ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີ 2010 ​ເປັນ​ປີ​ທີ່ດີສໍາລັບ ຕະຫລາດຫຸ້ນສ່ວນ​ໃຫຍ່ ຂອງເອເຊຍ


ພະນັກງານຕະຫລາດຫຸ້ນທີ່ເກົາຫລີໃຕ້ ສະແດງຄວາມດີໃຈ ທີ່ຕະຫລາດຫຸ້ນຂອງປະເທດ ປະສົບຜົນສໍາເລັດ ຍ້ອນຫຸ້ນຂຶ້ນລາຄາຢ່າງຫລວງຫລາຍ ໃນປີ 2010. REUTERS/Jo Yong-Hak (SOUTH KOREA - Tags: BUSINESS)
ພະນັກງານຕະຫລາດຫຸ້ນທີ່ເກົາຫລີໃຕ້ ສະແດງຄວາມດີໃຈ ທີ່ຕະຫລາດຫຸ້ນຂອງປະເທດ ປະສົບຜົນສໍາເລັດ ຍ້ອນຫຸ້ນຂຶ້ນລາຄາຢ່າງຫລວງຫລາຍ ໃນປີ 2010. REUTERS/Jo Yong-Hak (SOUTH KOREA - Tags: BUSINESS)

ປີ 2010 ຜ່ານ​ມາ​ນີ້ ​ເປັນ​ປີ​ທີ່ຕະຫລາດຫຸ້ນສ່ວນ​ໃຫຍ່ຂອງເອເຊຍ ພາກັນ​ໄດ້​ກໍາ​ໄລ ໂດຍ​ໄດ້​ຮັບ​ ການ​ຊຸກຍູ້​ຈາກການຟື້ນຕົວຄືນຂອງເສດຖະກິດ​ໃນຂົງ​ເຂດ ແລະລາຄາວັດຖຸດິບທີ່ສູງ ຂື້ນກວ່າເກົ່າ ແຕ່ຕາມທີ່ຜູ້ສື່ຂ່າວວີໂອເອ Roy Corben ລາຍງານມາ ຈາກບາງກອກນັ້ນ ກໍແມ່ນວ່າ ພວກນັກເສດຖະສາດເວົ້າວ່າ ພວກຕະຫລາດຫຸ້ນອາດປະເຊີນກັບຍຸກແຫ່ງຄວາມ ລໍາບາກຂື້ນກວ່າເກົ່າ ​ໃນ​ປີ 2011 ນີ້ ຍ້ອນສະພາວະເງິນເຟີ້ ແລະການເຕີບໂຕຊ້າລົງ​ຂອງ​ ເສດຖະກິດ​ໃນ​ຂົງ​ເຂດ. ທອງປານມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໂດຍ​ທົ່ວ​ໄປແລ້ວ ຕະຫລາດຫຸ້ນຂອງຂົງເຂດເອເຊຍ​ແມ່ນ
ສິ້ນ​ສຸດປີ 2010 ລົງຂ້ອນ​ຂ້າງ​ດີ ເຖິງຈະມີບາງຫຸ້ນທີ່ຕ້ອງ ​ໄດ້ສູ້ຊົນຕະຫລອດປີ ທີ່​ຜ່ານ​ມານັ້ນ.

ລາຄາດັດຊະນີຫຸ້ນຂອງໄທແລະອິນໂດເນເຊຍທັງສອງ
ປະເທດນີ້ ໄດ້ຖີບຕົວສູງຂື້ນ ຫລາຍກວ່າ 45 ເປີເຊັນ ສໍາລັບປີນີ້.

ສ່ວນດັດຊະນີຕະຫລາດຫຸ້ນ KOSPI ຂອງເກົາຫລີ​ໃຕ້ກໍ
ເຕີບໂຕຂື້ນຫລາຍກວ່າ 20 ເປີເຊັນ ເຖິງແມ່ນຈະມີສະ ພາບຄວາມເຄັ່ງຕຶງໃນແຫລມເກົາຫລີ ກໍຕາມ.

ແຕ່ໃນປະເທດຈີນນັ້ນ ຄວາມພະຍາຍາມຂອງລັດຖະບານ​ເພື່ອ​ດຶງເສດຖະ ກິດ ໃຫ້ຂະຫຍາຍ​ໂຕຊ້າລົງ ​ໄດ້​ມີ​ສ່ວນ​ຊ່ວຍ​ເຮັດ​ໃຫ້ດັດຊະນີ Shanghai ຕົກ​ລາຄາ​ໄປ 15 ເປີ ເຊັນ ແລະດັດຊະນີ Nikkei 225 ກໍຕົກ​ລາຄາ 3 ເປີເຊັນ.

ສ່ວນດັດຊະນີຫຸ້ນເອເຊຍ-ປາຊິກຟິກ MSCI ນັ້ນ ໂດຍສ່ວນລວມແລ້ວ ​ແມ່ນເຕີບໂຕຂື້ນ 15 ເປີເຊັນ ສໍາລັບປີ 2010.

ທະນາຄານການລົງທຶນ​ໃນ​ທົ່ວໂລກຫລາຍໆແຫ່ງ ເຊັ່ນ HSBC ແລະ Morgan Stanley ຕ່າງກໍຄາດຄະ​ເນວ່າ ຕະຫລາດຫຸ້ນຂອງພວກປະເທດ ພວມພັດທະນາໃນຂົງເຂດເອເຊຍ ສ່ວນຫລາຍຈະສືບຕໍ່ຖີບຕົວສູງຂື້ນ​ໃນ​ປີ 2011 ນີ້. ບາງທະນາຄານທໍານາຍການເຕີບໂຕ ​ໃນ​ອັດຕາສະເລ່ຍປະມານ 20 ເປັເຊັນ ຂອງ​ຕະຫລາດ​ຫຸ້ນໃນຂົງເຂດເອເຊຍ.

ທີ່ປະເທດໄທນັ້ນ ລາຄາຫຸ້ນ​ໄດ້ເພີ່ມສູງຂື້ນ ເຖິງແມ່ນໄດ້ມີການປະທ້ວງ ຕໍ່ຕ້ານລັດຖະບານ ທີ່ພາໃຫ້ມີຄົນເສຍຊີວິດ ຫລາຍ 90 ຄົນ ໃນໄລຍະ ເຄິ່ງທໍາອິດຂອງປີກໍຕາມ

ທ່ານອະນຸສອນ ບູຣະນະກະນົນ ຜູ້ຈັດການ​ກອງ​ທຶນຄ້າ​ຫຸ້ນທີ່ບາງກອກ ກ່າວວ່າ ບັນຍາ
ກາດການເມືອງທີ່ທຸ່ນທ່ຽງຂື້ນກວ່າເກົ່າໃນປີ 2011 ນີ້ ຈະເປັນ​ຮາກ​ຖານ​ຄໍ້າ​ຈຸນຕະຫລາດ
ຫຸ້ນຂອງໄທ ​ໃຫ້ເຂັ້ມແຂງຂື້ນ. ຊຶ່ງທ່ານ ອະນຸສອນ ກ່າວຕື່ມວ່າ:

ພວກ​ນັກວິ​ເຄາະມີ​ຄວາມ​ເຫັນ​ພ້ອມ​ນໍາ​ກັນ​ວ່າ ຕະຫລາດຫຸ້ນ​ຈະ​ສືບຕໍ່​ເຕີບ​ໂຕຂຶ້ນ​ໃນ​ອັດຕາ 10 ຫາ 15 ​ເປີ​ເຊັນ ​ແລະ ພາກສ່ວນ​ຕ່າງໆທີ່​ຈະ​ດີ​ນັ້ນ ​ແນ່ນອນ​ວ່າ ຈະແມ່ນ​ພາກສ່ວນ​ການ​ທະນາຄານ ການ​ກໍ່ສ້າງ​ ເພາະວ່າລັດຖະບານ​ມີແຜນ ການໃຊ້ຈ່າຍເງິນຢ່າງ​ຫລວງຫລາຍ ​ແລະ​ພາກສ່ວນ​ໂທລະ​ມະ​ນາ​ຄົມ ພະລັງ ງານ ​ແລະ​ການ​ໃຊ້​ຈ່າຍ​ຂອງ​ພວກ​ຜູ້ອຸບ​ປະ​ໂພ​ກບໍລິ​ໂພ​ກ.”

ແຕ່ກໍຍັງມີຄວາມເປັນຫ່ວງຫລາຍຢ່າງຢູ່ ສໍາລັບພວກຕະຫລາດຫຸ້ນຂອງຂົງເຂດເອເຊຍໃນປີນີ້
ຊຶ່ງພວກນັກວິເຄາະດ້ານການຕະຫລາດກ່າວວ່າ ພວກຕະຫລາດຫຸ້ນອາດຖືກບັ່ນທອນ​ໃຫ້
ອ່ອນແອລົງ ຍ້ອນສະພາວະເງິນເຟີ້ ແລະດອກເບ້ຍທີ່ຖີບຕົວສູງຂື້ນນັ້ນ.

ແລະ​ເຖິງ​ແມ່ນ​ຈະ​ມີ​ການຄາດໝາຍ​ກັນວ່າ ພວກເສດຖະກິດທັງຫລາຍໃນຂົງເຂດເອເຊຍຈະມີ
ການເຕີບໂຕທີ່ສະໝໍ່າສະເໝີໃນປີ​ 2011 ນີ້​ກໍ​ຕາມ ​ແຕ່ການເຕີບໂຕກໍຈະບໍ່ແຂງແຮງ ເທົ່າ ກັບ ປີ 2010 ທີ່ຜ່ານມາ.

ຄະນະກໍາມາ​ທິການເສດຖະກິດແລະສັງຄົມຂອງອົງການສະຫະປະຊາຊາດ ສໍາລັບຂົງເຂດເອ
ເຊຍແລະປາຊິຟິກ ຫລື UNESCAP ທໍານາຍວ່າ ການເຕີບໂຕຂອງຂົງເຂດຈະຕົກຕໍ່າລົງມາ
ຢູ່​ໃນ​ອັດຕາ​ປະມານ 7 ເປີເຊັນໃນປີ 2011 ນີ້ ຈາກ 8.3 ເປີເຊັນຂອງປີຜ່ານມາ.

ທ່ານ Nagesh Kumar ຫົວໜ້າຄະນະນັກເສດຖະສາດແລະຜູ້ອໍານວຍການ UNESCAP
ກ່າວວ່າ ການເຕີບໂຕທີ່ຊ້າລົງນັ້ນ ແມ່ນສະທ້ອນໃຫ້​ເຫັນເຖິງການຕົກຕໍ່າລົງ​ໃນຄວາມຮຽກ
ຮ້ອງຕ້ອງການສິນຄ້າສົ່ງອອກຂອງ​ເອ​ເຊຍ ຢູ່ໃນພາກພື້ນຢຸໂຣບ ແລະສະຫະລັດ ຊຶ່ງທ່ານ
Kumar ກ່າວຊີ້ແຈງຕໍ່ໄປວ່າ:

"ເສດຖະກິດ​ໄດ້​ຟື້ນ​ໂຕ​ຄືນ ຈາກ​ລະດັບທີ່​ຕົກ​ຕໍ່າ​ສຸດ​ ຄືນ​ມາ​ຢູ່​ໃນ​ລະດັບ​ເກືອບ​ວ່າ ສູງ​ເ​ທົ່າ​ເດີມ ໃນ​ປີ 2010 ນັ້ນ ແລະ​ມາ​ບັດ​ນີ້​ ຂະນະ​ທີ່ເຮົາ​ກໍາລັງເລີ້ມ​ຕົ້ນປີ 2011 ນີ້ ພວກ​ເຮົາ​ເຫັນ​ຈັງ​ວະການ​ເຕີບ​ໂຕ​ຂອງ​ເສດຖະກິດ ​ຄ່ອຍໆຊ້າ​ລົງ ຊຶ່ງໂດຍ​ພື້ນຖານ​ແລ້ວ ​ແມ່ນ​ມີ​ສາ​ເຫດ​ມາ​ຈາກພວກ​ປະ​ເທດ​ທີ່ພັດທະນາ​ແລ້ວ ​ແຕ່​ກໍສົ່ງ​ຜົນ​ກະທົບ​ຕໍ່​ພວກ​ປະ​ເທດ​ກໍາລັງ​ພັດທະນາ​ເຊ່ນ​ກັນ. ການ​ສົ່ງ​ອອກ​ທີ່ເພີ່ມ​ຂຶ້ນ​ ໄດ້​ເລີ້ມ​ລົດ​ລົງ​ແລ້ວ ​ແລະ​ນີ້​ເປັນ​ສິ່ງຊີ້​ບອກ​ຊັ້ນ​ນໍາ​ອັນ​ນຶ່ງຂອງ​ການ​ປະຕິບັດ​ງານ ດ້ານເສດ​ຖະກິດມະຫາ​ພາກ."

ທ່ານຄູມາ ກ່າວວ່າ ຂົງເຂດ​ເອ​ເຊຍກໍກໍາລັງສິ້ງຊອມເບິ່ງຢ່າງ​ໃກ້ຊິດ ນະໂຍບາຍການເງິນ
ແບບ​ຫລົມໆ ບໍ່​ຮັດ​ເຄັ່ງ​ ທີ່ທະນາຄານກາງສະຫະລັດ​ໄດ້​ນໍາ​ໃຊ້ ແນ​ໃສ່ເພື່ອກະຕຸ້ນເສດ
ຖະກິດນັ້ນ. ທ່ານ​ຄູ​ມາ ກ່າວຕື່ມວ່າ:

"ນະ​ໂຍບາຍທີ່​ວ່າ​ນີ້ ຊື່​ງ​ໂດຍ​ພື້ນຖານ​ແລ້ວ ກໍ​ແມ່ນພິມ​ເງິນ​ໂດ​ລາ ຫລື​ເງິນຕາ ອອກ​ມາ​ຫລາຍ​ຂຶ້ນນັ້ນ ກໍາ​ລັງສ້າງ​ຄວາມ​ຫຍຸ້ງຍາກ​ ໃຫ້​ແກ່​ຂົງ​ເຂດ​ອື່ນ​ໆ ບ່ອນ​ທີ່ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຍັງ​ແຂງ​ແຮງ​ຢູ່​ນັ້ນ. ​ແລະ​ເງິນ​ໂດ​ລາ​ທີ່​ມີ​ຫລາຍ​ຂຶ້ນ​ນັ້ນ ກໍ​ກໍາລັງກະຈາຍ​ໄປ​ຍັງຂົງ​ເຂດເອ​ເຊຍ​ປາຊີ​ຟິກ ​ແລະ​ສົ່ງ​ຜົນ​ກະທົບ​ອື່ນໆ​ອີກ ​ເຊັ່ນ​ສະພາວະ​ເງິນ​ເຟີ້ ການຖີບ​ໂຕ​ສູງຂຶ້ນ​ຂອງລາຄາ​ຊັບ​ສິນ ​ອັດຕາ​ແລກປ່ຽນ​ທີ່​ ສູງ​ຂຶ້ນ. ສະ​ນັ້ນ ​ພວກ​ເຮົາ​ກໍ​ຕ້ອງ​ໄດ້​ຮັບ​ມື​ກັບ​ການ​ທ້າ​ທາຍ​ອັນ​ນີ້."

ພວກທະນາຄານກາງທັງຫລາຍອາດຈະພະຍາຍາມຄວບຄຸມສະພາວະເງິນເຟີ້ ດ້ວຍການຂື້ນ
ອັດຕາດອກເບ້ຍ ຊຶ່ງນັ້ນອາດເປັນການຊຸກຍູ້ໃຫ້ພວກນັກລົງທຶນພາກັນຖອນເງິນອອກຈາກ
ຫຸ້ນ ໄປເຂົ້າໃສ່ພັນທະບັດ ໃນຂະນະທີ່ອັດຕາດອກ​ເບ້ຍຖີບຕົວສູງຂື້ນ ​ແລະ​ໃຫ້​ກໍາ​ໄລ​ຫລາຍ​ ກ່ວານັ້ນ.

ນອກນີ້ແລ້ວ ລາຄາວັດຖຸດິບກໍ​ໄດ້ຖີບຕົວສູງຂື້ນ ຊຶ່ງເປັນການເສີມຕື່ມໃສ່ຄວາມຢ້ານກົວກ່ຽວ​
ກັບສະພາວະເງິນເຟີ້ທີ່​ມີຢູ່ແລ້ວນັ້ນ ໂດຍສະເພາະຢູ່​ໃນພວກປະເທດເອເຊຍ ທີ່ມີການເສດ ຖະກິດ ທີ່ກໍາລັງເຕີບໂຕ.

ລາຄາຄໍາກໍສູງຂື້ນຫລາຍ​ກ່ວາ 28 ເປີເຊັນ ຕະຫລອດໄລຍະຂອງປີຜ່ານມາ ​ໂດຍ​ມີລາຄາຊື້
ຂາຍຢູ່ 1,407 ໂດລາ ຕໍ່ນຶ່ງອອນຊ໌ ຫລືເທົ່າກັບປະມານສອງບາດ​ເຄິ່ງ ໃນຂະນະທີ່ລາຄາ
ເງິນ​ແທ່ງ ກໍຢູ່ໃນລະດັບສູງສຸດ ​ໃນ​ຮອບ 30 ປີ.

XS
SM
MD
LG