ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ​ ອະນາ​ໄມ​ໂລກ ກ່າວວ່າ ໂຣກໄຂ້ຍຸງ ຍັງຄຸກຄາມ ເຂດເອເຊຍ ຍ້ອນຂາດງົບປະມານ


ພວກຄົນເຈັບໄຂ້ຍຸງ ຈໍານວນນຶ່ງ ກໍາລັງນອນຮັກສາຕົວທີ່ໂຮງໝໍ
ພວກຄົນເຈັບໄຂ້ຍຸງ ຈໍານວນນຶ່ງ ກໍາລັງນອນຮັກສາຕົວທີ່ໂຮງໝໍ

WHO ​ກ່າວວ່າ ສິ່ງ​ທ້າ​ທາຍ​ທີ່​ກໍາລັງ​ເຕີບ​ໃຫຍ່​ ໃນ​ການ​ປາບ​ປາມ​ໂຣກ​ໄຂ້​ຍຸງ ກໍ​ຄືຫຼັກ​ຖານ​ທີ່ສະ​ແດງ​ໃຫ້​ເຫັນ​ເພີ່ມ​ຂຶ້ນນັບ​ມື້ ຂອງ​ສາຍພັນ​ທີ່​ດື້​ຕໍ່​ຢາ​.

ບັນດາ​ເຈົ້າໜ້າ​ທີ່​ອົງການ​ອະນາ​ໄມ​ໂລກຫຼື WHO ​ແລະ​ອົງການ​ສະຫະ​ປະ ຊາ​ຊາດ​ກ່າວ​ວ່າ ສິ່ງ​ທ້າ​ທາຍ​ທີ່​ກໍາລັງ​ເຕີບ​ໃຫຍ່​ຂະຫຍາຍຕົວ​ ໃນ​ການ​ປາບ​ປາມ​ໂຣກ​ໄຂ້​ຍຸງຫຼືໄຂ້​ມາ​ເລ​ເຣຍ ນັ້ນກໍ​ຄືຫຼັກ​ຖານ​ທີ່ສະ​ແດງ​ໃຫ້​ເຫັນ​ເພີ່ມ​ຂຶ້ນນັບ​ມື້ ຂອງ​ສາຍພັນ​ທີ່​ດື້​ຕໍ່​ຢາ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້. ຕາມ​ທີ່ Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ຈາກ​ບາງ ກອກ​ນັ້ນວ່າ ​ບັນດາ ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ ກໍາລັງພົບ​ປະກັນ ຢູ່​ປະ​ເທດ​ອອສ​ເຕຣ​ເລຍ​ ໃນ ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ​ນີ້ ​ເພື່ອ​ຈັດ​ຕັ້ງ​ວິທີ​ການ​ປາບ​ປາມ​ພ​ະຍາດ​ດັ່ງກ່າວ​ໃນ​ລະດັບ​ຂົງ​ເຂດ​ໃຫ້ດີຂຶ້ນ. ຊຶ່ງ​ທອງ​ປານ ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ພາຄີ​ລະດັບ​ໂລກ​ກຸ່ມ​ນຶ່ງ ທີ່​ນໍາພາ​ໂດຍ​ອົງການ​ອະນາ​ໄມ​ໂລກ​ເວົ້າ​ວ່າ ​ເຖິງ ​ແມ່ນ​ມີ​ຜົນ​ຮັບ​ດີ​ຂຶ້ນ ຈາກ​ອັດຕາ​ຄົນ​ເສຍ​ຊີວິດ​ທີ່​ຕໍ່າລົງ​ໄປ​ໃນໄລຍະ​ນຶ່ງ​ທົດ ສະ​ວັດ​ມາ​ນີ້​ກໍ​ຕາມ ແຕ່​ໂຣກ​ໄຂ້ຍຸງຫຼື​ໄຂ້​ມາ​ເລ​ເຣຍນັ້ນ ຍັງ​ເປັນ​ບັນຫາ​ສຸຂະ ພາບ​ໜັກໜ່ວງ​ຂອງ​ໂລກ​ຢູ່​ຕໍ່​ມາ ທີ່​ໄດ້​ເອົາ​ຊີວິດ​ຂອງ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ 650,000 ຄົນ ​ໃນ​ແຕ່ລະ​ປີ ຊຶ່ງສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ຂົງ​ເຂດ​ອາ​ຟຣິກາ.

ສ່ວນ​ໃນ​ຂົງ​ເຂດ​ເອ​ເຊຍ ບັນດາ​ປະ​ເທດ​ທີ່​ຖືກ​ພະຍາດ​ດັ່ງກ່າວ​ຄຸກ​ຄາມ​ຫຼາຍ​ທີ່​ສຸດ​ນັ້ນ ກໍ​ມີອິນ​ເດຍ ອິນ​ໂດ​ເນ​ເຊຍ ປາ​ກີ​ສຖານ ​ແລະ​ມຽນມາ. ຢູ່​ທົົ່ວຂົງ ​ເຂດ​ດັ່ງກ່າວ ໃນ​ປີ 2010 ຜ່ານ​ມານີ້ ອົງການ​ອະນາ​ໄມ​ໂລກເວົ້າ​ວ່າ​ ໂຣກ​ໄຂ້ຍຸງ​ແມ່ນ​ໄດ້ເຮັດ​ໃຫ້ມີ​ຄົນ​ເຈັບ​ປ່ວຍ 30 ລ້ານ​ຄົນແລະ​ໃນ​ຈໍານວນ​ນັ້ນ​ໄດ້ ເສຍ​ຊີວິດ​ໄປ 42,000 ຄົນ.

ມາ​ບັດ​ນີ້ ພົບ​ເຫັນຫຼັກ​ຖານເພີ່ມ​ຫຼາຍ​ຂຶ້ນຈາກ​ສາຍ​ພັນ​ນຶ່ງ​ຂອງ​ໂຣກ​ໄຂ້ຍຸງ ທີ່​ດື້​ຕໍ່ຢາ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ນັ້ນ ​ທີ່​ກໍາລັງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ວ່າ​ມັນ​ຈະ​ແຜ່​ລາມ​ອອກ​ໄປ ບາງທີ​ອາດ​ເພີ່ມ​ຈໍານວນ ຄົນ​ເສຍ​ຊີວິດ​ຢູ່​ໃນ​ທົ່ວ​ໂລກ​ຫຼາຍ​ຂຶ້ນ​ເປັນ 200,000 ຄົນ​ໄດ້.

ທ່ານ​ນາງ Fatoumata Nafo-Traore ​ເປັນ​ຜູ້​ອໍານວຍ​ການ​ບໍລິຫານພາຄີ​ ຕີ​ໂຕ້ໂຣກ​ໄຂ້ຍຸງ​ ຫຼື Roll Back Malaria Partnership ຊຶ່ງ​ເປັນໂຄງ ການຮ່ວມ​ຢູ່​ໃນເຄືອ​ຂອງ ອົງການ​ອະນາ​ໄມ​ໂລກ, ​ອົງການ​ສະຫະ​ປະຊາຊາດ ​ເພື່ອການພັດທະນາ​ຫຼື UNDP ທະນາຄານ​ໂລກ​ແລະອົງການອື່ນໆ. ທ່ານ ນາງ​ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ ​ໄດ້​ສຸມ​ຄວາມ​ພະຍາຍາມ​ໃສ່​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເລຶ່ອງ​ໄຂ້ຍຸງສາຍ​ພັນ​ໃໝ່​ທີ່​ດື້​ຕໍ່​ຢາ​ໃຫ້​ດີ​ຂຶ້ນ.

ທ່ານນາງ Dr. Fatoumata Nafo-Traore

ທ່ານ​ນາງ ນາໂຟ ທຣາ​ໂອ​ເຣ ກ່າວ​ວ່າ: “ການ​ພັດທະນາ​ການ​ຂອງ​ເຊື້ອ​ທີ່​ດື້​ຕໍ່​ການ ບໍາບັດ​ດ້ວຍ​ສູດ​ຢາ​ທີ່​ເປັນສານ​ເຄມີ​ປະສົມຕໍ່ຕ້ານ​ໄຂ້ຍຸງ​ນັ້ນ ຖື​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ທີ່​ສຸດ ​ແລະ​ມັນ​ກໍ​ໄດ້​ເລີ່​ມ​ເກີດ​ຂຶ້ນ ຢູ່​ໃນ​ເຂດ​ຊາຍ​ແດນ​ຂອງ​ກໍາປູ​ເຈຍ​ແລະ​ໄທ ​ແຕ່ພວກ​ເຮົາ​ກໍ​ເລີ່​ມລົງມືປ​ະຕິ​ບັດ​ການ​ຢ່າງ​ເດັດຂາດກັບ​ເລຶ່ອງນີ້​ແລ້ວ.”

ອົງການ​ອະນາ​ໄມ​ໂລກ​ກ່າວ​ຕື່ີມວ່າ ຮ່ອງຮອຍ​ອື່ນ​ຂອງ​ໄຂ້ຍຸງ​ສາຍ​ພັນ​ທີ່​ດື້ຢາດັ່ງກ່າວຍັງ ໄດ້​ພົບ​ເຫັນ​ຢູ່​ໃນ​ເຂດ​ຊາຍ​ແດນ​ໄທຕິດ​ກັບມຽນມາ ພ້ອມ​ທັງ​ຢູ່​ໃນ​ຫວຽດນາມ ນັ້ນ​ນໍາ.

​ແຕ່​ທ່ານ​ນາງ ນາ​ໂຟ ທຣາ​ໂອ​ເຣ ກ່າວ​ວ່າ ສິ່ງ​ທ້າ​ທາຍ​ປະການ​ນຶ່ງ​ກໍ​ແມ່ນ ການ​ຂາດ​ເຂີນ​ງົບປະມານ ຊຶ່ງ​ຂະນະ​ນີ້​ທ່ານ​ນາງ​ກໍາລັງ​ສຶກສາ​ເບິ່ງ​ຢູ່​ໃນ​ວົງ ການ​ເອກ​ກະ​ຊົນ ​ເພື່ອ​ຈະ​ໄດ້​ເງິນ​ມາ​ຕື່ມ​ໃສ່​ສ່ວນ​ທີ່​ຂາດເຂີນ​ໄປ​ນັ້ນ.

ທ່ານ​ນາງ ກ່າວ​ວ່າ: “ນັບ​ວ່າ​ມັນ​ລໍາບາກ​ຫຼາຍ​ທີ່​ຈະ​ຮັກສາ​ລະດັບ​ເງິນ​ງົບປະ ມານ​ໃຫ້ທຸ່ນ​ທ່ຽງພຽງພໍ​ໄວ້​ໄດ້ແລະກໍ​ຄື​ຫາ​ວິທີ​ໃຫ້​ໄດ້​ເງິນ​ມາ​ເພີ່ມ​ອີກ ​ໂດ​ຍຜ່ານ​ແຫຼ່ງ​ງົບປະມານ​ອື່ນໆ ດ້ວຍ​ເຫດ​ນີ້ ພວກ​ເຮົາ​ຈຶ່ງ​ກໍາລັງ​ສຶກສາ​ເບິ່ງ​ການ​ປັບປຸງ​ດ້ານ ຊັບພະຍາກອນ​ພາຍໃນ​ປ​ະ​ເທດ​ຢູ່​ໃນ​ເວລາ​ນີ້ ແລະເຂົ້າ ພົວພັນ​ກັບ​ພາກສ່ວນ​ເອກກະ​ຊົນ ​ເພື່ອ​ຈະໄດ້ຊັບພະ ຍາກອນ​ເພີ່ມ​ຕື່ມ ສໍາ ລັບ​ຄວບ​ຄຸມ​ໂຣກ​ໄຂ້ຍຸງ​ດັ່ງກ່າວ​ນີ້ ຍ້ອນ​ວ່າ​ໂຣກ​ໄຂ້ຍຸງ ​ແມ່ນ​ຍັງ​ມີ​ສ່ວນ​ພົວພັນ​ກັບ​ການ​ຂາດ​ງານ ລະ ດັບ​ນັກຮຽນ​ໄປ​ໂຮງຮຽນ​ຕໍ່າລົງ ພ້ອມ​ກັບ​ຂາ​ດ​ເຂີນ​ການ​ລົງທຶນເປັນ​ຕົ້ນ”

​ໃນ​ຄວາມ​ພະຍາຍາມ​ເພື່ອ​ສ້າງ​ຄວາມ​ສາ​ມະ​ຄີ​ການ​ຮ່ວມ​ມື​ລະດັບ​ຂົງ​ເຂດເອ ​ເຊຍ-ປາຊິ​ຟິກ ນັ້ນ ອອສ​ເຕຣ​ເລຍ​ກໍ​ກໍາລັງໃຫ້​ຄວາມ​ອຸບປະຖໍາ​ຈັດ​ກອງ​ປະຊຸມ​ບັ້ນ​ນຶ່ງ​ຂຶ້ນເມື່ອ​ທ້າຍ​ເດືອນ​ຜ່ານ​ມາ​ນີ້ ອັນ​ເປັນ​ການ​ສ້າງຂີດ​ໝາຍ ກອງ​ປະຊຸ​ມການ​ເມືອງລະດັບຂົງ​ເຂດເທື່ອ ທໍ​າອິດກ່ຽວ​ກັບ​ໂຣກ​ໄຂ້ຍຸງດັ່ງ ກ່າວ.

ທ່ານ​ນາງ ນາ​ໂຟ ທຣາ​ໂອ​ເຣ ກ່າວ​ມ້ວນທ້າຍ​ວ່າ ​ເຖິງ​ແມ່ນ​ໃນ​ປັດຈຸບັນ​ນີ້ ​ອອສ​ເຕຣ​ເລຍຖື​ວ່າ​ເປັນ​ປະ​ເທດ​ທີ່ປອດໂຣກ​ໄຂ້​ຍຸງ​ກໍ​ຈິງ​ຢູ່ ​ແຕ່​ລັດຖະບານ​ອອສ​ເຕຣ​ເລຍກໍ​ຖື​ເອົາ​ເລຶ່ອງນີ້​ເປັນ​ບູລິ​ມະ​ສິດ​ນຶ່ງເພື່ອສະ​ໜັບສະ​ໜຸນ​ປະ​ເທດ​ຕ່າງໆ ໃນ​ການກໍາຈັດ​ຖອນ​ຮາກໂຣກ​ໄຂ້ ຍຸງ ຊຶ່ງ​ທ່ານ​ນາງ​ກໍ​ຫວັງ​ວ່າ​ອອສ​ເຕຣ​ເລຍ​ຈະ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ເພີ່ມ​ຕື່ມ​ແກ່​ປະ​ເທດ​ທີ່​ດ້ອຍ​ພັດທະນາໃນ​ຂົງ​ເຂດເພື່ອ​ໃຫ້​ພວກ​ເຂົາ​ເຈົ້າມີ​ຄວາມ​ສາມາດ​ກໍາຈັດ​ໂຣກ​ໄຂ້ຍຸງ​ໃຫ້​ໄດ້​ຕະຫຼອດ​ໄປ.
XS
SM
MD
LG