ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮຸ້ນ ຢູ່ໃນເຂດເອເຊຍ ຂຶ້ນໆລົງໆ ທັງໆທີ່ຈີນ ຕັດອັດຕາ ດອກເບ້ຍ


ນັກລົງທຶນຈີນ ຕິດຕາມເບິ່ງລາຄາຮຸ້ນ ທີ່ນະຄອນຫຼວງປັກກິ່ງ (26 ສິງຫາ 2015)
ນັກລົງທຶນຈີນ ຕິດຕາມເບິ່ງລາຄາຮຸ້ນ ທີ່ນະຄອນຫຼວງປັກກິ່ງ (26 ສິງຫາ 2015)

ຮຸ້ນຢູ່ປະເທດຈີນ ໄດ້ຕົກລາຄາຕື່ມອີກ ໃນວັນພຸດມື້ນີ້ ແລະຮຸ້ນ
ຂອງປະເທດຕ່າງໆໃນເອເຊຍ ກໍມີລາຄາຂຶ້ນໆລົງໆ ຢ່າງໃຫຍ່
ທັງໆທີ່ປັກກິ່ງ ໄດ້ທຳການເຄື່ອນໄຫວເທື່ອຫຼ້າສຸດເພື່ອກະຕຸກ
ຊຸກຍູ້ການເຕີບໂຕ ຢູ່ໃນປະເທດທີ່ມີເສດຖະກິດໃຫຍ່ສຸດເປັນ
ອັນດັບສອງຂອງໂລກ.

ໃນຕອນແລງວັນອັງຄານວານນີ້ທະນາຄານກາງຂອງຈີນໄດ້
ຕັດອັດຕາດອກເບ້ຍລົງນຶ່ງສ່ວນສີ່ຫຼືຈຸດຊາວຫ້າເປີເຊັນແລະ
ແຈ້ງໃຫ້ທະນາຄານຕ່າງໆຊາບວ່າ ເຂົາເຈົ້າສາມາດເກັບຮັກ
ສາເງິນສຳລອງໄວ້ໜ້ອຍກວ່າເກົ່າ. ການເຄື່ອນໄຫວເຫລົ່ານີ້
ແມ່ນເຮັດໃຫ້ເປັນການງ່າຍຂຶ້ນສຳລັບຜູ້ບໍລິໂພກ ທີ່ຈະຊື້ຜະ
ລິດຕະພັນຕ່າງໆ ແລະບັນດາບໍລິສັດທີ່ຈະສ້າງໂຮງງານແລະວ່າຈ້າງຜູ້ຄົນ.

Global Economy
please wait
Embed

No media source currently available

0:00 0:00:58 0:00

ໃນຂັ້ນຕົ້ນ ຕະຫລາດໄດ້ມີປະຕິກິລິລາໄປໃນທາງບວກ ກ່ຽວກັບການເຄື່ອນໄຫວເຫລົ່ານີ້ ພ້ອມກັບຮຸ້ນຕ່າງໆກໍມີລາຄາສູງຂຶ້ນໃນຢູໂຣບເມື່ອວັນອັງຄານວານນີ້ແລະມີລາຄາສູງຂຶ້ນ
ເປັນເວລາສັ້ນໆຢູ່ໃນສະຫະລັດ. ແຕ່ໃນວັນພຸດມື້ນີ້ ການຊື້ຂາຍໃນເຂດເອເຊຍໄດ້ປະສົບ ກັບສະພາບຂຶ້ນໆລົງໆຂອງຕະຫລາດເປັນຢ່າງໃຫຍ່.

ດັດຊະນີຮຸ້ນຂອງຈີນທີ່ນະຄອນຊຽງໄຮ້ ໄດ້ຕົກລາຄາ 1.3 ເປີເຊັນໃນຕອນອັດຕະຫລາດ
ໃນຂະນະທີ່ດັດຊະນີຮຸ້ນທີ່ເມືອງ Shenzhen ໄດ້ຕົກລາຄາ 3 ເປີເຊັນເວລາຕະຫຼາດປິດ.

ສ່ວນຢູ່ບ່ອນອື່ນໆນັ້ນ ທີ່ນະຄອນໂຕກຽວຮຸ້ນໄດ້ຕົກລາຄາ 3.2 ເປີເຊັນ ໃນຂະນະທີ່ຮົງກົງ
ໃນຕອນຕົ້ນໆຮຸ້ນໄດ້ຂຶ້ນລາຄາ ແຕ່ຕອນປິດຕະຫຼາດໃນວັນພຸດມື້ນີ້ ຮຸ້ນໄດ້ຕົກລາຄາ 1.5
ເປີເຊັນ. ຮຸ້ນຢູ່ຕາມຕະຫລາດແຫ່ງຕ່າງໆໃນຢູໂຣບ ກໍມີລາຄາຕົກ ປະມານ 1 ເປີເຊັນ ໃນ ຕອນເປີດຕະຫລາດ.

ເຈົ້າໜ້າທີ່ຈີນໄດ້ເລີ້ມເອົາມາດຕະການຫລັງຈາກຮຸ້ນໄດ້ຕົກລາຄາເປັນເວລາຫຼາຍມື້ຢູ່ໃນ ທົ່ວໂລກ ຂະນະທີ່ພວກນັກລົງທຶນມີຄວາມກັງວົນຢ້ານວ່າ ການເຕີບໂຕຂອງເສດຖະກິດ ຈີນໄດ້ຊັກຊ້າລົງ.

ທີ່ນະຄອນນິວຢອກ ທ່ານ Sam Stovall ຈາກ S&P Capital IQ ກ່າວວ່າ ການເຕີບໂຕ ຂອງເສດຖະກິດຈີນບາງທີອາດຈະຫລຸດລົງຢູ່ໃນລະດັບ 6.6 ເປີເຊັນໃນປີໜ້າຊຶ່ງຈະເປັນ ການຊັກຊ້າລົງຢ່າງຫຼວງຫຼາຍກວ່າໃນອະດີດທີ່ຜ່ານມາ. ແຕ່ໃນການໃຫ້ສຳພາດແກ່ວີໂອ ເອນັ້ນ ທ່ານ Stovall ເວົ້າວ່າ ອັດຕາຂອງການຂະຫຍາຍໂຕແມ່ນຍັງເປັນທີ່ໜ້າອິດສາຢູ່.

ນັກຊ່ຽວຊານຄົນນຶ່ງກ່ຽວກັບເສດຖະກິດຈີນ ຈາກສະຖາບັນເສດຖະກິດນາໆຊາດ Peter-
son ທ່ານ Nick Lardy ກ່າວວ່າ ບັນຫາຂອງເສດຖະກິດຈີນ ມີຜົນກະທົບຕໍ່ປະເທດອື່ນໆ ຍ້ອນວ່າ ຈີນເປັນເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ.

Some Stocks Rebound as China Worries Continue
please wait

No media source currently available

0:00 0:01:45 0:00

XS
SM
MD
LG