ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໔ ຕຸລາ ໒໐໒໔

ເຂົ້າປາອາຫານໃນເອເຊຍ ແພງຂຶ້ນ


U.S. President Barack Obama waves to media as he walks with Palestinian President Mahmoud Abbas at the Muqata Presidential Compound in the West Bank town of Ramallah, March 21, 2013.
U.S. President Barack Obama waves to media as he walks with Palestinian President Mahmoud Abbas at the Muqata Presidential Compound in the West Bank town of Ramallah, March 21, 2013.

ລາຄາອາຫານການກິນຢູ່ໃນເຂດເອເຊຍກໍາລັງແພງຂຶ້ນນັບມື້ ແລະລັດຖະບານຂອງປະເທດ ຕ່າງໆ ກໍພວມດໍາເນີນມາດຕະການຫລາຍຢ່າງເພື່ອຫາທາງຄວບຄຸມ. ນັບແຕ່ການກໍານົດ ລາຄາສູງສຸດຕະຫຼອດທັງການຈຳກັດໃນການສົ່ງອອກອາຫານການກິນໄປຂາຍຕ່າງປະເທດ. ແຕ່ດັ່ງທີ່ຜູ້ສື່ຂ່າວວີໂອເອ Heda Bayron ລາຍງານ ມາຈາກບາງກອກກໍແມ່ນວ່າ ການຮັບ ມືແບບບໍ່ມີການປະສານງານກັນຂອງລັດຖະບານປະເທດຕ່າງໆ ອາດສາມາດເຮັດໃຫ້ສະຖາ ນະການຮ້າຍແຮງຂຶ້ນຕື່ມໄດ້.

ໄພແຫ້ງແລ້ງ ໄພນໍ້າຖ້ວມ ການຂາດແຄນ ແລະຄວາມ
ຕ້ອງການທີ່ເພີ່ມຂຶ້ນ​ໄດ້ເຮັດໃຫ້ລາຄາອາຫານໃນຂົງເຂດ
ເອເຊຍແພງຂຶ້ນໃນໄລຍະສອງ-ສາມເດືອນຜ່ານມານີ້
ແລະພວກນັກຊ່ຽວຊານກ່າວວ່າ ລາຄາອາຫານອາດຈະ
ແພງຂຶ້ນຕື່ມ ​ເນື່ອງ​ຈາກຈີນ ຊຶ່ງເປັນນຶ່ງໃນບັນດາປະ
ເທດທີ່ຜະລິດເຂົ້າເບລ່ລາຍໃຫຍ່ທີ່ສຸດຂອງໂລກ ໄດ້ປະ
ສົບກັບສະພາວະແຫ້ງແລ້ງ.

ດ້ວຍເຫດດັ່ງກ່າວນີ້ ບາງປະເທດຈຶ່ງໄດ້ພາກັນເອົາມາດ
ຕະການເພື່ອຄໍ້າປະກັນໃຫ້ຕົນມີສະບຽງອາຫານພຽງພໍ.
ປະເທດອິນເດຍໄດ້ຫ້າມການສົ່ງເຂົ້າເບລ່ອອກໄປຂາຍ
ຕ່າງປະເທດ ນັບແຕ່ປີ 2007 ເປັນຕົ້ນມາ ແລະເຖິງ
ແມ່ນວ່າການເກັບກ່ຽວໃນປີນີ້ອຸດົມສົມບູນຜິດປົກກະຕິ
ກໍຈິງ ແຕ່ລັດຖະບານກໍຍັງສືບຕໍ່ເກັບສະສົມເຂົ້າເບລ່.

ທ່ານ Robert Zoellick ປະທານທະນາຄານໂລກ
ທ່ານ Robert Zoellick ປະທານທະນາຄານໂລກ

ໃນກາງເດືອນກຸມພາຜ່ານມານີ້ ທະນາຄານ
ໂລກກ່າວວ່າ ລາຄາອາຫານໄດ້ຖີບໂຕຂຶ້ນ
ສູງເຖິງ “ລະດັບທີ່ເປັນອັນຕະລາຍ” ແລະໄດ້
ຜັກດັນໃຫ້ 44 ລ້ານຄົນຕົກຢູ່ໃນສະພາບ
ຄວາມທຸກຍາກ. ປະທານທະນາຄານໂລກ
ທ່ານ Robert Zoellick ຮຽກຮ້ອງໃຫ້ລັດ
ຖະບານຂອງປະເທດຕ່າງໆ ຫຼີກ​ເວ້ນ​ຈາກ
ການຫ້າມສົ່ງອອກອາຫານຫຼືການຄວບຄຸມ
ລາຄາຊຶ່ງທ່ານເວົ້າວ່າ ຈະເຮັດໃຫ້ບັນຫາຮ້າຍ
ແຮງຂຶ້ນຕື່ມນັ້ນ.

ທ່ານ Katsuji Matsunami ແມ່ນນັກຊ່ຽວ
ຊານກ່ຽວກັບຄວາມໝັ້ນຄົງດ້ານອາຫານຂອງ
ທະນາຄານພັດທະນາເອເຊຍ ຫຼື ADB ທີ່ກຸງ
ມະນີລາ. ທ່ານເວົ້າວ່າ ໂລກຂອງເຮົາພວມປະເຊີນກັບໄພອັນຕະລາຍຈາກ​ຄວາມອ່ອນ​ແອ
ທາງດ້ານສະບຽງອາຫານ ຊຶ່ງ​ທ່ານ​ອະທິບາຍ​ວ່າ.

“ລະບົບສະບຽງອາຫານແມ່ນມີຄວາມອ່ອນ​ແອ ຕໍ່ການປ່ຽນແປງຂອງດິນຟ້າອາ
ກາດຢ່າງຮ້າຍແຮງ
ເຊັ່ນໄພແຫ້ງແລ້ງ ໄພນໍ້າຖ້ວມແລະອື່ນໆ. ໃນໄລະຍສອງ-
ສາມທົດສະວັດຜ່ານມານີ້
ພວກເຮົາມີເງິນພຽງພໍ ມີຄວາມ​ສາມາດແລະມີ​ຄວາມ​ຮູ້
ທຸກ​ຢ່າງ ແຕ່ພວກເຮົາກໍບໍ່ໄດ້ດຳເນີນການພຽງພໍ ເພື່ອປ້ອງກັນບໍ່ໃຫ້ເກີດໄພນໍ້າ
ຖ້ວມໃນເຂດທົ່ງພຽງອັນກວ້າງໃຫຍ່ ບ່ອນ​ທີ່ມັກ​ເກີດ​ນໍ້າ​ຖ້ວມຂອງເອເຊຍ
ຫຼື
ປ້ອງກັນພວກພໍ່ໄຮ່ຊາວນາຂະໜາດນ້ອຍ ຈາກໄພແຫ້ງແລ້ງ
. ພວກເຮົາສາມາດ
ດໍາເນີນການດັ່ງກ່າວນີ້ໄດ້
ແຕ່ພວກເຮົາກໍບໍ່ໄດ້ເຮັດ.”

ຄົນຍ່າງຕາມພື້ນຂອງໜອງທີ່ບົກແຫ້ງ ແຫ່ງນຶ່ງຢູ່ບ້ານ Hanzhuang ຢູ່ພາກ ກາງຂອງແຂວງ Henan ຂອງຈີນ ຊຶ່ງເຮັດໃຫ້ຂາດນໍ້າໃຊ້ໃນການປູກຝັງ (File Photo)
ຄົນຍ່າງຕາມພື້ນຂອງໜອງທີ່ບົກແຫ້ງ ແຫ່ງນຶ່ງຢູ່ບ້ານ Hanzhuang ຢູ່ພາກ ກາງຂອງແຂວງ Henan ຂອງຈີນ ຊຶ່ງເຮັດໃຫ້ຂາດນໍ້າໃຊ້ໃນການປູກຝັງ (File Photo)

ທ່ານ Nagesh Kumar ຫົວໜ້ານັກ
ເສດຖະສາດຂອງຄະນະກຳມາທິການ
ສັງຄົມແລະເສດຖະກິດອົງການສະຫະ
ປະຊາຊາດປະຈຳເຂດເອເຊຍປາຊີຟິກ
ຫຼື ESCAP ຢູ່ທີ່ບາງກອກກ່າວວ່າ
ນອກນັ້ນ ນະໂຍບາຍການກະເສດທີ່
ອ່ອນແອກໍ​ເປັນ​ອີກ​ສາ​ເຫດ​ນຶ່ງ ຊຶ່ງທ່ານ
ໃຫ້ການຊີ້ແຈງວ່າ ອຸບປະທານ ຫລື​ປະ
ລິມານໄລ່ບໍ່ທັນກັບອຸບປະສົງ ຫຼືຄວາມ
ຕ້ອງການທີ່ມີເພີ່ມຂຶ້ນ ທັງນີ້ກໍເນື່ອງມາ
ຈາກການລະເລີຍບໍ່ເອົາໃຈໃສ່ໃນດ້ານນະ
ໂຍບາຍການກະເສດຂອງລັດຖະບານໃນ
ຮອບ 2 ທົດສະຫວັດກວ່າໆຜ່ານມາແລະ
ດ້ວຍເຫດນີ້ ຜະລິດຜົນດ້ານການກະເສດ
ຈຶ່ງບໍ່ມີການເຕີບໂຕ.

ຂົງເຂດເອເຊຍໄດ້ອ້າແຂນຮັບເອົາການປະຕິວັດຂຽວ ຫລື​ການ​ປະຕິ​ຮູບທາງດ້ານກະສິກໍາ
ແຫ່ງຊຸມປີ 1960 ແລະ 1970 ແຕ່ໂດຍທົ່ວໄປແລ້ວ ຜະລິດຜົນທາງດ້ານກະສິກຳໄດ້ຫຼຸດ
ນ້ອຍຖອຍລົງນັບແຕ່ນັ້ນມາ ໃນຂະນະທີ່ພື້ນ​ທີ່​ປູກຝັງໄດ້ຖືກນໍາໄປໃຊ້ໃນການປຸກເຮືອນ
ແລະໂຮງງານຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາກອນທີ່ມີຈໍານວນເພີ່ມຂຶ້ນ
ແລະ​ການ​ຫັນປ່ຽນ​ໄປ​ສູ່ອຸດສາຫະກໍາ.

ການເກັບກ່ຽວໝາກປາມຢູ່ສວນປາມ ແຫ່ງນຶ່ງຢູ່ອິນໂດເນເຊຍປະເທດທີ່ ສົ່ງອອກນໍ້າມັນປາມລາຍໃຫຍ່ຂອງ ໂລກແຕ່ໃນປີນີ້ກໍປະສົບບັນຫາຂາດ ແຄນໝາກປາມ
ການເກັບກ່ຽວໝາກປາມຢູ່ສວນປາມ ແຫ່ງນຶ່ງຢູ່ອິນໂດເນເຊຍປະເທດທີ່ ສົ່ງອອກນໍ້າມັນປາມລາຍໃຫຍ່ຂອງ ໂລກແຕ່ໃນປີນີ້ກໍປະສົບບັນຫາຂາດ ແຄນໝາກປາມ

ອີງຕາມລາຍງານວ່າດ້ວຍຄວາມໝັ້ນຄົງທາງ
ດ້ານອາຫານຂອງມູນນິທິເອເຊຍ ສະບັບທີ່
ອອກໃນປີກາຍນີ້ແລ້ວ ​ສ່ວນ​ແບ່ງ​ດ້ານ​ກະສິກໍາ
ຢູ່ໃນເສດຖະກິດ​ຂອງບັນດາ​ປະ​ເທດ​ຜູ້​ຜະລິດ
ສິນຄ້າກະ​ເສດ​ທີ່​ສໍາຄັນໆ​ ເຊັ່ນ​ອິນ​ໂດ​ເນ​ເຊຍ ​
ໄທ ຟີ​ລິບ​ປິນ ຫວຽດນາມ​ ແລະ​ມາ​ເລ​ເຊຍ
ໄດ້​ຫຼຸດລົງ​ຈາກ 38.6% ​ໃນ​ປີ 1970 ມາ
ເປັນ 14.5% ​ໃນ​ປີ 2007. ຢູ່​ຈີນ ​ໂຕ​ເລກ
ດັ່ງກ່າວ​ໄດ້ຫຼຸດລົງ​ມາ​ເປັນ 11% ​ໃນ​ປີ 2007 ຈາກ 35% ​ໃນ​ປີ 1970.

ເຖິງ​ແມ່ນ​ວ່າ​ ເອ​ເຊຍ​ເປັນ​ເຂດ​ທີ່​ມີການ​ປູກ​ອາ
ຫານ​ປະ​ເພດ​ເມັດຫລາຍ​ທີ່​ສຸດຂອງໂລກ​ກໍ​ຈິງ
ແຕ່​ຫຼາຍກວ່​າ 64% ຂອງ​ປະຊາກອນ​ທີ່​ຂາດ
ອາຫານຂອງໂລກແມ່ນ​ອາ​ໄສ​ຢູ່​ໃນ​ພູມີພາກ ​ສ່ວນນີ້ຂອງ​ໂລກ​ຄື​ກັນ.

ເພື່ອ​ຮັບ​ມື​ກັບ​ການ​ຂາດ​ແຄນ​ອາຫານ​ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນນັ້ນ ຈີນ​ໃຫ້​ຄໍາໝັ້ນສັນຍາ​ວ່າ​ຈະ​ໃຫ້
ເງິນສົດ​ແກ່​ພວກ​ພໍ່​ໄຮ່​ຊາວນາ​ ເພື່ອ​ໃຫ້​ທໍາການ​ຊົນ​ລະ​ປະທານ​ເຂົ້າ​ໃສ່ທົ່ງ​ເຂົ້າ​ເບ​ລ່ ​ປູກ​ເຂົ້າ​
ເບ​ລ່​ແລະ​ສາລີຫລາຍ​ຂຶ້ນ ຕະຫຼອດທັງ​ກຳຈັດ​ເພ້ຍ ຫລືພະຍາດ​ທີ່​ບຽດບຽນ​ຜົນລະປູກ​ນັ້ນ.
ຈີນ​ຍັງ​ຈັດ​ເງິນ​ໄວ້​ອີກ 180 ລ້ານ​ໂດ​ລາ​ ສຳລັບ​ອຸບປະກອນ​ໃໝ່ ​ແລະ​ຫຼາຍກວ່າ 1 ພັນ​
ລ້ານ​ໂດ​ລາ ສຳລັບ​ບັນ​ເທົາໄພ​ແຫ້ງ​ແລ້ງ.

ນອກ​ນັ້ນຈີນ ​ຍັງ​ໄດ້​ທໍາ​ການ​ຄວບ​ຄຸມ​ລາຄາ​ສຳລັບ​ອາຫານ​ບາງ​ປະ​ເພດ​ເພື່ອ​ປ້ອງ​ກັນ​ພວກ
ຜູ້​ບໍລິ​ໂພ​ກທີ່​ທຸກ​ຍາກ​ຈາກ​ສະພາບ​ເງິນ​ເຟີ້ ທີ່​ຖີບ​ໂຕ​ສູງ​ຂຶ້ນ​ເຖິງ 4.9% ​ໃນ​ເດືອນ​ມັງກອນ ​ຜ່ານ​ມາ.

ທີ່​ປະ​ເທດ​ໄທ ລັດຖະບານໄດ້​ກຳນົດ​ລາຄານໍ້າມັນ​ຄົວກິນ ທີ່​ເຮັດ​ຈາກຕົ້ນປາລມ໌​ໄວ້​ບໍ່​ໃຫ້​
ກາຍ 1 ​ໂດ​ລາ​ເຄິ່ງຕໍ່​ລິດ ຫຼັງຈາກ​ໄພ​ນໍ້າ​ຖ້ວມໄດ້ເຮັດ​ໃຫ້ການຜະລິດນໍ້າມັນ​ດັ່ງກ່າວ​ພາຍ ​ໃນ​ປະ​ເທດ ຢ່າງ​ຫຼວງຫຼາຍ.

ແນວ​ໃດ​ກໍ​ຕາມ ທ່ານ Nagesh Kumar ຈາກ​ອົງການ ESCAP ເວົ້າວ່າ ​ໃນ​ຂະນະ​ທີ່
ການ​ແຊກ​ແຊງ​ຂອງ​ລັດຖະບານ​ອາດ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຊ່ອຍ​ພວກ​ທຸກ​ຍາກນັ້ນ ​ແຕ່​
ມາດ​ຕະການ​ຕ່າງໆ ​ເຊັ່ນ​ການ​ຄວບ​ຄຸມ​ລາຄາ​ ກໍອາດ​ກະຕຸກ​ຊຸກ​ຍູ້​ໃຫ້ມີການ​ຄ້າຂາຍ​ໃນ
ຕະຫຼາດມືດ ຊຶ່ງທ່ານ​ເວົ້າຕື່ມວ່າ ຖ້າ​ມີ​ລະບຽບ​ການຄວບ​ຄຸມຫຼືການ​ຕິດຕາມ​ເບິ່ງ​ແບບ​ໃດ
ແບບ​ນຶ່ງ ​ໄປພ້ອມໆກັນກັບ​ການ​ຄວບ​ຄຸມ​ລາຄາ​ນັ້ນ ມັນ​ກໍຈະ​ມີ​ປະສິດທິຜົນ​ຫຼາຍ ​ໂດຍ
ສະ​ເພາະ​ຖ້າວ່າ​ລາຄາ​ຫາກ​ໄດ້​ຮັບ​ການຂັບດັນ​ຈາກ​ການກວາດ​ຊື້​ເພື່ອກັກ​ຕຸ​ນ​ຫຼື​ເກັງ​ກຳ​ໄລ.

ຜັກບົ່ວຊຶ່ງເປັນເຄື່ອງປຸງອາຫານຫລັກ ຂອງອິນເດຍ ມີລາຄາຖີບຕົວສູງຂຶ້ນ ນັບມື້
ຜັກບົ່ວຊຶ່ງເປັນເຄື່ອງປຸງອາຫານຫລັກ ຂອງອິນເດຍ ມີລາຄາຖີບຕົວສູງຂຶ້ນ ນັບມື້

ການ​ເອົາ​ມາດຕະຖານ​ຕອບ​ຮັບ​ຂອງ​ລັດຖະ
ບານ​ແຕ່​ລະ​ປະ​ເທດ ອາດສາມາດ​ເຮັດ​ໃຫ້
ສະຖານະ​ການ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນຕື່ມ​ໄດ້.
ໃນຕົ້ນປີ 2008 ລາຄາ​ເຂົ້າ​ໄດ້​ຖີບ​ຂຶ້ນຫຼາຍ
ກວ່າ 2 ​ເທົ່າ. ກຳປູ​ເຈຍ ຫວຽດນາມ ອິນ
ເດຍ ​ແລະ​ຈີນ ທີ່ຕ່າງ​ກໍມີ​ຄວາ​ມວິຕົກ​ກັງ
ວົນ​ຢ້ານ​ບໍ່​ມີ​ເຂົ້າພໍ​ກິນ ຈຶ່ງພາກັນ​ຫຼຸດການ
ສົ່ງ​ເຂົ້າອອກ​ໄປ​ຂາຍຕ່າງປະ​ເທດ. ​ໃນ​ຂະ
ນະ​ດຽວ​ກັນ ບັນດາ​ລັດຖະບານ​ທີ່​ຊື້ເຂົ້າ
ຈາກ​ຕ່າງປະ​ເທດ​ ກໍ​ໄດ້​ສັ່ງ​ຊື້​ເຂົ້າ​ເປັນ​ຈຳ
ນວນ​ຫຼວງຫຼາຍຢູ່​ໃນ​ຕະຫຼາດນາໆ​ຊາດ
ຊຶ່ງ​ເຮັດ​ໃຫ້​ລາຄາ​ເຂົ້າ​ແພງ​ຂຶ້ນຕື່ມ.

ທ່ານ Matsunami ກ່າວ​ວ່າ ບໍ່​ມີ​ເຫດຜົນ​ທີ່​ແທ້​ຈິງໃດໆ​ເລີຍ ທີ່​ເຮັດ​ໃຫ້​ລາຄາ​ເຂົ້າຖີບ​ໂຕ​ສູງ​ຂຶ້ນ ​ໃນ​ປີ 2008 ນັ້ນ. ທ່ານກ່າວຕື່ມວ່າ:

“ພວກນັກຊ່ຽວຊານ ບາງຄົນກ່າວວ່າ ມັນເປັນການກວາດຊື້ ເພື່ອກັກຕຸທຸກ
ລະດັບ
ແຕ່ຂ້າພະເຈົ້າຄິດວ່າ ສໍາຄັນໄປກວ່ານັ້ນ ແມ່ນໄດ້ມີການດໍາເນີນນະໂຍ
ບາຍ
ຈໍາກັດຮັດແຄບຕ່າງໆ ກ່ຽວກັບການຄ້າ ເຊ່ນການຫ້າມໃນການສົ່ງອອກ
ແລະນະ
ໂຍບາຍອື່ນໆ ທໍານອງນີ້.”

ມາ​ເຖິງປັດຈຸບັນ ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ໃນເອ​ເຊຍ ​ຍົ​ກ​ເວັ້ນປະ​ເທດ​ອິນ​ເດຍ ບໍ່​ໄດ້
ຈຳກັດ​ຮັດ​ແຄບ​ໃນ​ການ​ສົ່ງ​ອອກ​ສິນຄ້າ​ທີ່​ສຳຄັນ​ດັ່ງກ່າວ. ພວກ​ພໍ່ນາ​ທີ່​ປູກ​ເຂົ້າ​ເບ​ລ່ຂອງ​ອິນ
ເດຍພວມ​ກົດ​ດັນ​ ໃຫ້​ລັດຖະບານ​ອະນຸຍາດ​ໃຫ້​ພວກເຂົາ​ເຈົ້າສົ່ງ​ເຂົ້າເບ​ລ່ອອກ​ໄປ​ຂາຍ​ຕ່າງ
ປະ​ເທດ ຊຶ່ງ​ອາດ​ຈະ​ຊ່ອຍ​ເພີ່​ມປະລິມານ​ເຂົ້າເບ​ລ່ ທີ່​ມີ​ໄວ້​ສໍາລັບ​ຂາຍ​ຢູ່​ໃນ​ທົ່ວ​ໂລກນັ້ນ.

ເປັນ​ທີ່​ຄາດ​ກັນ​ວ່າ ລາຄາ​ເຂົ້າຈະ​ຢູ່​ໃນ​ລະດັບ​ປານ​ກາງ ​ຍ້ອນ​ການ​ເກັບ​ກ່ຽວ​ໃນປີນີ້​ແມ່ນ
ອຸດົມສົມບູນ​ເກີນ​ຄາດໝາຍ ​ແລະ​ການຫຼຸດນ້ອຍ​ລົງ​ໃນຄວາມ​ຮຽກຮ້ອງຕ້ອງການ​ເຂົ້າຈາກ​
ຟີ​ລິບ​ປິນ ຊຶ່ງ​ເປັນປະເທດ​ຊື້​ເຂົ້າລາຍ​ໃຫຍ່ສຸດຂອງຂົງ​ເຂດ.

ທ່ານ Matsunami ກ່າວ​ວ່າ ການ​ມີ​ຂໍ້​ມູນ​ດ້ານຕະຫຼາດພຽງພໍ​ ແມ່ນ​ຊ່ອຍ​ປ້ອງກັນ​ບໍ່​ໃຫ້
ເກີດ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ແລະ​ໄວ​ໃນດ້ານ​ລາຄາ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປວ່າ ​ພວກພໍ່ຄ້າ​ເຂົ້າ
ອາດ​ສາມາດໄດ້​ຮັບ​ຜົນ​ກໍາໄລ​ຈາກການ​ຕິດ​ຕໍ່​ປະສານ​ງານ​ທີ່​ດີ​ຂຶ້ນ ລະຫວ່າງ​ລັດຖະບານ
ຂອງ​ປະ​ເທດ​ຕ່າງໆ​ ກ່ຽວ​ກັບ​ອຸບ​ປະສົງ​ແລະ​ອຸບ​ປະທານ ຫລື​ຄວາມ​ຕ້ອງການກັບປະລິ
ມານ. ທ່ານ Matsunami ຊີ້​ແຈງ​ວ່າ:

ເຂົ້າທີ່ເປັນອາຫານຫລັກຂອງຄົນເອເຊຍ ສ່ວນໃຫຍ່ກໍມີລາຄານັບມື້ນັບແພງຂຶ້ນ ຢູ່ໃນແຕ່ລະປະເທດ ຢູ່ຂົງເຂດນັ້ນ
ເຂົ້າທີ່ເປັນອາຫານຫລັກຂອງຄົນເອເຊຍ ສ່ວນໃຫຍ່ກໍມີລາຄານັບມື້ນັບແພງຂຶ້ນ ຢູ່ໃນແຕ່ລະປະເທດ ຢູ່ຂົງເຂດນັ້ນ

“ພາກສ່ວນໃຫຍ່ຂອງການຄ້າເຂົ້າ
ຢູ່ພາຍໃນເຂດເອເຊຍຕາເວັນອອກ
ສຽງ
ໃຕ້ນັ້ນ ແມ່ນໃນລະຫວ່າງປະ
ເທດ
ຕ່າງໆຢູ່ໃນຂົງເຂດເອງ. ແຕ່​ວ່າ
ມີບໍ່
ເວ​ທີສົນທະນາຫາລືກັນຫຼາຍ
ຝ່າຍ
? ບ່ອນທີ່ພວກຊື້ເຂົ້າແລະພວກ
ສົ່ງ
ເຂົ້າອອກໄປຂາຍຕ່າງປະເທດ
ມາ
ນັ່ງໂອ້ລົມກັນ? ພວກເຂົາເຈົ້າບໍ່
ຈໍາ
ເປັນຕ້ອງແບ່ງປັນຂໍ້ມູນຄວາມລັບ
ສຸດຍອດ
ແຫ່ງຊາດຂອງຕົນໃຫ້ອີກ
ຝ່າຍນຶ່ງຮູ້ ແຕ່ສາມາດໄປນັ່ງອ້ລົມ
ແລະສົນທະນາຫາລືກັນແບບບໍ່ປັນ
ທາການໄດ້ ​ແລະ​ຖາມ​ກັນ​ວ່າ ພວກທ່ານມີຄວາມເຫັນແນວໃດກ່ຽວກັບລື່ອງນີ້?
ພວກ
ທ່ານມອງເຫັນຕະຫຼາດເຂົ້າຂອງປະເທດທ່ານແບບໃດ? ເວທີສໍາລັບການ
ສົນທະນາ
ຫາລືແບບນີ້ ບໍ່ໄດ້ມີເລີຍ ໃນປັດຈຸບັນ.”

ນອກຈາກ​ເວທີ​ສົນທະນາ​ຫາລື​ກັນ​ນີ້​ແລ້ວ ພວກ​ນັກ​ຊ່ຽວຊານ​ຍັງ​ຊຸກ​ຍູ້​ໃຫ້​ມີ​ການ​ສ້າງຕັ້ງ
ຄັງ​ອາຫານ​ສຳລັບ​ຂົງເຂດ ທີ່​ປະ​ເທດ​ຕ່າງໆ​ສາມາດ​ກູ້​ຢືມ​ໄປ​ໃຊ້ໄດ້ໃນ​ເວລາ​ທີ່​ມີ​ການ​ຂາດ​
ແຄນ ອັນ​ເປັນ​ຊ່ອງ​ທາງນຶ່ງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ເຂົ້າ​ໂດດ​ຂຶ້ນຢ່າງ​ກະທັນຫັນ.

ສະມາຄົມ​ບັນດາ​ປະເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຫຼືອາ​ຊ່ຽນ ທີ່ມີສະມາຊິກ
10 ປະ​ເທດ ພ້ອມ​ກັບປະ​ເທດຈີນ ​ເກົາຫຼີ​ໃຕ້​ແລະ​ຍີ່ປຸ່ນ ​ໄດ້​ສ້າງຕັ້ງຄັງ​ເຂົ້າ​ສຳຮອງ​ຂຶ້ນຮ່ວມ
ກັນ ​ແຕ່​ມີ​ໄວ້​ສຳລັບ​ການບັນ​ເທົາ​ທຸກ​ສຸກ​ເສີນ​ທາງ​ດ້ານ​ມະນຸດສະທຳ​ທໍ່​ນັ້ນ.

ສ່ວນ​ສະມາຄົມ​ເພື່ອ​ການ​ຮ່ວມ​ມື​ໃນ​ເຂດ​ເອ​ເຊຍ​ໃຕ້​ ທີ່​ມີ​ສະມາຊິກ 8 ປະ​ເທດ ຍັງ​ບໍ່​ທັນ​ໄດ້
ເຮັດ​ໃຫ້ຄັງ​ອາຫານ​ສຳລັບ​ຂົງ​ເຂດຂອງ​ພວກ​ຕົນ ​ມີ​ການ​ປະຕິບັດ​ງານ​ໄດ້​ຢ່າງ​ເຕັມທີ່ເທື່ອ​
ທັງໆ​ທີ່​ໄດ້​ມີ​ການ​ຕົກລົງກັນ​ແລ້ວ​ໃນ​ປີ 2007.

XS
SM
MD
LG