ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ສຸດຍອດ ອາຊ່ຽນ ແນໃສ່ ໄພຂົ່ມຂູ່ ຈາກນິວເຄລຍ ຂອງ ເກົາຫຼີເໜືອ


ທຸງຊາດຂອງແຕ່ລະປະເທດ ປິວສະບັດ ຢູ່ດ້ານນອກ ຫໍປະຊຸມສາກົນ ຂອງຟີລິບປິນ ອັນເປັນສະຖານທີ່ຈັດ ກອງປະຊຸມ ສະມາຄົມ ບັນດາປະເທດ ໃນເອເຊຍ ຕາເວັນອອກສຽງໃຕ້ ຂັ້ນລັດຖະມົນຕີ ຄັ້ງທີ 50 ແລະ ບັນດາພາຄີ ໃນພາກພື້ນ, ວັນທີ 2 ສິງຫາ 2017 ໃນຕົວເມືອງ Pasay ຂອງຟີລິບປິນ.
ທຸງຊາດຂອງແຕ່ລະປະເທດ ປິວສະບັດ ຢູ່ດ້ານນອກ ຫໍປະຊຸມສາກົນ ຂອງຟີລິບປິນ ອັນເປັນສະຖານທີ່ຈັດ ກອງປະຊຸມ ສະມາຄົມ ບັນດາປະເທດ ໃນເອເຊຍ ຕາເວັນອອກສຽງໃຕ້ ຂັ້ນລັດຖະມົນຕີ ຄັ້ງທີ 50 ແລະ ບັນດາພາຄີ ໃນພາກພື້ນ, ວັນທີ 2 ສິງຫາ 2017 ໃນຕົວເມືອງ Pasay ຂອງຟີລິບປິນ.

ຄາດກັນວ່າ ຈະບໍ່ມີຄວາມກ້າວໜ້າໃນດ້ານການທູດ ເພື່ອທີ່ຈະຫລຸດຜ່ອນຄວາມ
ເຄັ່ງຕຶງ ກ່ຽວກັບໄພຂົ່ມຂູ່ດ້ານນິວເຄລຍຂອງເກົາຫຼີເໜືອ ຢູ່ທີ່ກອງປະຊຸມ ຄວາມ
​ໝັ້ນຄົງ ພາກພື້ນອາຊ່ຽນ ຫຼື ARF ໃນສັບປະດານີ້ ທີ່ນະຄອນຫຼວງມະນີລາ ແມ່ນ
ກະທັງ ມັນເປັນນຶ່ງໃນກິດຈະການຂອງໂລກ ທີ່ບໍ່ຄ່ອຍມີ ບ່ອນທີ່ປະເທດສຳຄັນ
ທັ້ງຫຼາຍ ທີ່ມີສ່ວນກ່ຽວຂ້ອງ ຈະເຂົ້າຮ່ວມ.

ທ່ານ Carlyle Thayer ນັກວິເຄາະດ້ານຄວາມໝັ້ນຄົງໃນເອເຊຍຕາເວັນອອກ
ສຽງໃຕ້ ຢູ່ທີ່ສະຖາບັນກຳລັງປ້ອງກັນໃນນະຄອນຫຼວງ Canberra ຂອງ
ອອສເຕຣເລຍ ໄດ້ກ່າວວ່າ “ມັນເປັນໄປໄດ້ສູງຫຼາຍ ທີ່ຈະເຫັນ ການປະເຊີນ
ໜ້າກັນ ລະຫວ່າງ ຈີນ ຣັດເຊຍ ກັບ ສະຫະລັດ ກ່ຽວກັບວ່າ ຜູ້ໃດ ຈະມີຄວາມ
ຮັບຜິດຊອບຫຼາຍທີ່ສຸດ ທີ່ຈະຮັບມືກັບບັນຫາດັ່ງກ່າວນີ້.”

ສະຫະລັດ ເກົາຫຼີເໜືອ ຈີນ ຣັດເຊຍ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຕ່າງ​ກໍສົ່ງຄະນະຜູ້ແທນ
ຂັ້ນສູງ ໄປຮ່ວມກອງປະຊຸມສຸດຍອດປະຈຳປີ ວ່າດ້ວຍຄວາມໝັ້ນຄົງ ໃນພາກພື້ນ
ທີ່ຈັດຂຶ້ນໂດຍ ສະມາຄົມບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊ່ຽນ
ທີ່ຮວມທັງ ອິນໂດເນເຊຍ ຟີລິບປິນ ຫວຽດນາມ ແລະ ມາເລເຊຍ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຈະເດີນທາງໄປ
ຟີລິບປິນ ເພື່ອເຂົ້າຮ່ວມໃນກອງປະຊຸມ ARF ຕໍ່ຈາກນັ້ນ ກໍຈະຢ້ຽມຢາມ ປະເທດ
ໄທ ແລະ ມາເລເຊຍ ບ່ອນທີ່ທ່ານຈະປຶກສາຫາລື “ເຂດປອດອາວຸດນິວເຄລຍ ​
ໃນແຫຼມເກົາຫຼີ ຄວາມປອດໄພໃນການເດີນເຮືອ ແລະ ການຕໍ່ຕ້ານລັດທິ
ກໍ່ການຮ້າຍ”
ດັ່ງທີ່ກະຊວງການຕ່າງປະເທດໄດ້ກ່າວໄປນັ້ນ.

ເກົາຫຼີເໜືອ ທຳຄວາມກ້າວໜ້າຢ່າງວ່ອງໄວ ໃນຄວາມອາດສາມາດຂອງຕົນ ເພື່ອ
ແນເປົ້າໝາຍໃສ່ແຜ່ນດິນໃຫຍ່ຂອງສະຫະລັດ ຫຼື ແຫ່ງອື່ນໆໃດ ຢູ່ໃນໂລກ ດ້ວຍ
ລູກສອນໄຟຂີປະນາວຸດຂ້າມທະວີບ ຕິດຫົວນິວເຄລຍ ຫຼື ICBM. ບັນດານັກຊ່ຽວ
ຊານ ອິດສະຫລະ ກ່າວວ່າ ການທົດລອງ ICBM ເທື່ອທີສອງ ທີ່ປະສົບຜົນສຳເລັດ
ເມື່ອສັບປະດາແລ້ວນີ້ ໄດ້ສະແດງໃຫ້ເຫັນວ່າ ຈະສາມາດ ໄປຮອດນະຄອນ
Chicago ຢູ່​ໃນ​ເຂດພາກກາງ ຂອງສະຫະລັດ ໄດ້.

ໃນຂະນະດຽວກັນ ການທົດລອງໄດ້ເປີດເຜີຍວ່າ ບັນຫາຕ່າງໆດ້ານເທັກໂນໂລຈີ
ການກັບຄືນສູ່ບັນຍາກາດນັ້ນ ໂຄງການແມ່ນໄດ້ມີຄວາມກ້າວໜ້າ ໄປຢ່າງໄວຂຶ້ນ
ກວ່າທີ່ໄດ້ຄາດຄິດກັນໄວ້ ແລະ ບາງສ່ວນກ່າວວ່າ ເກົາຫຼີເໜືອ ແມ່ນ ເຫຼືອພຽງ ນຶ່ງ
ປີເທົ່ານັ້ນ ຈາກການພັດທະນາຫົວລະເບີດນິວເຄລຍຂະໜາດນ້ອຍ ທີ່ຢືນຢັນໄດ້
ເພື່ອທີ່ຈະບັນຈຸເຂົ້າໃສ່ລູກ​ສອນ​ໄຟ ICBM.

ທ່ານ Grant Newsham ຢູ່ທີ່ ສະຖາບັນການສຶກສາດ້ານຍຸດທະສາດ ໄດ້ກ່າວວ່າ
“ຖ້າຫາກບໍ່ເຮັດສິ່ງໃດສິ່ງນຶ່ງທີ່ຮຸນແຮງແທ້ໆແລ້ວ ເກົາຫຼີເໜືອ ໃນທີ່ສຸດ ກໍຈະມີ
ລູກສອນໄຟອັນນັ້ນ ແລະ ຄວາມອາດສາມາດ ດ້ານນິວເຄລຍ ທີ່ພວກເຂົາເຈົ້າ
ຢາກໄດ້. ມັນເປັນພຽງບັນຫາດ້ານວິສະວະກຳ ເທົ່ານັ້ນແທ້ໆ ໃນເວລານີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG