ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊຽນ ເປີດກອງປະຊຸມສຸດຍອດ ໂດຍປາສະຈາກ ການມີໜ້າຂອງ ມຽນມາ


ຫົວໜ້າລັດຖະບານທະຫານຂອງ ມຽນມາ, ນາຍພົນ ມິນ ອອງ ແລງ, ຜູ້ທີ່ໄດ້ຂັບໄລ່ລັດຖະບານທີ່ຖືກເລືອກຢ່າງປະຊາທິປະໄຕດ້ວຍການກໍ່ລັດຖະປະຫານ, ເຂົ້າຮ່ວມໃນຂະບວນສວນສະໜາມກອງທັບບົກ ໃນວັນກອງກຳລັງຕິດອາວຸດ, ນະຄອນຫຼວງ ເນປີດໍ, ມຽນມາ. 27 ມີນາ, 2021.
ຫົວໜ້າລັດຖະບານທະຫານຂອງ ມຽນມາ, ນາຍພົນ ມິນ ອອງ ແລງ, ຜູ້ທີ່ໄດ້ຂັບໄລ່ລັດຖະບານທີ່ຖືກເລືອກຢ່າງປະຊາທິປະໄຕດ້ວຍການກໍ່ລັດຖະປະຫານ, ເຂົ້າຮ່ວມໃນຂະບວນສວນສະໜາມກອງທັບບົກ ໃນວັນກອງກຳລັງຕິດອາວຸດ, ນະຄອນຫຼວງ ເນປີດໍ, ມຽນມາ. 27 ມີນາ, 2021.

ສະມາຄົມແຫ່ງປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ, ໄດ້ເປີດກອງປະຊຸມສຸດຍອດລະດັບພາກພື້ນສາມວັນໂດຍປາສະຈາກ ມຽນມາ, ຫຼັງຈາກລັດຖະບານທະຫານທີ່ກຳລັງປົກຄອງປະເທດນັ້ນໄດ້ປະຕິເສດທີ່ຈະສົ່ງຜູ້ແທນທີ່ບໍ່ກ່ຽວຂ້ອງກັບການເມືອງໄປກອງປະຊຸມດັ່ງກ່າວແທນຜູ້ນຳລະດັບສູງຂອງກອງທັບເຂົາເຈົ້າ.

ບັນດາລັດຖະມົນຕີ ອາຊຽນ ໄດ້ຕັດສິນໃນວັນທີ 15 ຕຸລາທີ່ຜ່ານມາເພື່ອບໍ່ລວມນາຍພົນລະດັບສູງຂອງ ມຽນມາ ທ່ານ ມິນ ອອງ ແລງ ໃນກອງປະຊຸມສຸດຍອດນັ້ນ. ສິ່ງດັ່ງກ່າວນີ້ໄດ້ຖືກພິຈາລະນາດັ່ງກັບການຕຳໜິຕິຕຽນ ມຽນມາ ຄັ້ງໃຫຍ່ທີ່ສຸດຂອງ ອາຊຽນ ນັບຕັ້ງແຕ່ວັນທີ 1 ກຸມພາທີ່ຜ່ານມາ, ເວລາທີ່ກອງທັບ ມຽນມາ ໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນພາຍໃຕ້ການນຳພາຂອງຜູ້ນຳພົນ ລະເຮືອນທີ່ແທ້ຈິງ ທ່ານນາງ ອອງ ຊານ ຊູຈີ.

ກົງກັນຂ້າມ, ກຸ່ມພາກພື້ນດັ່ງກ່າວໄດ້ເຊີນ ທ່ານ ຈານ ເອ, ເລຂາທິການຖາວອນໃນກະຊວງການຕ່າງປະເທດຂອງລັດຖະບານທະຫານນັ້ນ, ເພື່ອເຂົ້າຮ່ວມໃນກອງປະຊຸມທອງອອນໄລນ໌ ໃນຖານະເປັນຜູ້ແທນທີ່ບໍ່ກ່ຽວຂ້ອງກັບການເມືອງ.

ໂຄສົກລັດຖະບານທະຫານ ມຽນມາ ພົນຕີ ຊໍ ມິນ ຕຸນ ໄດ້ກ່າວວ່າ ການເຊື້ອເຊີນນັ້ນ “ບໍ່ໄດ້ຈັດ ມຽນມາ ຢູ່ໃນລະດັບດຽວກັນ” ກັບປະເທດອື່ນໆ ແລະ ຍ້ອນແນວນັ້ນຈຶ່ງໄດ້ປະຕິເສດ.

ອີງຕາມອົງການຂ່າວ ບລູມເບີກ, ທ່ານໄດ້ກ່າວວ່າ “ສຳລັບພວກເຮົາ, ການເຂົ້າຮ່ວມກອງປະຊຸມທີ່ບໍ່ໄດ້ຈັດເຮົາຢູ່ໃນລະດັບດຽວກັນກັບປະເທດອື່ນແມ່ນຄືກັບການໂຈມຕີຕໍ່ອຳນາດອະທິປະໄຕຂອງປະເທດພວກເຮົາ. ເນື່ອງຈາກວ່າມັນເປັນກອງປະຊຸມສຸດຍອດສຳລັບບັນດາຜູ້ນຳລັດ, ເຂົາເຈົ້າຄວນເຊື້ອເຊີນຜູ້ນຳລັດ.”

ທ່ານນາງ ຊຸນ ຢຸນ, ຜູ້ອຳນວຍການຮ່ວມຂອງໂຄງການເອເຊຍຕາເວັນອອກ ແລະ ຜູ້ອຳນວຍການຂອງໂຄງການ ຈີນ ຢູ່ສູນກາງ ສຕິມສັນ, ໄດ້ກ່າວວ່າລັດຖະບານທະຫານດັ່ງກ່າວແມ່ນກຳລັງສົ່ງສັນຍານເຖິງ ອາຊຽນ ດ້ວຍການເລືອກທີ່ຈະບໍ່ສົ່ງຄົນໃດໄປ.

ທ່ານນາງ ໄດ້ກ່າວຕໍ່ວີໂອເອພາກພາສາຈີນກາງ ຜ່ານທາງອີເມລວ່າ “ສັນຍານກໍແມ່ນວ່າ ລັດຖະບານທະຫານເຫັນຕົນເອງດັ່ງກັບຜູ້ປົກຄອງຜູ້ດຽວ ທີ່ຖືກຕ້ອງຕາມກົດໝາຍຂອງປະເທດ ແລະ ບໍ່ຮັບເອົາການພະຍາຍາມທີ່ຄວບຄຸມການຕັດສິນໃຈຂອງ ອາຊຽນ.” ສູນກາງ ສຕິມສັນ ແມ່ນສູນນັກວິໄຈໃນນະຄອນຫຼວງ ວໍຊິງຕັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG