ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງເອເຊຍ ໃຫ້ປະຕິບັດ ກົດໝາຍ ປາບປາມການຄ້າມະນຸດ


ແມ່ຍິງຂະເໝນຈໍານວນນຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ. ກໍາປູເຈຍຍັງຖືກຈັດໃຫ້ຢູ່ໃນກຸ່ມທີສອງຂອງ ກະຊວງການຕ່າງປະເທດສະຫະລັດ ຊຶ່ງແມ່ນກຸ່ມນຶ່ງສູງກວ່າຈີນ ຊຶ່ງຍັງຢູ່ໃນບັນຊີພວກປະເທດທີ່ຕ້ອງໄດ້ຕິດຕາມ ສິ້ງຊອມເບິ່ງ ແລະມຽນມາ ທີ່ລາຍງານຂອງກະຊວງຕ່າງປະເທດສະຫະລັດເວົ້າວ່າ ເປັນປ
ແມ່ຍິງຂະເໝນຈໍານວນນຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ. ກໍາປູເຈຍຍັງຖືກຈັດໃຫ້ຢູ່ໃນກຸ່ມທີສອງຂອງ ກະຊວງການຕ່າງປະເທດສະຫະລັດ ຊຶ່ງແມ່ນກຸ່ມນຶ່ງສູງກວ່າຈີນ ຊຶ່ງຍັງຢູ່ໃນບັນຊີພວກປະເທດທີ່ຕ້ອງໄດ້ຕິດຕາມ ສິ້ງຊອມເບິ່ງ ແລະມຽນມາ ທີ່ລາຍງານຂອງກະຊວງຕ່າງປະເທດສະຫະລັດເວົ້າວ່າ ເປັນປ

ພວກເຈົ້າໜ້າທີ່ອາວຸໂສອົງການສະຫະປະຊາຊາດກ່າວວ່າ ພວກປະເທດລຸ່ມແມ່ນໍ້າຂອງ ຫລື GMS ອັນມີໂຮມທັງ ໄທ ກໍາປູເຈຍ ແລະລາວ ນັ້ນ ຕ່າງກໍບໍ່ໄດ້ພາກັນປະຕິບັດຕາມກົດ ໝາຍທີ່ອອກໄວ້ແລ້ວ ທີ່ແນເປົ້າໝາຍໃສ່ການປາບປາມການລັກລອບຄ້າມະນຸດນັ້ນ. ຜູ້ສື່ ຂ່າວວີໂອເອ Ron Corben ລາຍງານຈາກບາງກອກວ່າ ການລົງຄວາມເຫັນດັ່ງກ່າວ ມີ ຂຶ້ນໃນເວລາທີ່ທູດພິເສດຂອງສະຫະປະຊາຊາດກ່ຽວກັບເລື້ອງການຄ້າມະນຸດສີ້ນສຸດການຢ້ຽມຢາມບາງກອກ ເປັນເວລາ 10 ວັນ ເພື່ອຊັ່ງຊາຕີລາຄາຄວາມພະຍາຍາມຂອງໄທ ໃນການ ຍຸຕິການກົດຂີ່ແຮງງານຕ່າງດ້າວນັ້ນ. ດາຣາມີເລຶ່ອງນີ້ ມາສະເໜີທ່ານ.

ທ່ານ​ນາງ ຈອຍ ອີ​ເຊ​ໂລ (Joy Ezeilo) ຜູ້ລາຍ​ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ເລື້ອງ​ການ​ຄ້າ​ມະນຸດ​ ກ່າວ​ວ່າ ພວກ​ປະ​ເທດ​ທັງຫລາຍ​ຕ້ອງ​ໄດ້ເອົາ​ທ່າ​ທີ​ແບບ​ຮອບດ້ານ​ ຕໍ່​ການປາບ​ປາມ​ການ​ລັກລອບ​ຄ້າ​ມະນຸດ ນັ້ນ ​ແລະ​ຈັດ​ຕັ້ງປະຕິບັດ​ພວກ​ກົດໝາຍຕ່າງໆ​ ທີ່​ໄດ້​ອອກ​ໄວ້​ແລ້ວ​.

ທ່ານ​ນາງ ອີ​ເຊ​ໂລ ກ່າວ​ຕໍ່​ໄປ​ວ່າ ​ໃນ​ປະ​ເທດ​ໄທ ພວກ​ເຈົ້າໜ້າ​ທີ່​ໄດ້​ສ້າງຄວາມ​ກ້າວໜ້າ​ຢ່າງ​ສໍາຄັນ​ໃນ​ເລຶ່ອງນີ້​ ​ແຕ່​ວ່າ​ພວກ​ເຈົ້າໜ້າ​ທີ່​ກໍຍັງ​ບໍ່​ໄດ້​ປະຕິ​ບັດ​ການ​ຢ່າງ​ພຽງພໍ​ ເພື່ອ​ປ້ອງ​ກັນ​ພວກແຮງ​ງານ​ຕ່າງ​ດ້າວທີ່ເຂົ້າ​ມາ​ຊອກ​ວຽກ​ເຮັດ​ຢ່າງ​ບໍ່​ເປັນ​ປົກກະຕິ​ ​ແລະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງນັ້ນ. ທ່ານ​ນາງ ອີ​ເຊ​ໂລ ​ເວົ້າ​ວ່າ:

“ພວກ​ເຮົາ​ຕ້ອງນໍາ​ໃຊ້ວິທີ​ການແບບ​ຮອບດ້ານ ໃນ​ການປາບ​ປາມ​ບັນຫາ​ການ​ຄ້າ​ມະນຸດ
ນັ້ນ. ຂ້າພະ​ເຈົ້າຄິດ​ວ່າ ຄວາມຈິງແລ້ວ ການ​ທ້າ​ທາຍ ແມ່ນຢູ່​ທີ່ການຈັດ​ຕັ້ງປະຕິບັດ​ກົດ
ໝາ
ຍ ເພາະວ່າ ທ່ານ​ອາດຈະມີ​ກົດໝາຍ​ທີ່​ດີຫລາຍ ມີ​ແຜນການແຫ່ງ​ຊາດ​ທີ່​ດີໆ ​ແລະ
ໃນ​ພາກ​ໂຕ​ຈິງ ທ່ານ​ອາດໄດ້ກະທໍາ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ໃນ​ດ້ານ​ມາດ​ຕາການຟື້ນຟູ​
ສະຖານະພາບ
ເພື່ອ​ຊ່ວຍເຫລືອ​ພວກຜູ້​ຄົນທີ່​ຖືກ​ລັກລອບເອົາ​ໄປຂາຍ​ນັ້ນ ​ແຕ່​ຊ່ອງ​ວ່າງ
ໃນ
ການຈັດ​ຕັ້ງປະຕິບັດ​ກົດໝາຍ ມັນ​ກໍ​ມີ. ສະ​ນັ້ນ ຈຶ່ງຈໍາ​ເປັນ​ຕ້ອງ​ໄດ້​ເອົາ​ວິທີ​ການ​ແບບ
​ຮອບດ້ານ
ໃນ​ການ​ຟ້ອງຮ້ອງ ດໍາ​ເນີນ​ຄະດີ ແລະລົງ​ໂທດ​ພວກ​ລັກລອບ​ຄ້າ​ມະນຸດ​.”

ຫລັງ​ຈາກ​ການ​ຊັ່ງ​ຊາຕີ​ລາຄາ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ໄທ​ໃນ​ການ​ຍັບ​ຍັ້ງ​ການ​ກົດ​ຂີ່​ແຮງ​ງານ​ຕ່າງ​ດ້າວ​ນັ້ນແລ້ວ ​ທ່ານ​ນາງ ອີ​ເຊ​ໂລ ກ່າວ​ວ່າ ​ໄທ​ຍັງຄົງ​ເປັນທັງ​ປະ​ເທດແຫ​ລ່ງຫລື​ຕົ້ນຕໍ ປະ​ເທດທາງ​ຜ່ານ ​ແລະ​ປາຍ ທາງ​ຂອງ​ການ​ລັກ​ລອບ​ຄ້າ​ມະນຸດ​ນັ້ນ​ຢູ່.

ເດັກຊາຍຄົນນຶ່ງຢືນຈັບຮູບຂອງແມ່ຂອງລາວ ເພື່ອໃຫ້ຄົນເບິ່ງ ໃນ ຕອນທີ່ຄອບຄົວຂອງຕິດຮູບແລະອອກປະກາດຊອກຫາແມ່ຂອງ ລາວ ທີ່ຫາຍສາບສູນໄປຈາກເຮືອນຢູ່ເມືອງ ຊຽນ, ທາງພາກເໜືອ ຂອງແຂວງຊານຊີຂອງຈີນ.
ເດັກຊາຍຄົນນຶ່ງຢືນຈັບຮູບຂອງແມ່ຂອງລາວ ເພື່ອໃຫ້ຄົນເບິ່ງ ໃນ ຕອນທີ່ຄອບຄົວຂອງຕິດຮູບແລະອອກປະກາດຊອກຫາແມ່ຂອງ ລາວ ທີ່ຫາຍສາບສູນໄປຈາກເຮືອນຢູ່ເມືອງ ຊຽນ, ທາງພາກເໜືອ ຂອງແຂວງຊານຊີຂອງຈີນ.

ລາຍ​ງານຂອງ​ທ່ານ​ນາງ​ເວົ້າຕື່ມ​
ວ່າ ມີ​ຄົນ​ໄທ ຖືກ​ລັກ​ລອບ​ສົ່ງ​ໄປ
​ຍັງ​ຈີນ ​ໃຕ້​ຫວັນ ຮ່ອງ​ກົງ ​ເຢຍລະ
ມັນ ອີສຣາ​ແອ​ລ ຍີ່ປຸ່ນ ອາ​ຟຣິກາ
​ໃຕ້ ​ແລະ​ສະຫະລັດ. ນອກ​ນີ້​ແລ້ວ
​ໄທຍັງ​ເປັນ​ປະ​ເທດ​ຮັບ​ເອົາ ກໍ​ຄື
​ປາຍທາງສໍາລັບພວກ​ຄົນ​ ທີ່​ຖືກ
​ລັກລອບມາ​ຈາກ​ລາວ ກໍາປູ​ເຈຍ
ມຽນມາ ​ແລະ​ຫວຽດນາມ​ນັ້ນ​ນໍາ​.

ທ່ານ​ນາງ ອີ​ເຊ​ໂລ ກ່າວ​ຕໍ່​ໄປ​ວ່າ ຢູ່ພາຍ​ໃນ​ປະ​ເທດ​ໄທ​ເອງ ການ​ລັກລອບ​ຄ້າ​ເດັກນ້ອຍ ພາຍ​ໃນ​ປະ​ເທດ​ກໍ​ມີ​ຢູ່ຢ່າງ​ແຜ່​ຫລາຍ ​ໂຮມ​ທັງພວກ​ເດັກນ້ອຍຈາກ​ປະຊາ​ຄົມ​ພວກ​ຊາວ​ເຂົາ.

ການ​ລັກລອບ​ຄ້າ​ມະນຸດ ​ແມ່ນ​ປ້ອນ​ການ​ຄ້າ​ປະ​ເວ​ນີ​ເດັກ ຖ່າຍຮູບໂປ້ ແລະການທ່ອງທ່ຽວ​ເພື່ອ​ຫາ​ຄວາມ​ມ່ວນ​ຊື່ນທາງ​ເພດ. ນອກ​ນີ້​ແລ້ວ ກໍ​ມີພວກອື່ນໆທີ່​ຄ້າ​ມະນຸດ ເພື່ອ​ເອົາ​ໄປ​ເປັນຄົນ​ຮັບ​ໃຊ້ຢູ່​ຕາມ​ບ້ານ​ເຮືອນ ​ເປັນ​ຄົນ​ຂໍທານ ບັງຄັບ​ໃຫ້​ແຕ່ງງານ ​ແລະ​ໃຫ້ເປັນ​ຕົວ​ແທນຖືພາ​ລູກ​ໃຫ້ ​ກໍ​ມີ. ລາຍ​ງານ​ເວົ້າຕື່ມ​ວ່າ ການ​ຄ້າ​ມະນຸດ​ແມ່ນ​ກໍາລັງ​ເຕີບ​ໂຕ​ຂຶ້ນນັບ​ມື້​ ໃນ​ວົງ​ການ​ການ​ກະ​ເສດ ການ​ກໍ່ສ້າງ ​ແລະອຸດສາຫະກໍາ​ປະມົງ.

ມີ​ການ​ຕີ​ລາຄາ​ກັນ​ວ່າ ການ​ລັກລອບ​ຄ້າ​ມະນຸດສ້າງ​ລາຍ​ໄດ້ ຫລາຍ​ລ້ານ​ໂດ​ລາ​ ໃຫ້​ແກ່​ພວກ​ແກ໊ງອາຊຍະ​ກໍາ ​ໃນທົ່ວ​ຂົງ​ເຂດ​ດັ່ງກ່າວ.

ອົງການ​ແຮງ​ງານ​ສາກົນ ຫລື ILO ໄດ້ໃຫ້ການ​ສະໜັບສະໜູນ​ແກ່ຄວາມ​ພະຍາຍາມ​ ເພື່ອ
ຈັດ​ຕັ້ງປະຕິບັດ​ໂຄງການ​ເພື່ອ​ພິທັກ​ປົກ​ປ້ອງ​ພວກແຮງງານ​ຕ່າງດ້າວ​ຈາກ ກໍາປູ​ເຈຍ ຈີນ ລາວ ມາ​ເລ​ເຊຍ ​ໄທ ​ແລະ​ຫວຽດນາມ.

ຍິງສາວລາວຜູ້ນຶ່ງທີ່ຖືກຫລອກລວງໄປເປັນໂສເພນີ ທີ່ປະເທດໄທ
ຍິງສາວລາວຜູ້ນຶ່ງທີ່ຖືກຫລອກລວງໄປເປັນໂສເພນີ ທີ່ປະເທດໄທ

ແຕ່ ທ່ານ ນີລິ​ມ ບາຣູອາ
(Nilim Baruah) ຫົວໜ້າ​ທີ່
ປຶກສາ​ດ້ານ​ວິຊາ​ການປະ​ຈໍາ
ຫ້ອງການອົງການ​ແຮງ​ງານ
​ສາ​ກົນ ທີ່​ບາງກອກ​ກ່າວ​ວ່າ
​ເຖິງ​ແມ່ນ​ໄດ້ມີການ​ດໍາ​ເນີນ
ຄວາມ​ພະຍາຍາມກໍ​ຕາມ
ຫລາຍໆ​ປະ​ເທດ​ໃນ​ຂົງ​ເຂດ
​ ​ໂຮມ​ທັງ ກໍາປູເຈຍ ​ແລະ
​ລາວນໍາ​ ​ຕ່າງ​ກໍ​ບໍ່​ໄດ້​ນໍາ​ໃຊ້
​ກົດໝາຍ​ຂອງ​ຕົນ​ທີ່​ມີ​ຢູ່​ແລ້ວ​ນັ້ນ​ ​ເພື່ອ​ວາງ​ກົດ​ລະບຽບ​ຄຸ້ມ​ຄອງ​ພວກແຮງ​ງານ
ທີ່​ໄປ​ຊອກ​ວຽກ​ເຮັດ​ຢູ່​ຕ່າງປະ​ເທດ​ ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ທ່ານ ບາຣູອາ ກ່າວວ່າ:

“ການ​ຄຸ້ມ​ຄອງແລະ​ການ​ປົກຄອງ​ແຮງ​ງານ​ຍ້າຍ​ທີ່ນັ້ນ ຍັງ​ສືບ​ຕໍ່ເປັນ​ດ້ານສໍາຄັນ​ດ້ານ​ນຶ່ງ
ທີ່​ໜ້າເປັນ​ຫ່ວງ ສໍາລັບ​ພວກລັດຖະບານ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນໍ້າຂອງ. ຖ້າ​ທ່ານມອງ​ເບິ່ງ
​ລາວ ​ແລະ​ກໍາປູ​ເຈຍ​ ຄໍາ​ຖາມ​ກໍ​ແມ່ນ​ກ່ຽວກັບສະມັດ​ທະ​ພາບ​ຂອງ​ລັດຖະບານ ​ໃນ​ການ
ພັດທະນາ ​ແລະຈັດ​ຕັ້ງ ປະຕິບັດກົດໝາຍ​ຂອງພວກ​ເຂົາ​ເຈົ້າ. ສໍາລັບລາວ ​ແລະ​ກໍາປູ​
ເຈຍ​ນັ້ນ ແມ່ນ​ມີ​ຄວາມຈໍາ​ເປັນ​ ສໍາລັບການ​ສ້າງ​ສະມັດ​ທະ​ພາບ​ແລະ​ການເຝິກອົບ​ລົມ
ຈາກ​ພາກສ່ວນ​ຂອງ​ລັດຖະບານ​ຂອງ​ພວກ​ເຂົາ​ເຈົ້າ​ເອງ.”

ທ່ານ ມາ​ຕິນ ຣີວ (Martin Reeve) ທີ່​ປຶກສາ​ປະ​ຈໍາຂົງ​ເຂດ​ຂອງ​ຫ້ອງການຢາ​ເສບ​ຕິດ
​ແລະ​ອາ​ຊະ​ຍາ​ກໍາ​ຂອງອົງການ​ສະຫະ​ປະຊາ​ຊາດ ຫລື UNODC ​ເຫັນ​ພ້ອມນໍາວ່າ ການ
ທີ່​ຈະ​ລະງັບ​ການ​ລັກລອບ​ຄ້າ​ມະນຸດນັ້ນ ​ແມ່ນມີຄວາມ​ຈໍາ​ເປັນທີ່​ຈະ​ຕ້ອງ​ເອົາ​ທ່າ​ທີ​ແບບ
​ຮອບດ້ານ ​ຫລາຍ​ໄປ​ກວ່າ​ການ​ບັງຄັບໃຊ້ກົດໝາຍພຽງ​ຢ່າງ​ດຽວເທົ່າ​ນັ້ນ ແລະ​ຕ້ອງລວມ
​ເອົາ​ພາກສ່ວນ​ອື່ນໆ​ຂອງ​ປະຊາ​ຄົມ​ເຂົ້າ​ນໍາ ​ໂຮມ​ທັງວົງ​ການ​ທຸ​ລະ​ກິດ ຊຶ່ງທ່ານ​ອະທິບາຍ​ວ່າ:

“ແນ່ນອນ​ວ່າ ການ​ປະຕິບັດກົດໝາຍ​ນັ້ນແມ່ນບໍ່​ສາມາດ​ຈະ​ເຮັດໄດ້​ໃນ​ຕົວ​ມັນ​ເອງ ນະ​ໂຍ
ບາຍ​ຂອງ​ລັດຖະບານ ຫລືສັງຄົມ​ພົນລະ​ເຮືອນ​ ກໍ​ບໍ່ສາມາດ​ເຮັດ​ໄດ້ຄື​ກັນ. ດັ່ງ​ນັ້ນ ຈິງໆ
​ແລ້ວ ພວກ​ເຮົາ​ຈໍາ​ເປັນ​ຕ້ອງເອົາ​ທ່າ​ທີ​ ແບບມີຫລາຍໆ​ຝ່າຍ​ຕໍ່ເລຶ່ອງນີ້ ​ ຮວມ​ທັງປະຊາ​ຄົມ
​ທຸລະ​ກິດນໍາ. ປະຊາ​ຄົມ​ທຸລະ​ກິດ​ສາມາດ​ສຶກສາ​ເບິ່ງ​ພາກ​ປະຕິບັດ​ຂອງ​ຕົນ​ເອງ​ໄດ້ ​ແລະ
ເຮັດໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃນ​ການເອົາ​ລັດ​ເອົາ​ປຽບແຮງ​ງານ​ເພື່ອ​ປະ​
ໂຫຍດ​ສ່ວນ​ຕົວ ບໍ່​ວ່າ​ຢູ່​ໃນ​ຈຸດໃດ​ກໍ​ຕາມ ​ໃນ​ລະຫວ່າງ​ຂັ້ນ​ຕອ​ນ ຂອງການ​ສະໜອງ​ແຮງ​
ງານ ​ແລະ​ນັ້ນ​ຫລ່ະ ຄື​ຫລັກ​ສໍາຄັນ.”

ປະ​ເທດໄທໄດ້​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ບັນທຶກແລະ​ລົງທະບຽນ ພວກ​ຄົນ​ງານ​ຊາວ​ຕ່າງ​
ດ້າວ​ ​ໂດຍ​ໄດ້​ລົງທະບຽນ​ຄົນ​ງານດັ່ງກ່າວຈໍານວນ 1 ລ້ານ​ ກວ່າ​ຄົນ ​ໃນ​ໄລຍະຫລາຍໆ
ປີຜ່ານ​ມາ​ນີ້ ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ມຽນມາ ພ້ອມ​ທັງ​ກໍາປູ​ເຈຍ ​ແລະ​ລາວ ​ນໍາ. ການ​ປຸກ
ລະດົມ​ຄັ້ງ​ລ່າ​ສຸດ ​ເພື່ອ​ບັນ​ທຶກແລະລົງທະບຽນ​ພວກ​ຄົນ​ງານ ທີ່​ສ່ວນ​ໃຫຍ່​ມາຈາກ​ອຸດສາ
ຫະກໍາ​ການ​ປະມົງ ໄດ້​ໝົດ​ອາຍຸ​ໄປ​ ​ໃນ​ເດືອນ​ນີ້. ຄາດ​ວ່າ​ທ່ານ​ນາງ ຈອຍ ອີ​ເຊ​ໂລ ຜູ້​ລາຍ
ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ຈະ​ນໍາສະ​ເໜີລາຍ​ງານ​ສະບັບ​ສົມ ບູນຂອງ​ທ່ານ​ນາງ​
​ຕໍ່ອົງການ​ສະຫະ​ປະຊາ​ຊາດ​ ໃນ​ກາງ​ປີ 2012​.

XS
SM
MD
LG