ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນເກັບກ່ຽວເຂົ້າເພີ່ມຂື້ນ ໃນອາຟຣິກາ ແລະເອເຊຍ ແຕ່ລາຄາເຂົ້າຍັງສູງຢູ່


ທົ່ງນາປູກເຂົ້າແຫ່ງນຶ່ງໃນອິນເດຍ
ທົ່ງນາປູກເຂົ້າແຫ່ງນຶ່ງໃນອິນເດຍ

ອົງການ​ອາຫານ​ແລະ​ການ​ກະ​ເສດ​ສະຫະ​ປະຊາ​ຊາດ ຫລື FAO ກ່າວ​ວ່າ ຜົນ​ເກັບ​ກ່ຽວ​ເຂົ້າ​ໂລກ​ປີ​ນີ້​ຈະ​ລື່ນ​ປີ 2011 ສ່ວນ​ໃຫຍ່​ເປັນ​ຍ້ອນ​ວ່າ​ຂົງ​ເຂດ ​ເອ​ເຊຍ​ມີ​ຜົນ​ເກັບ​ກ່ຽວ​ຫລາຍ​ຂຶ້ນ ຊຶ່ງ FAO ກ່າວ​ອີກ​ວ່າ ປະລິມານຜົນ​ເກັບ​ກ່ຽວ​ກໍໜ້າ​ຈະ​ເພີ່ມ​ຄື​ນມາ​ອີກ​ເຊັ່ນ​ໃນ​ຂົງ​ເຂດ​ອາ​ຟຣິກາ ​ແຕ່​ຈະ​ຕົກ​ຕໍ່າລົງ​ຢູ່​ໃນພາກ​ພື້ນ​ຢູ​ໂຣບ ​ແລະ​ສະຫະລັດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍ ງານ​ຈາກ​ບາງກອກ ຊຶ່ງ​ທອງ​ປານມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ ຕໍ່​ໄປ

​ເຖິງ​ແມ່ນ​ມີ​ການ​ຄາດ​ຄະ​ເນທີ່​ໜ້າຕື່ນ​ເຕ້ນ​ກ່ຽວ​ກັບຜົນ​ຜະລິດ​ເຂົ້າສໍາລັບ​ປີ​ນີ້ກໍ​ຕາມ ​ແຕ່ລາຍ​ງານ​ຂອງອົງການອາຫານ​ແລະ​ການ​ກະ​ເສດ ຫລື FAO ກໍ​ໃຫ້​ຂໍ້​ສັງ​ເກດວ່າ ​ຜົນ​ຜະລິດ​ທີ່​ເພີ່ມ​ຂຶ້ນນັ້ນ​ບໍ່​ໄດ້ສົ່ງຜົນໃຫ້​ລາຄາ​ເຂົ້າ​ຖືກລົງ ສໍາລັບ​ຜູ້​ອຸບປະ​ໂພ​ກບໍລິໂພ​ກ ​ແຕ່​ຢ່າງ​ໃດ​.

​ໃນ​ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ທີ່​ນໍາ​ອອກ​ເປີດ​ເຜີຍ ເມື່ອ​ວັນ​ສຸກ​ ທີ 4 ​ເດືອນນີ້ FAO ທໍາ​ນາຍ​ວ່າ ປະລິມານຜົນ​ຜະລິດ​ເຂົ້າຂອງ​ໂລກໃນລະດັບທົ່ງ​ນານັ້ນ ຈະ​ເກີນ 730 ລ້ານ​ໂຕນສໍາລັບ​ປີ 2012 ນີ້ ຄືເພີ່ມ​ຂຶ້ນ​ເກືອບສອງ​ເປີ​ເຊັນ​ຈາກ​ປີ 2011.

ທ່ານນາງ Conception Calpe ນັກ​ເສດຖະ​ສາດ​ອາວຸ​ໂສຂອງ​ FAO ກ່າວ​ວ່າ ​ຜົນ​ເກັບ​ກ່ຽວດີ​ໃນ​ຂົງ​ເຂດ​ເອ​ເຊຍໂດຍ​ສະ​ເພາະ​ ​ແມ່ນ​ຈະ​ພາ​ໃຫ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົກ​ຕໍ່າລົງ​ໃນ​ການ​ຄ້າ​ເຂົ້າຂອງ​ໂລກ. ການ​ຄ້າ ເຂົ້າ​ໃນ​ທົ່ວ​ໂລກໂລກ​ໂດຍ​ລວມ ກໍ​ຄາດ​ວ່າຈະ​ຕໍ່າລົງ​ ເກົ້າ​ແສນ​ຕັນ ມາ​ເປັນ 34 ລ້ານ 3 ​ແສນຕັນ.

ທ່ານນາງ Conception Calpe ກ່າວ​ວ່າ: “ປີ​ນີ້ ປະການ​ທີນຶ່ງ ​ເນຶ່ອງ ຈາກ​ວ່າພວກ​ປະ​ເທດ​ນໍາ​ເຂົ້າ​ທີ່ສໍາຄັນ ​ເຊັ່ນ​ອິນ​ໂດ​ເນ​ເຊຍ ຫລື ຟິລິບ​ປິນ ຫລື​ແມ່ນ​ແຕ່ ບັງ​ກລາ​ແດ​ສ ​ໄດ້​ຮັບ​ຜົນເກັບ​ກ່ຽວດີ​ຫລາຍ ​ແລະ​ສອງ​ມາ ບາງ​ປະ​ເທດ ​ເຊ່ນ​ຟີ​ລິບ​ປີນ ​ພາກັນ​ປະກາດ​ວ່າ​ພວກ​ເຂົາ​ເຈົ້າບໍ່​ຢາກນໍາ​ເຂົ້າຫລາຍ​ກ່ວາ​ປະລິມານ​ທີ່​ຕ້ອງການ. ນັ້ນ​ຫລະ​ທີ່​ພວກ​ເຮົາ​ມອງ​ເຫັນ​ວ່າ ​ເປັນ​ປັດ​ໃຈ​ສໍາຄັນ​ ຢູ່​ເບື້ອງ​ຫລັງ​ການ​ຄາດຄະ​ເນ​ວ່າ​ການ​ຄ້າ​ເຂົ້າຂອງ​ໂລກ​ຈະ​ຕົກ​ຕໍ່າລົງ​.”

​ແຕ່ FAO ກ່າວ​ອີກ​ວ່າ ​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ ​ປຸ໋ຍ ​ແລະຄ່າ​ແຮງ​ງານທີ່ສູງ​ຂຶ້ນ ​ໃນ​ບາງ​ປ​ະ​ເທດ ໄດ້​ເຮັດ​ໃຫ້​ລາຄາ​ເຂົ້າ ສູງ​ກວ່າ​ລະດັບຂອງກ່ອນ​ປີ 2008

​ເປັນ​ທີ່​ຄາດ​ການ​ວ່າ​ ຈີນ ອິນ​ເດຍ ມຽນມາ ປາ​ກິສຖານ ​ໄທ ມາ​ເລ​ເຊຍ ​ແລະ​ສີ​ລັງກາ ທັງ​ໝົດນັ້ນ ຈະ​ມີ​ຜົນ​ຜະລິດ​ເຂົ້າທີ່​ສູງ​ຂຶ້ນ​ ໃນ​ປີ 2012 ນີ້​.

ລາຍ​ງານເວົ້າວ່າ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ລະປູກ​ຂອງ​ບັງ​ກລາເເດ​ສ ​ຍ້ອນປາກົດການ​ອາກາດ La Nina ທີ່​ມີລະບົບ​ຝົນຕົກ​ແບບ​ຜິດ​ປົກກະຕິ ນັ້ນ ກະຈາຍ​ໄປ​ທົ່ວ.

ປະລິມານ​ຜົນ​ຜະລິດ​ເຂົ້າໜ້າ​ຈະເພີ່ມ​ຄືນ​ມາ​ອີກ​ໄດ້​ໃນ​ຂົງ​ເຂດ​ອາ​ຟຣິກາ ນໍາ​ໜ້າໂດຍປະ​ເທດ
ມາລີ ​ເຊ​ເນ​ກາລ​ແລະ​ໄນ​ຈີ​ເຣຍ. ​ແຕ່​ແນວ​ໃດ​ກໍ​ດີ FAO ກ່າວ​ວ່າ ສະພາບ​ແຫ້ງ​ແລ້ງ​ແລະ​ລາຄາ
​ເຂົ້າທີ່ຕົກ​ຕໍ່າລົງ ໄດ້​ຜັກ​ດັນ​ໃຫ້​ພວກ​ຊາວນາໃນພາກ​ພື້ນ​ສະຫະພາບຢູ​ໂຣບແລ​ະສະຫະລັດ​
ພາກັນ​ປ່ຽນ​ໄປ​ປູກ​ພືດອື່ນ​ແທນ. ຜົນ​ຜະລິດ​ເຂົ້າທີ່​ຕໍ່​າລົງ​ ກໍ​ຄາດ​ວ່າ​ຈະ​ມີຂຶ້ນ​ເຊ່ນ​ກັນ​ຢູ່​ໃນ​ຂົງ
​ເຂດ​ອາ​ເມ​ຣິກາ​ລາ​ຕິນ ​ແລະ​ແຖບທະ​ເລຄາ​ຣິບບຽນ.

ທ່ານນາງ Calpe ກ່າວ​ວ່າ ລາຍ​ງານ​ທາງ​ການຂອງ​ການ​ເກັບ​ກ່ຽວ​ໄດ້ ຫລາຍ​ເປັນ​ປະວັດ​ການໃນ​ຈີນນັ້ນ ​ປາກົດ​ວ່າ​ບໍ່​ສອດຄ່ອງ​ກັບ​ລາຄາ​ພາຍ​ໃນ ປະ​ເທດ ​ທີ່​ຍັງສູງຢູ່​ ຊຶ່ງ​ທ່ານ​ນາງ​ຊີ້​ແຈງ​ວ່າ:

“ສໍາລັບ​ການ​ວິ​ເຄາະ​ຂອງ​ພວກ​ເຮົາ​ນັ້ນ ພວກ​ເຮົາ​ກາງ​ຕໍ່ຫລາຍ​ສົມຄວນ ນໍາ ການ​ຄາດ​ດະ​ເນ​ຂອງທາງການກ່ຽວ​ກັບຜົນ​ຜະລິດ ​ສໍາລັບ​ຫລາຍໆ​ປະ​ເທດ ​ແລະ​ໂດຍ​ສະ​ເພາະໃນປະ​ເທ​ກຈີນ. ​ແລະ​ຈີນກໍ​ເວົ້າ ປີ​ແລ້ວ​ປີ​ເລົ່າ​ວ່າ ​ຕົນ​ມີ​ຜົນ​ຜະລິດ​ໄດ້​ຫລາຍ​ເປັນ​ປະວັດການ. ​ແຕ່​ວ່າ ​ການ​ທີ່​ວ່າໄດ້ຜົນ​ເກັບ​ກ່ຽວ​ດີ​ນັ້ນ ມັນ​ບໍ່​ສອດຄ່ອງ​ກັບ​ລາຄາ​ເຂົ້າທີ່ສູງ​ຫລາຍ ​ທີ່​ເຮົາ​ເຫັນ​ກັນ​ໃນ​ປະ​ເທດ ຈີນ​ ຢູ່​ທຸກ​ມື້​ນີ້.”

​ສ່ວນ​ໃນ​ປະ​ເທດ​ໄທ ​ໂຄງການ​ສະ​ໜັບສະ​ໜຸນ​ລາຄາ​ເຂົ້າຂອງ​ລັດຖະບານ ​ໄດ້ຍັງ​ຜົນ​ໃຫ້​ປະລິມານ​ການ​ສົ່ງ​ອອກ​ເຂົ້າ ຕົກ​ຕໍ່າລົງ​ໄປ​ເຖິງ 20 ​ເປີ​ເຊັນ ​ມາ​ເປັນ​ຕໍ່າ​ກວ່າ​ 8 ​ລ້ານ​ຕັນ. FAO ກ່າວ​ວ່າ ໂຄງການ​ດັ່ງກ່າວ​ແມ່ນເຮັດ​ໃຫ້​ລາຄາ​ເຂົ້າສົ່ງ​ອອກ​ ສູງ​ກວ່າ​ລາຄາ​ຕະຫລາດ ດັ່ງ​ນັ້ນ ພວກ​ປະ​ເທດ​ສົ່ງ ອອກ ​ເຊັ່ນ​ອິນ​ເດຍ ອອສ​ເຕຣ​ເລຍ ກໍາປູ​ເຈຍ ​ແລະ​ຫວຽດນາມ ​ຈຶ່ງພາກັນ​ໄດ້​ຮັບ​ສ່ວນ​ແບ່ງທີ່​ໃຫຍ່​ກວ່າ​ເກົ່າ ​ໃນ​ຕະຫລາດ​ເຂົ້າຂອງ​ໂລກ.​

ທ່ານນາງ Calpe ກ່າວ​ຕໍ່​ໄປ​ວ່າ ມຽນມາກໍອາດ​ສາມາດ​ກາຍ​ເປັນ​ຜູ້​ສົ່ງອອກ ​ເຂົ້າລາຍ​ສໍາຄັນ​ໄດ້ ​ໃນເມື່ອ​ວ່າພວກ​ປະ​ເທດ​ຕາ​ເວັນ​ຕົກພາກັນ​ຜ່ອນຜັນ​ການ​ລົງ​ໂທດດ້ານ​ການ​ຄ້າ​ຕໍ່​ມຽນມາ​ແລ້ວ ເພື່ອ​ຕອບ​ສະໜອງ​ຕໍ່​ການ​ປະຕິ​ຮູບທາງ​ເສດຖະກິດ​ແລະການ​ເມືອງ​ຂອງ​ປະ​ເທດ​ນັ້ນ. ການ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​ແລະ​ຄວາມ​ສາມາດຜະລິດທີ່​ເພີ່ມ​ຂຶ້ນນັ້ນ ກໍຈະຍົກ​ລະດັບ​ຜົນ​ຜະລິດ​ເຂົ້າຂອງ​ກໍາປູ​ເຊຍ ​ໃຫ້​ສູງ​ຂຶ້ນອີກ​ເຊ່ນ​ກັນ​.

XS
SM
MD
LG