ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລົມໄຕ້ຝຸ່ນ Megi ປະທະພາກເໜືອຟີລິບປິນ


ລົມໄຕ້ຝຸ່ນ Megi ປະທະພາກເໜືອຟີລິບປິນ ວັນທີ 18 ຕຸລາ 2010
ລົມໄຕ້ຝຸ່ນ Megi ປະທະພາກເໜືອຟີລິບປິນ ວັນທີ 18 ຕຸລາ 2010

ຢ່າງ​ນ້ອຍ​ປະຊາຊົນ​ຄົນ​ນຶ່ງ​ເສຍ​ຊີວິດ​ໃນ​ພາກ​ເໜືອ​ສຸດ​ຂອງ​ຟີ​ລິບ​ປິນ ບ່ອນ​ທີ່ລົມ​ໄຕ້​ຝຸ່ນ Megi ​ໄດ້​ພັດ​ຂຶ້ນ​ຝັ່ງ​ດ້ວຍ​ລົມ​ແຮງ​ແລະ​ຝົນຕົກ​ໜັກ​ໃນ​ຕອນທ່ຽງ​ວັນ​ຈັນ​ມື້​ນີ້.

ລາຍ​ງານ​ຂ່າວ​ເວົ້າ​ວ່າ ຫລັງຄາ​ເຮືອນ​ຫລາຍ​ຫລັງ​ໄດ້ເພພັງ​ແລະ​ເສົາ​ໄຟຟ້າ​ຫລາຍ​ເສົາໄດ້​ລົ້ມ​ລົງ ຍ້ອນລົມ​ພັດ​ ຊຶ່ງ​ຄວາມ​ແຮງ​ຂອງ​ລົມ​ແມ່ນ​ໃນ​ລະຫວ່າງ 225 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ​ບາງ​ຄັ້ງ​ລົມ​ພັດ​ແຮງ​ເຖິງ 260 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ຊາຍ​ຄົນ​ນຶ່ງ​ໄດ້​ເສ​ຍຊີວິດ​ໄປ ​ເວລາ​ຜູ້ກ່ຽວ​ຕົກລົງໄປ​ໃນແມ່​ນໍ້າ.

ພາຍຸ Megi ​ໄດ້​ຖືກ​ບັນ​ລະ​ຍາຍ​ວ່າ​ ເປັນ​ລົມພາຍຸ​ທີ່​ມີ​ຄວາມ​ແຮງ​ສູງທີ່​ສຸດທີ່​ໄດ້​ປະ​ທະ​ຟີ​ລິບ​ປິນ​ ໃນ​ຮອບ 4 ປີຜ່ານມາ.

ທາງ​ການ​ຟີ​ລິບ​ປິນ​ໄດ້​ສັ່ງ​ໃຫ້​ປະຊາຊົນ​ຫລາຍ​ພັນ​ຄົນ ​ໃນ​
ເ​ເຂ​ວງ Cagayan ​ແລະ​ແຂວງ Isabella ​ໃນ​ເກາະ​ໃຫຍ່ Luzon ​ໃຫ້​ຍົກຍ້າຍ​ໄປ​ຢູ່​ໃນຂົງ​
ເຂດ​ທີ່​ປອດ​ໄພ​ກວ່າ ຊຶ່ງ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ຝົນຕົກ​ໜັກ​ແລະ​ລົມ​ພົດ​ແຮງ​ສາມາດ
ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ຕຶກ​ອາຄານ ​ຕະຫລອດ​ທັງ​ສະບຽງ​ໄຟຟ້າ​ແລະ​ການ​ກະ ​ເສດ ​ໃນ​ຂົງ​ເຂດ​ທີ່ປູກ​ໜາ​ກສາລີ​ແລະ​ເຂົ້າ​ນັ້ນ​ໄດ້.

ລັດຖະບານ​ກ່າວ​ວ່າ ຕົນ​ໄດ້​ກະກຽມ​ຫ້າງ​ຫາ​ໄວ້​ແລ້ວໃນ​ການ​ຮັບ​ມື​ກັບ​ລົມພາຍຸ​ລູກ​ນີ້ ​ໂດຍ​ໄດ້​
ສົ່ງ​ເຂົ້າປາ​ອາຫານ ​ເຮືອ​ຊ່ອຍ​ກູ້​ໄພ​ແລະ​ອຸບປະກອນ​ອື່ນໆ​ອີກ​ໄປ​ຍັງ​ພາກ​ເໜືອ ​ເພື່ອ​ຊ່ອຍ​ໃນ ​ການ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ ຊຶ່ງ​ອາດ​ຈະ​ຈໍາ​ເປັນໃນ​ຂັ້ນ​ຕໍ່​ໄປ​ນັ້ນ.

XS
SM
MD
LG