ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ບັນຫາຂັດແຍ້ງໃນທະເລຈີນໃຕ້ ເປັນບຸລິມະສິດສູງສຸດ ຂອງກອງປະຊຸມອາຊ່ຽນ ຢູ່ບາຫຼີ


ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ ທ່ານສຸຣິນ ພິດສຸວັນ (ຈາກປະເທດໄທ) ກ່າວຄຳປາໄສຕໍ່ກອງປະຊຸມ ນາໆຊາດ ກ່ຽວກັບອະນາຄົດຂອງເອເຊຍ ຄັ້ງທີ 17 ທີ່ກຸງໂຕກຽວ (26 ພຶດສະພາ 2011)

ບັນດາລັດຖະມົນຕີການຕ່າງປະເທດແລະເຈົ້າໜ້າທີ່ຄົນອື່ນໆຂອງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນກຳລັງປະຊຸມກັນຢູ່ທີ່ເກາະບາຫຼີປະເທດອິນໂດເນ ເຊຍໃນສັບປະດານີ້. ​ເປັນ​ທີ່ຄາດກັນວ່າກ​ອງປະຊຸມດັ່ງກ່າວຈະເພັ່ງເລັງໃສ່ບັນຫາຂັດແຍ້ງລະ ຫວ່າງຈີນແລະສະມາຊິກບາງປະເທດຂອງສະມາຄົມອາຊ່ຽນກ່ຽວກັບກຳມະສິດຄອບຄອງແຫຼ່ງ ນໍ້າມັນສຳຮອງແລະແກັສທຳມະຊາດ ໃນປະລິມານມະຫາສານ ໃນເຂດທະເລຈີນໃຕ້. Brian Padden ຜູ້ສື່ຂ່າວວີໂອເອ ໄດ້ໂອ້ລົມກັບເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ ກ່ຽວກັບ ຄວາມປາຖະໜາຂອງທາງສະມາຄົມ ທີ່ຢາກເປັນກຳລັງພາກ​ພື້ນ ເພື່ອແກ້ໄຂບັນຫາຂັດແຍ້ງ ລະຫວ່າງປະ​ເທດ​ຕ່າງໆ ຕະຫຼອດທັງຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ໃນຂົງເຂດ

ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ ທ່ານສຸຣິນ ພິດສຸວັນກ່າວວ່າ ໃນສັບປະດານີ້ທາງ
ສະມາຄົມ ຈະກ້າວ​ໄປ​ຂ້າງ​ໜ້າອີກບາດກ້າວນຶ່ງ ໃນການທີ່ຈະກາຍເປັນປະຊາຄົມ ທີ່ມີການ
ຮວມໂຕກັນ ທີ່ຈະປາກເວົ້າເປັນສຽງດຽວກັນກ່ຽວກັບບັນຫາຕ່າງໆໃນດ້ານຄວາມໝັ້ນຄົງນັ້ນ.

ທ່ານສຸຣິນເວົ້າວ່າ: “ນັ້ນແມ່ນລັກສະນະນຶ່ງຂອງປະຊາຄົມທີ່ສາມາດ​ເອົາ​ທ່າທີອັນ​ດຽວ​
ກັນ ກ່ຽວກັບບັນຫາຕ່າງໆທີ່ປະຊາຄົມໂລກໄດ້ປະເຊີນມາແລະແນ່ນອນສຳລັບພວກ
ເຮົາ ​ເປົ້າ​ໝາຍ​ສະ​ເພາະ​ໜ້າກໍແມ່ນໃຫ້ເປັນທີ່ແນ່ໃຈວ່າຂົງເຂດຂອງພວກເຮົາມີສັນ
ຕິພາບ ສະຖຽນລະພາບ ແລະຄວາມໝັ້ນຄົງ.”

ສະມາຄົມອາຊ່ຽນຈັດກອງປະຊຸມລະດັບສູງຈຳນວນນຶ່ງຢູ່ທີ່ເກາະບາຫຼີ ປະເທດອິນໂດເນເຊຍ
ໃນສັບປະດານີ້ ຮວມທັງ ກອງປະຊຸມວ່າດ້ວຍຄວາມໝັ້ນຄົງພູມີພາກຂອງອາຊ່ຽນ ASEAN
Regional Forum ຫລື ARF ທີ່ຈະເພັ່ງເລັງໃສ່ບັນຫາຕ່າງໆທາງດ້ານຄວາມໝັ້ນຄົງນັ້ນ.

ນອກຈາກບັນດາລັດຖະມົນຕີການ ຕ່າງປະເທດຂອງສະມາຄົມອາຊ່ຽນ​ເອງແລ້ວກໍຍັງມີລັດຖະ
ມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະຜູ້ຕາງໜ້າຈາກປະເທດ
ຈີນ ຣັດເຊຍ ຍີ່ປຸ່ນ ສະຫະພາບຢູໂຣບ ແລະປະເທດອື່ນໆອີກ ເຂົ້າຮ່ວມນຳ.

ທ່ານສຸຣິນເວົ້າວ່າ ການແກ້ໄຂບັນຫາຂັດແຍ້ງລະຫວ່າງຈີນ ໃຕ້ຫວັນ ແລະບັນດາປະເທດ
ສະມາຊິກຂອງອາຊ່ຽນ ອັນມີ ບຣູນາຍ ມາເລເຊຍ ຟີລິບປິນແລະຫວຽດນາມ ທີ່ຕ່າງກໍ​ໄດ້
ອ້າງເອົາກຳມະສິດໃນບໍ່ນໍ້າມັນແລະແກັສທຳມະຊາດສຳຮອງຂະໜາດໃຫຍ່ໃນເຂດທະເລຈີນ
ໃຕ້ນັ້ນ ຈະເປັນເລື່ອງທີ່ຮີບດ່ວນທີ່ສຸດສຳລັບອາຊ່ຽນ.

ທ່ານສຸຣິນເວົ້າວ່າ “ການເອົາທ່າທີຮວມກັນຂອງອາຊ່ຽນກໍຄື ພວກເຮົາທັງໝົດຕ້ອງ
ໄດ້ມີຄວາມປາຖະໜາຮ່ວມກັນ ທີ່ຢາກຈະເຫັນຂົງເຂດນີ້ ຮວມທັງເຂດທະເລຈີນ
ໃຕ້ນຳ ໄດ້ຮັບການຄຸ້ມຄອງຢ່າງສັນຕິ ແລະພວກເຮົາ ສາມາດດຳເນີນງານຮ່ວມ
ກັນເພື່ອແກ້ໄຂບັນຫາຂັດແຍ້ງຕ່າງໆ ຂອງພວກເຮົາໄດ້ ແລະສະມາຄົມອາຊ່ຽນ
ກັບຈີນສາມາດສົ່ງສັນຍານໃນທາງບວກອັນ​ນີ້ ໄປຍັງປະຊາຄົມນາໆຊາດ ​ເພາະ
ວ່າພວກເຂົາເຈົ້າ ຕ່າງກໍມີຄວາມວິຕົກກັງວົນ ພວກເຂົາເຈົ້າ ຕ່າງກໍມີຄວາມເປັນ
ຫ່ວງກ່ຽວກັບສະຖານະການຢູ່ທີ່ນັ້ນ.”

ທ່ານສຸຣິນກ່າວ​ຕໍ່​ໄປວ່າ ບົດບາດຂອງສະມາຄົມອາຊ່ຽນ ​ໃນການອຳນວຍຄວາມສະດວກ ​
ໃຫ້​ແກ່ຂັ້ນຕອນໃນການແກ້ໄຂບັນຫານັ້ນ ບໍ່ຄວນຈະຂັດແຍ້ງກັນກັບຄວາມຮຽກຮ້ອງຕ້ອງ
ການຂອງຈີນທີ່ຢາກໃຫ້ແກ້ໄຂບັນຫາ​ໃນລະດັບສອງຝ່າຍນັ້ນ.

ທ່ານກ່າວ​ອີກວ່າ ນອກນີ້ແລ້ວ ການແກ້ໄຂບັນຫາຜິດ​ຖຽງ​ກັນລະຫວ່າງປະເທດສະມາຊິກ ຕະຫຼອດທັງການຊຸກຍູ້ໃຫ້ມີປະຊາທິປະໄຕ ແລະການສົ່ງເສີມສິດທິມະນຸດກໍຈະຖືກຍົກຂຶ້ນ
ມາສົນທະນາຫາລື​ເຊ່ນກັນ. ໃນຕົ້ນປີນີ້ ປະທານວຽນຂອງສະມາຄົມອາຊ່ຽນກໍ​ຄືລັດຖະມົນ
ຕີການຕ່າງປະເທດຂອງອິນໂດເນເຊຍ ທ່ານ Marty Natalegawa ໄດ້ດໍາ​ເນີນບົດບາດ
ໄກ່ເກ່ຍໃນລະດັບ​ສູງ​ແລະ​ເປັນ​ຂ່າວ​ດັງເພື່ອພະຍາຍາມເຈລະຈາຫາທາງຍຸດຕິບັນຫາຂັດແຍ້ງ
ຊາຍແດນລະຫວ່າງໄທແລະກຳປູເຈຍ. ແຕ່ໃນທີ່ສຸດ​ແລ້ວທ່ານ Natalegawa ກໍໄດ້ປະສົບ
ກັບຄວາມລົ້ມແຫຼວ ໃນການຊັກຊວນໃຫ້ທັງສອງຝ່າຍແກ້ໄຂບັນຫາຂັດແຍ້ງທີ່ວ່ານີ້ແຕ່ທ່ານ
ສຸຣິນເວົ້າວ່າ ການເລືອກຕັ້ງ ຂອງທ່ານນາງຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນ​ໃໝ່​
ຂອງໄທ ດ້ວຍ​ຄະ​ແນນ​ສຽງ​ເດັດຂາດນັ້ນ ອາດຈະເຮັດໃຫ້ຂັ້ນຕອນການສ້າງສັນຕິພາບມີຊີ
ວິດຊີີວາຄືນມາອີກຄັ້ງນຶ່ງ.

ໃນກອງປະຊຸມເທື່ອແລ້ວຂອງສະມາຄົມອາຊ່ຽນເມື່ອເດືອນພຶດສະພາຜ່ານມານີ້ບັນດາກຸ່ມ
ປົກປ້ອງສິດທິມະນຸດ ໄດ້ພາກັນຈົ່ມວ່າ ກ່ຽວກັບການຕັດສິນໃຈຂອງອາຊ່ຽນ ທີ່ຈະອະນຸ
ຍາດໃຫ້ມຽນມາ ເປັນຜູ້ນຳພາ ຫຼືເຂົ້າກຳຕຳແໜ່ງປະທານວຽນຂອງສະມາຄົມໃນປີ 2014 ທັງໆທີ່ມຽນມາໄດ້ທຳການຈຳກັດຮັດແຄບ ໃນຂອບເຂດທີ່ກວ້າງຂວາງ ຕໍ່ບັນດາພັກຝ່າຍ
ຄ້ານ ທໍາການຈັບກຸມຄຸມຂັງພວກນັກເຄື່ອນໄຫວທາງດ້ານການເມືອງແລະຈຳກັດຮັດແຄບ ອິດສະຫຼະພາບຂັ້ນພື້ນຖານຢ່າງຮ້າຍແຮງນັ້ນ. ນອກ​ນັ້ນ​ແລ້ວພວກເຈົ້າໜ້າທີ່ອາຊ່ຽນຍັງ
ໄດ້ມີຄວາມລັງເລໃຈທີ່ຈະຕຳໜິຕິຕຽນເຈົ້າໜ້າທີ່ມາເລເຊຍກ່ຽວກັບການໃຊ້ລະເບີດນໍ້າຕາ
ແລະທໍ່ສີດນໍ້າຂະໜາດໃຫຍ່ເພື່ອຂັບໄລ່ຝຸງ​ຊົນ​ທີ່​ທໍາປະທ້ວງຢ່າງສັນຕິຈຳນວນຫຼາຍພັນຄົນ
ນັ້ນ. ທ່ານສຸຣິນເວົ້າວ່າ ສະມາຄົມອາຊ່ຽນຈະສືບຕໍ່ອິງ​ໃສ່ການພົວພັນແບບສ້າງສັນ ແທນ
ທີ່ຈະໃຊ້ການລົງໂທດ ເພື່ອຊຸກຍູ້ໃຫ້ສະມາຊິກຂອງຕົນຮັບເອົາການປະຕິຮູບໄປສູ່ປະຊາທິ
ປະໄຕນັ້ນ.

ທ່ານສຸຣິນເວົ້າວ່າ “ສິ່ງທີ່ກຳລັງເກີດຂຶ້ນຢູ່ໃນມາເລເຊຍນັ້ນ ແນ່ນອນ ແມ່ນນອນຢູ່
ໃນທ່າອ່ຽງ ໃນການປະກອບສ່ວນເພີ່ມຂຶ້ນຂອງປະຊາຊົນ ເຂົ້າໃນຂັ້ນຕອນທາງ
ດ້ານການເມືອງ ແລະຂ້າພະເຈົ້າຄິດວ່າເລື່ອງນີ້ພວກເຮົາແມ່ນ​ໄດ້ຄາດໝາຍກັນ
ໄວ້ຢູ່ແລ້ວ. ຢ່າງ​ໃດ​ກໍ​ຕາມ ແຕ່ລະປະເທດກໍຈຳເປັນ ຕ້ອງໄດ້ແກ້ໄຂບັນຫາທ້າ ທາຍຕ່າງໆດ້ວຍໂຕເອງ ​ໃນ​ວິທີ​ທາງ​ທີ່ແຕກຕ່າງກັນໄປແລະພວກເຮົາຫວັງວ່າ
ມັນຈະ​ເປັນ​ວິທີ​ທາງ​ທີ່​ສັນຕິ ຈະມີໝາກມີຜົນ ແລະໃນທາງທີ່ສ້າງສັນ".

ນອກນັ້ນແລ້ວ ທ່ານສຸຣິນຍັງ​ໄດ້​ກ່າວ​ຕື່ມ​ອີກວ່າ ສະມາຄົມອາຊ່ຽນ ຈະເລີ່ມທໍາການເຈລະ
ຈາຫາລືຄືນໃໝ່ກັບ 5 ປະເທດ ທີ່ມີອາວຸດນິວເຄລຍ ເພື່ອໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາ
ສະບັບປີ 1995 ທີ່ຈະເຮັດໃຫ້ເອເຊຍຕາເວັນອອກສຽງໃຕ້ ເປັນເຂດປອດອາວຸດນິວເຄລຍ
ນັ້ນຊຶ່ງຖ້າຫາກໄດ້ຮັບການໃຫ້ສັດຕະຍາບັນແລ້ວສົນທິສັນຍາສະບັບນີ້ກໍອາດສາມາດຫ້າມ ບໍ່ໃຫ້ກຳປັ່ນລົບທີ່ແລ່ນດ້ວຍພະລັງງານນິວເຄລຍເຂົ້າໄປຈອດຢູ່ໃນເຂດເອເຊຍຕາເວັນອອກ
ສຽງໃຕ້​ໄດ້. ທ່ານສຸຣິນເວົ້າວ່າ ຈີນໄດ້ສະແດງຄວາມສົນໃຈທີ່ຈະລົງນາມໃນສົນທິສັນຍາສະ
ບັບນີ້ແລະວ່າ ພວກເຈົ້າໜ້າທີ່ອາຊ່ຽນກໍຈະເລີ່ມເຈລະຈາກັບສະຫະລັດ ຣັດເຊຍແລະມະຫາ ອຳນາດນິວເຄລຍອື່ນໆອີກ.

XS
SM
MD
LG