ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຄົມອາຊ່ຽນປະຊຸມສຸດຍອດກັນ ທີ່ນະຄອນຫລວງຈາກາຕ້າ


ເຈົ້າໜ້າທີ່ຕໍາຫລວດອິນໂດເນເຊຍ ຢືນປະຕິບັດການຢູ່ຕໍ່ໜ້າທາງເຂົ້າ ສະຖານທີ່ປະຊຸມສຸດຍອດອາຊ່ຽນຄັ້ງທີ່ 18 ທີ່ນະຄອນຫລວງຈາກາຕ້າ ປະເທດອິນໂດເນເຊຍ ໃນວັນທີ່ 7-8 ເດືອນນີ້
ເຈົ້າໜ້າທີ່ຕໍາຫລວດອິນໂດເນເຊຍ ຢືນປະຕິບັດການຢູ່ຕໍ່ໜ້າທາງເຂົ້າ ສະຖານທີ່ປະຊຸມສຸດຍອດອາຊ່ຽນຄັ້ງທີ່ 18 ທີ່ນະຄອນຫລວງຈາກາຕ້າ ປະເທດອິນໂດເນເຊຍ ໃນວັນທີ່ 7-8 ເດືອນນີ້

ພວກຜູ້ນໍາຈາກສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລື ອາຊ່ຽນ ​ໄປເຕົ້າໂຮມ ກັນໃນອາທິດນີ້ຢູ່ທີ່ນະຄອນຫລວງຈາກາຕ້າຂອງອິນໂດເນເຊຍ ໃນ​ລະຫວ່າງວັນທີ່ 5 ຫາ ວັນທີ່ 8 ເດືອນນີ້ ເພື່ອປະຊຸມປຶກສາຫາລືກ່ຽວກັບການພັທະນາເສດຖະກິດແຫ່ງຂົງເຂດ ແລະບັນຫາຄວາມໝັ້ນຄົງທີ່​ມີ​ຮ່ວມກັນ ຜູ້ສື່ຂ່າວວີໂອເອ Brian Padden ລາຍງານມາ ຈາກຈາກາຕ້າວ່າ ​ເຖິງ​ແມ່ນ​ບໍ່​ໄດ້​ມີ​ກາ​ນລະບຸ​ອອກ​ມາ​ຢ່າງແຈ່ມແຈ້ງ ຢູ່​ໃນຫົວຂໍ້ການປະຊຸມກໍ​ຕາມ ​ແຕ່​ເລື້ອງຄວາມພະຍາຍາມຂອງສະມາຄົມອາຊ່ຽນ ທີ່ຈະໄກ່ເກ່ຍ​ໃຫ້​ມີ​ການຍຸຕິຄວາມ ຂັດແຍ້ງ​ໃນເຂດຊາຍແດນກັນ ລະຫວ່າງໄທແລະກໍາປູເຈຍນັ້ນ ກໍເບິ່ງຄືວ່າຈະເປັນຈຸດເພັ່ງ ເລັງທີ່ສໍາຄັນ ຂອງກອງປະຊຸມສຸດຍອດອາຊ່ຽນຄັ້ງນີ້ ດັ່ງທອງປານມີລາຍລະອຽດມາສະເໜີທ່ານ.

ທ່ານ Michael Tene ໂຄສົກກະຊວງການຕ່າງປະເທດ
ອິນໂດເນເຊຍກ່າວວ່າ ບົດບາດຂອງສະມາຄົມອາຊ່ຽນ
ໃນການ​ດໍາ​ເນີນຄວາມພະ ຍາຍາມທີ່ຈະຍຸຕິຂໍ້ພິພາດ
ດ້ານຊາຍແດນລະຫວ່າງໄທແລະກໍາປູເຈຍ ທີ່ຍັງກໍາລັງ
ດໍາເນີນໄປຢູ່ນັ້ນ ​ແມ່ນເກືອບຈະເປັນທີ່ແນ່ນອນວ່າຈະ
ຖືກຍົກຂື້ນມາຫາລືກັນ ເວລາພວກຫົວໜ້າປະເທດ
ປະຊຸມກັນ ​ໃນວັນທີ່ 7 ພຶດສະພາ ມື້​ອື່ນນີ້.

ໂຄສົກ ເທນນີ ກ່າວວ່າ “ແນ່ນອນຢູ່ແລ້ວວ່າ ເຫດ
ການທີ່
ຜັນ​ຂະຫຍາຍ​ອອກໃນປະເທດໄທ ຢູ່ຕາມ
ເຂດຊາຍຂອງໄທ ແລະກໍາປູເຈຍນັ້ນ
ເປັນນຶ່ງໃນ
ບັນຫາທີ່ສໍາຄັນ
ທີ່​ກໍາລັງເກີດຂຶ້ນຢູ່ໃນຂົງເຂດຂອງ
ພວກເຮົາ
. ດັ່ງນັ້ນ ຂ້າພະເຈົ້າເຊື່ອວ່າ ເປັນເລື້ອງ​
ທໍາ​ມະ​ດາ
ຫລາຍ ທີ່​ເລຶ່ອງນີ້ຈະຖືກຍົກຂຶ້ນມາຫາລື
ກັນໃນກອງ
ປະຊຸມສຸດຍອດບັ້ນນີ້.

ປີນີ້ ອິນໂດເນເຊຍໄດ້ຮັບໜ້າທີ່ເປັນປະທານໝຸນ​ວຽນຂອງກຸ່ມສິບປະເທດ ໃນຂົງເຂດ
ເອເຊຍຕາເວັນອອກສຽງໃຕ້ ຫລື​ອາ​ຊ່ຽນ​ນັ້ນ ແລະໄດ້ປະກາດເປົ້າໝາຍ ທີ່ຈະປະຕິຮູບ
ອົງການດັ່ງກ່າວ ຈາກສະມາຄົມທີ່ລະຫລວມ ​ໃຫ້ກາຍມາເປັນສະມາຄົມທີ່ປະກອບສ່ວນ
ຢ່າງຫ້າວຫັນຕັ້ງໜ້າ ໃນເລຶ່ອງເສດຖະກິດແລະຄວາມໝັ້ນຄົງຂອງໂລກນັ້ນ.

ແຕ່​ແລ້ວ ໃນເດືອນກຸມພາທີ່ຜ່ານມານີ້ ການປະທະກັນ​ໄດ້ລະເບີດຂຶ້ນລະຫວ່າງສອງປະ
ເທດສະມາຊິກຂອງອາຊ່ຽນ ກໍຄືໄທແລະກໍາປູເຈຍ. ກອງທັບຂອງທັງສອງປະເທດໄດ້ສູ້
ລົບກັນມາເປັນປະຈໍາ ຢູ່ໃນເຂດອ້ອມແອ້ມວັດຮິນດູຂອງຂະເມນແຫ່ງນຶ່ງ ຊຶ່ງເປັນຫລັກ
ເຂດປະວັດສາດ ທີ່ທັງສອງປະເທດ​ຕ່າງກໍອ້າງເອົາກໍາມະສິດວ່າ​ ເປັນ​ສ່ວນ​ນຶ່ງ​ຂອງມໍລະ ດົກຂອງຕົນ.

ໃນຖານະເປັນຫົວໜ້າສະມາຄົມອາຊ່ຽນນັ້ນ ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ
Marty Natalegawa ໄດ້ຖື​ເອົາເຫດການບາດໝາງກັນດັ່ງກ່າວ ເປັນກໍລະນີທົດສອບວ່າ
ຄະນະນໍາພາຂອງອົງການນີ້ ຈະສາມາ​ດບັນລຸຜົນສໍາເລັດ​ແນວໃດ​ໄດ້​ແດ່ ແລະທ່ານກໍໄດ້
ພະຍາຍາມຢ່າງຕັ້ງໜ້າ ເພື່ອເຈລະຈາຕໍ່ຮອງຫາທາງຍຸຕິຂໍ້ບາດໝາງທີ່ວ່ານີ້ໃຫ້ໄດ້. ເທົ່າເຖິງ
ປັດຈຸບັນ ຄວາມພະຍາຍາມຂອງທ່ານບໍ່​ໄດ້ປະສົບຜົນສໍາເລັດໃດໆ ແຕ່ເລຂາທິການ​ໃຫຍ່
ສະມາຄົມອາຊ່ຽນ ທ່ານ ສຸຣິນ ພິດສຸວັນ ກ່າວວ່າ ​ເຖິງ​ຢ່າງ​ໃດ ທ່ານ Natalegawa ກໍ
ຄວນໄດ້ຮັບຄວາມດີຄວາມຊອບໃນການ​ດໍາ​ເນີນຄວາມພະຍາຍາມດ້ານການທູດຂອງທ່ານ ແບບທີ່ບໍ່ເຄີຍມີ ມາກ່ອນນັ້ນ. ທ່ານ​ສຸຣິນ ພິດສຸວັນ ເວົ້າວ່າ

“ບໍ່ເຄີຍມີກອງປະຊຸມນັດພິເສດຂອງລັດຖະມົນຕີຕ່າງປະເທດຈັກເທື່ອເລີຍ ກ່ຽວ
ກັບບັນຫາລະຫວ່າງປະເທດ
ສະມາ​ຊິກ ບໍ່ເຄີຍມີ​ເລີຍ. ພວກເຮົາໄດ້ສ້າງປະວັດ
ສາດພາຍໃຕ້ການນໍາພາຂອງອິນໂດເນເຊຍ. ທີ່ຜ່ານມາ
ກໍບໍ່ ເຄີຍປາກົດເຫັນ
ຄວາມພະຍາຍາມໃດໆໂດຍປະທານ
ທີ່ຈະເດີນທາງໄປຍັງ ເມືອງຫລວງຂອງ
ສອງປະເທດ
ເພື່ອຈັບມືແລະໂອ້ລົມກັນ ແລະພະຍາຍາມທີ່ຈະເກ້ຍກ່ອມໃຫ້ເຂົາ​
ເຈົ້າ​ເຂົ້າ​ໃຈ
ວ່າ ນີ້ແມ່ນສິ່ງທີ່ພວກເຮົາຈະຕ້ອງປະຕິບັດງານຮ່ວມກັນ.

ທ່ານສຸຣິນ ພິດສຸວັນກ່າວຕື່ມວ່າ ນອກເໜືອຈາກການສືບຕໍ່ພະຍາຍາມຫາທາງແກ້ໄຂບັນ
ຫາຂັດແຍ້ງຊາຍແດນກັນ ລະຫວ່າງໄທແລະກໍາປູເຈຍນັ້ນ​ແລ້ວ ກໍເບິ່ງຄືວ່າ ພວກຜູ້ນໍາທີ່
ກອງປະຊຸມສຸດຍອດຄັ້ງນີ້ ຈະປຶກສາຫາລືກັນເຖິງວິທີການທີ່ຈະ​ເສີມສ້າງຕໍ່​ຈາກ­ຄວາມພະ
ຍາຍາມຕ່າງໆຂອງອິນໂດເນເຊຍ ເພື່ອຈະເຮັດໃຫ້ສະມາຄົມອາຊ່ຽນເປັນປະຊາຄົມທີ່ລວມ
ຕົວເຂົ້າ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ທັງ​ໃນດ້ານເສດຖະກິດແລະການເມືອງໃນອະນາຄົດ.

XS
SM
MD
LG