ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

WTO ເຕືອນກ່ຽວກັບ ການ​ປົກ​ປ້ອງ​ສິນຄ້າ ຂອງ​ເອ​ເຊຍ


ເຄຶ່ອງໝາຍອົງການການຄ້າໂລກ
ເຄຶ່ອງໝາຍອົງການການຄ້າໂລກ

ຫົວໜ້າ​ອົງການ​ການ​ຄ້າ​ໂລກ ຫຼື WTO ກ່າວ​ວ່າ ລະບອບ​ການ​ພິທັກ​ປົກ​ປ້ອງ​ສິນຄ້າຂອງ​ເອ​ເຊຍ​ທີ່​ກໍາລັງ​ເຕີບ​ໃຫຍ່​ຂຶ້ນ​ໄປ​ນັບ​ມື້​ນັ້ນ ​ເປັນ​ໄພ​ຂົ່ມຂູ່​ອັນ​ໃຫຍ່ຫຼວງທີ່​ສຸດຕໍ່​ການ​ເຕີບ​ໂຕ​ເສດຖະກິດ​ທີ່​ຍືນ​ຍົງ​ຖາ​ວອນ​ໃນ​ຂົງ​ເຂດ.

ທ່ານ Pascal Lamy ຜູ້​ອໍານວ​ຍການ​ໃຫຍ່ຂອງ ​WTO ​ໄດ້ກ່າວ​ຕອນໄຂກອງ​ປະຊຸມ​ເວທີ​ເສດຖະກິດ​ໂລກ ​ກ່ຽວ​ກັບ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ລວມຕົວ​ເຂົ້າກັນ​ດ້ານ​ການ​ຄ້າ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ບັນດາ​ປະຊາ​ຊາດ​ຂົງ​ເຂດ​ເອ​ເຊຍ​ນັ້ນ​ເປັນ​ກະແຈໄປ​ສູ່​ການ​ເຮັດ​ໃຫ້​ຂົງ​ເຂດ ​ສາມາດ​ຟື້ນ​ໂຕ​ຄືນ​ສູ່​ສະພາບ​ເດີມ​ໄດ້​ດີ​ຂຶ້ນກວ່າ​ເກົ່າຈາກ​ສະພາວະ​ເສດຖະກິດ​ໂລກ​ທີ່​ກໍາລັງ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ໃນ​ເວລາ​ນີ້.

ທ່ານ Lamy ຮັບ​ຮູ້​ວ່າ ​ເສດຖະກິດ​ຂົງ​ເຂດ​ເອ​ເຊຍນັ້ນ ​ແມ່ນດໍາ​ເນີນ​ໄປດີ ຫຼາຍກວ່າພາກສ່ວນອື່ນໆ​ຂອງ​ໂລກ ​ແຕ່​ທ່ານ​ເວົ້າວ່າ ​ມັນ​ກໍ​ບໍ່​ໄດ້​ລອດ​ພົ້ນ ຈາກຄວາມ​ບໍ່​ແນ່ນອນ​ທາງ​ເສດຖະກິດ​ຢູ່​ໃນ​ສະຫະລັດແລະ​ພາກ​ພື້ນ​ຢູ​ໂຣບ ​ແລະ​ເສດ​ຖະກິດ​ທີ່​ກໍາລັງ​ຊັກ​ຊ້າ​ລົງ​ຢູ່​ໃນຈີນ.

ບັນດາ​ຜູ້​ນໍາ​ອື່ນໆທີ່​ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວ ​ໄດ້​ສະ​ແດງ​ຄວາມ​ສົງໄສກ່ຽວກັບການ​ລວມຕົວ​ແຫ່ງ​ຂົງ​ເຂດ​ທີ່​ເພີ່ມຫຼາຍຂຶ້ນນັ້ນ​ຢູ່.

ທ່ານ ກິດ​ຕິຣັດ ນະລະ​ນອງ ຮອງ​ນາຍົກລັດຖະມົນຕີ​ໄທ ​ເຕືອນ​ຕໍ່ການ​ເພ່ງ​ເລັງ​ໃສ່​ແຕ່​ການ​ເຕີບ​ໂຕໃນ​ການ​ສົ່ງ​ອອກຫຼາຍ​ເກີນ​ໄປ​ ​ໂດຍກ່າວ​ວ່າ ບັນ​ດາ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ ຈະ​ຕ້ອງ​ສາມາດ​ສ້າງການ​ເຕີບ​ໂຕ​ເສດ ຖະກິດ​ໃນ​ປະ​ເທດ​ຂອງ​ຕົນ​ໃຫ້​ໄດ້​ເສຍ​ກ່ອນ ກ່ອນ​ຈະ​ໄປ​ຊ່ວຍຜູ້​ອື່ນ.

ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ສອງ​ມື້ ທີ່​ບາງກອກ​ປະ​ເທດ​ໄທ ​ໄດ້​ເລີ່​ມ ຂຶ້ນ​ເມື່ອ​ວັນ​ພະຫັດ​ມື້​ນີ້ ຊຶ່ງໄດ້ວາງ​ເປົ້າໝາຍແນ​ໃສ່​ໃຫ້ບັນດາຜູ້​ນໍາ​ປະ​ເທດ ​ແລະ​ວົງ​ການ​ທຸລະ​ກິດ​ປຶກສາ​ຫາລືກ່ຽວ​ກັບ​ບັນຫາສໍາຄັນຕ່າງໆ​ທີ່​ສ້າງ​ຄວາມ ວິຕົກ​ກັງວົນ​ໃຫ້​ແກ່ຂົງ​ເຂດ.

XS
SM
MD
LG