ຫຼັງຈາກທີ່ຕົນເອງໄດ້ຮັບທຶນການສຶກສາ ຈາກອົງການນ້ອຍໆ ທີ່ເອີ້ນວ່າ Lao American Students Foundation ເພື່ອສົ່ງເສີມໃຫ້ນັກຮຽນມີເປົ້າໝາຍຕໍ່ການສຶກສາທີ່ສູງຂຶ້ນ, ນາງແອສລີ ສົມຈັນມະວົງ ກໍເປັນອາສາສະໝັກຢູ່ທີ່ອົງການແຫ່ງນີ້ ເພື່ອເປັນແຮງບັນດານໃຈ ແລະສົ່ງເສີມໃຫ້ນັກຮຽນຊາວອາເມຣິກັນເຊື້ອສາຍລາວ ມີຄວາມມຸ້ງໝັ້ນ ເພື່ອຜົນສໍາເລັດຂອງການສຶກສາ, ທິບສຸດາ ມີລາຍງານກ່ຽວກັບບົດບາດ ແລະຄວາມມຸ້ງຫວັງຂອງ Ashley ມາສະເໜີທ່ານ.
ນາງແອສລີ ສົມຈັນມະວົງ, ອາຍຸ 26 ປີ, ປັດຈຸບັນ ນາງອາໄສຢູ່ໃນເມືອງ ຈູປິເຕີ້, ລັດຟລໍຣິດາ. ນາງຈົບການສຶກສາລະດັບປະລິນຍາໂທ ວິຊາ Graphic design, ແອສລີ ກໍມີຄວາມໄຝ່ຝັນດັ່ງກັບຄົນໄວໜຸ່ມທົ່ວໄປ ແລະເດີນຕາມເສັ້ນທາງທີ່ຕົນເອງຝັນທີ່ຢາກຈະເປັນ, ນາງເປັນຄົນມັກຮຽນ ພ້ອມຮັກໃນໜ້າທີ່ການສຶກສາ ແລະການງານທີ່ນາງຮັບຜິດຊອບຢູ່ໃນປັດຈຸບັນນີ້...
“ຂະນ້ອຍເປັນຜູ້ອອກແບບມີເດຍ ສິ່ງທີ່ຂະນ້ອຍເຮັດຄື ຂະນ້ອຍຮັບຜິດຊອບໃນການໂພສ ສ້າງກຣາບຟິກຢູ່ໃນສື່ສັງຄົມ ພວກເຮົາປະຕິບັດວຽກດັ່ງກ່າວນີ້ກ່ຽວກັບ Lao-American Student ຢູ່ທີ່ ອິນສຕາແກຣມ, ແລະເຟສບຸກ ເຊິ່ງພວກເຈົ້າສາມາດພົບເຫັນພວກເຮົາໄດ້ໃນຊື່ Lao-American Student Foundation, ເຊິ່ງສິ່ງທີ່ພວກເຮົາເຮັດແມ່ນ ພວກເຮົາລົງຂໍ້ຄວາມແຈ້ງການລ່ວງໜ້າປະມານ 3 ເດືອນ, ເພື່ອໃຫ້ພວກເຂົາເຈົ້າຮູ່ວ່າ ພວກເຮົາມີທຶນການສຶກສາຈໍານວນ 1,000 ໂດລາທີ່ຈະມອບໃຫ້ ໂດຍມີຫົວຂໍ້ສໍາຄັນນຶ່ງທີ່ພວກເຮົາຖາມເຂົາເຈົ້າກ່ຽວກັບວ່າ ‘ພວກເຈົ້າຈະຊ່ວຍຊຸມຊົນລາວ ດ້ວຍການສະແດງອອກເຖິງການສຶກສາຂອງເຈົ້າໄດ້ແນວໃດ?’”.
ແອສລີ ເລົ່າໃຫ້ຟັງວ່າ ນາງເຄີຍໄດ້ຮັບທຶນການສຶກສາ ຈາກມູນນິທິການສຶກສາ ສໍາລັບນັກຮຽນອາເມຣິກັນເຊື້ອສາຍລາວ ທີ່ມີສໍານັກງານຢູ່ໃນນະຄອນ ເຊັນທ໌ ປີເຕີສເບີກ, ລັດຟລໍຣິດາ. ອົງການດັ່ງກ່າວນີ້ ເປັນອົງການນ້ອຍໆທີ່ສ້າງຂຶ້ນມາໃນປີ 2017 ຈາກແຮງບັນດານໃຈຂອງກຸ່ມນັກສຶກສາອາເມຣິກັນເຊື້ອສາຍລາວ ຜູ້ທີ່ມີຄວາມປະສົງຢາກສົ່ງເສີມຊຸກຍູ້ໃຫ້ນັກຮຽນນັກສຶກສາ ທີ່ມີຄວາມໄຝ່ຝັນ ແລະບຸກບືນຕົນເອງ ເພື່ອໃຫ້ປະສົບຜົນສຳເລັດການສຶກສາທີ່ຕົນຕັ້ງອົກຕັ້ງໃຈໄວ້....
“ເປົ້າໝາຍຂອງອົງການພວກເຮົາຄື ຍົກລະດັບຄົນລາວ-ອາເມຣິກັນ ແລະນັກຮຽນລາວ ເນື່ອງຈາກວ່າໃນສະຫະລັດ ຄົນລາວມີປະຫວັດເປັນຊົນເຜົ່າສ່ວນນ້ອຍ ໃນການສຶກສາຊັ້ນສູງ, ມີຈໍານວນນັກຮຽນ ລາວ-ອາເມຣິກັນ ເຂົ້າຮຽນຢູ່ລະດັບວິທະຍາໄລຊຸມຊົນ ແລະທັງລະດັບວິທະຍາໄລຂອງລັດ ຫຼືວິທະຍາໄລຂອງເອກະຊົນໃນຈໍານວນເປີເຊັນທີ່ໜ້ອຍ ແລະລວມທັງການຮຽນຕໍ່ໃນລະດັບປະລິນຍາໂທ ຫຼືແມ່ນແຕ່ລະດັບປະລິນຍາເອກຍັງໜ້ອຍ.”
ນາງ ແອສລີ ກ່າວໃຫ້ຟັງວ່າ, ໃນແຕ່ລະປີ ທາງກອງທຶນຈະຈັດງານຢູ່ສໍານັກງານໃຫຍ່ໃນນະຄອນ ເຊັນທ໌ ປີເຕີ້ສເບີກ ເພື່ອມອບທຶນການສຶກສາ 3 ຫາ 5 ທຶນ ໃນຈໍານວນທຶນລະ 1,000 ໂດລາ ໃຫ້ແກ່ນັກຮຽນຊັ້ນມັດທະຍົມ ທີ່ຫາກໍຈົບຫ້ອງ 12 ໃນປີນັ້ນ, ເຊິ່ງທຸກຄົນ ສາມາດສະໝັກເຂົ້າມາຂໍທຶນດັ່ງກ່າວໄດ້ ບໍ່ໃຫ້ກາຍວັນທີ 4 ພຶດສະພາຂອງທຸກໆປີ, ໃນໃບສະໝັກນັ້ນ ຈະຕ້ອງຂຽນບົດຄວາມບໍ່ຫຼຸດ 500 ຄໍາ ກ່ຽວກັບຄວາມສໍາຄັນ ແລະເປົ້າໝາຍຂອງການສຶກສາ ຕິດຄັດມາພ້ອມກັບໃບຄະແນນຂອງໂຮງຮຽນ, ຈາກນັ້ນ ທາງມູນນິທິຈະປະກາດຜູ້ຊະນະເລີດທີ່ສະໝັກເຂົ້າມາຈາກທົ່ວສະຫະລັດ, ເຊິ່ງໃນປີແລ້ວນີ້ ຜູ້ຊະນະເລີດໄດ້ຮັບທຶນຈາກມູນນິທິ ແມ່ນນັກຮຽນຈາກລັດຮາວາຍ ທາງມູນນິທິຫວັງວ່າ ຈະມີນັກຮຽນສະໝັກເຂົ້າມາຫຼາຍຂຶ້ນກວ່າເກົ່າ.
ເນື່ອງຈາກມູນນິທິດັ່ງກ່າວນີ້ ເປັນມູນນິທິນ້ອຍ, ດັ່ງນັ້ນ ທາງມູນນິທິ ຈຶ່ງລະດົມທຶນຈາກບັນດາຜູ້ທີ່ມາຮ່ວມໃນງານລ້ຽງເພື່ອຫາລາຍໄດ້ມາເປັນກອງທຶນ ເພື່ອມອບໃຫ້ແກ່ນັກສຶກສາຫຼາຍຂຶ້ນຕື່ມ, ເຊິ່ງ ທ່ານ ປີເຕີ້ ຈິນດາວົງ ຜູ້ທີ່ຮັບໜ້າທີ່ເປັນຫົວໜ້າມູນນິທິໃນປັດຈຸບັນ ກ່າວວ່າ ທຶນສ່ວນໃຫຍ່ ແມ່ນໄດ້ມາຈາກການສະໜັບສະໜູນຂອງສ່ວນບຸກຄົນ....
“ຖ້າຜູ້ໃດຕ້ອງການຊ່ວຍຕາມເວລາຂອງພວກເຂົາ ພວກເຂົາສາມາດມາເປັນອາສາສະໝັກຕາມທັກຊະ ແລະຄວາມຊໍານານທີ່ພວກເຂົາເຈົ້າມີ ອອກແບບກຣາບຟິກບໍ ຫຼື ສອນພາສາລາວບໍ ຄືຕົວຢ່າງເຊັ່ນ ວິສະວະກອນ ເຊັ່ນຊ່ຽວຊານ ຫຼືວ່າແພດບໍ ຫຼືເປັນພະຍາບານອິຫຍັງ ແລະພວກເຂົາເຫັນບາງຄົນທີ່ຮຽນໃນຊັ້ນມັດທະຍົມປາຍ ຫຼື ວິທະຍາໄລ ມະຫາວິທະຍາໄລ ແລະຕ້ອງການຢາກສອນໜັງສືໃຫ້ພວກເຂົາເຈົ້າ ແລະເຂົາເຈົ້າກະສາມາດເປັນຜູ້ສອນ ແລະເປັນອາສາສະໝັກໄດ້ ໂດຍການສະຫຼະເວລາມາສອນ, ຫຼືວ່າມີນັກທຸລະກິດ ຖ້າພວກເຂົາເຈົ້າບໍ່ມີເວລາໃຫ້ ເຂົ້າເຈົ້າກໍສາມາດບໍລິຈາກທຶນກໍໄດ້.”
ຄຽງຄູ່ກັບການເຮັດວຽກທີ່ຕົນເອງຮັກໃນປັດຈຸບັນ, ແອສລີ ກໍເປັນອາສາສະໝັກໃຫ້ແກ່ກອງທຶນມາໄດ້ 7 ປີແລ້ວ, ນັບຕັ້ງແຕ່ຄັ້ງທໍາອິດທີ່ນາງໄດ້ຮັບທຶນ ແລະເປັນຄົນທໍາອິດທີ່ໄດ້ຮັບທຶນຈາກກອງທຶນດັ່ງກ່າວນີ້, ເຊິ່ງນາງກ່າວວ່າ ນາງຢາກໃຫ້ທຸກຄົນທີ່ເປັນນັກຮຽນ ມີຄວາມມຸ້ງໝັ້ນ ແລະມີການສຶກສາສູງໆ, ຢາກໃຫ້ພວກເຂົາມີແຮງບັນດານໃຈ ເພື່ອຄວາມກ້າວໜ້າໃນອະນາຄົດຂອງພວກເຂົາເຈົ້າ...
“ຂະນ້ອຍເປັນອາສາສະໝັກໃຫ້ອົງການແຫ່ງນີ້ມາໄດ້ 7 ປີແລ້ວ, ບໍ່ແມ່ນວ່າຂະນ້ອຍຢາກເຮັດເພື່ອຂອບໃຈທີ່ຂະນ້ອຍຖືກເລືອກໃຫ້ໄດ້ຮັບທຶນການສຶກສາ, ແຕ່ຂະນ້ອຍມີຄວາມຮູ້ສຶກວ່າ ຂະນ້ອຍຢາກຊ່ວຍນັກຮຽນນັກສຶກສາ, ຂະນ້ອຍພິຈາລະນາຕົນເອງວ່າເປັນຜູ້ນຶ່ງທີ່ມັກໃຫ້ການແນະນໍາ ແລະຂະນ້ອຍກໍມັກສະໜັບສະໜູນຫຼາຍໆຄົນເທົ່າທີ່ຈະຫຼາຍໄດ້ ໂດຍສະເພາະແລ້ວຂະນ້ອຍເປັນບໍ່ມີພື້ນຖານດັ້ງເດີມ, ຂະນ້ອຍເປັນຄົນສີລະປະ, ຂະນ້ອຍມີປະລິນຍາໂທ ແລະຂະນ້ອຍກໍພະຍາຍາມຜັກດັນ ແລະສົ່ງເສີມຫຼາຍໆຄົນເທົ່າທີ່ຈະຫຼາຍໄດ້, ເພີ້ມການສຶກສາສູງຂຶ້ນໃນສິ່ງທີ່ພວກເຂົາເຈົ້າສົນໃຈ. ຂະນ້ອຍຄິດວ່າມັນເປັນໂອກາດທີ່ດີທີ່ຈະຊຸກຍູ້ນັກສຶກສາເຫຼົ່ານິ້ ໃຫ້ມີຄວາມເປັນໄປໄດ້ໄປສູ່ໂລກກວ້າງ ເຖິງແມ່ນວ່າພວກເຮົາບໍ່ໄດ້ຢູ່ໃນບາດກ້າວອັນດຽວກັນ, ພວກເຮົາບໍ່ໄດ້ຢູ່ໃນເມືອງດຽວກັນ, ພວກເຮົາອາດຈະບໍ່ໄດ້ຢູ່ໃນບ່ອນທີ່ມີເອລວອັນດຽວກັນ ມັນຮູ້ສຶກດີໃຈຫຼາຍທີ່ເປັນຄົນນຶ່ງທີ່ສາມາດຊ່ວຍເຫຼືອຄົນອື່ນໆໄດ້.”
ເນື່ອງຈາກທຶນນ້ອຍໆທີ່ນາງໄດ້ຮັບມາ ບໍ່ພຽງແຕ່ໄດ້ເຮັດໃຫ້ນາງ ມີຄວາມພາກພູມໃຈແລ້ວ ມັນເປັນແຮງບັນດານໃຈເບື້ອງຕົ້ນທີ່ຊຸກຍູ້ໃຫ້ນາງຕັ້ງໃຈຮ່ຳຮຽນຈົນໄດ້ຮັບປະລິຍາໂທ ແລະມັນຍັງໄດ້ເຮັດໃຫ້ຜູ້ປົກຄອງຂອງນາງ ມີຄວາມພູມໃຈໃນໂຕຂອງນາງນຳດ້ວຍ ໂດຍສະເພາະແມ່ ທີ່ໃຫ້ການສະໜັບສະໜູນນາງໃນສິ່ງທີ່ນາງເລືອກ ແລະສິ່ງທີ່ນາງຢາກເປັນ...
“ແມ່: ນາງເປັນຄົນທີ່ດີຫຼາຍ, ນາງຊ່ວຍເຫຼືອຊຸມຊົນໂດຍທີ່ນາງພະຍາຍາມເຮັດວຽກດ້ວຍຄວາມຮັບຜິດຊອບຢູ່ໃນອົງກອນ ເພື່ອຊ່ວຍເຫຼືອຊຸມຊົນລາວ.
ຖາມ: ສໍາລັບເອື້ອຍແລ້ວ ໃນຖານະທີ່ເອື້ຍເປັນແມ່ ເອື້ອຍມີວິທີເຮັດໃຫ້ ແອສລີ ກາຍມາເປັນຄົນທີ່ຢາກຊ່ວຍເຫຼືອຜູ້ອື່ນ ຢາກເຮັດເພື່ອຜູ້ອື່ນ ແລະກໍເປັນແຮງຜັກດັນໃຫ້ຜູ້ອື່ນ ໂດຍສະເພາະນັກຮຽນ ລາວ-ອາເມຣິກັນ ໃຫ້ຢາກມີຄວາມຕັ້ງໃຈຮໍ່າຮຽນ.
ແມ່: ເລື້ອງເປັນນັກຮຽນ ຕ້ອງໄດ້ບອກຕັ້ງແຕ່ນ້ອຍ ສອນຕັ້ງແຕ່ນ້ອຍ ເວົ້າວ່າຕ້ອງໄດ້ໄປໂຮງຮຽນ, ເຈົ້າບໍ່ສາມາດມີອານາຄົດທີ່ບໍ່ມີການສຶກສາໄດ້, ເຊິ່ງພໍ່ແມ່ຂອງຂ້ອຍສອນແນວນັ້ນ ຂ້ອຍກໍສອນລູກໆຂ້ອຍຕໍ່, ຂ້ອຍຊຸກຍູ້ພວກເຂົາໃນຂະນະທີ່ພວກເຂົາເຂົ້າໂຮງຮຽນ ເຊັ່ນ ມະຫາວິທະຍາໄລ, ທາງເລືອກບໍ່ແມ່ນແຕ່ຊອກເຂົ້າມະຫາວິທະຍາໄລ, ຂ້ອຍເວົ້ານໍາເຂົາເຈົ້າວ່າ ເຈົ້າຕ້ອງພະຍາຍາມ, ເຈົ້າໄປເຂົ້າມະຫາວິທະຍາໄລ ແລະເຈົ້າຮູ້ສຶກວ່າເຈົ້າບໍ່ມັກ ແລະຂ້ອຍກໍເວົ້າວ່າ ບໍ່ເປັນຫຍັງ ພວກເຮົາຈະບໍ່ຮ້າຍ, ແຕ່ພວກເຮົາຕ້ອງການໃຫ້ລາວມີໂອກາດ ເພື່ອໃຫ້ມີການສຶກສາ.”
ແນວໃດກໍຕາມ, ບໍ່ວ່າສິ່ງຕົນເລືອກ ຫຼື ສິ່ງທີ່ຕົນໄດ້ຮັບຈາກການແນະນໍາ ຈະອອກມາເປັນແນວໃດ, ສິ່ງສໍາຄັນແມ່ນການຕັດສິນໃຈຂອງຕົນເອງ ວ່າ ຕົນພ້ອມແລ້ວບໍ ທີ່ຈະເປັນຄົນດີຂອງສັງຄົມ, ສ້າງປະໂຫຍດໃຫ້ແກ່ສັງຄົມ, ແລະເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ເໝືອນດັ່ງ ແອສລີ ກໍາລັງປະຕິບັດໜ້າທີ່ດັ່ງກ່າວນີ້ ເພື່ອໃຫ້ຄົນຢູ່ໃນສັງຄົມ ໄດ້ມີໂອກາດທີ່ດີ ແລະເພື່ອອະນາຄົດທີ່ດີຂອງຕົນເອງ.
ຟໍຣັມສະແດງຄວາມຄິດເຫັນ