ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ອາຊ່ຽນຮຽກຮ້ອງໃຫ້ຍົກເລີກ ການລົງໂທດຕໍ່ມຽນມາ


ຄະນະລັດຖະມົນຕີຕ່າງປະເທດສະມາຄົມອາຊຽນ ກ່ອນໄຂກອງປະຊຸມກັນ ທີ່ອິນໂດເນເຊຍ ເມື່ອວັນທີ່ 16 ເດືອນມັງກອນ ປີ 2011 ນີ້

ບັນດາລັດຖະມົນຕີຕ່າງປະເທດຈາກສະມາຄົມປະຊາຊາດ ແຫ່ງຂົງເຂດເອເຊຍຕາເວັນອອກ ສຽງໃຕ້ ຫລືສະມາຄົມອາຊ່ຽນ ກ່າວວ່າ ການລົງໂທດທາງເສດຖະກິດຕໍ່ມຽນມານັ້ນ ຄວນຈະ ຖືກຍົກເລີກໄດ້​ແລ້ວ​ ​ໃນ​ເມື່ອ​ວ່າ ຝ່າຍທະຫານກໍໄດ້ຈັດການເລືອກຕັ້ງສະພາ​ແຫ່ງ​ຊາດ​ຂຶ້ນ ແລະໄດ້ປ່ອຍຕົວທ່ານນາງ ອອງຊານ ຊູຈີ ໃຫ້ເປັນອິສະລະຈາກການກັກບໍລິເວນນັ້ນ​ແລ້​ວ ແຕ່ພວກກຸ່ມສົ່ງ​ເສີມສິດທິກ່າວວ່າ ການຍົກເລີກການລົງໂທດໃນ​ເວລານີ້ ອາດຈະໄວເກີນໄປ.

ບັນດາລັດຖະມົນຕີຕ່າງປະເທດຂອງສະມາຄົມອາຊ່ຽນ ທີ່
ປະຊຸມກັນຢູ່ປະເທດອິນໂດເນເຊຍ​ເມື່ອ​ໄວໆ​ມາ​ນີ້ໄດ້ຮຽກ
ຮ້ອງໃຫ້ສະຫະລັດ ສະຫະພາບຢຸໂຣບ ຄານາດາ ແລະ
ອອສເຕຣເລຍ ທົບທວນຄືນເບິ່ງການລົງໂທດຕ່າງໆ ທີ່​
ໄດ້ນໍາໃຊ້ຕໍ່ປະເທດມຽນມາ ເພື່ອກົດດັນໃຫ້ລັດຖະບານ
ທະຫານມຽນມາ ທໍາປະຕິບັດການປະຕິຮູບດ້ານການ ເມືອງແລະເສດຖະກິດນັ້ນ.

ນອກນີ້ແລ້ວ ບັນດາລັດຖະມົນຕີຕ່າງປະເທດ ທີ່ນໍາໂດຍໄທ
ແລະ ອິນໂດເນເຊຍ ໄດ້ພາກັນຮຽກຮ້ອງໃຫ້ລັດຖະບານທະ
ຫານມຽນມາ ຈົ່ງດໍາ​ເນີນ​ການ​ໄປ​ຂ້າງ​ໜ້າ ​ໃນຄວາມພະຍາ
ຍາມ ເພື່ອສ້າງ​ຄວາມ​ປອງດອງກັບຜູ້ນໍາຝ່າຍປະຊາທິປະໄຕ
ກໍຄືທ່ານນາງອອງຊານ ຊູຈີ ແລະກັບຝ່າຍຄ້ານຂອງມຽນມາ ນັ້ນ.

ການລົງໂທດຂອງສະຫະລັດຕໍ່ມຽນມານັ້ນ ​ແມ່ນມີໂຮມ
ທັງການຫ້າມນໍາເຂົ້າສິນຄ້າ​ຈາກ​ມຽນມາ ພ້ອມທັງວາງຂໍ້ຈໍາກັດຮັດແຄບຕໍ່ການດໍາເນີນທຸລະ
ກໍ​າດ້ານການເງິນ ແລະການລົງທຶນຂອງຕ່າງປະເທດໃນມຽນມານັ້ນນໍາ. ນອກນີ້ແລ້ວ ສະຫະ
ພາບຢຸໂຣບກໍໄດ້ນໍາໃຊ້​ມາດຕາການລົງໂທດຫລາຍໆຊຸດຕໍ່​ມຽນມາ ມາເປັນເວລາຫລາຍປີ ​ເຊ່ນ​ກັນ.

ບັນດາລັດຖະມົນຕີຕ່າງປະເທດອາ​ຊ່ຽນກ່າວວ່າ ຄວນຈະມີ​ການ​ພິຈາລະນາ​ແລະ​ຄໍາ​ນຶງ​ເຖິງ
ການເລືອກຕັ້ງທົ່ວປະເທດ​ໃນມຽນມາ ​ເມື່ອເດືອນພະຈິກປີຜ່ານມານັ້ນ ພ້ອມທັງການປ່ອຍ
ຕົວທ່ານນາງອອງຊານ ຊູຈີ ຈາກການກັກບໍລິເວນ.

ນັກທຸລະກິດອາ​ເມຣິກັນ Douglas Clayton ທີ່ມີຫຸ້ນສ່ວນ​ໃນການຄຸ້ມ​ຄອງກອງທຶນການ
ລົງທຶນແຫ່ງຂົງເຂດ Leopard Capital ກ່າວວ່າ ການ​ຍົກ​ເລີກການລົງໂທດນັ້ນ ຈະເປີດ
ໂອກາດ​ໃຫ້​ຕ່າງປະ​ເທດ​ເຂົ້າ​ໄປລົງທຶນໃນມຽນມາ. ທ່ານ Clayton ​ເວົ້າ​ວ່າ

“ພວກ​ເຮົາ​ຢາກ​ໃຫ້​ສະຫະລັດ​ ຍົກ​ເລີກ​ການ​ລົງ​ໂທດ​ຂອງ​ຕົນ ຊຶ່ງ​ຈະ​ເປັນ​ບາດກ້າວ​ສໍາຄັນ​ທີ່​ສຸດ​ອັນ​ນຶ່ງ​ໃນ​ການເອື້ອອໍານວຍ ຄວາມ​ສະດວກໃຫ້ແກ່​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ມຽນມາ ​ເພາະວ່າ​ໃນ​ປັດຈຸບັນ​ນີ້ ມີ​ຫລາຍ​ຊາດ​ບໍ່​ສາມາດໄປ​ເຮັດ​ທຸລະ​ກິດ​ການ​ຄ້າຢູ່​ໃນ​ມຽນມາ​ໄດ້. ​ພວກ​ເຂົາ​ເຈົ້າ​ຈະ​ມີ​ບັນຫາ ​ຖ້າ​ພວກ​ເຂົາ​ເຈົ້າ​ໄປ​ລົງທຶນ​ໃນ​ມຽນມາ​ນັ້ນ.”

ການອະພິປາຍຖົກ​ຖຽງ​ກັນ​ກ່ຽວ​ກັບເລຶ່ອງການລົງໂທດນັ້ນ ​ແມ່ນ​ໄດ້​ສ້າງ​ຄວາມ​ແຕກ​ແຍກ.
ພວກນັກວິເຄາະບາງຄົນກ່າວວ່າ ການລົງໂທດບໍ່ໄດ້​ເຮັດໃຫ້ການກໍາອໍານາດຂອງຝ່າຍທະ
ຫານຍຸດຕິ​ລົງແຕ່ຢ່າງໃດ ແລະກໍຍັງ​ໄດ້ກໍ່ໃຫ້ເກີດການຫວ່າງງານຢ່າງໃຫຍ່ຫລວງດ້ວຍຊໍ້າ.
ປັດຈຸບັນ​ນີ້ ຈີນ ໄທ ແລະ ອິນເດຍ ກໍຍັງຄົງເປັນຜູ້ລົງທຶນຕ່າງປະເທດລາຍສໍາຄັນໃນມຽນ ມານັ້ນຢູ່.

ນາງ Debbie Stothardt ໂຄສົກຍິງຄົນນຶ່ງສໍາລັບກຸ່ມສິດທິ Alternative ASEAN
Network ກ່າວວ່າ ການຍົກເລີກການລົງໂທດ​ ແມ່ນຈະໄວເກີນໄປ ໂດຍສະເພາະໃນ
ເວລານີ້ ທີ່ລັດທະບານທະຫານມຽນມາຍັງກັກຂັງພວກນັກໂທດການເມືອງ ຫລາຍກວ່າ
2,000 ຄົນນັ້ນ​ໄວ້ຢູ່ ຊຶ່ງນາງ Stothardt ກ່າວຕໍ່ໄປວ່າ:

“ມັນ​ເປັນ​ເລື້ອງ​ໄຮ້ດຽງສາ​ທີ່ໜ້າ​ເຫລືອ​ເຊື່ອ ​ແລະ​ບໍ່ມີ​ເຫດຜົນ​ຢ່າງ​ຂະໜາດ​ເລີຍ ທີ່​
ກຸ່ມ​ອາຊ່ຽນໄດ້ຮຽກ ຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ ຍົກ​ເລີກ​ການ​ລົງ​ໂທດ​ຕໍ່ມຽນມານັ້ນ. ​
ແທນທີ່​ຈະ​ກະທໍາ​ເຊ່ນ​ນັ້ນ ກຸ່ມ​ອາຊ່ຽນຄວນ​ຈະຮຽກຮ້ອງ​ໃຫ້​ພວກ​ເຈົ້າໜ້າທີ່ທະ
ຫານ ​ແລະ​ອັນ​ທີ່​ເອີ້ນວ່າ ສະພາ​ໃໝ່ຂອງ​ມຽນມານັ້ນ ໃຫ້ຄວາມຮ່​ວມມື​ກັບການ​
ສອບ​ສວນ ກ່ຽວ​ກັບ​ການກໍ່ອາ​ຊະ​ຍາ​ກໍາ​ຕ້ານມະນຸດຊາດ ​ແລະ​ການ​ກະທຳ​ຜິດ​ອັນ
ຮ້າຍ​ແຮງອື່ນໆ ຢູ່​ໃນ​ມຽນມານັ້ນ ຈະ​ດີກ​ວ່າ.”

ພວກກຸ່ມສິດທິຕ່າງໆພາກັນ​ເວົ້າ​ເຖິງຄວາມສົງ​ໃສ​ບໍ່​ແນ່​ໃຈ ກ່ຽວກັບຄວາມຖືກຕ້ອງຕາມກົດ
ໝາຍຂອງການເລືອກຕັ້ງທົ່ວປະເທດໃນເດືອນພະຈິກຜ່ານມານັ້ນ ລຸນ​ຫລັງ​ທີ່​ມີການກ່າວຫາ
ກ່ຽວກັບ​ການ​ສໍ້ໂກງການເລືອກຕັ້ງ ແລະຄວາມເປັນຫ່ວງຕ່າງໆກ່ຽວກັບການຈໍາກັດຮັດແຄບ
ຕໍ່ການເຂົ້າປະກອບສ່ວນ ໂດຍພວກພັກການເມືອງຝ່າຍຄ້ານທັງຫລາຍນັ້ນ.

ກຸ່ມພັກການເມືອງຕ່າງໆທີ່​ໃກ້ຊິດກັບຝ່າຍທະຫານ ແມ່ນໄດ້ຮັບປະກັນຄະແນນສຽງ ແລະ
ບ່ອນນັ່ງໃນສະພາແຫ່ງຊາດເກືອບ 80 ເປີເຊັນ ​ໃນ​ຂະນະ​ທີ່ຈໍານວນສ່ວນແບ່ງ 25 ເປີເຊັນ
ຂອງບ່ອນນັ່ງໃນສະພານັ້ນ ແມ່ນໄດ້​ແຍກໄວ້ ​ໃຫ້ຝ່າຍທະຫານ.

ບັນດາລັດຖະມົນຕີຕ່າງປະເທດຂອງອາຊ່ຽນ ມີກໍານົດຈະສົ່ງຜູ້ແທນຄະນະ ນຶ່ງໄປຍັງມຽນມາ
ໃນທ້າຍເດືອນມັງກອນນີ້ ເພື່ອພົບປະກັບສະມາຊິກສະພາແຫ່ງຊາດຊຸດໃໝ່ ແລະຍົກເອົາປະ
ເດັນກ່ຽວ​ກັບສະຖານະພາບຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານນາງ
ອອງຊານ ຊູຈີ ນັ້ນ ຂື້ນມາສົນທະນາ.

XS
SM
MD
LG