ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລົມໄຕ້ຝຸ່ນປະທະໃຕ້ຫວັນ


ພາຍຸໄຕ້ຝຸ່ນລູກນຶ່ງໄດ້ພັດເຂົ້າຝັ່ງເກາະໃຕ້ຫວັນ ​ໃນ​ວັນ​ອາ ທິດມື້​ນີ້ ສົ່ງຜົນໃຫ້ທຸລະກິດການ​ຄ້າແລະການ​ເດີນທາງ ຕ້ອງ​ໄດ້ຢຸດຊະງັກລົງ. ພາຍຸໄຕ້ຝຸ່ນ ຟານາປິ ເປັນລົມ ພາຍຸທີ່ຮຸນແຮງທີ່ສຸດທີ່ປະທະເກາະໃຕ້ຫວັນມາ​ຮອດປັດຈຸ ບັນໃນປີນີ້ ​ໂດຍ​ມີລົມ​ແຮງເກືອບ 200 ກິໂລແມັດຕໍ່ ຊົ່ວໂມງ ທີ່ຍັງຜົນໃຫ້ຕ້ອງໄດ້ລົບລ້າງຖ້ຽວບິນພາຍໃນ ປະເທດ ແລະຕ່າງປະເທດຫລາຍໆຖ້ຽວບິນ.

ພວກຄົນອາໃສຢູ່ຕາມທ້ອງຖິ່ນທີ່ເກີດພາຍຸໄດ້ຕີຝາກັ້ນ ປ່ອງອ້ຽມ ພວກຊາວນາຊາວສວນຮີບເກັບກ່ຽວພືດປູກຕ່າງໆ ແລະພວກນັກທ່ອງທ່ຽວຕ້ອງໄດ້ອົພຍົບໜີອອກຈາກໂຮງ ແຮມໃນເຂດພາກຕາເວັນອອກຂອງເກາະໃຕ້ຫວັນ. ລະບົບ ການຂົນສົ່ງມວນຊົນໃນເກາະໃຕ້ຫວັນ ແລະການຈັດສົ່ງສິນ ຄ້າອອກຈາກພາກຕາເວັນອອກຂອງເກາະ ໄດ້ຖືກງົດໄວ້

ທາງການເກາະໃຕ້ຫວັນຢູ່ໃນທ່າກຽມລະວັງໄພຢ່າງຕັ້ງໜ້າ ຫລັງຈາກພາຍຸໃຕ້ຝຸ່ນທີ່ຮຸນແຮງ ທີ່ສຸດຂອງເກາະໃຕ້ຫວັນໃນລະຍະຫ້າສິບປີ ທີ່ປະທະເກາະໃນເດືອນສິງຫາປີຜ່ານມາ ຊຶ່ງ ພາຍຸລູກດັ່ງກ່າວໄດ້ກໍ່ໃຫ້ເກີດນໍ້າຖ້ວມແລະດິນເຈຶ່ອນທີ່ເອົາຊີວິດຜູ້ຄົນໄປຫລາຍກວ່າ 700 ຄົນ.

XS
SM
MD
LG