ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການເປັນຫຸ້ນສ່ວນຍຸດທະສາດການ ຮ່ວມມືຢ່າງຮອບດ້ານ ລະຫວ່າງອາຊຽນກັບຈີນ ກໍາລັງຈະໄດ້ຮັບການພັດທະນາຍົກລະດັບໃຫ້ເປັນພູມິພາກນິຍົມນຶ່ງດຽວ


ພິທີເປີດເສັ້ນທາງລົດໄຟຄັ້ງປະຖົມມະເລີກ ລະຫວ່າງ ລາວ-ຈີນ ທີ່ຈະເຊື່ອມຕໍ່ຫຼາຍຂົງເຂດຢູ່ໃນອາຊຽນ.
ພິທີເປີດເສັ້ນທາງລົດໄຟຄັ້ງປະຖົມມະເລີກ ລະຫວ່າງ ລາວ-ຈີນ ທີ່ຈະເຊື່ອມຕໍ່ຫຼາຍຂົງເຂດຢູ່ໃນອາຊຽນ.

ການເປັນຫຸ້ນສ່ວນຍຸດທະສາດການຮ່ວມມືຢ່າງຮອບດ້ານລະຫວ່າງອາຊຽນກັບຈີນ ກໍາລັງຈະໄດ້ຮັບການພັດທະນາຍົກລະດັບໃຫ້ເປັນພູມິພາກນິຍົມນຶ່ງດຽວ ທີ່ມີຜົນປະໂຫຍດຮ່ວມກັນຢ່າງຍາວນານ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ດຣ. ສົມພົບ ມານະຣັງສັນ, ອະທິການບໍດີ ສະຖາບັນການຈັດການປັນຍາພິວັດ ແລະຜູ້ຊ່ຽວຊານໃນດ້ານຄວາມສໍາພັນທາງເສດຖະກິດລະຫວ່າງປະເທດຂອງ ຈີນ ໃຫ້ທັດສະນະວ່າ ການຂັດແຍ້ງທາງການຄ້າລະຫວ່າງ ຈີນ ກັບ ສະຫະລັດອາເມຣິກາ ທີ່ຂະຫຍາຍວົງກວ້າງຂຶ້ນນັບມື້ ໂດຍສະເພາະແມ່ນການແຂ່ງຂັນທາງດ້ານເທັກໂນໂລຈີຂໍ້ມູນ-ຂ່າວສານ ແລະການສື່ສານສາກົນນັ້ນ ຍັງໄດ້ເປັນສາເຫດທີ່ເຮັດໃຫ້ຄວາມສໍາພັນທາງເສດຖະກິດການຄ້າ ແລະການລົງທຶນລະຫວ່າງ ຈີນ ກັບ ສະຫະລັດ ມີສະພາບການທີ່ເຊື່ອມໂຊມລົງອີກດ້ວຍ ດັ່ງຈະເຫັນໄດ້ຈາກການຂັດແຍ້ງກັນເກັບກ່ຽວ Semi-conductor ໃນເທັກໂນໂລຈີການສື່ສານ Digital ແລະປັນຍາປະດິດ (Al) ນັ້ນ ກໍຍັງໄດ້ເຮັດໃຫ້ເກີດການແຂ່ງຂັນກັນໃນການສ້າງກຸ່ມປະເທດທີ່ມີຄວາມສໍາພັນກັນທາງເສດຖະກິດຢ່າງໃກ້ຊິດອີກດ້ວຍ ໂດຍສໍາລັບ ຈີນ ກໍຄືການສ້າງສໍາພັນທີ່ດີກັບທຸກປະເທດພາກພື້ນເອເຊຍ ທີ່ລວມທັງກຸ່ມອາຊຽນດ້ວຍ ໂດຍມີເປົ້າໝາຍທີ່ຈະພັດທະນາເພື່ອຍົກລະດັບໃຫ້ເປັນພູມິພາກນິຍົມນຶ່ງດຽວ ທີ່ມີຜົນປະໂຫຍດຮ່ວມກັນຢ່າງຍາວນານ ເຊິ່ງຈະເຫັນໄດ້ຈາກການພັດທະນາທາງລົດໄຟລະຫວ່າງ ຈີນ ກັບ ອາຊຽນ ເພື່ອພັດທະນາໃຫ້ເປັນລະບົບໂຄງຂ່າຍດຽວກັນ ໂດຍເລີ້ມຈາກການເຊື່ອມຕໍ່ກັບ ລາວ ທີ່ໄດ້ເປີດນໍາໃຊ້ແລ້ວຫຼາຍກວ່າ 1 ປີນັ້ນ, ດັ່ງທີ່ ດຣ. ສົມພົບ ຢືນຢັນວ່າ:

“ຕອນນີ້ເປີດເກມບຸກວ່າດ້ວຍການສ້າງ Infrastructure ນີ້ເຫັນບໍ ເຊັ່ນທາງລົດໄຟກໍດີ ຫຼັກໆເລີບກໍເຊື່ອມກັບລາວ ສ້າງໃຫ້ແກ່ກໍາປູເຈຍ ແລະຕອນນີ້ກໍາລັງຈະຮ່ວມມືກັບຫວຽດນາມເພື່ອທີ່ຈະສ້າງທາງລົດໄຟ ເຊິ່ງມີຂະໜາດຂອງລາງລົດຄືກັບຈີນ ເພາະວ່າຫວຽດນາມນີ້ຈະເປັນປະເທດທີ່ເໝາະສົມຫຼາຍ, ຍ້ອນຫຍັງ? ກໍຍ້ອນວ່າພູມສາດຂອງປະເທດນີ້ມັນຍາວຫຼາຍ ເໜືອຮອດໃຕ້, ສະນັ້ນ ການເດີນທາງໂດຍທາງລົດໄຟຈຶ່ງມີຄວາມສໍາຄັນແລ້ວຕອນນີ້ ຫວຽດນາມກໍເລີ້ມສົນໃຈສົ່ງສິນຄ້ານີ້ຜ່ານຈີນໄປຢູໂຣບນີ້ເພີ້ມຫຼາຍຂຶ້ນເລື້ອຍໆ, ສະນັ້ນແລ້ວນີ້ ລະບົບລົດໄຟທີ່ຈະເກີດຂຶ້ນໃນອາຊຽນສ່ວນເທິງນີ້ ຂ້າພະເຈົ້າວ່າຈະມີຄວາມສໍາຄັນຫຼາຍທີ່ຈະຊ່ວຍຍົກລະດັບ ທີ່ເຮັດໃຫ້ເກີດລັກສະນະຂອງຄວາມຮ່ວມມືແບບພູມິພາກນິຍົມ.”

ພ້ອມກັນນີ້ ສໍານັກພາສີການຄ້າປະຈໍາເຂດສິບສອງພັນນາໃນແຂວງຢຸນນານຂອງ ຈີນ ລາຍງານວ່າ ໃນຊ່ວງທັນວາ ປີ 2021 ເຖິງເດືອນມັງກອນ ປີ 2023 ລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າຕ່າງໆຄິດເປັນປະລິມານລວມຫຼາຍກວ່າ 12 ລ້ານໂຕນ ແລະໃຫ້ບໍລິການແກ່ຜູ້ໂດຍສານຫຼາຍກວ່າ 10 ລ້ານຄົນ, ໃນນີ້ເປັນການຂົນສົ່ງສິນຄ້າຂ້າມຊາຍແດນ ລາວ-ຈີນ ຫຼາຍກວ່າ 2 ລ້ານໂຕນ ແລະໃຫ້ບໍລິການແກ່ຜູ້ໂດຍສານ 8.7 ຄົນໃນ ຈີນ ກັບ 1.6 ລ້ານຄົນໃນລາວ, ພ້ອມທັງຍັງໄດ້ຄາດການວ່າ ການຂົນສົ່ງສິນຄ້າຈະເພີ້ມຂຶ້ນເປັນຫຼາຍກວ່າ 13 ລ້ານໂຕນ ແລະໃຫ້ບໍລິການແກ່ຜູ້ໂດຍສານເກີນກວ່າ 12 ລ້ານຄົນໃນປີ 2023 ນີ້.

ຍິ່ງໄປກວ່ານັ້ນ ດ້ວຍບັນຫາການຂັດແຍ້ງທາງການຄ້າລະຫວ່າງ ຈີນ ກັບ ສະຫະລັດ ເຊິ່ງຍັງຄົງບໍ່ມີທ່າທີວ່າຈະສິ້ນສຸດລົງງ່າຍໆນັ້ນ ກໍຍັງເຮັດໃຫ້ລັດຖະ ບານຈີນ ໄດ້ເນັ້ນໜັກໃຫ້ຄວາມສໍາຄັນເປັນພິເສດໃນການຂະຫຍາຍການຮ່ວມມືກັບສາກົນໃນ 3 ດ້ານຄື ການຜະລິດສະບຽງອາຫານ, ການພັດທະນາດ້ານພະລັງງານ ແລະການພັດທະນາ Semi-conductor ເພື່ອສ້າງສັນນະວັດຕະກໍາໃໝ່ໆດ້ວຍນັ້ນ ກໍຍິ່ງເຮັດໃຫ້ລັດຖະບານ ຈີນ ຕ້ອງປະຕິບັດແຜນການນຶ່ງແລວ-ນຶ່ງເສັ້ນທາງ--BRI ໃຫ້ໄວທີ່ສຸດ, ດັ່ງທີ່ ດຣ. ປິຕິ ສີແສງນາມ ຜູ້ອໍານວຍການສູນສຶກສາເສດຖະກິດລະຫວ່າງປະເທດ ຈຸລາລົງກອນ ມະຫາວິທະ ຍາໄລຂອງໄທ ໃຫ້ທັດສະນະວ່າ:

"ຈີນ ກໍມີຈຸດອ່ອນ ແລະຂໍ້ຫ່ວງກັງວົນສາມເລື້ອງຫຼາຍທີ່ສຸດ 1. Semi-conductor, 2. ເລື້ອງຂອງສິນຄ້າກະເສດ ແລະອາຫານ, 3. ພະລັງງານ, ສາມເລື້ອງນີ້ກໍຈະເປັນເລື້ອງທີ່ ຈີນ ຫ່ວງ ແລະກັງວົນ ແລະກໍຖືວ່າເປັນຈຸດອ່ອນບາງ, ຄວາມບໍ່ໝັ້ນຄົງກໍຈະເກີດຂຶ້ນຈາກສາມເລື້ອງນີ້ເປັນຫຼັກ, ເພາະສະນັ້ນ ຖ້າຫາກວ່າເຮົາເບິ່ງແບບນີ້ນິ ເຮົາກໍຈະຮູ້ວ່າ ຈີນ ກໍບໍ່ໄດ້ມີແຕ່ປັດໃຈບວກຢ່າງດຽວ, ນັ້ນລະເປັນເຫດຜົນວ່າ ເປັນຫຍັງເຂົາຈຶ່ງຕ້ອງເນັ້ນນະໂຍບາຍ Belt and Road Initiative ເພື່ອທີ່ຈະເຂົ້າເຖິງແຫຼ່ງຊັບພະຍາກອນເຫຼົ່ານີ້.”

ປັດຈຸບັນ ລັດຖະບານລາວກໍາລັງພິຈາລະນາເພື່ອອະນຸຍາດສໍາປະທານການຂຸດຄົ້ນແຮ່ຫາຍາກ Rare Earth ໃຫ້ແກ່ 357 ບໍລິສັດຈາກ ຈີນ, ແຕ່ວ່າ ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ລັດຖະບານລາວກໍໄດ້ອະນຸຍາດໃຫ້ສໍາປະທານຂຸດຄົ້ນ Rare Earth ກັບແຮ່ເຫຼັກ ແລະ Crypto ໃຫ້ແກ່ 77 ບໍລິສັດ ຈີນ ໄປແລ້ວ, ໂດຍທີ່ລັດຖະບານລາວໄດ້ຮັບຜົນປະໂຫຍດລວມພຽງແຕ່ 100 ລ້ານໂດລາເທົ່ານັ້ນ ໃນປີ 2022 ທີ່ຜ່ານມາ.

XS
SM
MD
LG