ການຊ້ອມລົບທາງທະຫານລະຫວ່າງສະຫະລັດ ແລະ 10 ປະເທດສະມາຊິກຂອງອາຊ່ຽນ ມີຂຶ້ນຫຼັງຈາກທີ່ສະມາຄົມດັ່ງກ່າວ ໄດ້ຊ້ອມລົບຮ່ວມກັບຈີນໃນປີກາຍນີ້ ເພື່ອສະແດງໃຫ້ເຫັນວ່າປະເທດມະຫາອຳນາດທັງສອງຕ່າງກໍມີຄວາມຫວັງເພີ້ມຂຶ້ນທີ່ຈະໃຊ້ອິດທິພົນຂອງຕົນຄອບງຳເຂດດັ່ງກ່າວຂອງໂລກ ທີ່ອາດຈະປ່ຽນແປງ ໄປເປັນຝ່າຍໃດຝ່າຍນຶ່ງກໍໄດ້ ອີງຕາມຄຳເວົ້າ ຂອງພວກນັກສັງເກດການ.
ພວກເຈົ້າໜ້າທີ່ທະຫານຂອງສະຫະລັດ ແລະຂອງສະມາຄົມອາຊ່ຽນ ທີ່ຈະຮວມທັງອິນໂດເນເຊຍ ຫວຽດນາມ ແລະຟີລິບປິນ ຈະທຳການຊ້ອມລົບໃນອາທິດທຳອິດຂອງເດືອນກັນຍາ ໃກ້ໆກັບປະເທດໄທ ອີງຕາມລາຍງານຂອງສື່ມວນຊົນເອເຊຍໃນອາທິດແລ້ວນີ້.
ທ່ານແອແລນ ຈອງ ຮອງສາສະດາຈານທີ່ມະຫາວິທະຍາໄລຣາຊາລັດຕະນາມໃນສິງກະໂປກ່າວວ່າ “ມັນເປັນພຽງສັນຍານຄວັນ ແລະບໍ່ຄວນຄິດຫຍັງຫຼາຍໄປກວ່ານັ້ນ ແຕ່ເຖິງແມ່ນເປັນພຽງສັນຍານຄວັນກໍຈິງ ແຕ່ມັນກໍເປັນເລື້ອງທີ່ຈິງຈັງໂດຍຈີນ. ດັ່ງນັ້ນຂ້າພະເຈົ້າຈຶ່ງຄິດວ່າ ຈີນຈະຖືວ່າເປັນເລື້ອງຈິງຈັງ ທີ່ຍັງຮູ້ວ່າ ຕົນຍັງບໍ່ສາມາດຕ້ອນອາຊ່ຽນເຂົ້າແຈໃຫ້ເປັນພັນທະມິດໄດ້.”
ສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ທີ່ມີປະຊາກອນຮ່ວມກັນ 630 ລ້ານຄົນ ແລະເປັນທີ່ຮູ້ກັນດີໃນຊື່ອາຊ່ຽນນັ້ນ ໄດ້ຊ້ອມລົບທາງທະເລຮ່ວມກັບຈີນໃນເດືອນຕຸລາປີ 2018.
ຈີນແລະສະຫະລັດ ຕ່າງກໍຕ້ອງການຢາກມີອິດທິພົນເພີ້ມຂຶ້ນ ຕໍ່ເຂດເອເຊຍຕາເວັນອອກສຽງໃຕ້ ຊຶ່ງເປັນເຂດທີ່ລັດຖະບານຂອງປະເທດຕ່າງໆ ໂດຍທົ່ວໄປແລ້ວບໍ່ໄດ້ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ. ເຂດເອເຊຍຕາເວັນອອກສຽງໃຕ້ ຕ່າງກໍຮ່ວມມືກັບສອງປະເທດມະຫາອຳນາດ ໂດຍສະເພາະ ຄວາມສຳພັນທາງດ້ານເສດຖະກິດແມ່ນກັບຈີນ ແຕ່ຄວາມສຳພັນໃນດ້ານຄວາມໝັ້ນຄົງແມ່ນກັບສະຫະລັດ ໃນຂະນະທີ່ຈີນກົດດັນປະເທດເຫຼົ່ານີ້ ກ່ຽວກັບເຂດນ້ຳແດນດິນທາງທະເລ.