ແຜນການສຳລັບການຊ້ອມລົບທາງທະຫານ ຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ໂດຍຈີນ
ແລະ ບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ໃນປີນີ້ ຈະລະງັບຄວາມສ່ຽງດ້ານ
ຄວາມປອດໄພ ຢູ່ໃນທະເລທີ່ມີການແຍ່ງຊີງກັນ ຫຼາຍທີ່ສຸດໃນເອເຊຍ ແລະອາດຈະ
ຫລຸດຜ່ອນຄວາມຢ້ານກົວ ຕໍ່ບົດບາດທີ່ມີອິດທິພົນຂອງປັກກິ່ງ ໃນບັນຫາຂັດແຍ່ງ
ດ້ານອະທິປະໄຕ.
ກະຊວງປ້ອງກັນປະເທດ ຂອງສິງກະໂປ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ຢູ່ທີ່
ກອງປະຊຸມເມື່ອເດືອນກຸມພາ ຜ່ານມານີ້ ບັນດາລັດຖະມົນຕີປ້ອງກັນປະເທດ 10 ທ່ານ
ຈາກສະມາຄົມບັນດາປະເທດ ໃນເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ມີຄວາມ
“ປິຕິຍິນດີ” ໃນຄວາມຄາດຫວັງຂອງການຊ້ອມລົບທາງທະເລ ກັບຈີນ ພາຍໃນທ້າຍປີ
2018 ນີ້. ສິງກະໂປ ກຳລັງເປັນຫົວໜ້ານຳພາສະມາຄົມດັ່ງກ່າວ ໃນປີນີ້. ຖະແຫລງ
ການນີ້ ໄດ້ກ່າວຕື່ມວ່າ ບັນດາລັດຖະມົນຕີ ໄດ້ພົບປະກັບລັດຖະມົນຕີ ປ້ອງກັນປະເທດ
ຂອງຈີນ ທ່ານ ຈາງ ວານກວນ “ຢ່າງບໍ່ເປັນທາງການ”.
ປັກກິ່ງ ອ້າງເອົາກຳມະສິດ ປະມານ 90 ເປີເຊັນຂອງເນື້ອທີ່ທາງທະເລທີ່ມີບັນຫາຂັດ
ແຍ່ງກັນ ຢູ່ໃນທະເລຈີນໃຕ້. ຢູ່ໃນເອເຊຍຕາເວັນອອກສຽງໃຕ້ ບຣູນາຍ ມາເລເຊຍ
ຟີລິບປິນ ແລະ ຫວຽດນາມ ກໍຍັງອ້າງເອົາກຳມະສິດເນື້ອທີ່ ທາງທະເລຈຳນວນນຶ່ງ
ແຍ່ງຊີງກັບຈີນ ທີ່ເປັນຜູ້ຖືຄອງຢູ່ນັ້ນ. ສ່ວນໄຕ້ຫວັນ ຮຽກຮ້ອງວ່າ ທະເລທັງໝົດນັ້ນ
ເປັນຂອງຕົນເອງ ເຊັ່ນກັນ. ຈີນ ເຊິ່ງມີກອງທັບທີ່ມີພະລັງອຳນາດຫຼາຍທີ່ສຸດ ອັນດັບ
ສາມຂອງໂລກ ໄດ້ສ້າງຄວາມເຄືອງໃຈແກ່ປະເທດອື່ນໆ ນັບຕັ້ງແຕ່ປີ 2010 ເປັນຕົ້ນ
ມາ ດ້ວຍການນຳເອົາດິນມາຖົມໃຫ້ກາຍເກາະຕ່າງໆ ເພື່ອນຳໃຊ້ໃນດ້ານການທະຫານ.
ທ່ານ ຟາບຣີຊີໂອ ໂບຊາໂຕ (Fabrizio Bozzato) ເຈົ້າໜ້າທີ່ ປະຈຳສະມາຄົມການ
ຄົ້ນຄວ້າ ດ້ານຍຸດທະສາດຂອງໄຕ້ຫວັນ ທີ່ຊຳນານເປັນພິເສດ ໃນພາກພື້ນເອເຊຍ
ຕາເວັນອອກ ໄດ້ກ່າວໄປວ່າ ຄວາມເປັນໄປໄດ້ຂອງການຊ້ອມລົບໃນປີນີ້ ແມ່ນສູງ.
ທ່ານກ່າວຕື່ມວ່າ “ຄັ້ງນີ້ ຈີນ ກຳລັງເຄື່ອນໄຫວເພື່ອຈະພົວພັນ ກັບກຸ່ມອາຊຽນ ໃນ
ຫຼາຍດ້ານ ແລະ ໃນລະດັບຮອບດ້ານ ເພື່ອຜົນປະໂຫຍດ ທີ່ຈະໄດ້ຮັບການໄວ້ເນື້ອ
ເຊື່ອໃຈ ຫລຸດຜ່ອນຄວາມຢ້ານກົວ ຂອງການມີກອງທັບ ທີ່ມີອຳນາດເໜືອກວ່າ
ຢ່າງຫຼວງຫຼາຍຂອງຈີນ ດ້ວຍການສົ່ງເສີມຄວາມໝັ້ນໃຈຂອງປະເທດນັ້ນໆ ຢ່າງ
ຮອບດ້ານ ແລະເສີມຂະຫຍາຍບົດບາດ ໃນເວທີ ຂອງອາຊຽນ ໃນຖານະເປັນຄູ່
ແລກປ່ຽນ ແລະປຶກສາຫາລື.”