ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລົມໄຕ້ຝຸ່ນ Megi ກໍາລັງຄຸກຄາມເອເຊຍ


ທະຫານເຮືອຟີລິບປິນ ກໍາລັງກະກຽມເຄື່ອງອຸບປະກອນເພື່ອຮັບມືກັບລົມພາຍຸໄຕ້ຝຸ່ນ Megi ວັນທີ 17 ຕຸລາ 2010
ທະຫານເຮືອຟີລິບປິນ ກໍາລັງກະກຽມເຄື່ອງອຸບປະກອນເພື່ອຮັບມືກັບລົມພາຍຸໄຕ້ຝຸ່ນ Megi ວັນທີ 17 ຕຸລາ 2010

ລົມ​ພາຍຸ​ Megi ​ທີ່​ກໍາລັງ​ພັດເຂົ້າ​ໄປ​ໃກ້​ຟີ​ລິບ​ປິນ ​ໄດ້ເພີ່ມ​ຄວາມ​ແຮງ​ຂຶ້ນ​ເປັນລົມ​ໄຕ້​ຝຸ່ນ​ໃຫຍ່​ ຫລື super-typhoon ຊຶ່ງ​ມີ​ລົມ​ພັດ​ແຮງ​ 195 ຫລັກກິ​ໂລ​ແມັດຕໍ່ຊົ່ວ​ໂມງ​ ຊຶ່ງ​ບາງ​ຄັ້ງ​ພັດ​ແຮງ​ເຖິງ 230 ຫລັກ​ ​ຕໍ່​ຊົ່ວ​ໂມງ.

ບັນດາ​ນັກ​ພະຍາກອນ​ອາກາດ​ກ່າວ​ວ່າ ພາຍຸ​ໄຕ້​ຝຸ່ນ Megi ກໍາລັງມຸ້ງ​ໜ້າ​ໄປ​ສູ່​ພາກ​ເໜືອ​ສຸດ​ຂອງເກາະ Luzon ເກາະ​ໃຫຍ່ສຸດຂອງ​ຟີ​ລິບ​ປິນ​ ແລະ​ຄາດ​ວ່າ​ຈະ​ພັດໄປ​ຂຶ້ນຝັ່ງ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ອື່ນ ໂດຍ​ຈະ​ມີ​ລົມ​ແຮງ​ສູງໃນ​ຕອນ​ແລງ​ວັນ​ອາທິດມື້​ນີ້.

ກົມພະຍາກອນ​ອາກາດ​ຂອງ​ຟີ​ລິບ​ປິນກ່າວ​ວ່າ ພາຍຸ Megi ສາມາດໂຄ່ນພວກ​ຕົ້ນ​ໄມ້​ໃຫ້​ລົ້ມລົງ ທໍາລາຍ​ບ້ານ​ເຮືອນ​ທີ່​ກໍ່ສ້າງ​ດ້ວຍ​ວັດຖຸ​ກໍ່ສ້າງ​ທີ່​ບໍ່​ແໜ້ນໜາ ​ເຮັດ​ໃຫ້​ດິນ​ເຈື່ອນ​ແລະ​ນໍ້າ​ຖ້ວມ ​ແລະ​ພາ​ໃຫ້​ລົມ​ແຮງ​ຂຶ້ນ​ໄດ້​ໃນ​ຂົງ​ເຂດ​ແຄມ​ຝັ່ງ​ທະ​ເລ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ດິນ​ຕໍ່າ​ແລະ​ປະ ຊາ​ຄົມ​ໃນ​ແຄມ​ທະ​ເລ​ ກໍາລັງ​ໄດ້​ຮັບ​ຄໍາ​ເຕືອນ​ໃຫ້​ພາກັນ​ຍົກຍ້າຍ​ໄປ​ຍັງຂົງ​ເຂດ​ທີ່​ປອດ​ໄພ​ກວ່າ ​ແລະ​ຖ້າ​ຫາກ​ວ່າ​ພວກເຂົາ​ເຈົ້າບໍ່​ຍອມ​ຍົກຍ້າຍໜີ ​ທາງ​ການ​ກໍ​ຈະ​ໃຊ້​ກໍາລັງ​ບັງຄັບ​.

ຈີນ​ກໍ​ກໍ​າລັງ​ກຽ​ມຮັບ​ມື​ກັບ​ລົມພາຍຸ​ລູກ​ນີ້​ເຊ່ນ​ກັນ ຊຶ່ງ​ອົງການ​ຂ່າວ​ຊິນຫົວ​ຂອງ​ທາງການຈີນ​ກ່າວ​ວ່າ ພາຍຸລູກ​ນີ້​ສາມາດ​ເປັນ​ພາຍຸ​ໄຕ້​ຝຸ່ນທີ່ຮ້າຍ​ແຮງ​ທີ່ສຸດ​ຂອງ​ປີ​ນີ້ ກໍ​ໄດ້.

ປະທານາທິບໍດີ Benigno Aquino ​ແຫ່ງ​ຟີ​ລິບ​ປິນ​ໄດ້​ສັ່ງ​ໃຫ້​ລາຍ​ງານຄວາມ​ຄືບ​ໜ້າ​ຂອງ​ພາຍຸລູກ​ນີ້​ ໃຫ້​ປະຊາຊົນ​ຊາບ​ໃນ​ທຸກໆ​ຊົ່ວ​ໂມງ ​ແລະໃນ​ວັນ​ເສົາ​ວານ​ນີ້ ທ່ານ​ກໍ​ໄດ້​ສັ່ງ​ໃຫ້​ທໍາ​ການ​ກະກຽມ​ເຄື່ອງ​ຊ່ອຍ​ເຫລືອ​ບັນ​ເທົາທຸກ​ ແລະ​ອຸບປະກອນ​ຊ່ອຍ​ກູ້​ໄພ​ໄວ້ ​ແລະ​ວ່າພວກ​ປ້າຍ​ໂຄສະນາຕ່າງໆ​ ກໍ​ຄວນ​ຖືກ​ປົດ​ລົງ​ໄວ້.

ທ່ານ Aquino ​ໄດ້​ສັ່ງ​ປົດ​ຫົວໜ້າ​ກົມ​ພະຍາກອນ​ອາກາດ​ແຫ່ງ​ລັດໃນ​ເດືອນ​ກໍລະກົດ​ຜ່ານ​ມາ ​ໂດຍ​ກ່າວ​ຫາ​ຜູ້ກ່ຽວ​ວ່າ ພະຍາກອນ​ອາກາດ​ຜິດພາດ ​ຫລັງ​ຈາກ​ລົມ​ໄຕ້​ຝຸ່ນ​ລູກ​ນຶ່ງ​ປະ​ທະ​ນະຄອນຫລວງມາ​ນີລາ ​ ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຫລາຍ​ກວ່າ 100 ຄົນ​.

XS
SM
MD
LG