ຜູ້​ຄົນ​ສ່ວນ​ໃຫຍ່ ທີ່ມີ​ອາຍຸ​ຕ່ຳ​ກວ່າ 20 ປີ ນັ້ນ​ແມ່ນ​ມີ​ຄວາມ​ສ່ຽງຕໍ່າ ​ຕໍ່​ໂຣກ HIV ແຕ່ການຕິດເຊື້ອໂຣກດັ່ງກ່າວ​ແມ່ນ​ມີ​ສູງ​ຫຼາຍ​ໃນ​ໝູ່ຄົນ​ໄວ​ລຸ້ນ ​ໃນ​ຂົງ​ເຂດ​ທີ່​ມີ​ຊຸມ​ຊົນໜາແໜັ້ນ ​ໃນຮາ​ໂນ້ຍ ບາງກອກ ຊຽງ​ໃໝ່ ມຸມບາຍ ​ແລະ​ຫຼາຍໆ​ເມືອງ​ໃນ​ຈີນ.

ກຳປູ​ເຈຍ ຈີນ ອິນ​ເດຍ ມຽນມາ ປາ​ກິ​ສຖານ Papua New Guinea ຟິລິບ​ປີນ ແລະຫວຽດນາມ ​ແມ່ນເປັນ​ບ່ອນ​ທີ່ຮັບ​ພາລະ​ໜັກ​ຂອງ​ການ​ຕິດ​ໂຣກ HIV ​ໃນ​ກຸ່ມ​ໄວລຸ້ນ.

​ໃນ​ອິນ​ໂດ​ເນຍ​ເຊຍ ອົງການ​ສະຫະປະຊາ​ຊາດ ຄາດ​ຄະ​ເນ​ວ່າ ຈຳນວນ​ຂອງ​ໄວ​ລຸ້ນ​ໜຸ່ມ​ທີ່​ເປັນໂຣກ HIV ນັ້ນ​ທີ່​ຫຼາຍ​ກວ່າ 40 ພັນ ຕາມ​ຫຼັງ​ມາ ​ໂດຍປະ​ເທດ​ໄທ ທີ່​ມີ​ເກືອບ 10 ພັນ​ຄົນ.

​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ໃນ​ທົ່ວ​ຂົງ​ເຂດ ມີ​ໄວ​ລຸ້ນ ປະມານ 220 ພັນ​ຄົນ ທີ່​ໃຊ້ຊີວິດ ຢູ່​ກັບ​ການ​ມີ​ໂຣກ​ HIV.

ທ່ານນາງ Wing-Sie Cheng ກ່າວ​ວ່າ ​ແນວ​ໂນ້ມ​ສະ​ແດງ​ໃຫ້​ເຫັນວ່າ​ໂຣກ​ລະບາດ ​ມີຢູ່ໃນ​ກຸ່ມຂອງໄວ​ໜຸ່ມ ​ໃນ​ການ​ຕິດ​ໂຣ​ກ​ໃໝ່​ນີ້ ຊຶ່ງທ່ານກ່າວຕື່ມວ່າ:

“ຕາມ​ຄວາມ​ຈິງ​ແລ້ວ ພວກ​ເຂົາ​ແມ່ນ​ຮວມຢູ່​ໃນ​ສ່ວນ​ນີ້ ຊຶ່ງ​ມັນ​ກໍ​ເປັນ​ພາກສ່ວນ​ໃຫຍ່​ພໍ
ໃນ 15​ ​ເປີ​ເຊັນ ຂອງ​ຈຳນວນ 50 ພັນ ຄົນ ທີ່​ສາມາດ​ບອກ ທ່ານ​ວ່າ ​ມັນ​ແມ່ນ ເປັນ​ໂຣກ ລະບາດ​ໃນ​ກຸ່ມ​ອາຍຸ ​ໄວ​ນີ້ ​ເພາະສະ​ນັ້ນການ​ທ້າ​ທາຍ​ ກໍ​ແມ່ນ​ການ​ເຮັດ​ໃຫ້​ລັດຖະບານ
ຂຶ້ນ​ມາ​ຮັບຜິດ​ຊອບ ​ໃນ​ເລື້ອງ​ທີ່​ລະອຽດ​ອ່ອນຢ່າງ​ຈິງ​ຈັງ.”

ລາຍ​ງານ​ນີ້ຮຽກຮ້ອງ ​ໃຫ້​ລັດຖະບານພັດທະນາ​ສະຖິຕິ​ທີ່​ດີກ​ວ່າ ກ່ຽວ​ກັບຍຸດ​ທະ​ສາດ​ການ​ປ້ອງ​ກັນ HIV ພ້ອມ​ທັງ​ກົດໝາຍ​ແລະນະ​ໂຍບາຍ ​ທີ່ຈະ​ສາມາດ​ໃຫ້ໄດ້ຮັບຄວາມເຫັນດີ
ເຫັນພ້ອມໃຫ້ໄດ້ເຂົ້າຫາ​ພວກ​ຊາວໜຸ່ມ ເພື່ອການກວດ​ສອບຫາເຊື້ອ HIV ​ແລະ​ການ​ໃຫ້​ບໍລິການ​ຢ່າງ​ອື່ນໆນຳ.

XS
SM
MD
LG