ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ໄຕ້​ຝຸ່ນ Fanapi ​ພັດເຂົ້າ​ປະທະ ຝັ່ງ​ຕາ​ເວັນ​ອອກ​ຂອງ​ຈີນ


ລົມພາຍຸ​ໄຕ້​ຝຸ່ນ Fanapi ​ໄດ້​ພັດເຂົ້າ​ກະທົບ​ຝັ່ງ​ຕາ​ເວັນ​
ອອກຂອງ​ຈີນ​ໃນເຊົ້າວັນ​ຈັນ​ມື້​ນີ້ຫຼັງ​ຈາກ​ທີ່​ໄດ້​ພັດ​ຖະຫລົ່ມ
ໄຕ້​ຫວັນໃນ​ວັນ​ອາທິດ​ວານ​ນີ້. ​ພວກ​ເຈົ້າ​ໜ້າ​ທີ່​ໃນແຂວງ
Funjian ທາງພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ໄດ້​ປະກາດ
ບອກ​ຊາວ​ປະມົງ​ໃຫ້​ຢູ່​ຫ່າງ​ຈາກ​ແຄ​ມຝັ່ງທະ​ເລ.ໄດ້​ມີການ​ຍົກ
ຍ້າຍປະຊາຊົນຫຼາຍ​ກວ່າ 186,000 ຄົນ. ພວກ​ຮ້ານ​ຄ້າ
ແລະທຸລະ​ກິດ​ຫລາຍ​ແຫ່ງພາກັນ​ອັດ​ກິດຈະການ​ໃນ​ມື້ວານ​ນີ້.

ເຈົ້າໜ້າ​ທີ່​ພະຍາກອນ​ອາກາດ​ໄດ້​ຍົກ​ລະດັບຄວາມຮ້າຍ​ແຮງ
ຂອງ​ພາຍຸໄຕ້​ຝຸ່ນ Fanapi ຂຶ້ນ​ສູ່​ອັນ​ດັບ​ສອງຊຶ່ງທາງ​ການ​
ຂອງ​ຈີນ​ຍັງ​ກ່າວ​ເພີ່ມ​ຕື່ມ​ວ່າໄຕ້​ຝຸ່ນ Fanapi ສາມາດ​ເປັນ​ພາຍຸ​ທີ່​ຮ້າຍ​ແຮງ​ສຸດ​ທີ່​ປະ​ທະຈີນໃນ​ປີນີ້ ກໍອາດເປັນ​ໄດ້.

ຄາດວ່າໄຕ້​ຝຸ່ນ Fanapi ​ຊຶ່ງເປັນລົມໄຕ້​ຝຸ່ນລູກທີ່ 11 ​ຂອງ​ປີ​ນີ້ ​ຈະຜ່ອນ​ຄວາມ​ແຮງ​ລົງ​ມາເປັນ​ລົມພາຍຸ​ເຂດ ຮ້ອນ​ທຳ​ມະ​ດາເວລາ​ມັນ​ພັດ​ເຂົ້າ​ເຖິງ​ເຂດ​ແຂ​ວງ Guangdong.

ຕອນ​ທີ່ພັດ​ເຂົ້າ​ຝັ່ງໄຕ້​ຫວັນ​ໃນ​ວັນ​ອາທິດ​ນັ້ນ Fanapi ​ໄດ້​ເຮັດ​ໃຫ້​ຫລາຍ​ກວ່າ 300,000
ຫຼັງຄາ​ເຮືອນ ບໍ່​ມີ​ໄຟຟ້າ​ໃຊ້ ​ແລະ​ສົ່ງ​ຜົນ​ໃຫ້​ ທຸລະ​ກິດການ​ຄ້າ​ແລະ​ການທ່ອງທ່ຽວຢູ່​ໃນ​
ເກາະ​ໄຕ້​ຫວັນຢຸດ​ສະ​ງັກ​ລົງ. ມີ​ຄົນ​ບາດ​ເຈັບ​ຫລາຍ​ສິບ​ຄົນ. ໂຮງຮຽນ​ແລະໂຮງການຕ່າງໆ ​ແມ່ນຍັງປິດ​ຢູ່​ໃນ​ວັນປິດ​ຢູ່​ໃນ​ວັນ​ຈັນ​ມື້​ນີ້.

XS
SM
MD
LG