ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ອາຊຽນ ປຶກສາຫາລື ກ່ຽວກັບ ກົດເກນ ສຳລັບ ທະເລຈີນໃຕ້


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ຢືນຖ່າຍຮູບກັບບັນດາຜູ້ນຳ ເອເຊຍ ຕາເວັນອອກສຽງໃຕ້ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31. ນະຄອນຫຼວງ ມະນີລາ, ຟີລິບປິນ.
13 ພະຈິກ, 2017.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ຢືນຖ່າຍຮູບກັບບັນດາຜູ້ນຳ ເອເຊຍ ຕາເວັນອອກສຽງໃຕ້ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31. ນະຄອນຫຼວງ ມະນີລາ, ຟີລິບປິນ. 13 ພະຈິກ, 2017.

ຂໍ້ຕົກລົງຂອງ ຈີນ ກັບ ບັນດາ 10 ປະເທດເອເຊຍຕາເວັນອອກສຽງໃຕ້ ເພື່ອເລີ່ມການ
ເຈລະຈາທີ່ສຳຄັນ ກ່ຽວກັບ ກົດເກນ ສຳລັບທະເລທີ່ມີຄວາມຂັດແຍ້ງນັ້ນ ໄດ້ສະແດງ
ໃຫ້ເຫັນຄວາມເຊື່ອຖືລະດັບໃໝ່ ໃນບັນດາລັດຖະບານທີ່ໄດ້ບໍ່ລົງຮອຍກັນ ໃນໄລຍະ
ນຶ່ງປີກວ່າໆທີ່ຜ່ານມາ.

ບັນດາຜູ້ນຳຂອງ ປັກກິ່ງ ແລະ ອາຊຽນ ໄດ້ຕົກລົງກັນໃນນະຄອນຫຼວງ ມະນີລາ ເມື່ອ
ວັນຈັນວານຜ່ານມານີ້ ເພື່ອເລີ່ມການເຈລະຈາທີ່ຈະປັບປ່ຽນໂຄງຮ່າງຂອງກົດເກນ
ໃຫ້ເປັນລະບົບກົດລະບຽບອັນແທ້ຈິງ ສຳລັບການຫຼີກລ່ຽງອຸບັດຕິເຫດຕ່າງໆ ໃນທະ
ເລຈີນໃຕ້.

4 ປະເທດເອເຊຍຕາເວັນອອກສຽງໃຕ້ ພ້ອມກັບ ໄຕ້ຫວັນ ໄດ້ອ້າງກຳມະສິດແຂ່ງກັບ
ຈີນ ຢູ່ໃນທະເລທີ່ແອອັດທີ່ມີຄຸນຄ່າສຳລັບການປະມົງ ນໍ້າມັນເຊື້ອໄຟຟອສຊິລ ແລະ
ເສັ້ນທາງຂົນສົ່ງການຄ້າ. ຈີນ ໄດ້ອ້າງເອົາກຳມະສິດປະມານ 90 ເປີເຊັນຂອງທະເລ
ດັ່ງກ່າວ. ເຂົາເຈົ້າໄດ້ເຮັດໃຫ້ປະເທດອື່ນໆບໍ່ພໍໃຈນັບຕັ້ງແຕ່ປີ 2010 ເປັນຕົ້ນມາ
ດ້ວຍການກໍ່ສ້າງເກາະທຽມສຳລັບການເຂົ້າຍຶດຄອງ ແລະ ສົ່ງກຳລັງທະຫານໄປປະ
ຈຳການໃນບາງແຫ່ງ.

ໃນກາງປີ 2016 ຈີນ ໄດ້ຜ່າຍແພ້ໃນການໄກ່ເກ່ຍຂອງສານໂລກຕໍ່ ຟີລິບປິນ ກ່ຽວກັບ
ພື້ນຖານທາງກົດໝາຍ ສຳລັບການອ້າງກຳມະສິດທາງທະເລ ຫຼັງຈາກເຂົາເຈົ້າໄດ້ເຂົ້າ
ຍຶດໝູ່ເກາະທີ່ເຮືອປະມົງ ຟີລິບປິນ ເຂົ້າໄປຫາປາ. ນັບຕັ້ງແຕ່ນັ້ນມາ ຈີນ ກໍໄດ້ເພີ່ມ
ການເຈລະຈາໃນທົ່ວເອເຊຍຕາເວັນອອກສຽງໃຕ້ ເພື່ອຫາທາງອອກ, ເຖິງແມ່ນວ່າ
ເຂົາເຈົ້າຈະປະຕິເສດການຕັດສິນກໍຕາມ.

ບັນດາປະເທດເອເຊຍຕາເວັນອອກສຽງໃຕ້, ທີ່ມີຄວາມອ່ອນແອທາງທາງທະຫານ
ກວ່າ ຈີນ ແລະການພັດທະນາທາງເສດຖະກິດທີ່ຍັງລ້າຫຼັງ ຈີນ ໄດ້ຮັບເອົາການຊ່ວຍ
ເຫຼືອ ແລະ ການລົງທຶນຂອງ ຈີນ ນັບຕັ້ງແຕ່ນັ້ນມາ.

ທ່ານ ອາລັນ ຈັອງ ຮອງສາສະດາຈານທີ່ສະຖາບັນການສຶກສາສານກົນ ຂອງມະ
ຫາວິທະຍາໄລ ຣາຈາຣັດນາມ ໃນປະເທດ ສິງກະໂປ ໄດ້ກ່າວວ່າ “ໃນອີກດ້ານນຶ່ງ,
ຈີນ ແມ່ນໄດ້ຖືກຈັບຕາເບິ່ງຢ່າງໜ້າສົງໄສຫຼາຍ ສຳລັບການເຄື່ອນໄຫວຂອງເຂົາເຈົ້າ
ກ່ຽວກັບ ທະເລຈີນໃຕ້ ແລະທັງໝົດ ກ່ຽວກັບ ຄວາມຂັດແຍ້ງເຂດແດນອື່ນໆ, ກອງ
ທັບທີ່ທັນສະໄໝຂອງເຂົາເຈົ້າ ເຊິ່ງໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໂດຍປະທານປະເທດຄົນ
ປັດຈຸບັນ ທ່ານ ສີ ຈິ່ນຜິງ, ທັງໝົດນີ້ໄດ້ເຮັດໃຫ້ ອາຊຽນ ເສຍຂວັນ, ແຕ່ໃນທາງກົງ
ກັນຂ້າມ, ເຂົາເຈົ້າກໍບໍ່ສາມາດເຮັດໄດ້ ໂດຍປາສະຈາກການລົງທຶນ ຈີນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG