ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

300 ຄົນຕາຍຫລືໄດ້ຮັບບາດເຈັບຢູ່ລາວ ຍ້ອນລະເບີດຄລັສເຕີໃນແຕ່ລະປີ


ທ້າວທຸມມີ ສີລໍາພັນ ຜູ້ສະໜັບສະໜູນໃຫ້ມີການຫ້າມໃຊ້ ແລະຜະລິດລະເບີດຄລັສເຕີ
ທ້າວທຸມມີ ສີລໍາພັນ ຜູ້ສະໜັບສະໜູນໃຫ້ມີການຫ້າມໃຊ້ ແລະຜະລິດລະເບີດຄລັສເຕີ

ສົນທິສັນຍາສາກົນສະບັບໃໝ່ວ່າດ້ວຍການຫ້າມໃຊ້ແລະຜະລິດລະເບີດ Cluster bombs ​ໄດ້ມີຜົນບັງຄັບໃຊ້ໃນວັນອາທິດຜ່ານມານີ້ ໂດຍມີຫລາຍກວ່າ 30 ປະເທດໄດ້ລົງນາມຮັບ ຮອງ​ເອົາ. ສົນທິສັນຍາ​ທີ່​ເອີ້ນວ່າ the Convention on Cluster Munitions ສະ​ບັບ ນີ້ຖືວ່າ ເປັນບາດກ້າວສຳຄັນອັນນຶ່ງໃນການປົດອາວຸດ ເຖິງແມ່ນວ່າພວກລະເບີດບໍ່ແຕກ ທີ່ຕົກ​ຄ້າງ​ມາຈາກສົງຄາມຫວຽດນາມ ເມື່ອ 40 ປີຜ່ານມາ​ແລ້ວ​ນັ້ນ ຍັງສົ່ງຜົນໃຫ້ມີຜູ້ເສຍ ຊີວິດຢູ່ເລື້ອຍໆໃນຂົງເຂດເອເຊຍຕາເວັນອອກ ໂດຍ​ສະ​ເພາະ​ຢູ່​ໃນ​ປະ​ເທດ​ລາວນັ້ນ ກໍຕາມ.

ທ້າວ ທຸມມີ ສີລຳພັນ ມີອາຍຸໄດ້ພຽງ 8 ປີ ​ໃນປີ 1996 ເວລາຜູ້ກ່ຽວໄປຊອກຂຸດໝໍ່ໄມ້ ຢູ່ໄກ້ໆກັບບ້ານ ທີ່ແຂວງຊຽງຂວາງທາງພາກເໜືອຂອງລາວ ​ແລະສຽມ​ຂອງ​ລາວໄດ້ຂຸດ​ໄປຖືກລະເບີດນ້ອຍໆທີ່​ກະຈາຍ​ອອກ​ມາ​ຈາກ​ລະ​ເບີດ cluster ນັ້ນ. ລາວ​ເວົ້າວ່າ

"ຂ້ອຍ​ບໍ່​ຮູ້​ເມື່ອ​ຄີງ​ເລີຍ ​ເວລາ​ຊາວບ້ານ​ມາ​ພໍ້​ຂ້ອຍ. ພໍ່​ແມ່​ຂ້ອຍ​ຕົກ​ໃຈ​ແລະຮ້ອນ​ໃຈຫລາຍ. ​ຂ້ອຍ​ຖືກ​ສົ່ງ​ໄປ​ຍັງ​ໂຮງໝໍ​ປະຈຳ​ແຂວງ​ແຫ່ງ​ນຶ່ງ​. ​ເວລາ​ຂ້ອຍຮູ້​ເມື່ອ​ຄີງ​ຄືນ​ມາໃນ​ມື້​ຕໍ່​ມາ ຂ້ອຍ​ກໍ​ພົບ​ວ່າ​ຂ້ອນໄດ້​ເສຍ​ມື ເບື້ອງ​ຊາຍ​ໄປ​ແລ້ວ."

ປັດຈຸບັນນີ້ ທ້າວທຸມມີໃຫຍ່ເປັນບ່າວແລ້ວ ແລະເປັນຜູ້ສົ່ງ​ເສີມຮຽກຮ້ອງໃຫ້ສະໜັບສະໜຸນ ການຫ້າມລະເບີດຄລັສ​ເຕີນັ້ນ. ຄຳຮຽກຮ້ອງຂອງທ້າວທຸມມີ ​ໄດ້ມີຂື້ນ​ໃນເວລາ​ທີ່​ສົນທິສັນຍາ​ສາກົນສະ​ບັບນຶ່ງ ທີ່ຫ້າມການໃຊ້ ຜະລິດ ເກັບມ້ຽນ ແລະຍົກຍ້າຍລະເບີດຄລັສ​ເຕີນັ້ນ ​ໄດ້ມີ ຜົນບັງຄັບໃຊ້​ເມື່ອວັນທີ່ 1 ເດືອນສິງຫານີ້. ມີຫລາຍກວ່າ 30 ປະເທດ​ໄດ້ຮ່ວມລົງນາມ​ ໃຫ້​ສັດຕະຍາບັນ​ແກ່​ສົນທິສັນຍາ​ສະບັບ​ນີ້ ຊຶ່ງມີ ໂຮມທັງ ອັງກິດ ຝລັ່ງ ເຢຍລະມັນ ສປປ ລາວ ນີວຊີແລນ ແລະ ​ເມັກຊິໂກ.

ແຕ່ກໍມີຫລາຍໆປະເທດທີ່ຖືກບົ່ງວ່າເປັນຜູ້ຜະລິດແລະຊົມໃຊ້ລາຍໃຫຍ່ຂອງລະເບີດຊະນິດນີ້ ເຊັ່ນປະເທດ ບຣາຊິລ ຈີນ ອິນເດຍ ອີສຣາແອລ ຣັດເຊຍ ປາກີສຖານ ແລະສະຫະລັດ ທີ່ຍັງບໍ່ໄດ້ເຂົ້າຮ່ວມໃນການເຈລະຈາ ​ເພື່ອ​ຮັບຮອງ​ເອົາ​ສັນຍາ​ສະບັບ​ນີ້ເທື່ອ.

ການຫ້າມໃຊ້ລະເບີດ cluster ທີ່ວ່ານີ້ ​ແມ່ນ​ໄດ້ເລິ່ມຍົກຂື້ນມາໂອ້ລົມກັນໃນກຸງອອສໂລ ປະເທດນໍຣ໌ເວ ໃນປີ 2007 ຫລັງຈາກອີສຣາແອລ ​ໄດ້​ນໍາໃຊ້ລະເບີດຊະນິດນີ້ຢ່າງແຜ່ ຫລາຍໃນລະຫວ່າງການ​ສູ້​ລົບ​ກັນກັບເລບານອນ ໃນປີ 2006 ນັ້ນ.

ລະເບີດຊະນິດທີ່ເອີ້ນວ່າ cluster bomb ນີ້ ເປັນລະເບີດບັ້ງ​ຍາວໆ ທີ່ບັນຈຸລະເບີດນ້ອຍໆ ຫລາຍຮ້ອຍລູກຢູ່​ທາງ​ໃນ ​ເອີ້ນ​ວ່າບອມບີ ທີ່​ກະຈາຍ​ອອກ​ໄປ​ທົ່ວ​ບໍ​ລິ​ເວນ​ ອັນ​ກ້ວາງ​ໃຫຍ່ ​ເວລາ​ທີ່​ລະ​ເບີດ​ຄລັສ​ເຕີ​ແຕກ​ຂຶ້ນ​ກາງ​ອາກາດ. ຖ້າ​ຫາກວ່າລະເບີດລູກນ້ອຍໆທີ່ວ່ານີ້ ບໍ່ ແຕກຫລັງຈາກຕົກລົງ​ໄປ​ຮອດ​ພື້ນ​ດິນ​ແລ້ວ ມັນກໍກາຍເປັນລະເບີດຝັງດິນທີ່ອາດແຕກ ຂື້ນໄດ້ ຖ້າຫາກຖືກແຕະຕ້ອງ ຊຶ່ງ​ເປັນໄພຂົ່ມຂູ່ຕໍ່ປະຊາຊົນ ເປັນເວລາອີກດົນນານໄດ້ ເຖິງແມ່ນວ່າ​ສົງຄາມ​ໄດ້ຍຸຕິລົງແລ້ວກໍຕາມ.

ທ່ານສະເຫລີມໄຊ ກົມມະສິດ ເອກອະທິບໍດີກົມຈັດ​ຕັ້ງ​ສາກົນປະຈໍາກະຊວງຕ່າງປະ ເທດລາວ ກ່າວວ່າ ກອງ​ປະຊຸມ​ທີ່​ກຸງ​ອອສ​ໂລ​ນັ້ນ ​ໄດ້​ເປັນພະລັງຊຸກຍູ້​ໃຫ້​ມີ​ການປຸກ ລະດົມໂດຍປະຊາຄົມນານາຊາດ ຊຶ່ງ ທ່ານກ່າວດັ່ງນີ້.

"ສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ພາກັນ​ສະ​ເຫລີ​ມສະຫລອງ​ກໍ​ແມ່ນ​ຄວາມ​ສຳ​ເລັດຂອງ ​ຂັ້ນ​ຕອນກຸງ Oslo ນີ້​ເພາະວ່າ​ມັນ​ເປັນຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ປະຊາ​ຄົມນາໆ​ຊາດ ​ເພື່ອ​ຫ້າມ​ການ​ໃຊ້ລະ​ເບີດ cluster ຍ້ອນ​ຜົນ​ກະ ທົບ​ຂອງ​ມັນ​ຕໍ່​ພວກ​ພົນລະ​ເຮືອນ ​ແລະ​ສົນທິສັນຍາ​ນີ້​ໄດ້​ຮັບ​ການ ສະໜັບສະ​ຮຸນ​ຢ່າງ​ຫລວງຫລາຍ ​ແລະຢ່າງ​ຖ້ວມ​ລົ້ນ​ຈາກ​ປະຊາ​ຄົມ ນາໆ​ຊາດ."

ອີງຕາມລັດຖະບານລາວນັ້ນ ກໍແມ່ນວ່າ ໃນລະຫວ່າງປາງສົງຄາມຫວຽດນາມເມື່ອ 40 ປີຜ່ານມາ​ແລ້ວນັ້ນ ປະມານ 80% ຂອງລະເບີດ cluster ທີ່​ກອງທັບສະຫະລັດ​ໄດ້ ຖີ້ມລົງໃສ່ດິນລາວນັ້ນ ບໍ່​ໄດ້ແຕກເວລາຕົກເຖິງດິນ. ປັດຈຸບັນນີ້ ລາວຍັງເປັນປະເທດທີ່ ມີລະເບີດທີ່ຍັງບໍ່ແຕກ ຢາຍ​ຊະຊາຍຢູ່ຫລາຍທີ່ສຸດ ປະເທດນຶ່ງຂອງໂລກ ຊຶ່ງ​ໃນແຕ່ລະປີ ຈະມີຄົນລາວເສຍຊີວິດ ຫລື​ບາດເຈັບ ປະມານ 300 ຄົນ ຍ້ອນລະເບີດດັ່ງກ່າວນັ້ນ.

ຢ່າງ​ໃດ​ກໍ​ຕາມ ປະຊາຄົມນາໆ​ຊາດ ອັນມີໂຮມທັງສະຫະລັດ ຫລາຍໆປະເທດໃນພາກ ພື້ນຢູໂຣບ ຕະຫລອດ​ທັງຍີ່ປຸ່ນ ແລະອອສເຕຣເລຍ ກໍກໍາລັງໃຊ້ຈ່າຍເງິນ ຈຳນວນຫລາຍ ລ້ານໂດລາ ເພື່ອປະຕິບັດ​ວຽກ​ງານ​ອັນ​ລະ​ອິດ​ລະ​ອ້ຽວ​ ໃນ​ການເກັບກູ້ລະເບີດ cluster ນີ້ ຊຶ່ງອາດຈະ ໃຊ້ເວລາອີກຫລາຍສິບປີ ຈຶ່ງຈະສຳເລັດໄດ້.

ທ່ານ Lou Maresca ທີ່ປຶກສາດ້ານກົດໝາຍຂອງ ຄະນະກໍາມະການສາກົນຂອງ ສະພາກາແດງ ແລະສະພາສ້ຽວແດງ (ICRC)
ທ່ານ Lou Maresca ທີ່ປຶກສາດ້ານກົດໝາຍຂອງ ຄະນະກໍາມະການສາກົນຂອງ ສະພາກາແດງ ແລະສະພາສ້ຽວແດງ (ICRC)

ທ່ານ Lou Maresca ທີ່ປຶກສາດ້ານກົດ ໝາຍປະ​ຈໍາ​ຄະນະ​ກໍາມະການ​ສາກົນ ຂອງ​ສະພາກາແດງ ແລະສະພາ Red Crescent ຫລື ICRC ກ່າວວ່າ ​ແມ່ນຜົນ​ກະທົບ​ອັນ​ຮ້າຍ​ແຮງ​ຕໍ່​ປະຊາ​ຊົນ ທີ່​ຍັງ​ມີ​ສືບ​ຕໍ່​ມາຂອງລະເບີດ cluster ນີ້​ເອງ ທີ່​ໄດ້​ກະ​ຕຸ້ນ​ໃຫ້ປະຊາຄົມນາໆ ຊາດ ຊ່ວຍກັນປຸກລະດົມ ຈົນ​ເຮັດ​ໃຫ້​ສົນທິ ສັນຍາ​ສະບັບ​ນີ້​ມີ​ຜົນ​ບັງຄັບ​ໃຊ້ ຊຶ່ງທ່ານອະທິບາຍຕື່ມວ່າ:

"ລະ​ເບີດ cluster ມີ​ຜົນ​ກະທົບຢ່າງ​ຫລວງຫລາຍ ​ຕໍ່​ພວກພັນ​ລະ​ເຮືອນ ທັງ​ໃນ​ຂົງ​ເຂດ​ນີ້​ແລະ​ໃນ​ຂົງ​ເຂດ​ອື່ນໆນໍາ. ມັນ​ໄດ້​ສ້າງຄວາມທຸກ​ທໍລະມານຢ່າງແສນ​ສາຫັດ ​ທັງ​ໃນ​ເວລາ​ທີ່ມີ​ການ​ໃຊ້​ມັນ ​ແລະ​ເວລາ​ອື່ນໆ ຊຶ່ງ​ໃນ​ບາງກໍລະນີ ດົນມາ​ເປັນ​ເວລາ​ຫລາຍ​ທົດ​ສວັດ ຫລັງ​ຈາກ​ສົງຄາມ​ຍຸຕິ​ລົງ​ໄປ​ແລ້ວ​ກໍ​ມີ. ອັນ​ນີ້ແຫລະ​ທີ່​ເປັນສິ່ງທ່ີ​ບັນ​ດົນ​ຈິດ​ໃຈ​ຂອງອົງ ການ ICRC ຕລອດ​ທັງ​ພວກ​ລັດຖະບານ​ປະ​ເທດຕ່າງໆ​ ແລະ​ສັງຄົມ​ພັນ​ລະ​ເຮືອນໃຫ້​ດຳ​ເນີນ​ງານ​ຮ່ວມ​ກັນ​ເພື່ອ​ພັດທະນາ​ສົນທິສັນຍາ​ທີ່ສຳຄັນ​ສະບັບ​ນີ້"

ບາດ​ກ້າວຂັ້ນຕອນຕໍ່ໄປ ສຳລັບ​ສົນທິສັນຍາ​ສະບັບ​ນີ້​ແລະ​ພວກ​ທີ່ສະໜັບສະໜູນ ກໍແມ່ນຊັກ​ຊວນເກ້​ຍກ່ອມ​ໃຫ້ຫລາຍໆປະເທດຕື່ມ​ອີກເຂົ້າ ຮ່ວມລົງນາມຮັບຮອງ​ເອົາ ​ແລະ​ເປັນ​ພາຄີ​ໃນສົນທິສັນຍາການຫ້າມລະເບີດດັ່ງກ່າວໃນເດືອນພະຈິກປີນີ້ ​ເວລາບັນດາຜູ້ຮ່ວມລົງນາມ ແລະຜູ້ຕາງໜ້າຈາກປະເທດອື່ນໆ ​ໄປຮ່ວມໃນກອງປະຊຸມທີ່ຈະຈັດຂື້ນທີ່ນະຄອນຫລວງ ວຽງຈັນ ຂອງ ສປປ ລາວ.

XS
SM
MD
LG