ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທແລະກຳປູເຈຍ ປະທະຄາລົມກັນ ທີ່ກອງປະຊຸມ ສຸດຍອດອາຊ່ຽນ


ພວກຜູ້ນຳຂອງສະມາຄົມອາຊ່ຽນ ທີ່ໄປຮ່ວມກອງປະຊຸມສຸດຍອດ ຢູ່ທີ່ນະຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍ ຖ່າຍຮູບຮ່ວມກັນ
ພວກຜູ້ນຳຂອງສະມາຄົມອາຊ່ຽນ ທີ່ໄປຮ່ວມກອງປະຊຸມສຸດຍອດ ຢູ່ທີ່ນະຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍ ຖ່າຍຮູບຮ່ວມກັນ

ນາຍົກລັດຖະມົນຕີຂອງກຳປູເຈຍແລະໄທໄດ້ແລກປ່ຽນຄາລົມກັນຢ່າງຮຸນແຮງກ່ຽວກັບບັນຫາ ຂັດແຍ້ງໃນບໍລິເວນຊາຍແດນຂອງປະເທດທັງສອງ ຢູ່ທີ່ກອງປະຊຸມສຸດຍອດຂອງສະມາຄົມ ອາຊ່ຽນ. ນັບແຕ່ເດືອນກຸມພາເປັນຕົ້ນມາມີເກືອບ 30 ຄົນແລ້ວໄດ້ເສຍຊີວິດແລະອີກຫຼາຍໆ ພັນຄົນຕ້ອງໄດ້ອົບພະຍົບຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ທັງຢູ່ໃນໄທ ແລະກຳປູເຈຍ ຍ້ອນການປະທະກັນຂອງກຳລັງທະຫານທັງສອງຝ່າຍ ທີ່ຍັງດຳເນີນຢູ່ຕໍ່ມາໃນ ບໍລິເວນຊາຍແດນທີ່ມີການຂັດແຍ້ງກັນໃກ້ໆວັດປາສາດຫີນສະໄໝໂບຮານແຫ່ງນຶ່ງ. ຜູ້ສື່ຂ່າວ VOA ນາຍ Brian Padden ມີລາຍງານຈາກກຸງຈາກາຕ້າກ່ຽວກັບບັນຫາຂັດແຍ້ງດັ່ງກ່າວ ແລະການທະເລາະວິວາດ ທີ່ໄດ້ເປັນເງົາບົດບັງກອງປະຊຸມສຸດຍອດ ເປັນເວລາ 2 ມື້ຂອງ ພວກຜູ້ນຳບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້

ໃນມື້ວັນອາທິດແລ້ວນີ້ ພວກຜູ້ນຳຂອງໄທ ແລະກຳປູເຈຍ
ຕ່າງກໍໄດ້ຈັດກອງປະຊຸມຖະແຫຼງຂ່າວຂອງຕົນຂຶ້ນ ລຸນຫຼັງ
ທີ່ຕ່າງຝ່າຍຕ່າງກໍໄດ້ກ່າວຫາຊຶ່ງກັນແລະກັນ ກ່ອນໜ້ານັ້ນ
ຢູ່ໃນກອງປະຊຸມສຸດຍອດ ຂອງສະມາຄົມອາຊ່ຽນກ່ຽວກັບ
ວ່າປະເທດໃດເປັນຜູ້ຮັບຜິດຊອບໃນບັນຫາຂັດແຍ້ງທີ່ເກີດ
ຂຶ້ນ.

ນາຍົກລັດຖະມົນຕີໄທທ່ານອະພິຊິດ ເວດຊາຊີວະກ່າວວ່າ
ກຳປູເຈຍເປັນຜູ້ເລີ້ມກໍ່ໃຫ້ເກີດບັນຫາ ໂດຍໄດ້ສົ່ງທະຫານ
ເຂົ້າໄປປະຈຳການຢູ່ໃນບໍລິເວນຊາຍແດນທີ່ມີການຂັດແຍ້ງ
ກັນອັນເປັນການລ່ວງລະເມີດຕໍ່ຂໍ້ຕົກລົງ ທີ່ທັງສອງຝ່າຍໄດ້
ລົງນາມໃນປີ 2000 ແລະທ່ານເວົ້າຕື່ມວ່າ ກຳປູເຈຍໄດ້ແກ່ຍາວບັນຫາຂັດແຍ້ງທີ່ວ່ານີ້
ໂດຍພະຍາຍາມແກ່ດຶງເອົາອົງການຈັດຕັ້ງນາໆຊາດເຂົ້າມາພົວພັນນຳ.

ທ່ານອະພິຊິດກ່າວວ່າ “ບັນຫາທີ່ເກີດຂຶ້ນເມື່ອໄວໆມານີ້ ຂ້າພະເຈົ້າຄິດວ່າແມ່ນ
ໄດ້ສະແດງໃຫ້ເຫັນ ເຖິງຄວາມຄວາມຕັ້ງໃຈຢ່າງແນ່ວແນ່ຂອງກຳປູເຈຍທີ່ຈະ
ເຮັດໃຫ້ບັນຫາດັ່ງກ່າວ ກາຍເປັນບັນຫານາໆຊາດ.”

ທ່ານເວົ້າວ່າ ໄທແລະກຳປູເຈຍ ຄວນແກ້ໄຂບັນຫາຂັດແຍ້ງນີ້ ໂດຍປາດສະຈາກການ ແຊກແຊງຂອງອົງການສະຫະປະຊາຊາດຫຼືສານໂລກ ແລະທ່ານກ່າວຕື່ມວ່າ ​ເຖິງ​ແມ່ນ
ວ່າໄທ​ໄດ້ຕົກລົງໃນມື້ວັນສຸກແລ້ວ ໃຫ້ຄະນະສັງເກດການຂອງອິນໂດເນເຊຍເຂົ້າໄປປະ ຕິບັດງານຢູ່ໃນບໍລິເວນທີ່ມີການຂັດແຍ້ງນັ້ນກໍ​ຕາມ ​ແຕ່ການຕົກລົງດັ່ງກ່າວກໍຄວນຖື​ເປັນ
ເງື່ອນໄຂພົວພັນໃສ່ກັບການຖອນກຳລັງຂອງທັງຝ່າຍກຳປູເຈຍແລະໄທອອກໄປຈາກເຂດ
ທີ່ມີການຂັດແຍ້ງນຳດ້ວຍ.

ສ່ວນນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນເຊນນັ້ນ ກ່າວວ່າ ໄທຕ້ອງຕົກລົງຢ່າງເປັນ
ທາງການເພື່ອອະນຸຍາດໃຫ້ຄະນະສັງເກດການຂອງອິນໂດເນເຊຍເຂົ້າໄປປະຕິບັດງານ ເສຍກ່ອນໆທີ່ການເຈລະຈາຫາລືເພີ່ມຕື່ມຈະດຳເນີນຕໍ່ໄປໄດ້. ນອກນັ້ນ ທ່ານຍັງໄດ້ປະ ຕິເສດຕໍ່ການຮຽກຮ້ອງຂອງຝ່າຍໄທທີ່ຢາກໃຫ້ກຳປູເຈຍຖອນທະຫານຂອງຕົນອອກໄປ
ຈາກບໍລິເວນຂັດແຍ້ງກັນ​ນັ້ນ.

ພວກອົບພະຍົບ ໃນບໍລິເວນຊາຍແດນໄທ-ກຳປູເຈຍ
ພວກອົບພະຍົບ ໃນບໍລິເວນຊາຍແດນໄທ-ກຳປູເຈຍ

ທ່ານຮຸນເຊນກ່າວວ່າ "ການ
ຖອນທະຫານຂອງກອງທັບ
ກຳປູເຈຍ ອອກໄປຈາກດິນ
ແດນຂອງຕົນນັ້ນແມ່ນເປັນ
ທີ່ຮັບເອົາບໍ່ໄດ້ເດັດຂາດ."

ໃນຕອນທ້າຍຂອງກອງປະຊຸມ
ສຸດຍອດເປັນເວລາ 2 ມື້ຂອງ
ສະມາຄົມອາຊ່ຽນ ຢູ່ທີ່ນະຄອນ
ຫລວງຈາກາຕ້າທີ່ຄວນໄດ້ເປັນ
ການໂອ້ລົມກັນ ກ່ຽວກັບເລື່ອງ
ການຄ້າ ແລະການພັດທະນາ
ເສດຖະກິດ ຢູ່ໃນພູມີພາກນັ້ນ
ປະທານາທິບໍດີອິນໂດເນເຊຍ
ທ່ານ Susilo Bambang Yu-
dhoyono ໄດ້ພົບປະກັບພວກ
ຜູ້ນຳຂອງໄທ ແລະກຳປູເຈຍ ເພື່ອພະຍາຍາມຫາທາງແກ້ໄຂ ບັນຫາຂັດແຍ້ງລະຫວ່າງປະ
ເທດທັງສອງ.

ປະທານາທິບໍດີ Yudhoyono ກ່າວວ່າ “ທ່ານໄດ້ສະເໜີທີ່ຢາກໃຫ້ທຸກໆຄົນເຫັນພ້ອມ
ນຳການຮ່າງຂໍ້ຕົກລົງຈຳນວນນຶ່ງຂຶ້ນ​ມາ ​ເພື່ອ​ໃຫ້ທັງສອງຝ່າຍ ສາມາດເຫັນພ້ອມ
ນຳກັນກ່ຽວກັບກຳນົດເວລາຕ່າງໆອັນດຽວກັນ.”

ນາຍົກລັດຖະມົນຕີໄທແລະກຳປູເຈຍໄດ້ຕົກລົງກັນຍືດເວລາໃຫ້ລັດຖະມົນຕີການຕ່າງປະເທດ
ຂອງຕົນຢູ່ທີ່ກຸງຈາກາຕ້າຕໍ່ ເພື່ອສົນທະນາຫາລືເພີ່ມຕື່ມກ່ຽວກັບບັນຫາເຫຼົ່ານີ້. ລັດຖະມົນຕີ ການຕ່າງປະເທດຂອງໄທແລະກຳປູເຈຍໄດ້ພົບປະໃນວັນຈັນວານນີ້ກັບທ່ານ Marty Nata-
legawa ລັດຖະມົນຕີການຕ່າງປະເທດຂອງອິນໂດເນເຊຍ ຊຶ່ງເປັນປະທານວຽນ​ຂອງສະມາ
ຄົມອາຊ່ຽນ.

ພວກຜູ້ນຳອື່ນໆຂອງສະມາຄົມອາຊ່ຽນໄດ້ສະແດງຄວາມຜິດຫວັງທີ່ບັນຫາຂັດແຍ້ງດ້ວຍກຳ
ລັງອາວຸດລະຫວ່າງປະເທດສະມາຊິກ ໄດ້ເປັນໄພຂົ່ມຂູ່ຕໍ່ຄວາມໜ້າເຊື່ອຖືຂອງທາງສະມາຄົມ
ແລະບົດ​ບັງຜົນສຳເລັດທີ່ໄດ້ບັນລຸກັນໃນກອງປະຊຸມສຸດຍອດກ່ຽວກັບການຮວມໂຕທາງເສດ
ຖະກິດນັ້ນ​.

ນອກນັ້ນແລ້ວ ພວກຜູ້ນຳຂອງສະມາຄົມອາຊ່ຽນ ຍັງໄດ້ໃຫ້ການຮັບຮອງ​ເອົາໂດຍທາງຫຼັກ
ການ ຄໍາຮ້ອງຂອງມຽນມາ ທີ່ຂໍເຂົ້າກຳຕຳແໜ່ງປະທານວຽນຂອງສະມາຄົມອາຊ່ຽນ ໃນປີ
2014. ປະທານາທິບໍດີ Yudhoyono ກ່າວວ່າການອະນຸມັດຂອງສະມາຄົມອາຊ່ຽນຕໍ່ການ
ຮ້ອງຂໍຂອງມຽນມາແມ່ນມີເງື່ອນໄຂຂຶ້ນຢູ່ກັບການສືບຕໍ່ສ້າງຄວາມກ້າວໜ້າໃນດ້ານປະຊາທິ
ປະໄຕຂອງປະເທດດັ່ງກ່າວ.

ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ສະແດງການຄັດຄ້ານ ຕໍ່ການພະຍາຍາມຂອງມຽນມາທີ່
ຈະເຂົ້າກຳຕຳແໜ່ງ ປະທານວຽນຂອງອາຊ່ຽນ. ມຽນມາທີ່ຢູ່ພາຍໃຕ້ການນຳພາຂອງພວກ ທະຫານພວມຖືກປະເທດຕາເວັນຕົກລົງໂທດກ່ຽວກັບການລ່ວງລະເມີດສິດທິມະນຸດທີ່ມີມາ
ຢ່າງ​ຕໍ່​ເນື່ອງ​ນັ້ນ.

ໃນປີ 2005 ມຽນມາໄດ້ຖືກກົດດັນ ບໍ່ໃຫ້ເຂົ້າກຳຕຳແໜ່ງປະທານວຽນຂອງອາຊ່ຽນ ຫຼັງ
ຈາກສະຫະລັດແລະສະຫະພາບຢູໂຣບຂູ່ວ່າ ຈະບ໋ອຍຄອດຫຼືບໍ່ເຂົ້າຮ່ວມກອງປະຊຸມຂອງ
ອາຊ່ຽນອີກ. ສະມາຄົມອາຊ່ຽນມີ 10 ສະມາຊິກທີ່ປະກອບດ້ວຍອິນໂດເນເຊຍ ໄທ ກຳປູ
ເຈຍ ບຣູນາຍ ຫວຽດນາມ ມາເລເຊຍ ສິງກະໂປ ລາວ ຟີລິບປິນ ແລະມຽນມາ.

ບັນຫາອື່ນໆ ທີ່ໄດ້ຍົກຂຶ້ນມາສົນທະນາຫາລືກັນ ໃນກອງປະຊຸມສຸດຍອດອາຊ່ຽນຄັ້ງນີ້ ກໍມີ
ຄວາມໝັ້ນຄົງ ທາງດ້ານອາຫານການກິນແລະພະລັງງານ ກໍລະນີພິພາດເລື່ອງເຂດນໍ້າແດນ
ດິນໃນທະເລຈີນໃຕ້ ການຄ້າມະນຸດແລະການພະຍາຍາມເຂົ້າເປັນສະມາຊິກຂອງຕີມໍຕາເວັນ
ອອກຫຼືຕີມໍແລສເຕ.

XS
SM
MD
LG