ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ຫວຽດນາມ ເຂົ້າຮ່ວມ ໃນການຄັດຄ້ານ ຕໍ່ກິດຈະກຳຂອງຈີນ ຢູ່ໃກ້ກັບເກາະປະກາລັງ ໃນເຂດທະເລ ທີ່ເປັນບັນຫາຂັດແຍ້ງກັນ


ໃນພາບນີ້ ທີ່ສະໜອງໂດຍຄະນະສະເພາະກິດແຫ່ງຊາດເຂດ ທະເລຕາເວັນຕົກຂອງຟີລິບປິນ, ສະແດງໃຫ້ເຫັນ ກຳປັ່ນຈີນ ພວມຈອດຢູ່ເກາະປະກາລັງ ວິຕສັນ, ໃນທະເລຈີນໃຕ້, ວັນທີ 27 ມີນາ 2021.

ຫວຽດນາມໄດ້ເຂົ້າຮ່ວມກັບຟີລິບປິນ ອອກສຽງຄັດຄ້ານຕໍ່ຝຸງກຳປັ່ນຫາປາຂອງຈີນທີ່ພາກັນໄປພັກເຊົາເປັນເວລາດົນນານຢູ່ເກາະຫີນປະກາລັງທີ່ບໍ່ມີຜູ້ຄົນອາໄສຢູ່ ຢູ່ໃນເຂດທະເລຂອງເອເຊຍທີ່ເປັນບັນຫາຂັດແຍ້ງກັນແລະບັນດານັກວິເຄາະ ກ່າວວ່າ ຈີນແມ່ນຄາດກັນວ່າ ຈະຖອຍຫ່າງອອກໄປແລະຫລີກເວັ້ນຂໍ້ຂັດແຍ້ງທີ່ໃຫຍ່ກວ່ານີ້ ໃນພຽງແຕ່ດຽວນີ້ເທົ່ານັ້ນ.

ໂຄສົກຍິງ ກະຊວງການຕ່າງປະເທດຂອງຫວຽດນາມ ໃນນະຄອນຫຼວງຮາໂນ່ຍ ໄດ້ກ່າວໃນວັນທີ 25 ມີນາ ວ່າ “ກິດຈະກຳຕ່າງໆຂອງກຳປັ່ນຈີນນັ້ນ…ລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງ.” ກຳປັ່ນໜ່ວຍຍາມຝັ່ງຂອງຫວຽດນາມໄດ້ຈອດຢູ່ໃກ້ໆເກາະປະກາລັງ ວິຕສັນ ຢູ່ໃນໝູ່ເກາະສແປຣຕລີທີ່ມີບັນຫາຂັດແຍ້ງກັນ ເມື່ອອາທິດແລ້ວນີ້ ຊຶ່ງເວັບໄຊ້ Marine Traffic ໄດ້ສະແດງໃຫ້ເຫັນນັ້ນ.

ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງຟີລິບປິນ ໃນຕົ້ນເດືອນມີນາ ໄດ້ເລີ້ມຂໍໃຫ້ກຳປັ່ນທັງຫຼາຍຂອງຈີນ ອອກໄປ. ກະຊວງປ້ອງກັນປະເທດຂອງມະນີລາ ໄດ້ກ່າວໃນວັນທີ 28 ມີນາ ວ່າ ກຳປັ່ນຍາມຝັ່ງຂອງກອງທັບເຮືອຟີລິບປິນ ແລະເຮືອບິນທະຫານ ໄດ້ຕິດຕາມເບິ່ງເກາະປະກາລັງດັ່ງກ່າວນັ້ນ.

(https://www.voanews.com/east-asia-pacific/chinese-flotilla-contested-waters-further-sours-once-upbeat-relations)

ຈີນກໍຈະຖອນກຳປັ່ນອອກໂດຍປາສະຈາກຖະແຫລງການ ບາງທີອາດຈະອ້າງເຖິງສະພາບອາກາດທີ່ເປັນສາເຫດ ທ່ານຄອລລິນ ໂຄ ເປັນນັກຄົ້ນຄວ້າດ້ານຄວາມປອດໄພທາງທະເລ ຢູ່ມະຫາວິທະຍາໄລເທັກໂນໂລຈີ ນານຢາງ ໃນສິງກະໂປ ໄດ້ກ່າວໄປ. ແຕ່ມັນອາດກັບຄືນໄປໄດ້ຢ່າງງ່າຍດາຍ ຊຶ່ງເປັນພາກ ສ່ວນນຶ່ງຂອງແຜນການໄລຍະຍາວ ເພື່ອການຄວບຄຸມໝູ່ເກາະດອນທີ່ບໍ່ມີຜູ້ຄົນອາໄສຢູ່ໃນເວລານີ້ ດັ່ງທີ່ຕົນໄດ້ເຮັດໄປແລ້ວນັ້ນ ເພື່ອຄວບຄຸມເຂດເກາະດອນ ອື່ນໆຢູ່ໃນທະເລ ອີງຕາມທ່ານໂຄ ທີ່ໄດ້ກ່າວໄປ.

ທ່ານໂຄໄດ້ເວົ້າວ່າ “ດຽວນີ້ ທ່ານມີຊາວຫວຽດນາມ ທ່ານມີຊາວຟີລິບປິນ ດຽວນີ້ສົ່ງສຽງອອກມາໃນບັນຫານີ້, ຢ່າງໜ້ອຍຖ້າທ່ານຍົກມັນຂຶ້ນມາຢູ່ໃນສາທາລະນະແລະໄດ້ຮັບຄວາມສົນໃຈຂອງມະຫາຊົນ ແທ້ຈິງແລ້ວ ມັນອາດເປັນໄປໄດ້ສູງທີ່ຈະກົດດັນຈີນໃຫ້ຖອຍອອກໄປໃນທີ່ສຸດ ແຕ່ສິ່ງດຽວກໍແມ່ນວ່າ ແມ່ນກະທັງຖ້າຫາກຈີນຖອຍອອກໄປດຽວນີ້ ມັນຈະເປັນໂອກາດຫຼາຍຢ່າງທີ່ພວກເຂົາຈະກັບຄືນມາອີກ ຈັ່ງໃດກໍຕາມ.”

ບຣູນາຍ ມາເລເຊຍ ຟີລິບປິນ ໄຕ້ຫວັນແລະຫວຽດນາມ ຕ່າງກໍມີການຂັດແຍ້ງທັງໝົດ ຫຼືເປັນບາງສ່ວນ ໃນການອ້າງກຳມະສິດຂອງປັກກິ່ງຕໍ່ປະມານ 90 ເປີເຊັນຂອງທະເລທີ່ມີເນື້ອທີ່ທັງໝົດ 3 ລ້ານ 5 ແສນກິໂລແມັດມົນທົນທີ່ມີຊັບພະຍາກອນທຳມະຊາດຕ່າງໆ ລວມທັງການປະມົງນຳດ້ວຍ. ຈີນ ມີກອງກຳລັງທະຫານທີ່ເຂັ້ມແຂງທີ່ສຸດ ພາຍໃນບັນດາ 6 ປະເທດທີ່ອ້າງເອົາກຳມະສິດນັ້ນ ຊຶ່ງໄດ້ກະຕຸ້ນໃຫ້ປະເທດອື່ນໆຫັນໄປຫາສະຫະລັດເພື່ອການສະໜັບສະໜຸນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG