ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

5 ປະເທດຈະຈັດຕັ້ງກັນ ເປັນກຸ່ມຜະລິດເຂົ້າ


ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ
ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ

5 ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ພວມສົນທະນາຫາລືກັນ ກ່ຽວກັບການຈັດ
ຕັ້ງອົງການປະເທດປູກເຂົ້າ ທີ່ຈະຊ່ອຍສ້າງຄວາມທຸ່ນທ່ຽງໃຫ້ແກ່ການສົ່ງເຂົ້າອອກໄປຂາຍ ຢູ່ໃນທົ່ວໂລກ.

ສື່ມວນຊົນຂອງໄທລາຍງານໃນວັນພະຫັດມື້ນີ້ວ່າ ນາຍົກລັດຖະມົນຕີອະພິສິດ ເວດຊາຊີວະ
ຢາກໃຫ້ຈັດເອົາບັນຫານີ້ ເຂົ້າໄວ້ໃນວາລະການປະຊຸມ ຮ່ວມກັບເຈົ້າ​ໜ້າ​ທີ່​ຫວຽດນາມ ໃນ
ເດືອນກຸມພາຈະມານີ້. ນອກນັ້ນແລ້ວກໍຍັງມີກຳປູເຈຍ ສປປ ລາວ ແລະມຽນມາ ພົວພັນນຳ
ແຜນການດັ່ງກ່າວ ຊຶ່ງໄດ້ຖືກ​ຍົກ​ຂຶ້ນ​ມາການສົນທະນາຫາລືກັນທີ່ກອງປະຊຸມພູມີພາກຢູ່ກຳ
ປູເຈຍໃນສັບປະດານີ້.

ປະເທດຕ່າງໆທີ່ສັ່ງຊື້ເຂົ້າຈາກຕ່າງປະເທດ ເຊັ່ນຟີລິບປິນໄດ້ມີຄວາມວິຕົກກັງ ວົນມາເປັນ
ເວລາດົນນານແລ້ວຢ້ານວ່າບັນດາປະເທດເພື່ອນບ້ານຂອງຕົນອາດຈະສ້າງຕັ້ງກຸ່ມຜູກຂາດ
ໃນການກຳນົດລາຄາເຂົ້າຕາມ​ແນວທາງ​ຂອງອົງການກຸ່ມປະ​ເທດ​ຜະ​ລິດ​ນໍ້າມັນຫລື OPEC
ທີ່ຈຳກັດການຜະລິດ ເພື່ອຄວບຄຸມລາຄານໍ້າມັນຂອງໂລກນັ້ນ.

ແຕ່ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວໃນສັບປະດານີ້ວ່າ ຈຸດປະສົງຂອງ
ສະມາຄົມສົ່ງເຂົ້າອອກ ແມ່ນເພື່ອຄໍ້າປະກັນສະເຖຍລະພາບ ໃນດ້ານສະບຽງອາຫານ
ຢູ່ໃນຂົງເຂດ ແລະບາງທີອາດຢູ່ໃນໂລກທັງມວນດ້ວຍ.

ໄທເປັນປະເທດທີ່ສົ່ງເຂົ້າອອກໄປຂາຍໃນຕ່າງປະເທດລາຍໃຫຍ່ສຸດຂອງໂລກ ຕິດຕາມ
ດ້ວຍຫວຽດນາມ. ເຂົ້າເປັນອາຫານຫຼັກ ສຳລັບປະຊາຊົນຈຳນວນຫຼາຍພັນລ້ານຄົນຢູ່ໃນ
ເຂດເອເຊຍ.

XS
SM
MD
LG